ມາຈາກ:ສະບາຍດີ
ພະນັກງານຂອງສູນແປພາສາພາກພື້ນຄຸນໝິງຂອງບໍລິສັດການສື່ສານ ຮວາງເວີຍ ຢູນນານ ກໍາລັງໃສ່ຮ້ອງ. ຮູບພາບມາຈາກບໍລິສັດຮັບການສໍາພາດ.
(ສະບາຍດີ ນັກຂ່າວສະໜຸກ)“ມູ້ຟູຟົ່ງຢູນ”(ປະຫວັດຂອງເຈົ້າດີນຕະກູຫຼີຢູ່ນະຄອນລີ້ຈ່ຽງບູຮານແຂວງຢູນນານ )“ເຈີນຫວນຈ້ວນ”(ນິທານ ນາງ ເຈີຫວນ)“ຈິນຫູນ”(ການແຕ່ງດອງຄໍາ)“ເສີຈຽນຊ້າງເຕີຈອງໂກ”(ລົດຊາດຈີນໃນປ້າຍລິ້ນ)... ຮູບເງົາແລະລະຄອນໂທລະທັດເຫຼົ່ານີ້ທີ່ດີເລີດ ແລະ ນິຍົມໃນປະເທດຈີນ, ກໍ່ໄດ້ນິຍົມໃນບັນດາປະເທດອາຊີຕາເວັນອອກສຽງໃຕ້. ເຊິ່ງນີ້ແມ່ນຍ້ອນວ່າບໍລິສັດການສື່ສານ ຮວາງເວີຍ ຢູນນານ(ຕໍ່ໄປເອີ້ນວ່າ ການສື່ສານ ຮວາງເວີຍ) ສ້າງຕັ້ງເວທີຊັບພະຍາກອນດ້ານຜະລິດຕະພັນທີ່ດີເລີດໃນການແປວັດທະນະທໍາຂອງຈີນ, ເວທີດັ່ງກ່າວຕົ້ນຕໍແຜ່ລາມສູ່ປະເທດອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້, ປະຈຸບັນນີ້, ມີຫຼາຍກວ່າ 5,000 ຕອນຂອງຮູບເງົາ ແລະລະຄອນໂທລະພາບຈີນທີ່ໄດ້ແປແລ້ວສະແດງຢູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ເຊັ່ນ ລາວ ແລະມຽນມາ.
ປີມໍໆມານີ້, ບໍລິສັດການສື່ສານ ຮວາງເວີຍໄດ້ຮັບເໝົາໂຄງການສົ່ງອອກວັດທະນະທໍາແຫ່ງຊອດທີ່ສໍາຄັນຫຼາຍໂຄງການ, ແລະຖືກຕີລາຄາເປັນວິສາຫະກິດສົ່ງອອກວັດທະນະທຳແຫ່ງຊາດທີ່ສຳຄັນໃນປີ 2021-2022 ໂດຍຫ້າກະຊວງລວມກະຊວງໂຄສະນາສູນກາງ ແລະ ກະຊວງການຄ້າ, ຍັງເປັນໜ່ວຍງານທີ່ສໍາຄັນຂອງແຂວງຢຸນນານໃນການແປ ແລະ ສະໜອງຮູບເງົາແລະລະຄອນໂທລະພາບທີ່ດິເລີດສະບັບພາສາປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ຕ່າງໆ.
ປີ 2018, ສະຖານທີ່ພື້ນຖານສໍາລັບແປພາສາແລະຂັບຮ້ອງໃຫ້ຮູບເງົາ ແລະ ລະຄອນໂທລະພາບຂອງບໍລິສັດການສື່ສານ ຮວາງເວີຍຢູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບລາງວັນ “ໂຄງການສົ່ງອອກວັດທະນະທຳແຫ່ງຊາດທີ່ສຳຄັນ” ຈາກລັດຖຸະບານ. ສະຖານທີ່ແຫ່ງນີ້ປະກອບດ້ວຍ"ຊ່ອງທາງລິຂະສິດ""ຊ່ອງທາງການແປພາສາ" ແລະ "ຊ່ອງທາງການສື່ສານ"ມາຢູ່ບ່ອນດຽວກັນ, ໄດ້ຊຸກຍູ້ຂະແໜງການສົ່ງອອກວັດທະນະທໍາດ້ານຮູບເງົາ ແລະ ລະຄອນໂທລະພາບມີການພັດທະນາຢ່າງດີ, ກາຍເປັນເວທີຊັບພະຍາກອນໃຫຍ່ທີ່ສຸດໃນດ້ານຜະລິດຕະພັນການແປວັດທະນະທໍາຈີນທີ່ໜ້າສູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້ເຊັ່ນລາວ,ມຽນມາ,ໄທ ແລະ ບັງກະລາເທດ.
