ມາຈາກ:ຈຳປາເມືອງລາວ
ອອກເດີນທາງສູ່ຖະໜົນທີ່ບໍ່ຄຸ້ນເຄີຍ ແລະ ຄົ້ນພົບຫຼວງພະບາງອີກຄັ້ງໜຶ່ງ
ຂົວຂ້າມແມ່ນໍ້າຄານ ເຊິ່ງເປັນໜຶ່ງສະຖານທີ່ທີ່ໂດດເດັ່ນ ແລະ ໜ້າປະທັບໃຈທີ່ສຸດແຫ່ງໜຶ່ງຂອງຫຼວງພະບາງໂດຍກໍາລັງໄດ້ຮັບການປັບປຸງກໍ່ສ້າງຄືນໃໝ່. ຂົວເຫຼັກ ແລະ ໄມ້ອັນເກົ່າແກ່ທີ່ສ້າງຂຶ້ນໃນຊ່ວງປີ 1920 ໂດຍຝຣັ່ງເສດ ເຊິ່ງມາຮອດປັດຈຸບັນ ກໍມີອາຍຸໄດ້ໜຶ່ງຮ້ອຍກວ່າປີແລ້ວ ແລະ ກໍພໍດີເປັນຊ່ວງເວລາທີ່ຫຼວງພະບາງໄດ້ກາຍເປັນສ່ວນໜຶ່ງຂອງອິນດູຈີນ. ຈາກເມື່ອກ່ອນທີ່ຂົວແຫ່ງນີ້ເຄີຍເປັນພຽງທາງຜ່ານສໍາລັບຜູ້ເດີນທາງໄປມາ ແຕ່ກໍຕ້ອງກ້າພະຈົນໄພ ແລະ ກ້າຫານພໍສົມຄວນ ທີ່ຈະສ່ຽງເຂົ້າຢຽບແຜ່ນໄມ້ອັນຂະລຸຂະລະ ແລະ ຄອນແຄນເຊິ່ງຕັ້ງຢູ່ເທິງແມ່ນໍ້າຄານ ໂດຍສະເພາະກໍແມ່ນບໍລິເວນທາງຍ່າງ ແຕ່ມາຮອດຕອນນີ້ແຜ່ນໄມ້ແປ້ນທີ່ສົ່ງສຽງດັງອອດແອດ ແລະ ຜຸຜຸ່ຍທີ່ນອນລຽນລາຍກັນຢູ່ສອງຟາກຂ້າງຂອງຂົວແຫ່ງດັ່ງນີ້ ເຊິ່ງຖືກແທນທີ່ດ້ວຍແຜ່ນເຫຼັກອັນແໜ້ນໜາ. ຂະນະນີ້ທ່ານສາມາດຍ່າງຂ້າມຂົວ ແລະ ສໍາຫຼວດສິ່ງຕ່າງໆທີ່ຕັ້ງຢູ່ຝັ່ງກົງກັນຂ້າມຂອງແມ່ນໍ້າຄານໄດ້ຢ່າງງ່າຍດາຍ. ແຕ່ຖ້າທ່ານຕ້ອງການເດີນທາງອອກຈາກຕົວເມືອງອັນວຸ້ນວາຍ, ກໍມີກິດຈະກໍາຫຼາຍຢ່າງໃຫ້ເລືອກ ບໍ່ວ່າຈະລົງມືເຮັດດ້ວຍຕົນເອງ ຫຼື ພຽງນັ່ງຊົມໃນບັນຍາກາດທີ່ແຕກຕ່າງກັນ. ແຕ່ຕອນນີ້ພຽງແຕ່ຍ່າງຫຼິ້ນກິນລົມຊົມວິວເທິງຂົວນໍ້າຄານກໍເປັນອັນວ່າສາມາດຊ່ວຍຜ່ອນຄາຍໄດ້ບໍ່ເຊັ່ນກັນ.
