ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທີ 15 ເດຶອນມີນາ, ໃນພີທີເປີດການອອກໄປທ່ຽວຢູ່ຕ່າງປະເທດແບບເປັນກຸ່ມງວດທີ່ 2 ເຊິ່ງຈັດຂຶ້ນຮ່ວມກັນໂດຍພະແນກການທ່ອງທ່ຽວ ແລະ ວັດທະນະທໍາແຂວງຢູນນານ ແລະ ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ, ຄະນະສໍາຫຼວດສາມປະເທດຈີນ-ລາວ-ໄທທີ່ປະກອບດ້ວຍຜູ້ຊ່ຽວຊານດ້ານການທ່ອງທ່ຽວແລະ ອາວຸໂສຂະແໜງການ ໄດ້ອອກເດີນທາງຈາກນະຄອນຄຸນໝິງ, ເລີ່ມການສໍາຫຼວດເປັນເວລາ 7 ວັນໂດຍຜ່ານຂີ່ລົດໄຟຕາມທາງລົດໄຟລາວ-ຈີນ.
ຄະນະສໍາຫຼວດສາມປະເທດຈີນ-ລາວ-ໄທຈະສໍາຫຼວດຊັບພະຍາກອນດ້ານການທ່ອງທ່ຽວຂອງລາວ-ໄທ, ຈະແລກປ່ຽນກັບຜູ້ດໍາເນີນງານທ່ອງທ່ຽວຂອງລາວ ແລະ ໄທ, ພ້ອມສະແດງໃຫ້ເຫັນຜະລິດຕະພັນຂອງສາຍທາງທ່ອງທ່ຽວທີ່ມີຄຸນນະພາບສູງ. ທ່ານ ຫຼີເວີນກ້ວຍ ເປັນສະມາຊິກໃນຄະນະສໍາຫຼວດແລະຜູ້ຮັບຜິດຊອບຂອງບໍລິສັດການທ່ອງທ່ຽວສາກົນ ຕີ້ຫຼັງຢູນນານໄດ້ສໍາຫຼວດປະເທດລາວ ແລະ ໄທຫຼາຍເທື່ອໃນປີນີ້. ທ່ານ ຫຼີເວີນກ້ວຍສະແດງວ່າ, ການຊົມໃຊ້ໂອກາດຂອງທາງລົດໄຟລາວ-ຈີນ, ບໍໍລິສັດໄດ້ສົ່ງເສີມວິທີການທ່ອງທ່ຽວໃໝ່“ທາງລົດໄຟ+ການທ່ອງທ່ຽວ”“ທາງລົດໄຟຄວາມໄວສູງ+ຍົນ”, ປະຈຸບັນນີ້ໄດ້ສ້າງເຈຕະນາຮ່ວມືກັບບໍລິສັດ ແລະ ອົງການທ່ອງທ່ຽວຂອງໄທຈໍານວນໜຶ່ງ.
ປະເທດໄທແມ່ນບ່ອນທີ່ນິຍົມຂອງການອອກໄປທ່ຽວຢູ່ຕ່າງປະເທດສຳລັບນັກທ່ອງທ່ຽວຈີນ. ທ່ານ ສູຫອງ ຫົວໜ້າຫ້ອງການດໍາເນີນງານປະຈໍານະຄອນຄຸນໝິງຂອງກົມການທ່ອງທ່ຽວແຫ່ງຊາດໄທກ່າວວ່າ, ການເປີດນໍາໃຊ້ຂອງທາງລົດໄຟລາວ-ຈີນໄດ້ຊຸກຍູ້ຢູນນານກາຍເປັນສູນໃຈກາງທີ່ຈີນ-ລາວ-ໄທເຊຶ່ອມຕໍ່ເຊື່ອມໂຍງກັນ, ແຂວງຢູນນານກໍ່ຈະກາຍເປັນບ່ອນທໍາອິດທີ່ນັກທ່ອງທ່ຽວຂອງໄທ, ລາວ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້ມາທ່ຽວຈີນ. ນັບແຕ່ຕົ້ນເດືອນມັງກອນຫາທ້າຍເດືອນມີນາ, ປະເທດໄທຄາດວ່າຈະດຶງດູນັກທ່ອງທ່ຽວຈີນ 300,000 ຄົນເຂົ້າໄທ. ສະນັ້ນ, ລັດຖະບານໄທໄດ້ລ່ວງໜ້າກະກຽມໃຫ້ສົມບູນໃນດ້ານຄົມມະນາຄົມ, ໂຮງແຮມ, ອາຫານການກິນ ແລະ ຜູ້ນໍາທ່ຽວບໍລິການ, ເພື່ອສະໜອງຄວາມສະດວກໃຫ້ນັກທ່ອງທ່ຽວຈີນ.
