ເຂດການພັດທະນາເສດຖະກິດຄຸນໝິງບໍລິການຍີ່ຫໍ້ອອກໄປຕ່າງປະເທດດ້ວຍຄວາມສາມາດເຕັມທີ່

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສະໜຸກ) ວັນທີ 23 ມີນາ, ກອງປະຊຸກປຶກສາຫາລື“ສົ່ງເສີມຍີ່ຫໍ້ອອກໄປຕ່າງປະເທດ, ພັດທະນາແຜ່ລາມອອກສູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້”ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ບັນດາພະນັກງານຂອງລະບົບຊັບສິນທາງປັນຍາ ແລະ ຜູ້ຕ້າງໜ້າຂອງວິສາຫະກິດທີ່ກ່ຽວຂ້ອງຕ່າງປະເທດຢູ່ເມືອງ(ເຂດ)ຕ່າງໆ ແລະ ເຂດການພັດທະນາຄຸນໝິງເຂົ້າຮ່ວມ.

ປີມໍໆມານີ້, ນະຄອນຄຸນໝິງພະຍາຍາມປະຕິບັດຍຸດທະສາດສ້າງຄວາມເຂັ້ມແຂງໃຫ້ເມືອງດ້ວຍສິດຊັບສິນທາງປັນຍາ, ວຽກງານຊັບສິນທາງປັນຍາໄດ້ຮັບໝາກຜົນດີ. ທ່ານ ເຢັ້ໝິງ ຫົວໜ້າກົມຊັບສິນທາງປັນຍາຂອງຄຸນໝິງ ແລະ ຮອງຫົວໜ້າກົມການຄຸ້ມຄອງຕະຫຼາດຂອງຄຸນໝິງ ໄດ້ແນະນໍາວ່າ, ນັບແຕ່ປະຕິບັດໂຄງການລະບົບດໍາເນີນວຽກງານດ້ານຊັບສິນທາງປັນຍາຂອງຄຸນໝິງເປັນຕົ້ນມາ, ນະຄອນຄຸນໝິງມີແຜນຈະຜ່ານປະຕິບັດໂຄງການສົ່ງເສີມຍີ່ຫໍ້ອອກໄປຕ່າງປະເທດ ແລະ ຈັດວາງຊັບສິນທາງປັນຍາ, ນໍາພາຜູ້ປະກອບນະວັດຕະກໍາພະຍາຍາມຍົກສູງຄຸນນະພາບ ແລະ ສ້າງຮູບແບບພາຍໃນຕ່າງປະເທດດ້ວຍຊັບສິນທາງປັນຍາ.

ໂຄງການຍີ່ຫໍ້ອອກໄປຕ່າງປະເທດຈະເອົາສິດທິບັດ, ເຄື່ອງໝາຍການຄ້າ, ສະຖານທີ່ສັນຍາລັກເປັນທິດທາງ, ເອົາການບົ່ມສ້າງຊັບສິນທາງປັນຍາທີ່ມີຄຸນຄ່າສູງເປັນເປົ້ນໝາຍ, ຈັດຂຶ້ນກອງປະຊຸມແລກປ່ຽນ ແລະ ຝຶກອົບຮົມຊັບສິນທາງປັນຍາທີ່ມີຫົວຂໍ້ວ່າ "ສົນທິສັນຍາການຮ່ວມມືສິດທິບັດ", "ສົນທິສັນຍາປາຣີ", ຄໍາຮ້ອງສາກົນ PCT, ການລົງທະບຽນເຄື່ອງຫມາຍການຄ້າລະຫວ່າງປະເທດ, ຮູບແບບຊັບສິນທາງປັນຍາ,ເພື່ອສະໜອງບໍລິການໃຫ້ວິສາຫະກິດກ່ຽວຂອ້ງ ແລະ ສົ່ງເສີມຍີ່ຫໍ້ອອກໄປຕ່າງປະເທດ. ເປີດກວ້າງການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງແຂວງຢູນນານ ແລະ ບັນດາປະເທດ, ຮັບປະການໃຫ້ວິສາຫະກິດແຂວງຢູນນານໄດ້ອອກໄປຕ່າງປະເທດດ້ວຍລະດັບສູງກວ່າ, ບັນລຸການຫັນປ່ຽນຈາກການສິນຄ້າສົ່ງອອກເປັນຍີ່ຫໍ້ອອກໄປຕ່າງປະເທດ, ການຫັນປ່ຽນທ່າແຮງຈາກຕົ້ນທຶນຜະລິດຕະພັນເປັນຄວາມສາມາດການແຂງຂັນດ້ານຕະຫຼາດຊັບສິນທາງປັນຍາ.

ຕາມແນະນໍາວ່າ, ເຂດການພັດທະນາເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ໃນຖານະເປັນບ່ອນຫຼັກຂອງແຂວງ ແລະ ນະຄອນສ້າງເສດຖະກິດ ແລະ ເປີດປະຕູສູ່ພາຍນອກ, ຈະຊົມໃຊ້ທ່າແຮງດ້ານນະໂຍບາຍທາງ"ສີ່ເຂດ”ໃຫ້ດີ, ບໍລິການ ແລະ ເຊື່ອມໂຍງເຂົ້າໂຄງການຍີ່ຫໍ້ອອກໄປຕ່າງປະເທດດ້ວຍຄວາມສາມາດເຕັມທີ່, ສ້າງຊ່ອງທາງ ແລະ ເວທີໃຫ້ແກ່ການຮ່ວມມືເສດຖະກິດ ແລະ ການຄ້າລະຫວ່າງນະຄອນຄຸນໝິງ ກັບ ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້.


昆明信息港讯 (昆明日报记者吴洁 实习生盛淏楠) 3月23日,“促品牌出海,辐射南亚东南亚研讨会”在昆明举办。昆明各县(市)区、开发(度假)区知识产权系统相关工作人员、涉外企业代表参会。

近年来,昆明市全力实施知识产权强市战略,知识产权工作取得良好成效。昆明市市场监督管理局副局长、昆明市知识产权局局长叶明介绍,昆明市知识产权运营体系项目实施以来,昆明市计划通过知识产权布局、促进品牌出海等工程的实施,引导创新主体大力提升知识产权创造质量和海内外布局。

品牌出海工程将以专利、商标、地标等为方向,以高价值知识产权培育为目标,开展以《专利合作条约》《巴黎公约》、PCT国际申请、国际商标注册、知识产权布局为主题的知识产权培训交流会,为相关企业提供咨询服务,助力品牌出海。拓展云南与各国的经贸合作,护航云南企业更高水平地“走出去”,实现从产品出口向品牌输出转变,从产品成本优势向知识产权市场竞争力优势转变。

据介绍,昆明经开区(自贸试验区昆明片区)作为省、市经济建设和对外开放的主战场,将用好“四区”叠加政策优势,全力服务和融入品牌出海工程,为昆明与南亚东南亚的贸易往来和经济合作搭建通道与平台。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/28

11:36

ແບ່ງປັນ

ແປ
翻译