ຢູ່ຟາກກົງກັນຂ້າມຂອງແມ່ນໍ້ານັ້ນກໍຈະພາທ່ານເດີນທາງຜ່ານໝູ່ບ້ານທີ່ມີຮ້ານຂາຍເຄື່ອງຂອງຕ່າງໆຫຼາຍຢ່າງ ເປັນຕົ້ນແມ່ນ ກະຕິບເຂົ້າ ແລະ ນໍ້າມັນແອັດຊັງທີ່ບັນຈຸໃສ່ໃນຂວດແກ້ວ, ເວົ້າໄດ້ວ່າ ຊີວິດໃນເຂດນັ້ນແມ່ນຮຽບງ່າຍ ແລະ ແຕກຕ່າງຈາກຊີວິດໃນເມືອງຢ່າງເຫັນໄດ້ຊັດເຈນ, ພ້ອມກັນນັ້ນທ່ານຍັງຈະເຫັນຄົນຂາຍກະແລັມພື້ນບ້ານທີ່ຂີ່ລົດຖີບເພື່ອໄປຂາຍໃຫ້ກຸ່ມເດັກນ້ອຍທີ່ກໍາລັງແລ່ນຫຼິ້ນວ່າວຢ່າງມ່ວນຊື່ນ, ອີກຄາວໜຶ່ງກໍຈະເຫັນຄົນເກັບຊື້ເຫຼັກເສດປາກົດຕົວມາພ້ອມກັບລົດຈັກຄູ່ໃຈ ເພື່ອຈະມາຂົນເອົາສັງກະສີແຜ່ນເກົ່າທີ່ເຂົ້າຂີ້ໝ້ຽງແລ້ວ, ເຮືອນຫຼາຍຫຼັງ ຈະມີຖາດບັນຈຸໄຄຄ້າຍຄືເສັ້ນຜົມສີຂຽວທີ່ເກັບມາຈາກນໍ້າຂອງຢັ່ງຢາຍເພື່ອລໍຖ້າໃຫ້ມັນແຫ້ງຕາມພື້ນເຮືອນໄມ້ແບບບ້ານໆ, ແລະ ຍັງຈະເຫັນຫູກຕໍ່າຜ້າແພທີ່ຕັ້ງຕາມຈຸດຂອງລະບຽງເຮືອນຫຼາຍຫຼັງ ພ້ອມກັບສຽງໄກ່ຂັນເປັນແຕ່ລະໄລຍະ.ຖ້າທ່ານຍ່າງອອກຈາກບ່ອນພັກຕັ້ງແຕ່ຕອນເຊົ້າໆ ທ່ານອາດຈະເຫັນພະສົງສາມະເນນຫຼາຍອົງທີ່ກໍາລັງຍ່າງບິນທະບາດຂ້າມຂົວ ເຊິ່ງເປັນໂອກາດດີທີ່ຈະຈັບກ້ອງຂຶ້ນມາບັນທຶກພາບອັນໜ້າອັດສະຈັນນັ້ນໄວ້. ເຄັດລັບ: ຍັງມີພິທີຕັກບາດນອກເສັ້ນທາງສາຍສໍາຄັນຕ່າງໆຂອງເມືອງຫຼວງພະບາງ. ທ່ານສາມາດພົບເຫັນພະສົງສາມະເນນຍ່າງຕໍ່ແຖວກັນເປັນສາຍຍາວ ເພື່ອຍ່າງບິນທະບາດລຽບຕາມແຄມແມ່ນໍ້າຄານໃນແຕ່ລະວັນ ແລະ ທ່ານອາດຈະແມ່ນຄົນດຽວທີ່ກໍາລັງຢືນເບິ່ງຢູ່. ແຕ່ຖ້າທ່ານຢາກລອງປະສົບການໃໝ່ໃນການໃສ່ບາດແບບຮຽບງ່າຍ ແລະ ງຽບສະຫງົບ, ຂໍແນະນໍາໃຫ້ຂ້າມຂົວແມ່ນໍ້າຄານກ່ອນຕາເວັນຂຶ້ນ ເພື່ອຫຼີກໜີຈາກຝູງຊົນ.
