ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ຜູ້ໂດຍສານໃນໄລຍະຕົ້ນຂອງການເປີດບໍລິການຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນສ່ວນຫຼາຍແມ່ນຜູ້ໂດຍສານສ່ວນບຸກຄົນ, ແຕ່ໃນວັນພັກຂອງ “ວັນກຳມະກອນ” ນີ້, ຂະບວນລົດໄຟໂດຍສານສາກົນໄດ້ດຶງດູດຜູ້ໂດຍສານຈາກຫຼາຍປະເທດ, ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວ. ຕາມຂໍ້ມູນຈາກອົງການກວດກາຄົນເຂົ້າເມືອງຂອງສອງປະເທດ, ການເດີນທາງຂອງກຸ່ມນັກທ່ອງທ່ຽວຂ້າມຊາຍແດນດ້ວຍລົດໄຟໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ໃນຂະບວນລົດໄຟໂດຍສານສາກົນ D888 ຈາກນະຄອນຫຼວງວຽງຈັນ ປະເທດລາວໄປສູ່ນະຄອນຄຸນໝິງ ແຂວງຢຸນນານ ປະເທດຈີນ, ມີກຸ່ມນັກທ່ອງທ່ຽວສະມາຊິກ 100 ຄົນຈາກປະເທດໄທ. ຕາມການແນະນຳຈາກສຳນັກທ່ອງທ່ຽວແລ້ວ, ນັກທ່ອງທ່ຽວໃນກຸ່ມນີ້ໄດ້ມາທີ່ນີ້ເພື່ອສຳຜັດກັບການຂີ່ຂະບວນລົດໄຟໂດຍສານຢ່າງສະເພາະ. ນັກທ່ອງທ່ຽວຈາກປະເທດໄທກ່າວວ່າ: "ຍ້ອນວ່າເວລາຂີ່ລົດໄຟສັ້ນກ່ວາ, ປະຢັດເວລາຫຼາຍ, ອຳນວຍຄວາມສະດວກຫຼາຍ, ຕ້ອງມາສຳຜັດຄັ້ງໜຶ່ງ, ນີ້ແມ່ນເທື່ອທີສາມທີ່ຂ້ອຍມາຂີ່ລົດໄຟຂະບວນນີ້ແລ້ວ."
ຜູ້ຮັບຜິດຊອບຂອງສຳນັກທ່ອງທ່ຽວຂອງໄທກ່າວຕໍ່ນັກຂ່າວວ່າ, ຫລັງຈາກການເປີດບໍລິການຂອງທາງລົດໄຟລາວ-ຈີນ, ຈຳນວນທຸລະກິດຂອງບໍລິສັດນີ້ໄດ້ເພີ່ມຂຶ້ນ 40% ແລະ ປັດຈຸບັນນີ້ເຂົາເຈົ້າກໍາລັງກະກຽມ ຜັນຂະຫຍາຍທຸລະກິດໄປຍັງກຸ່ມທ່ອງທ່ຽວຈາກກິ່ງແຂວງສິບສອງພັນນາ. ຜູ້ຮັບຜິດຊອບກ່າວວ່າ: "ພວກເຮົາກໍາລັງວາງແຜນການເດີນທາງຈາກປະເທດໄທໄປສູ່ກິ່ງແຂວງສິບສອງພັນນາ ແລະ ຄົ້ນຄ້ວາແຫຼ່ງທ່ອງທ່ຽວຂອງສິບສອງພັນນາ, ທັງຫມົດນີ້ແມ່ນອີງໃສ່ຂະບວນລົດໄຟຂ້າມຊາຍແດນເສັ້ນມີ້ຂອງທາງລົດໄຟລາວ-ຈີນ."
ກວມເວລາກວດກາຢູ່ດ່ານຊາຍແດນ, ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນໃຊ້ເວລາ 10 ຊົ່ວໂມງເຄິ່ງ ແລະ ຈອດລົດຢູ່ 8 ສະຖານີ, ໃນນັ້ນ, ວັງວຽງ ແລະ ຫຼວງພະບາງຂອງປະເທດລາວ, ສິບສອງພັນນາ ແລະ ຄຸນໝິງຂອງປະເທດຈີນລ້ວນແຕ່ເປັນເມືອງຈຸດໝາຍທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນ.