ນັບແຕ່ປີນີ້ຜ່ານມາ, ຕະຫຼາດການອອກໄປທ່ຽວຢູ່ຕ່າງປະເທດຂອງຈີນມີບັນຍາກາດຟົດຟຶ້ນຢ່າງຕໍ່ເນື່ອງ. ຂໍ້ມູນຂ່າວສານຈາກເອັບ ເສເຊີນສະແດງວ່າ, ນັບແຕ່ປັບປຸງນາໂຍບາຍເຂົ້າອອກເມືອງເປັນຕົ້ນມາ, ຈໍານວນຈອງປີ້ຍົນ ແລະ ໂຮງແຮມເພື່ມຂຶ້ນຫຼາຍເມື່ອທຽບກັບໄລຍະດຽວກັນປີກາຍ. ວັນທີ 10 ເດືອນມີນາ, ພາຍຫຼັງກະຊວງວັດທະນະທໍາ ແລະ ທ່ອງທ່ຽວປະກາດລາຍຊື່ປະເທດທີ່ຟື້ນຟູໄດ້ອອກໄປທ່ຽວຢູ່ຕ່າງປະເທດແບບເປັນກຸ່ມງວດທີ່ສອງແລ້ວ, ຈໍານວນການຄົ້ນຫາເວັບປະເທດຈໍານວນໜຶ່ງໄດ້ເພີ່ມຂຶ້ນຫຼາຍກ່ວາ 300% ເມື່ອທຽບກັບມື້ກ່ອນຫນ້າ. ບັນຊີລາຍຊື່ປະເທດງວດທີສອງປະກອບມີ 40 ປະເທດ, ລວມທັງຝຣັ່ງ, ອີຕາລີ, ສະເປນ, ເດນມາກແລະບັນດາປະເທດເອີຣົບທີ່ນິຍົມອື່ນໆ. ເຊິ່ງໄດ້ສະແດງໃຫ້ເຫັນນາໂຍບາຍເພີ່ມທະວີສະໜັບສະໜູນການອອກໄປທ່ຽວຢູ່ຕ່າງປະເທດຢ່າງຕໍ່ເນື່ອງ, ຄາວວ່າດ້ວຍການປັບປຸງນາໂຍບາຍ ແລະ ການຟຶ້ນຟູຖ້ຽວບິນສາກົນຢ່າງເປັນລະບຽບ, ການອອກໄປທ່ຽວຢູ່ຕ່າງປະເທດລວມເປັນກຸ່ມຈະມີຈັງຫວະການຂະຫຍາຍຕົວຢ່າງ ເຂັ້ມແຂງກວ່າ.
昆明信息港讯(昆明日报 首席记者李思凡)3月15日,在云南省文化和旅游厅、中国铁路昆明局集团有限公司联合举行的第二批出境团队旅游启动仪式上,一个由云南旅游专家、资深业者和达人组成的中老泰三国考察团从昆明出发,搭乘中老铁路班列开启7天的考察之旅。
中老泰三国考察团将考察老挝、泰国旅游资源,与老挝、泰国旅游业者进行交流,并展示昆明品质旅游线路产品。考察团成员、云南蒂朗国际旅行社有限公司负责人李贵文今年已多次赴老挝、泰国考察、踩线。李贵文表示,借助中老铁路的东风,旅行社推出“铁路+旅游”“高铁+飞机游”等云南新玩法,目前已与多家泰国组团社、地接社达成合作意向。
泰国是中国游客出境旅游的热门目的地之一。泰国国家旅游局昆明办事处处长素虹说,中老铁路的开通,推动云南成为中国、老挝、泰国互联互通的枢纽,云南也将成为泰国、老挝等东南亚国家游客到访中国的第一站。1月初至3月底,泰国预计吸引中国游客30万人次到访。为此,泰国政府在交通运输、酒店、餐饮、导游服务等方面做好充足准备,为中国游客提供便利。
今年以来,中国出境游市场持续火热。携程数据显示,自出入境政策优化调整以来,相关国家机票、酒店预订量同比大幅增长。3月10日,文化和旅游部发布第二批恢复出境团队旅游国家名单后,部分国家的搜索量比前一日增长超过300%。第二批名单涉及40个国家,包括法国、意大利、西班牙、丹麦等热门欧洲国家。这反映出政策端对出境游的支持力度不断加大,预计随着政策的优化调整以及国际航班的有序恢复,包括团队游在内的出境游将呈现更加强劲的增长势头。
ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ丨“ລົດເມກາເຟ” ໄດ້ປະກົດຕົວຢູ່ຄຸນໝິງ
ສະບາຍດີ2023-03-16
ປະເທດລາວເລັ່ງການກະກຽມເພື່ອຕອນຮັບນັກທ່ອງທ່ຽວຈີນ
ສະບາຍດີ2023-02-13
ການທ່ອງທ່ຽວຢູ່ຕ່າງປະເທດຂອງເມືອງຈິ້ງຮົ່ງ ກິ່ງແຂວງສິສອວພັນນາໄດ້ຮັບຄວາມນິຍົມຂຶ້ນ ການຮ້ອງຂໍເອກະສານເຂົ້າ-ອອກຊາຍແດນກໍ່ເພິ່ມຂຶ້ນພ
ສະບາຍດີ2023-02-22
ບ້ານສຽວຢູມີການປ່ຽນແປງຢ່າງຫຼວງຫຼາຍໄດ້ດຶງດູດນັກທ່ອງທ່ຽວ ຊາວບ້ານສາມາດຫາເງິນໄດ້ໂດຍການເປີດປະຕູຊື່ໆ
ສະບາຍດີ2023-03-14
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
03/17
16:34
— ແບ່ງປັນ —