ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ເມືອງເຟືອງແມ່ນເມືອງໜຶ່ງຂອງແຂວງວຽງຈັນ, ພົນລະເມືອງມີ 50,000ກວ່າຄົນ, ໄລຍະຫ່າງຈາກນະຄອນຫຼວງວຽງຈັນປະມານມີ 100 ກິໂລແມັດ, ຖ້າຂັບລົດຕາມທາງດ່ວນວັງວຽງ - ວຽງຈັນ, ໜຶ່ງຊົ່ວໂມງກໍ່ຮອດແລ້ວ.
ເມຶອງແຫ່ງນີ້ມີຊຶ່ເອີ້ນວ່າ“ ນໍ້າຄໍາພູເງິນດິນທອງ”,ຄວາມໝາຍແມ່ນຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນບຳລຸງເມືອງອູ່ເຂົ້າບໍ່ປາ, ກາຍເປັນກຳລັງໜູນທາງດ້ານເສດຖະກິດຂອງເມືອງນີ້ໃຫ້ມີເສດຖະກິດເຂັ້ມແຂງບໍ່ໜ້ອຍກວ່າເມືອງອື່ນໆ. ພາຍໃນແຂວງ, ໂດຍສະເພາະແມ່ນໍ້າລີບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາພະລັງງານສະອາດ ແລະ ໄຟຟ້າເທົ່ານັ້ນ, ແຕ່ຍັງເປັນສາຍເລືອດຫຼັກທີ່ຊາວເມືອງເຟືອງໄດ້ເພິ່ງພາອາໃສມາແຕ່ບູຮານນະການ. ບົດບາດສຳຄັນທີ່ສຸດຂອງແມ່ນໍ້າລີແມ່ນສະໜອງນ້ຳໃຫ້ການຜະລິດສະບຽງອາຫານເປັນສິນຄ້າ, ການລ້ຽງສັດ ແລະ ພັດທະນາຂະແໜງການທ່ອງທ່ຽວ.
ທ່ານKhamphet Chansomphou ເຈົ້າເມືອງເຟືອງເຄີຍເນັ້ນໜັກວ່າ, ຢູ່ເມືອງເຟືອງ, ຂະແໜງການທ່ອງທ່ຽວມີບຸລິມະສິດການພັດທະນາ, ວຽກງານກ່ຽວກັບການລ້ຽງສັດປູກຟັງ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງໄດ້ຊ່ວຍພັດທະນາເສດຖະກິດ-ສັງຄົມ. ໄດ້ລົບລ້າງຄວາມທຸກຍາກ, ສ້າງໂອກາດໃຫ້ປະກອບອາຊີບ, ຕ້ອງຊຸກຍູ້ປະຊາຊົນເຂົ້າຮ່ວມ.
ນັບແຕ່ລັດຖະບານລາວປະກາດເປີດດ່ານຂອງລາວໃນຕົ້ນປີ 2022 ຈົນຮອດວັນທີ 24 ເດືອນມັງກອນປີ2023, ໄດ້ມີນັກທ່ອງທ່ຽວມາຈາກພາຍໃນແລະຕ່າງປະເທດຫຼາຍກວ່າ 47 ພັນຄົນໄປຢ້ຽມຫຼິ້ນເມືອງເຟືອງ, ຄາດວ່ານັກທ່ອງທ່ຽວຈະເພີ່ມຂຶ້ນຫຼາຍກວ່າ100,000ຄົນໃນປີ 2023. ໃນນັ້ນ, ນັກທ່ອງທ່ຽວໄທກວມ30%-40%, ນັກທ່ອງທ່ຽວອື່ນໆບາງຄົນມາຈາກພາຍໃນປະເທດລາວ, ຍັງມີບາງຄົນມາຈາກຍິ່ປຸ່ນ, ເກົາຫຼີໃຕ້, ເອີຣົບ, ອາເມລີກາ ແລະປະເທດອື່ນໆ.
ໃນອະນາຄົດວາງແຜນສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວໃໝ່ຕື່ມອີກ, ເຊັ່ນ: ຖ້ຳຜາຫຼັງ, ອ່າງນ້ຳປິປັນໂບ, ແລະນ້ຳຕົກຕາດຫຼາຍແຫ່ງ, ສ້າງເຮືອນແພຢູ່ໃຕ້ເຂື່ອນໄຟຟ້ານ້ຳຕົກຂອງແມ່ນໍ້າລີ, ສ້າງເສັ້ນທາງຕາມສອງຝັ່ງ, ໃຫ້ນັກທ່ອງທ່ຽວໄດ້ນັ່ງພັກຜ່ອນ, ທ່ຽວຫຼິ້ນ, ອອກກຳລັງກາຍຢູ່ໃກ້ເຮືອນແຄມນ້ຳ,ສ້າງຂົວຂ້າມນໍ້າລີຂອງເມືອງເຟຶອງ ແລະ ຕິດຈອດກັບ 4 ບ້ານ, ເຮັດໃຫ້ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວເດີນທາງສະດວກກວ່າເກົ່າໃນລະດູຝົນ ແລະ ລະດູແລ້ງ. ໂຄງການນີ້ຈະເປີດສ້າງໃນປີ 2023, ດ້ວຍມູນຄ່າ 6 ຕຶ້ກີບ.
孟芬县是万象省的县城之一,人口5万多人,距首都万象约100公里,如果驾车通过万荣-万象高速公路,只需1小时即可到达。
这座城市被称为“金水银山铜土”,意思是:丰富的自然资源孕育了鱼米之乡,成为这座城市拥有不亚于其他城市的强劲经济的经济支撑。在省内,尤其是南里河不仅为清洁能源电力的发展做出了贡献,而且还是孟芬人民自古以来赖以生存的主要血脉:南里河最主要的作用是为谷类作物商品的生产、蓄养牲畜以及旅游业的发展提供了水源。
孟芬县县长Khamphet Chansomphou先生曾强调,在孟芬县,旅游业是具有优先发展权的,与种养殖业和可持续环境保护相关的工作有助于社会经济发展。可以消除贫困,创造就业机会,要鼓励人们参与。
自老挝政府于2022年上半年宣布开放老挝至2023年1月24日,已有超过4.7万名国内外游客到访孟芬县,预计2023年,到孟芬县游玩的游客人数将超过10万人。其中,泰国游客占30%-40%,其余游客有来自老挝国内的,还有来自日本、韩国、欧洲、美国等国家。
未来计划将继续开发更多的新旅游目的地,例如:帕琅洞穴,皮板波水井,还有许多处瀑布,在南里河水电站大坝下建造一座浮屋,在两边河堤修建一条小路,让游客可以在靠近水边房屋的地方坐下休息、游玩、锻炼,在孟芬县南里河上建桥,与4个村庄相连,使得当地居民和游客在旱季和雨季出行更加便利。整个建设项目将于2023年内开工,价值约60亿基普。
[ບັນນາທິການ:ສະໜຸກ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]
ສະຖານທີ່ຕັ້ງຄ້າຍພັກດີ-ສວນສາທາລະນະພູເຂົາຄວາຍແຫ່ງຊາດ ຂອງ ສ ປປ ລາວ
ສະບາຍດີ2023-02-23
ເບຍລາວ
ສະບາຍດີ2023-02-16
ສະບາຍດີຫຼວງພະບາງ-ເມືອງບູຮານໃນໂລກ
ສະບາຍດີ2023-02-09
ແຂວງຫຼວງພະບາງໃນເດືອນມັງກອນ ແສງຕາເວັນທີ່ສ່ອງໃສ່ນ້ຳຂອງແມ່ນ້ຳກາຍເປັນສີທອງ.
ສະບາຍດີ2023-02-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved