ກອງປະຊຸມສົນທະນາລະຫວ່າງນັກວິສາຫະກິດແຂວງຢຸນນານ ແລະ ເຂດອ່າວໃຫຍ່ຈັດຂຶ້ນຢູ່ນະຄອນຄຸນໝິງ

ມາຈາກ: ສະບາຍດີ

ສະບາຍດີ ນັກຂ່າວຈໍາປາ)ວັນທິ16ເດືອນເມສານີ້,ກອງປະຊຸມສົນທະນາລະຫວ່າງນັກວິສາຫະກິດແຂວງຢຸນນານ ແລະ ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາຈັດຂຶ້ນຢູ່ນະຄອນຄຸນໝິງ,ຄະນະຜູ້ແທນວົງອຸດສາຫະກໍາແລະການຄ້າຂອງເຂດອ່າວກວາງຕຸ້ງ-ຮົງກົງ-ມາເກົາໄດ້ເຂົ້າຮ່ວມກິດຈະການຢູ່ນະຄອນຄຸນໝິງ.

ໃນກອງປະຊຸມ,ພາກສ່ວນກ່ຽວຂ້ອງຂອງອໍານາດການປົກຄອງ ແລະ ຜູ້ຕາງໜ້າຂອງນັກວິສາຫະກິດຂອງແຂວງຢຸນນານໄດ້ຈັດການສົນທະນາກັບນັກວິສາຫະກິດຂອງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາໂດຍມີຫົວຂໍ້ວ່າ"ການນຳໃຊ້ທ່າແຮງເອກະລັກສະເພາະຂອງເຂດອ່າວກວາງຕຸ້ງ-ຮົງກົງ-ມາເກົາ,ເພື່ອຊຸກຍູ້ພັດທະນາເສດຖະກິດຊັບພະຍາກອນ, ເສດຖະກິເຂດອຸດສາຫະກໍາ ແລະ ເສດຖະກິດຊາຍແດນແຂວງຢູນນານ”.

ແຂກທີ່ເຂົ້າຮ່ວມກອງປະຊຸມຄິດວ່າ,ແຂວງຢຸນນານເປັນຊ່ອງທາງ ແລະ ແຖວໜ້າທີ່ສໍາຄັນຂອງປະເທດຂ້າພະເຈົ້າເປີດປະຕູສູ່ພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ມະຫາສະໝຸດອິນເດຍ. ແລະເຂດອ່າວໃຫຍ່ແຂວງກວາງຕຸ້ງ-ຮົງກົງ-ມາເກົາເປັນໜຶ່ງໃນພາກພື້ນທີ່ມີລະດັບການເປີດປະຕູສູງສຸດ ແລະ ຄວາມຊີວິດຊີວາທາງເສດຖະກິດແຮງທີ່ສຸດ. ແຂວງຢຸນນານ ກັບ ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາມີຄວາມເຊື່ອມໂຍງອັນໃຫຍ່,ມີຕາບຈູນກັນເຂັ້ມແຂງ,ຄວາມສາມາດບົ່ມຊ້ອນການຮ່ວມມືເປັນໃຫຍ່ຫຼວງ,ການພັດນາໃນອະນາຄົດທີ່ກ້ວາງຂວາງ. ຫວັງວ່າໂດຍຜ່ານກອງປະຊຸມສົນທະນາແລະ ເວທີອືຶ່ນໆ,ທັງສອງຝ່າຍເລິກເຊິ່ງການຮ່ວມມືດ້ານເສດຖະກິດການຄ້າ, ການເງິນທະນາຄານ,ວັດທະນະທໍາແລະການທ່ອງທ່ຽວ,ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ, ເລະບັນລຸຕ່າງຝ່າຍຕ່າງມີຜົນປະໂຫຍກ ແລະ ການພັດທະນາປະສານງານຮ່ວມກັນ.

ທ່ານຫວັງຫ້າວ ຮອງເຈົ້າແຂວງ ແລະ ທ່ານຫຼຽງຮຸຍ ຮອງຫົວໜ້າຄະນະກໍາມະການປຶກສາຫາລືການເມືອງແຂວງໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສ.ທ່ານຊາຍກ້ວາງເສີງ ປະທານສະພາການຄ້າຈີນປະຈໍາຮົງກົງ,ປະທານສະຫະພັນນັກວິສາຫະກິດຂອງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົ້າ, ທ່ານຢູຊຽວ ຮອງປະທານສະມາຄົມວິສາຫະກິດຈີນປະຈໍາຮົງກົງໄດ້ເຂົ້າຮ່ວມກອງປະຊຸມ.

ການປະຊຸມຄັ້ງນີ້ຈັດຂຶ້ນຮ່ວມໂດຍຫ້ອງການກິດຈະການຮົງກົງ-ມາເກົາຂອງອໍານາດການປົກຄອງແຂວງຢູນນານ, ຄະນະກິດຈະການຕ່າງປະເທດ ແລະ ຊາວຈີນຢູ່ຮົງກົງ,ມາເກົາ ແລະ ໄຕ້ຫວັນຂອງຄະນະກໍາມະການປຶກສາຫາລືການເມືອງແຂວງ,ກົມສົ່ງເສີມການລົງທຶນແຂວງ ແລະ ສະພາການຄ້າຈີນປະຈໍາຮົງກົງ,ສະມາຄົມວິສາຫະກິດຈີນປະຈໍາຮົງກົງ,ສະຫະພັນນັກວິສາຫະກິດຂອງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງມາວ. ໃນໄລຍາທີ່ຢູ່ແຂວງຢຸນນານ, ຄະນະຜູ້ແທນວົງອຸດສາຫະກໍາ ແລະ  ການຄ້າຂອງເຂດອ່າວຂວາງກວາງຕຸ້ງ-ຮົງກົງ-ມາເກົາຈະໄປຢ້ຽມຢາມສໍາຫຼວດນະຄອນຄຸນໝິງ ແລະ ກິ່ງແຂວງຫົງເຫີຊົນເຜົ່າຮານີແລະຊົນເຜົ່າຢີປົກຄອງດ້ວຍຕົນເອງນັ້ນ.


4月16日,云南—粤港澳大湾区企业家对话会在昆明举行,粤港澳大湾区工商界代表团来昆出席活动。

会上,云南省有关政府部门、企业代表与粤港澳大湾区企业家围绕“发挥粤港澳大湾区独特优势,推动云南资源经济、园区经济、口岸经济发展”主题开展对话。

与嘉宾认为,云南是我国面向南亚东南亚和环印度洋地区开放的重要通道和前沿,粤港澳大湾区是我国开放程度最高、经济活力最强的区域之一。云南与粤港澳大湾区关联度大、互补性强,合作潜力巨大、前景广阔。希望双方通过对话会等平台,深化经贸、金融、文旅、科创等方面的合作,实现互利共赢、融合发展。

副省长王浩、省政协副主席和良辉出席会议并致辞。香港中华总商会会长、粤港澳大湾区企业家联盟主席蔡冠深,香港中国企业协会副会长兼总裁于晓出席会议。

本次对话会由省政府港澳事务办公室、省政协港澳台侨和外事委员会、省投资促进局和香港中华总商会、香港中国企业协会、粤港澳大湾区企业家联盟共同主办。在滇期间,粤港澳大湾区工商界代表团还将到昆明市、红河哈尼族彝族自治州考察。(云南日报 记者王丹)


[ບັນນາທິການ: ຈໍາປາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/19

15:25

ແບ່ງປັນ

ແປ
翻译