ເວທີປາໄສນັກທຸລະກິດຢຸນນານ-ຮົງກົງຈັດຂຶ້ນຢູ່ນະຄອນຄຸນໝິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 25 ມີນານີ້,ເວທີປາໄສທຸລະກິດຢຸນນານ-ຮົງກົງໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ,ຜູ້ຕາງໜ້າວິສາຫະກິດຂອງສອງບ່ອນໄດ້ປຶກສາຫາລືກ່ຽວກັບການຮ່ວມມື ແລະ ສະແຫວງຫາການພັດທະນາຮ່ວມ.

ເວທີປາໄສດັ່ງກ່າວໄດ້ຮັບການເປັນເຈົ້າພາບຮ່ວມໂດຍຫ້ອງການວຽກງານຮົງກົງ ແລະ ມາກາວຂອງອຳນາດການປົກຄອງແຂວງຢຸນນານ,ຄະນະກຳມະການຕ່າງປະເທດ ແລະ ຊາວຈີນຕ່າງດ້າວຢູ່ຮົງກົງ, ມາກາວ ແລະ ໄຕ້ຫວັນຂອງສະພາປຶກສາການເມືອງແຂວງຢູນນານ,ສະຫະພັນວິສາຫະກິດ ແລະ ໂຮງງານຜະລິດຂອງຈີນປະຈໍາຮົງກົງ,ແລະ ວິທະຍາໄລວັດທະນະທໍາຈີນ,ເພື່ອແນໃສ່ດຶງດູດການລົງທຶນຂອງນັກທຸລະກິດຮົງກົງ ແລະ ສ້າງເວທີແລກປ່ຽນລະຫວ່າງວິສາຫະກິດຢຸນນານກັບຮົງກົງ.

ໃນເວທີປາໄສ,ພະແນກການຄ້າແຂວງຢຸນນານ,ກົມສົ່ງເສີມການລົງທຶນແຂວງຢຸນນານ,ນະຄອນ ລິນຊານ ໄດ້ແນະນໍາສະພາບແວດລ້ອມແຫ່ງການລົງທຶນຂອງແຂວງຢຸນນານ,ເຂດການຄ້າເສລີຈີນ (Yunnan),ອຸດສາຫະກຳພິເສດຂອງແຂວງຢຸນນານ ແລະ ເຂດການຮ່ວມມືເສດຖະກິດຊາຍແດນ ນະຄອນລິນຊານ.ຜູ້ຕາງໜ້ານັກທຸລະກິດຫຼາຍຄົນຂອງຈາກແຂວງຢຸນນານແລະຮົງກົງໄດ້ແນະນຳໂຄງການແລະແລກປ່ຽນປະສົບການ.

ຜູ້ເຂົ້າຮ່ວມເຊື່ອໝັ້ນວ່າ, ແຂວງຢຸນນານແລະຮົງກົງມີການແລກປ່ຽນຢ່າງໃກ້ຊິດໃນຂົງເຂດເສດຖະກິດ,ການຄ້າ,ວິທະຍາສາດເຕັກໂນໂລຊີ,ການສຶກສາ,ການທ່ອງທ່ຽວວັດທະນະທຳ.ພາຍໃຕ້ຄວາມຫຼັງຂອງການລົງເລິກກໍ່ສ້າງພາກພື້ນຂອງກວາງຕຸ້ງ,ຮົງກົງແລະມາກາວ,ແລະເລັ່ງລັດການສ້າງເປັນສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້,ການຮ່ວມມືລະຫວ່າງແຂວງຢຸນນານແລະຮົງກົງມີຄວາມຫວັງ ແລະ ຄອຍຫວັງ.ວິສາຫະກິດຂອງສອງບ່ອນຄວນເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໂດຍຜ່ານເວທີເຊັ່ນເວທີປາໄສນັກທຸລະກິດຢຸນນານ-ຮົງກົງ,ຊຸກຍູ້ການຮ່ວມມືໃນຂົງເຂດເຊັ່ນກະສິກຳ,ພະລັງງານໃໝ່,ການທ່ອງທ່ຽວ,ພື້ນຖານໂຄງລ່າງແລະການຄ້າເອເລັກໂຕຣນິກຂ້າມຊາດແລະອື່ນໆ.ເຮັດໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ,ແລະຊຸກຍູ້ການຮ່ວມມືລະຫວ່າງແຂວງຢຸນນານແລະຮົງກົງຂຶ້ນສູ່ລະດັບໃໝ່.

ໃນໄລຍະທີ່ຢູ່ແຂວງຢຸນນານ,ຜູ້ຕາງໜ້າວິສາຫະກິດຮົງກົງຍັງຈະໄປຢ້ຽມຢາມນະຄອນ ປູເຮີ ຕາມທາງລົດໄຟຈີນ-ລາວ,ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄຕ ສິບສອງພັນນາ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັ່ນແຫ່ງລຽບຕາມທາງລົດໄຟຈີນ-ລາວ.

3月25日,滇港企业家论坛在昆明举办,两地企业家代表齐聚一堂,共商合作、共谋发展。

本次论坛由云南省人民政府港澳事务办公室、云南省政协港澳台侨和外事委员会、香港中华厂商联合会、中华文化学院联合主办,旨在面向香港企业家精准招商,为云南与香港企业交流搭建平台。

论坛上,云南省商务厅、云南省投资促进局、临沧市分别就云南投资环境、中国(云南)自由贸易试验区、云南特色产业及临沧边境经济合作区作推介。滇港两地多家企业代表发言作项目推介和经验交流。

与会嘉宾认为,滇港两地在经贸、科技、教育、文化旅游等领域交往密切。在粤港澳大湾区建设深入推进、面向南亚东南亚辐射中心加快建设的背景下,滇港合作大有可为。两地企业要通过滇港企业家论坛这样的平台,加强沟通协作,促进农业、新能源、旅游、基础设施、跨境电商等领域合作,实现互利共赢,推动滇港合作再上新台阶。

在滇期间,香港企业家代表还将到中老铁路沿线的普洱市、西双版纳傣族自治州和中老磨憨—磨丁经济合作区考察。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/29

18:04

ແບ່ງປັນ

ແປ
翻译