ຕາມການເປີດບໍລິການຂອງຂະບວນລົດໄຟໂດຍສານສາກົນໃນວັນທີ 13 ເມສານີ້, ການເດີນທາງອອກສູ່ຕ່າງປະເທດໃນໄລຍະ “ວັນກຳມະກອນ” ມີທາງເລືອກໃໝ່ອີກ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຫຼາຍກ່ວາທີ່ເອົາໃຈໃສ່ໃນຄຸ້ມຄ່າ ແລະ ຄວາມສະດວກສະບາຍ. ຕາມການຮັບຮູ້, ຂະບວນລົດໄຟໂດຍສານຂ້າມຊາຍແດນຈາກນະຄອນຄຸນໝິງ ໄປຍັງ ນະຄອນຫຼວງວຽງຈັນແມ່ນເຕັມໄປດ້ວຍຜູ້ໂດຍສານໃນທຸກມື້.
ຢູ່ສະຖານີລົດໄຟບໍ່ເຕັນໃນປະເທດລາວ, ຫໍລໍຖ້າຂ້າມແດນແມ່ນເຕັມໄປດ້ວຍຜູ້ໂດຍສານຈາກປະເທດຈີນ. ເຂົາເຈົ້າຫາກໍ່ສຳເລັດການກວດກາຢູ່ສະຖານີບໍ່ເຕັນ, ແລະກຳລັງຂຶ້ນລົດໄຟໂດຍສານສາກົນເພື່ອເລີ່ມເປີດການເດີນທາງໄປປະເທດລາວ. ຜູ້ໂດຍສານທ່ານໜຶ່ງຮັບສຳພາດຈາກນັກຂ່າວວ່າ: “ການເດີນທາງດ້ວຍຂະບວນລົດໄຟໂດຍສານສາກົນນີ້ແມ່ນມີຄຸ້ມຄ່າສູງ, ເພາະເມື່ອປຽບທຽບກັບໄປທ່ຽວຢູ່ບ່ອນອື່ນ, ລວມທັງປີ້ຍົນໄປຕ່າງປະເທດ, ຄ່າໃຊ້ຈ່າຍທັງໝົດກໍ່ສູງກ່ວາ. ແຕ່ຄ່າໃຊ້ຈ່າຍທີ່ພວກເຮົາຂີ່ຂະບວນລົດໄຟລາວ-ຈີນ, ມັນພຽງແຕ່ໃຊ້ 400 ຢວນ.”
ໃນຫ້ອງໂດຍສານຂ້າມຊາຍແດນຂອງຂະບວນລົດໄຟໂດຍສານສາກົນ, ມີນັກທ່ອງທ່ຽວຈາກປັກກິ່ງ, ຊຽງໄຮ, ຫຼຽວນິງ ແລະບ່ອນອື່ນໆຂອງຈີນໄດ້ຮັບຮູ້ວິທີການເດີນທາງນີ້ໂດຍຜ່ານຂ່າວສານ ແລະ ອິນເຕີເນັດ. ຜູ້ໂດຍສານຈາກປະເທດຈີນຄົນໜຶ່ງໄດ້ກ່າວຕໍ່ນັກຂ່າວວ່າ: “ລາຄາເດີນທາງຂອງການຂີ່ຂະບວນລົດໄຟໂດຍສານສາກົນແມ່ນບໍ່ແພງດອກ, ການເດີນທາງທັງໝົດໃຊ້ເວລາປະມານ 8 ຫາ 10 ຊົ່ວໂມງ, ພຽງແຕ່ໃຊ້ເວລາມື້ດຽວ, ຕາມເສັ້ນທາງສາມາດເຫັນທິວທັດທ້ອງຖິ່ນໄດ້, ພວກເຮົາມັກຄວາມຮູ້ສຶກຂອງການເດີນທາງໂດຍຂີ່ລົດໄຟ.”
