ການທ່ຽວຫຼີ້ນປະເທດລາວ·ແນະນໍາຈຸດຊົມວິວນະຄອນຫຼວງວຽງຈັນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃນອາຊີຕາເວັນອອກສຽງໃຕ້,ມີທິວທັດທຳມະຊາດອັນບໍລິສຸດ,ແລະຊີວິດທີ່ລຽບງ່າຍ ແລະ ສະບາຍໃຈ,ບໍ່ພຽງແຕ່ມີຄວາມງຽບສະຫງົບຂອງພຸດທະສາສະໜາເທົ່ານັ້ນ,ແຕ່ຍັງເຕັມໄປດ້ວຍຄວາມລຽບງ່າຍ ແລະ ມີຄວາມກະຕືລືລົ້ນ,ເປັນສະຖານທີ່ງາມດີຄືກັບສວງສະຫວັນ.

1

ຢາກໃຫ້ຫຼາຍຄົນຮູ້ສຶກເຖິງສະເໜ່ທີ່ເປັນເອກະລັກສະເພາະຂອງລາວແລະເປີດເຜີຍຄວາມລຶກລັບຂອງລາວໂດຍການເດີນທາງ.ມື້ນີ້ພວກເຮົາໄດ້ແນະນຳໃຫ້ເຈົ້າຮູ້ຈັກກັບນະຄອນຫຼວງວຽງຈັນຂອງປະເທດລາວ.

2

ນະຄອນຫຼວງວຽງຈັນເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ,ໃນນັ້ນ,ແຄມແມ່ນ້ຳຂອງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມຢ່າວຕະຫຼອດ.ໂດຍສະເພາະແມ່ນຍາມຄ່ຳຄືນ,ບັນຍາກາດຍາມຄ່ຳຄືນຂອງທີວທັດຕາເວັນຕົກຍາມແລງ ແລະ ອາຫານຢູ່ແຄມແມ່ນ້ຳເຮັດໃຫ້ທຸກຄົນຈົນລືມກັບເຮືອນ.

3

ທາດຫຼວງ(ພຮະທາດຫລວງ)ໃນພາສາລາວມີຄວາມໝາຍວ່າ"ທາດໃຫຍ່",ເປັນຊັບສົມບັດຂອງສິລະປະສະຖາປັດຕະຍະກໍາແລະສະຖານທີ່ສັກສິດສໍາລັບຈິດວິນຍານໃນປະເທດລາວ,ເວົ້າກັນວ່າທາດຫຼວງບັນຈຸທາດຫຼວງຂອງພະພຸດທະເຈົ້າສັກກະລະມານີ ເຊິ່ງໄດ້ກາຍເປັນສັນຍາລັກແຫ່ງຊາດລາວ. 

4

5

ປະຕູໄຊເປັນສະຖານທີ່ໜຶ່ງທີ່ເປັນເອກະລັກສະເພາະຂອງນະຄອນຫຼວງວຽງຈັນ,ຕັ້ງຢູ່ທ້າຍຖະໜົນລ້ານຊ້າງໃຈກາງເມືອງ.ສ້າງຕັ້ງຂື້ນໃນປີ1957-1962,ມັນໄດ້ຖືກສ້າງຂຶ້ນຕາມຕົວເລກທີ່ມີຄວາມໝາຍດີງານໃນສາສະໜາພຸດເຊັ່ນ:3,7,9ເພື່ອລະລຶກເຖິງປະເທດລາວການປົດປ່ອຍຈາກການປົກຄອງຂອງອານານິຄົມຝຣັ່ງແລະຄວາມເປັນຊາດເອກະລາດ.ພື້ນຖານຂອງປະຕູໄຊໃນນະຄອນຫຼວງວຽງຈັນຄ້າຍຄືກັບປະຕູໄຊໃນປາຣີ ປະເທດຝຣັ່ງ,ສ່ວນເທິງຂອງປະຕູໄຊແມ່ນຄ້າຍຄືກັບ Taj Mahalໃນປະເທດອິນເດຍ,ພາຍໃນແມ່ນເຄື່ອງແກະສະຫຼັກທີ່ສວຍງາມແລະມີລັກສະນະພິເສດຂອງລາວ.ນັກທ່ອງທ່ຽວສາມາດຂຶ້ນໄປປະຕູໄຊເພື່ອຊົມທິວທັດທົ່ວນະຄອນຫຼວງວຽງຈັນ.