ທີ່ສີ່ແຍກທີສອງພາຍຫຼັງຂຶ້ນຈາກຂົວ, ສາມາດລ້ຽວຊ້າຍເພື່ອທ່ຽວຊົມຕະຫຼາດສົດຂະໜາດນ້ອຍແຕ່ເປັນທີ່ນິຍົມໃນຊຸມຊົນ, ທີ່ນັ້ນມີພືດຜັກນາໆຊະນິດບໍ່ວ່າຈະເປັນໝາກໄມ້, ຜັກສົດ, ເຄື່ອງເທດ, ປາສົດ, ແລະ ຜະລິດຕະພັນເຄື່ອງປ່າຂອງດົງ ເຊັ່ນ ໜໍ່ໄມ້, ສະໝຸນໄພຈາກປ່າທີ່ນໍາມາວາງຂາຍເທິງໂຕະເຕ້ຍ. ທ່ານຍັງສາມາດຊອກຊື້ເຂົ້າ ແລະ ໝາກເຜັດແຫ້ງໄດ້ຫຼາຍປະເພດ ພ້ອມກັບຊິມນໍ້າອ້ອຍສົດໆຈາກຄົນຂາຍ ເພື່ອຫຼຸດຜ່ອນຄວາມຫິວກະຫາຍ ເຊິ່ງຮ້ານນໍ້າອ້ອຍແມ່ນຕັ້ງຢູ່ທາງເຂົ້າຕະຫຼາດເບື້ອງຂວາມື ໂດຍສາມາດແນມເຫັນລໍາອ້ອຍອັນຍາວຢຽດຍື່ນຕົວອອກມາຈາກແຂ້ວເຟືອງໂລຫະຂະໜາດໃຫຍ່ເພື່ອບົດເປັນນໍ້າອ້ອຍສົດ.
ເມື່ອທ່ານເດີນທາງຕາມຖະໜົນທີ່ເຊື່ອມຜ່ານໂຮງແຮມ ດິ ອັບສະລາ ຣີຟ ດຣົວ (The Apsara Rive Droite) ຢ່າລືມສໍາຫຼວດເບິ່ງຊາກສະຫຼັກຫັກພັງຂອງວັດທີ່ຕັ້ງຢູ່ເບື້ອງຂວາມື ເຊິ່ງຊາກສະຫຼັກຫັກພັງດັ່ງກ່າວແມ່ນຊາກທີ່ຫຼົງເຫຼືອຈາກການຮຸກຮານຂອງພວກຫໍ້ ໃນຊ່ວງຊຸມປີ 1880. ເມື່ອສືບຕໍ່ໄປຕາມເສັ້ນທາງສາຍດຽວກັນ ກໍຈະພົບກັບທາງແຍກ ແລ້ວໃຫ້ລ້ຽວຊ້າຍ ແລະ ເມື່ອທ່ານລ້ຽວໂຄ້ງແລ້ວ ກໍຈະເຫັນທີ່ດິນຂະໜາດໃຫຍ່ ໃນນັ້ນຈະມີຈຸດນັ່ງຊົມຕາເວັນຕົກດິນ ເຊິ່ງເປັນຈຸດທີ່ແມ່ນໍ້າຂອງ ແລະ ແມ່ນໍ້າຄານມາບັນຈົບກັນ. ມີທາງຍ່າງເສັ້ນນ້ອຍໆ ລົງໄປຫາໂງ່ນຫີນຂະໜາດໃຫຍ່ ທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າ. ສະຖານເຫຼົ່ານີ້ ຖືເປັນຈຸດຊົມວິວທີ່ໄດ້ຮັບຄວາມນິຍົມເປັນຢ່າງດີ ສໍາລັບຜູ້ທີ່ຕ້ອງການສໍາຜັດກັບທໍາມະຊາດແບບສ່ວນຕົວ. ທ່ານຈະໄດ້ຊົມທິວທັດອັນສວຍງາມຂອງແມ່ນໍ້າຂອງ ລວມທັງປາກແມ່ນໍ້ານໍາອີກ. ດວງຕາເວັນໃກ້ຈະລັບຂອບຟ້າ ແລະ ເຮືອຫຼາຍລໍາກໍຈະໄດ້ອາບເອ້ແສງອັນອົບອຸ່ນ ເມື່ອຕາເວັນເຄື່ອນຕົວລົງໄປຢູ່ລຸ່ມເສັ້ນຂອບຟ້າຟາກເບື້ອງນັ້ນ.
ຖັດໄປອີກເສັ້ນທາງໜຶ່ງກໍແມ່ນວັດຊຽງເຫຼັກ, ວັດແຫ່ງນີ້ມີພະສົງສາມະເນນພຽງສາມອົງເທົ່ານັ້ນ ທີ່ອາໄສຢູ່ໃນວັດຕັ້ງແຕ່ອາຍຸ 14 ປີ. ຖ້າທ່ານສົນໃຈກ່ຽວກັບສະຖາປັດຕະຍະກໍາຂອງວັດ ສາມາດບອກໄດ້ເລີຍວ່າ ການເດີນທາງທ່ອງທ່ຽວມາຍັງສະຖານທີ່ແຫ່ງນີ້ຈະສາມາດຕອບໂຈດໄດ້ຢ່າງໜ້າສົນໃຈ ເນື່ອງຈາກມີວັດວາອາຮາມໃຫ້ທ່ຽວຊົມຫຼາຍສິບແຫ່ງ ທີ່ຕັ້ງຢູ່ໃນບໍລິເວນໃກ້ຄຽງກັນ.
ບ້ານຊ່າງຄ້ອງ ແລະ ບ້ານຊຽງເຫຼັກ ມີຊື່ສຽງໃນນາມໝູ່ບ້ານທີ່ມີອາຊີບຊ່າງຫັດຖະກໍາ, ໂດຍສະເພາະກໍແມ່ນຊື່ສຽງໃນດ້ານການຕໍ່າຫູກທໍໄໝ ແລະ ການຜະລິດເຈ້ຍດ້ວຍປໍສາ, ເມື່ອໄດ້ມາທ່ຽວຊົມໝູ່ບ້ານແຫ່ງນີ້ ທ່ານຈະພົບເຫັນຖາດຫຼາຍໃບທີ່ບັນຈຸປໍສາ ໂຮຍໜ້າດ້ວຍກີບດອກເຈ້ຍສີບົວອ່ອນ ຕາກພື່ງໄວ້ເພື່ອລໍຖ້າໃຫ້ພວກມັນແຫ້ງ, ເຊິ່ງເປັນການຜະລິດເຈ້ຍປໍສາທີ່ມີຊື່ສຽງ. ເນື່ອງຈາກເສັ້ນໃຍຂອງປໍສາມີຄວາມຍາວພໍສົມຄວນ, ຈິ່ງເຮັດໃຫ້ເຈ້ຍມີຄວາມທົນທານໜຽວແໜ້ນ ເຊິ່ງສາມາດນໍາໄປເຮັດໂຄມໄຟ, ປຶ້ມບັນທຶກ, ແລະ ໃຊ້ແຕ້ມຮູບລະບາຍສີເປັນຕົ້ນ. ປະຊາຊົນທ້ອງຖິ່ນອາໄສການທ່ອງທ່ຽວເປັນແຫຼ່ງສ້າງລາຍຮັບໃຫ້ຄອບຄົວ, ເນື່ອງຈາກພວກເຂົາເຈົ້າດໍາລົງຊີວິດຢູ່ເຂດນອກຕົວເມືອງ ຈິ່ງມີຄວາມຫຍຸ້ງຍາກໃນການຫາລ້ຽງຊີບ. ນັກທ່ອງທ່ຽວສາມາດຊອກຊື້ງານແກະສະຫຼັກໄມ້, ເຄື່ອງປະດັບງາມໆ, ແລະ ຜ້າແພທີ່ຜະລິດໃນທ້ອງຖິ່ນ ແລະ ຈໍາໜ່າຍໃນໝູ່ບ້ານນີ້.
ຂາກັບໃນຊ່ວງຕອນບ່າຍ, ຖະໜົນເສັ້ນສຸດທ້າຍກ່ອນຈະມາເຖິງຂົວນໍ້າຄານຈະມີຄວາມຄຶກຄື້ນ ແລະ ຄຶກຄັກເປັນພິເສດໃນຊ່ວງຕອນຄໍ່າ. ທັງສອງຟາກຝັ່ງຈະເຕັມໄປດ້ວຍຮ້ານຂາຍຂອງກິນສຸກ, ຜັກສົດ, ປີ້ງເອັນ, ແລະ ໂລຕີທີ່ລາດໜ້າດ້ວຍນົມຂຸ້ນຫວານເຊິ່ງເຮັດແບບສົດໆໃໝ່ໆວາງຂາຍຢູ່ໜ້າຮ້ານ. ຂົວແຫ່ງນີ້ເຕັມໄປດ້ວຍຜູ້ຄົນໃນທ້ອງຖິ່ນທີ່ພາກັນອອກໄປຂັບລົດຫຼິ້ນ ໃນຂະນະທີ່ອຸນຫະພູມຍາມຄ້ອຍຄໍ່າກໍຄ່ອຍເຢັນລົງ.
ເມື່ອຮອດເວລາຍ່າງກັບຄືນສູ່ຕົວເມືອງຫຼວງພະບາງ, ທ່ານສາມາດໃຊ້ທາງຍ່າງຜ່ານຂົວເບື້ອງຊ້າຍ. ເມື່ອຫັນໜ້າອອກຈາກຕົວເມືອງ ຈະແນມເຫັນວັດປ່າໂພນເພົາ ຮູບຫົກຫຼ່ຽມສີທອງຄໍາ ສ່ອງແສງເຫຼື້ອມລະຍິບລະຍັບເມື່ອຕ້ອງກັບແສງຂອງດວງຕາເວັນທີ່ກຳລັງຈະລັບຂອບຟ້າ ແລະ ຕົ້ນໄມ້ພວມກະຈາຍເງົາສີດໍາລົງໃສ່ແມ່ນ້ຳ. ຊ່ວງເວລານີ້ຖືໄດ້ວ່າເປັນໂອກາດທີ່ດີໃນການຖ່າຍຮູບ ເພື່ອຈະໄດ້ພາບສີທອງແບບແທ້ຈິງ ຍິ່ງເພີ່ມຄວາມຊົງຈໍາກ່ຽວກັບຫຼວງພະບາງໃຫ້ກັບທ່ານໄດ້ຍາວນານຕື່ມຂຶ້ນ.