ທາງລົດໄຟລາວ-ຈີນເລີ່ມແຕ່ຈາກທາງທິດເໜືອຄືນະຄອນຄຸນໝິງແຂວງຢຸນນານຂອງຈີນໄປຮອດທາງພາກໃຕ້ຄືນະຄອນຫຼວງວຽງຈັນຂອງລາວ. ມັນມີຄວາມຍາວທັງໝົດ 1.035 ກິໂລແມັດ, ໄດ້ນຳໃຊ້ມາດຕະຖານເຕັກນິກຂອງຈີນ ແລະ ອຸປະກອນຂອງຈີນ, ໄດ້ສ້າງສຳເລັດ ແລະ ເປີດການບໍລິການໃນເດືອນທັນວາ ປີ 2021. ໃນວັນທີ 13 ເມສາປີ 2023, ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນໄດ້ເປີດການບໍລິການຢ່າງເປັນທາງການ.
中老铁路国际旅客列车在开通初期,多以个人乘客为主,而“五一”假日期间,国际列车吸引了多国旅客,特别是旅行团专程来打卡。根据两国边检的信息,乘火车跨境团队游明显升温。
在从老挝万象开往中国云南昆明南的D888次国际旅客列车上,乘坐着来自泰国的一个百人旅行团。根据旅行社介绍,这个旅行团的游客是专门为了体验中老铁路旅客列车而来的。一位泰国游客表示:“因为乘坐的时间短,可以节省时间,非常便利,很值得乘坐,一定要来体验一下。这已经是我第三次乘坐了。”
泰国旅行社负责人告诉记者,中老铁路通车后,他们公司的业务量增长了40%,现在正准备把业务扩展到西双版纳团队游。该负责人介绍说:“我们正在规划从泰国到西双版纳的出游行程,研究西双版纳的景点。所有这些所依托的都是中老铁路跨境列车这条线路。”
包括边检时间在内,中老铁路国际旅客列车全程10个半小时,共停靠八个站点,其中,老挝的万荣、琅勃拉邦,中国的西双版纳、昆明等旅游城市都是热门目的地。
随着4月13号中老铁路国际旅客列车的开通,国内出境游在“五一”期间又多了这一新选择,吸引了很多关注性价比和舒适度的游客。据了解,从昆明到万象方向的国际列车跨境车厢几乎天天满员。
在位于中老边境老挝境内的磨丁火车站,跨境候车大厅里已经坐满来自中国的旅客。他们刚刚在磨丁站进行完边检,马上就要搭乘中老铁路国际旅客列车开启老挝之旅了。一位旅客在接受记者采访时表示:“乘坐中老铁路旅客列车出行性价比非常高,因为就是相比其他你去各个地方包括出国机票啊什么的,算下来那些费用都非常高,但是我们坐中老铁路的话其实只要400多(元)。”
在中老铁路国际旅客列车的跨境车厢里,有来自中国北京、上海、辽宁等地的游客,他们通过新闻和互联网了解到这一出行选择。一位中国旅客告诉记者:“乘坐中老铁路国际旅客列车出行的价格挺实惠的,全程八到十个小时左右,朝发夕至,在路上也能看到很多当地的风景,我们还挺喜欢坐着火车旅游的这种感觉。”
中老铁路北起中国云南昆明,南抵老挝首都万象。中老铁路全长1035公里,采用中国技术标准、使用中国设备,于2021年12月建成通车。2023年4月13日,中老铁路国际旅客列车正式开通。
ຈີນໄດ້ດຳເນີນຂະບວນລົດໄຟສາກົນຂອງທາງລົດໄຟລາວ-ຈີນ 1808 ແຖວ
ສະບາຍດີ2022-08-30
ທາງລົດໄຟລາວ-ຈີນເປີດບໍລິການເປັນເວລາ 8 ເດືອນ ສົ່ງຜູ້ໂດຍສານທັງໝົດ 5.54 ລ້ານຄົນ
ສະບາຍດີ2022-08-04
ທາງລົດໄຟລາວ-ຈີນຂົນສົ່ງສິນຄ້າຂ້າມຊາຍແດນເຖິງ 1 ລ້ານໂຕນ
ສະບາຍດີ2022-07-28
ທາງລົດໄຟລາວ-ຈີນຊ່ວຍໃຫ້ແປ້ງມັນຕົ້ນກາຍເປັນສິນຄ້າກະສິກຳການສົ່ງອອກອັນດັບທີ່ໜຶ່ງຂອງລາວ
ສະບາຍດີ2022-07-15
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
05/08
17:12
— ແບ່ງປັນ —