ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 3 ສິງຫານີ້, ນັກຂ່າວໄດ້ຮັບຮູ້ຂ່າວສານຈາກບໍລິສັດທາງລົດໄຟຈີນສຳນັກງານຄຸນໝິງຈຳກັດ (ຕໍ່ມາເອີ້ນວ່າ"ກຸ່ມບໍລິສັດສຳນັກງານຄຸນໝິງ") ວ່າ ທາງລົດໄຟລາວ-ຈີນໄດ້ເປີດບໍລິການເປັນເວລາ 8 ເດືອນ, ມາຮອດວັນທີ 2 ສິງຫານີ້, ໄດ້ສົ່ງຜູ້ໂດຍສານທັງໝົດ 5.54 ລ້ານຄົນ, ໃນນັ້ນພາກສ່ວນພາຍໃນປະເທດຈີນຂອງທາງລົດໄຟລາວ-ຈີນໄດ້ສົ່ງຜູ້ໂດຍສັນ 4.84 ລ້ານຄົນພາຍ ແລະ ພາກສ່ວນລາວໄດ້ສົ່ງ 700,000 ຄົນ; ສົ່ງສິນຄ້າທັງໝົດ 6 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມຊາຍແດນ 1.06 ລ້ານໂຕນ.
ໃນເດືອນກໍລະກົດ ເສັ້ນທາງລົດໄຟລາວ-ຈີນໄດ້ສົ່ງຜູ້ໂດຍສານ 1.45 ລ້ານ ຄົນ, ບັນລຸຈຳນວນຫຼາຍ ທີ່ສຸດ, ໂດຍສະເລ່ຍ 46,000 ຄົນຕໍ່ມື້, ສ້າງບັນທຶກການສົ່ງຄົນ 56,000 ໃນມື້ດຽວ. ໃນຊ່ວງການຂົນສົ່ງໃນລະດູຮ້ອນ, ຈຳນວນຂອງການຂົນສົ່ງຜູ້ໂດຍສານທາງລົດໄຟຢຸນນານສືບຕໍ່ຂະຫຍາຍຕົວ, ເຮັດໃຫ້ການບໍລິໂພກຢູ່ແຫຼ່ງທ່ອງທ່ຽວຕາມເສັ້ນທາງມີການພັດທະນາຢ່າງຫຼວງຫຼາຍ. ໃນ ວັນທີ 23 ເດືອນກໍລະກົດ, ການເປີດນຳໃຊ້ຂອງຂະບວນພິເສດການທ່ອງທ່ຽວຈາກເມືອງລິ້ຈ່ຽງ ເຖິງ ກິ່ງແຂວງສິບສອງພັນນາ ເຊິ່ງໄດ້ບັນລຸ "ລົດໄຟຈາກພູຫິມະໄປຫາປ່າຝົນ"ໃຊ້ເວລາພຽງມື້ດຽວ, ການທ່ອງທ່ຽວ ແລະ ການພັກຜ່ອນຖືກລວມເຂົ້າກັນ ເຊິ່ງຊ່ວຍປະຢັດເວລາ ແລະ ຄ່າໃຊ້ຈ່າຍຢ່າງມີ ປະສິດທິຜົນ, ເຊື່ອມຕໍ່ຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນຂອງສອງສະຖານທ່ອງທ່ຽວທີ່ສຳຄັນໃນຢຸນນານ, ເຮັດໃຫ້ນັກທ່ອງທ່ຽວມີຄວາມສຳຜັດທີ່ສະດວກສະບາຍກວ່າ.
ເພື່ອຕອບສະຫນອງຄວາມຕ້ອງການດ້ານການຂົນສົ່ງຂອງລູກຄ້າທີ່ແຕກຕ່າງກັນ, ພະແນກທາງລົດໄຟໄດ້ຄົ້ນຫາຢ່າງຕັ້ງຫນ້າກ່ຽວກັບຮູບແບບໃໝ່ໃນການຂົນສົ່ງດ້ວຍທາງລົດໄຟ ເຊັ່ນ:"ທາງດ່ວນລ້ານຊ້າງ"+ ການຄ້າe-commerce ຂ້າມຊາຍແດນ,"ທາງລົດໄຟລາວ-ຈີນ + ຂະບວນລົດໄຟຈີນ-ເອີຣົບ", ສືບຕໍ່ເສີມຂະຫຍາຍຜົນກະທົບຂອງທາງລົດໄຟລາວ-ຈີນ ແລະ ຄວາມສາມາດໃນການຂົນສົ່ງຂ້າມຊາຍແດນ, ເພື່ອໃຫ້ ວິສາຫະກິດຫຼາຍກ່ວາສາມາດໄດ້ຮັບກາລະໂອກາດແລະຜົນປະໂຫຍດທີ່ໄດ້ນຳມາຈາກທາງລົດໄຟລາວ-ຈີນ, ແລະເສີມຂະຫຍາຍບົດບາດການເຊື່ອມຕໍ່ດ້ານເສດຖະກີດຂອງທາງລົດໄຟລາວ-ຈີນ.
ໃນປັດຈຸບັນ, ມີ 21 ແຂວງ (ເຂດແລະເມືອງ) ໃນປະເທດຈີນໄດ້ດຳເນີນຂະບວນລົດໄຟຂ້າມຊາຍແດນຂອງທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າໄດ້ໄປເຖິງປະເທດລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປແລະປະເທດ ເຂດແຄວ້ນອື່ນໆ, ແລະຊະນິດສິນຄ້າໃນການຂົນສົ່ງເພີ່ມຂຶ້ນຈາກ 100 ກວ່າຊະນິດໃນໄລຍະເລີ່ມຕົ້ນ ເຕີມເປັນ 1200 ກວ່າຊະນິດ. ໃນໄລຍະຕໍ່ມາ, ດ້ວຍການປັບປຸງຢ່າງຕໍ່ເນື່ອງຂອງອຸປະກອນຂອງສະຖານີຢູ່ດ່ານຊາຍແດນທາງລົດໄຟ, ຄວາມສາມາດໃນການຂົນສົ່ງສິນຄ້າຂ້າມຊາຍແດນຈະໄດ້ຮັບການຍົກສູງຕື່ມອີກ.
昆明信息港讯(昆明日报 记者王绍芬 实习生罗依婷 通讯员何思远)8月3日,记者从中国铁路昆明局集团有限公司(以下简称“昆明局集团”)获悉,中老铁路开通满8个月,截至8月2日,累计发送旅客554万人次,其中国内段484万人次,老挝段70万人次;累计发送货物600万吨,其中跨境货物106万吨。
7月份,中老铁路全线单月发送旅客145万人次,达到历史最高,日均4.6万人次,创下单日发送旅客5.6万人次的纪录。暑运期间,云南铁路客运量持续增长,带动沿线旅游目的地消费火热。7月23日,丽江至西双版纳旅游专列开通,实现了“列车从雪山到雨林”的夕发朝至,旅行和住宿合二为一,有效节约了时间和费用,将云南两大黄金旅游胜地丰富的旅游资源串联在一起,带给游客更加舒适、便捷的体验。
为满足不同客户的运输需求,铁路部门积极探索“澜湄快线”+跨境电商、“中老铁路+中欧班列”等铁路国际运输新模式,不断增强中老铁路辐射效应和跨境货运能力,让更多企业享受中老铁路带来的机遇和利好,最大程度发挥好中老铁路的经济纽带作用。
目前,国内已有21个省(区、市)先后开行了中老铁路跨境货物列车,货物运输已覆盖老挝、泰国、缅甸、马来西亚、柬埔寨、新加坡等国家和地区,运输货物品种从开通初期100余种,增加到1200余种。后期,随着铁路口岸场站功能设施设备的不断完善,跨境货物运输能力还将进一步提升。
“ປະເທດລາວ-ນະຄອນຫວູຮັ້ນ-ເຂດປົກຄອງຕົນເອງມົງໂກໃນ”ຊ່ອງທາງໃໝ່ຂອງການຂົນສົ່ງຮ່ວມກັນທາງລົດໄຟໄດ້ເປີດບໍລິການຢ່າງເປັນທາງການ
ສະບາຍດີ2022-06-08
ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີ ໄດ້ຂົນສົ່ງຜູ້ໂດຍສານ 3.27 ລ້ານຄົນ
ສະບາຍດີ2022-06-06
ໂຄງການຍົກຍ້າຍບ້ານອານຈູສຳລັບເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ຮັບຊ່ວຍເຫຼືອຈາກປະເທດຈີນໄດ້ສຳເລັດການກໍ່ສ້າງ ແລະ ສົ່ງມອບ
ສະບາຍດີ2022-05-31
ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 5 ເດືອນ ປະລິມານການຂົນສົ່ງເພີ່ມຂຶ້ນ 5,5 ເທົ່າ
ສະບາຍດີ2022-05-05
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/04
15:27
— ແບ່ງປັນ —