ຮູບພາບຖ່າຍຈາກ:Anita Preston / Evensong Film
踏上陌生的道路,再次发现琅勃拉邦
南坎河上的大桥是琅勃拉邦最著名、最令人印象深刻的地方之一,目前正在翻新中。 这座由法国人于1920年建造的铁木桥,距今已有一百多年的历史,恰逢琅勃拉邦成为印度支那一部分的时期。 以前这座桥只是用于人们通行的通道,但也必须有充足的冒险精神和勇气,才敢踏上这座位于南坎河上凹凸不平和摇摇晃晃的铁木桥,尤其是在步行道的区域, 但现在,嘎吱作响且松散的木板都换成了坚固的铁板。 现在您可以轻松地走过这座桥探索河对岸的事物。 但如果您想远离城市的喧嚣,这里有很多活动可供选择,无论是自己做手工还是坐下来享受不同的氛围。 但现在只是在南坎大桥上散步和欣赏风景也能得到放松。
在河的另一边,您会穿过一个村庄,那里有许多卖竹篓饭和玻璃瓶装汽油的商店。可以说,那里的生活很简单,与城市的生活有着明显的不同。同时,还会看到有人骑着自行车将当地的冰淇淋卖给一群玩风筝的小朋友,不一会儿还能看见收金属废品的人骑着摩托车,准备收走生锈的旧铁罐。像深绿色头发一样的湄公河杂草在简陋的木屋外面晾干,你还能看到摆放在房屋阳台上的织布机,听到断断续续的公鸡打鸣声。如果清晨早早走出小屋,你可能会看到许多僧人为化缘从桥上走过,这是一个很好的机会,拿起相机记录下这美妙的一幕。 小贴士: 琅勃拉邦的主要道路外有布施仪式。 你每天都能看到僧人排着长队在南坎河边化缘,你可能是唯一一个站在一旁看到这一幕的人。 但如果想获得简单又安静的布施体验,建议在日出前走过南坎河大桥,避开人潮。
在上桥后第二个路口左转,可以逛逛一个不大但很受欢迎的生鲜市场,这里有各种各样的水果、新鲜蔬菜、香料、鲜鱼和各种森林野生产品,如竹笋、草药。 你也可以找到各个种类的大米和干辣椒,品尝店家新鲜的甘蔗汁解渴,甘蔗汁店就在市场入口的右手边,能看到长长的甘蔗在超大金属压榨机的齿轮之间磨出新鲜的甘蔗汁。
当你沿着连接The Apsara Rive Droite 酒店的道路前行时,别忘了探索一下位于右手边坍塌的神庙遗址,这些遗址是1880年胡族入侵时的遗迹。沿着原路继续前行,到一个岔路口时左转,转弯后,会看到一大片土地,这是湄公河与南坎河交汇处的日落观景台。 有一条小路通向河岸上的一块大石头。 对于那些想亲身体验大自然的人来说,这些地方是热门的观景点。 您将看到包括河口在内的湄公河美景。 太阳接近地平线,许多船只也随着太阳的下移,逐渐沐浴在温暖的光芒中。
路的另一边是香兰庙,这座寺庙只有三个德高望重的僧人,他们从14岁起就一直住在寺庙里。 如果你对寺庙建筑感兴趣,来这里旅游将满足你的好奇心,因为附近有十多所寺庙可供参观。
桑空村和香兰村是著名的手工艺村,尤其以编织和植物纤维造纸而闻名。参观这个村子时,您会发现许多装有植物纤维的托盘,上面放着柔软的粉红色纸花瓣,放在太阳下等待它们晾干,这是著名的纤维造纸工艺。 由于植物的纤维足够长,使纸张经久耐用且具有粘性,可用于制作纸灯、笔记本和绘画。 当地人靠旅游业来维持收入,因为他们住在郊区,所以很难找到工作。 游客可以在当地购买本地制作和出售的木雕、珠宝和编织品。
下午回来的路上,到达南坎大桥前的最后一段路会很热闹,特别是在晚上。 两边都会摆满小食摊,卖着熟食、蔬菜,烤肉,还有摊前现做现卖的裹着炼乳的印度飞饼。 随着傍晚气温下降,桥上挤满了外出兜风的当地人。
你可以桥左侧的人行道步行回琅勃拉邦城镇, 离开市区时,就能看到镀金的六角形巴蓬袍寺在夕阳的照耀下闪闪发光,树木在河面上投下黑色的阴影。 这是一个绝佳的拍照机会,获得真正的黄金照片,为您留下长久的琅勃记忆。
摄影:Anita Preston / Evensong Film
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/05
16:09
— ແບ່ງປັນ —