6

ຫໍອະນຸສອນສະຖານ ໄກສອນ ພົມວິຫານ ໄດ້ຮັບການສ້າງຕັ້ງຂຶ້ນເພື່ອລະນຶກເຖິງປະທານປະເທດລາວ ໄກສອນ ພົມວິຫານ.ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ສ້າງສາປະເທດຊາດໃນຍຸກໃໝ່. ຫໍອະນຸສອນສະຖານນີ້ແນະນຳຢ່າງລະອຽດກ່ຽວກັບປະສົບການປະຕິວັດ ແລະ ຂະບວນການຕໍ່ສູ້ປົດປ່ອຍຊາດ.

7

ວັດຊຽງຄວນ (ສວນພຸດທະຮູບ)ຕັ້ງຢູ່ຝັ່ງແມ່ນ້ຳຂອງ,ຢູ່ໃກ້ກັບຂົວມິດຕະພາບລາວ-ໄທແຫ່ງທຳອິດ,ຫ່າງຈາກໄປທາງທິດໃຕ້ຂອງນະຄອນຫຼວງວຽງຈັນ 24 ກິໂລແມັດ,ແລະເປັນສວນຮູບປັ້ນທີ່ມີຊື່ສຽງ.ໃນສວນສາທາລະນະແມ່ນປະສົມມີພະພຸດທະຮູບຂອງພຸດທະສາສະໜາແລະຮິນດູທີ່ແປກປະຫຼາດ,ມີຮູບຊົງທີ່ແຕກຕ່າງກັນຂອງພະພຸດທະເຈົ້າຜີ.ນອກນັ້ນຍັງມີຜີປີສາດແລະສັດຕ່າງໆຈາກທັງສອງສາດສະໜາທີ່ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກເຖິງສະເໜ່ທາງສາສະໜາທີ່ແຕກຕ່າງກັນໃນນັ້ນ.

ວັດຊຽງຄວນແມ່ນຢູ່ຂ້າງແມ່ນໍ້າຂອງ,ມີຮ້ານອາຫານ ແລະ ຮ້ານກາເຟເພື່ອສະໜອງອາຫານ ແລະ ເຄື່ອງດື່ມໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນບ່ອນພັກຜ່ອນທີ່ດີພາຍຫຼັງຍ່າງ ແລະ ປີນພູ.ອາຫານນິຍົມທີ່ສຸດປະກອບມີຕຳໝາກຫຸ່ງ,ປີ້ງໝາກກ້ວຍ,ປີ້ງສາລີ ແລະ ເບຍລາວ.

老挝,一个深居东南亚内陆的国家,拥有原始纯粹的自然风光,简单悠然的生活状态,既有佛教的沉静内涵,又饱含原始的淳朴热情,是一片如天堂般美好的净土。

1

想让更多人感受老挝的独特魅力,用旅行的方式揭开它的“神秘”面纱。今天,我们首先向大家介绍老挝的首都——万象。

2

万象市是著名的旅游圣地,其中湄公河河畔一直吸引着无数国内外游客前去一睹芳容,尤其是傍晚时分,湄公河落日余晖与河畔美食的绝配让人流连忘返。

3

塔銮(ພຮະທາດຫລວງ)老挝语意为“大塔”,是老挝的建筑艺术瑰宝与精神灵魂圣地,据说塔銮内存放了佛祖释迦牟尼的舍利,如今已成为老挝的国家标志。

4

5

凯旋门是万象最独特的地标之一,位于市中心澜沧大道的尽头。始建于公历1957年-1962年,按照佛教中被认为具有吉祥意义的数字如3、7、9进行建设,以纪念老挝摆脱法国殖民统治和民族独立。凯旋门的基座与法国巴黎凯旋门形似,凯旋门顶部的形状与印度泰姬陵相似,内部精美雕饰极具老挝特色。游客可以登上凯旋门,一览万象全城的风光。

6

凯山·丰威汉纪念馆是为纪念老挝国家主席凯山·丰威汉而建立的,他在争取国家独立、建设新时期老挝的事业上做出了伟大的贡献。此纪念馆详细介绍了民族解放斗争的革命经验和过程。 

7

香昆寺(佛像公园)位于湄公河岸,邻近老泰第一友谊大桥,距万象城南24公里,是一个著名的雕塑公园。公园里混合了佛教和印度教各种稀奇古怪、形状各异的鬼神佛像,还有来自这两种信仰的各种恶魔和动物,使游客在其中感受到不同的宗教魅力。

公园紧邻湄公河的一边,有餐馆和咖啡厅,为游客提供食物和饮料,是散步和爬山后放松身心的好地方。最受欢迎的小吃包括木瓜沙拉,烤香蕉,炭火烤玉米和老挝冰啤酒。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/17

09:45

ແບ່ງປັນ

ແປ
翻译