ເນື່ອງວ່າໄດ້ດໍາເນີນງານດ້ານການແປຮູບເງົາ ແລະ ລະຄອນໂທລະພາບຫຼາຍປີແລ້ວ, ບໍລິສັດການສື່ສານ ຮວາງເວີຍໄດ້ສ້າງກົນໄກການຮ່ວມມື“ການແປຝ່າຍດຽວ-ພິມຈໍາໜ່າຍຮ່ວມກັນ”ທີ່ດີກັບສະຖານີໂທລະພາບທີ່ມີອິດທິພົນໃນບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ກາຍເປັນຍີ່ຫໍ້ຄໍາໃນຂະແໜງການນີ້. ປະຈຸບັນນີ້, ໂທລະພາບແຫ່ງຊາດລາວເປີດລາຍການ“ລະຄອນຈີນ”ໂດຍສະເພາະ, ເພື່ອຊຸກຍູ້ການແລກປ່ຽນດ້ານຮູບເງົາ ແລະ ລະຄອນໂທລະພາບລະຫວ່າງຈີນກັບບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້.
ທ່່ານ ຮວາງຜູປໍ່ວ່າ, ຜະລິດຕະພັນດ້ານການແປຮູບເງົາ ແລະ ລະຄອນໂທລະພາບທີ່ດີເລີດຂອງຈີນຢູ່ປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ເຊິ່ງທີ່ເອົາປະເທດລາວເປັນຕົວແທນມີຕະຫຼາດໃຫຍ່ຫຼວງ, ຕໍ່ໄປ, ບໍລິສັດການສື່ສານ ຮວາງເວັຍ ຈະສ້າງຮູບແບບສົ່ງອອກໃໝ່“ຮູບເງົາ ແລະ ລະຄອນໂທລະພາບ+ ໂຄສະນາ”, ໃນຂະນະສົ່ງອອກຮູບເງົາ ແລະລະຄອນໂທລະພາບ, ພ້ອມພັດທະນາໂຄສະນາອັນໃໝ່, ຕັ້ງໜ້າຊຸກຍູ້ວັດທະນະທໍາຈີນຫຼາຍກວ່າໄດ້“ອອກໄປຕ່າງປະເທດ”.
皇威传媒昆明译制中心工作人员正在配音。受访企业供图
《木府风云》《甄嬛传》《金婚》《舌尖上的中国》……这些在中国脍炙人口的优秀影视剧,在东南亚国家迎来收视热潮。这背后,得益于云南皇威传媒有限公司(以下简称“皇威传媒”)搭建了面向南亚东南亚国家的中国文化译制精品资源平台,目前有超过5000集经过译制的中国影视剧、纪录片等在老挝、缅甸等东南亚国家播出。
近年来,皇威传媒承接了多个国家文化出口重点项目,被中宣部、商务部等五部委评为2021—2022年度国家文化出口重点企业,也是云南省最主要的国产优秀影视剧的南亚东南亚语版译制和供应单位。
2018年,皇威传媒南亚东南亚翻译配音影视基地被国家授予 “国家文化出口重点项目”。该基地通过建设集“版权渠道”“译制渠道”“传播渠道”于一体,能够促进整个影视文化出口产业链良性发展,成为面向老挝、缅甸、泰国、孟加拉国等南亚东南亚多国最大的中国文化译制精品资源平台。
在影视剧译制领域深耕多年,皇威传媒与多个南亚东南亚国家有影响力的电视台建立良好的“独立译制-联合发行”合作机制,并成为业内的金字招牌。目前,老挝国家电视台专门开办了“中国剧场”栏目,进一步促进中国与南亚东南亚国家影视文化交流。
皇甫波表示,中国优秀影视剧译制作品在以老挝为代表的南亚东南亚国家有巨大的市场,下一步,皇威传媒将开创“影视剧+广告”出口新模式,通过影视剧的出口同步开发一个新兴的广告市场,积极推动更多中华文化“走出去”。
[ບັນນາທິການ:ສະໜຸກ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ເດືອນເມສາ,ນະຄອນຄຸນໝິງມີສະໜາມຫຼິ້ນຫຼາຍແຫ່ງ, ຖ້າທ່ານມາຫຼິ້ນນ້ໍາ, ຊົມເບິ່ງດອກໄມ້, ແລະ ຊິມເບິ່ງອາຫານສົດ
ສະບາຍດີ2023-03-30
ວັນທີ 6 ເດືອນກຸມພາເປັນຕົ້ນມາ, ນັກທ່ອງທ່ຽວ16,000 ກ່ວາຄົນຈາກ 921 ກຸ່ມທ່ອງທ່ຽວຂອງຢູນນານອອກໄປທ່ຽວຢູ່ຕ່າງປະເທດ
ສະບາຍດີ2023-03-17
ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ丨“ລົດເມກາເຟ” ໄດ້ປະກົດຕົວຢູ່ຄຸນໝິງ
ສະບາຍດີ2023-03-16
ປະເທດລາວເລັ່ງການກະກຽມເພື່ອຕອນຮັບນັກທ່ອງທ່ຽວຈີນ
ສະບາຍດີ2023-02-13
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved