ເດືອນເມສາ,ນະຄອນຄຸນໝິງມີສະໜາມຫຼິ້ນຫຼາຍແຫ່ງ, ຖ້າທ່ານມາຫຼິ້ນນ້ໍາ, ຊົມເບິ່ງດອກໄມ້, ແລະ ຊິມເບິ່ງອາຫານສົດ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ເດືອນເມສາ,ນະຄອນຄຸນໝິງມີສະໜາມຫຼິ້ນຫຼາຍແຫ່ງ, ຖ້າທ່ານມາຫຼິ້ນນ້ໍາ, ຊົມເບິ່ງດອກໄມ້, ແລະ ຊິມເບິ່ງອາຫານສົດ.

ຍັງມີອີກຫນຶ່ງເດືອນຈະຮອດວັນພັກ "ວັນກໍາມະກອນ".

ທຸກຄົນບໍ່ໄດ້ອົດກັ້ນຄວາມຢາກທີ່ຈະເດີນທາງໄປທ່ອງທ່ຽວ.

ວັນພັກ "ວັນກໍາມະກອນ, ຄຸນໝິງກາຍເປັນສະຖານທີ່ທ່ອງທ່ຽວທີ່ນິຍົມອີກເທື່ອຫນຶ່ງ.

ແລ້ວຄຸນໝິງມີສະໜາມຫຼິ້ນໃດແດ່ໃນເດືອນເມສາ?

ພວກເຮົາມາເບິ່ງກ່ອນເດີ !

ຫຼິ້ນນໍ້າ 

ໃນກາງເດືອນເມສານີ້, ໄປບ້ານຊົນເຜົ່າຢຸນນານ"ຫົດນໍ້າ”

1.gif

"ນໍ້າ,ນໍ້າ,ນໍ້ານໍ້າໆ".ງານບຸນຫົດນ້ຳອັນໃຫຍ່ຈະມາທີ່ນີ້ແລ້ວ,ທ່ານບໍ່ຕ້ອງໄປເຂດສິບສອງພັນນາກໍ່ໄດ້ເຂົ້າຮ່ວມງານບຸນຫົດນ້ຳແລ້ວ.ວັນທີ12ຫາ16ເມສານີ້,ສວນສາທາລະນະບ້ານຊົນເຜົ່າຢຸນນານຈະຈັດຂຶ້ນບຸນຫົດນໍ້າຄືບຸນປີໃໝ່ຊົນເຜົ່າໄຕ,ຜູ້ສາວແລະຜູ້ບ່າວທີ່ນຸ່ງໃສ່ເຄື່ອງນຸ່ງຊຸດງານບຸນຈະຕີກອງແລະ ເຕັ້ນລໍາ ກາກວາງ. ໃນເວລານັ້ນ,ສະໜາມໃຫຍ່ ທວນເຈຈະ "ປ່ຽນເປັນ" ໂລກນໍ້າ.ບໍ່ພຽງແຕ່ເທົ່ານັ້ນ,ງານບຸນຂອງຊົນເຜົ່າໄຕ,ຊົນເຜົ່າເຕີອາງ,ຊົນເຜົ່າປູລາງ ແລະຊົນເຜົ່າອາຊານຈະນຳທ່ານປະສົບການຄວາມເອກະລັກສະເພາະຂອງຮີດຄອງປະເພນີ,ສຳຜັດກັບຄວາມສະແໜ່ອັນແທ້ຈິງຂອງຊົນເຜົ່າສ່ວນນ້ອຍ,ແລະສໍາຜັດການເດີນທາງວັດທະນະທຳກ່ຽວກັບນ້ຳ.

2.jpg

3.jpg4.jpg5.png

ນອກຈາກການຫຼິ້ນນໍ້າ,ທ່ານຍັງໄດ້"ຍ່າງເລາະຕະຫລາດທ້ອງຖິ່ນ",ອາຫານເອກະລັກຂອງຊົນເຜົ່າຕ່າງໆໄດ້ມາເຕົ້າໂຮມຢູ່ຖະໜົນອາຫານການກິນ,ເຂົ້າປຽກເຢັນໃສ່ຊີ້ນໄກ່ຂອງຊົນເຜົ່ານ້າຊີ,ປີ້ງໄກ່ແລະປິ້ງດອກສະໝອງໝູຂອງຊົນເຜົ່າມົ້ງ,ແກງແກະຂອງຊົນເຜົ່າຢາວ...ທຸກໆອາຫານລ້ວນແຕ່ປະສົມມີຮີດຄອງປະເພນີແລະວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າສ່ວນນ້ອຍ.

7.gif

8.gif

ທ່ານຍັງໄດ້ຊົມການສະແດງຂະໜາດໃຫຍ່ "ສຽງຮ້ອງຂອງພູພຽງ" ,ດ້ວຍສຽງເພງພື້ນເມືອງທີ່ມ່ວນຊື່ນແລະການຟ້ອນທີ່ງາມຕາ,ທ່ານໄດ້ຮູ້ສຶກເຖິງສະແໜ່ທີ່ເປັນເອກະລັກສະເພາະຂອງຊົນເຜົ່າສ່ວນນ້ອຍແຂວງຢຸນນານ,ຊົມເຊີຍງານສະແດງທີ່ສະສົມການເຕັ້ນແລະດົນຕີຂອງ15ຊົນເຜົ່າທີ່ເປັນເອກະລັກຂອງແຂວງຢຸນນານ.

9.gif

10.gif

ຊົມເບິ່ງດອກໄມ້ 
ມາຊົມເບິ່ງດອກໄມ້ຢູ່ສວນສາທາລະນະ ວັດທານຫົວ 

11.jpg

ໃນອາກາດເເຈ້ງຊະຫວ່າງ,ອຸນຫະພູມສືບຕໍ່ເພີ່ມຂຶ້ນ,ດອກໂບຕັ໋ນທີ່ປູກຢູ່ສວນສາທາລະນະ ວັດທານຫົວກໍາລັງແຕກດອກ,ເດືອນເມສາຈະເຂົ້າສູ່ໄລຍະການຊົມເບິ່ງທີ່ດີທີ່ສຸດ.ພາຍໃຕ້ແສງແດດ,ດອກໂບຕັ໋ນທີ່ມີສີຕ່າງໆແຂ່ງຂັນເພື່ອສະແດງຄວາມງາມ,ກິ່ນຫອມດອກໄມ້ຫອມຕາມທຸກບ່ອນ,ໄດ້ດຶງດູພົນລະເມືອງ ແລະນັກທ່ອງທ່ຽວຫຼາຍມາຊົມເບິ່ງດອກດອກໂບຕັ໋ນຢູ່ສວນ.

12.jpg

ຍ່າງເຂົ້າໃນສວນສາທາລະນະ,ນັກທ່ອງທ່ຽວບາງຄົນໄດ້ເອົາກະດານແຕ້ມຮູບມາ,ແລະເບິ່ງດອກໂບຕັ໋ນຢ່າງລະອຽດແລ້ວ,ເຂົາເຈົ້າໄດ້ແຕ້ມຄວາມງາມຂອງ ດອກໂບຕັ໋ນດ້ວຍສໍສີແລະຫມຶກ;ນັກທ່ອງທ່ຽວບາງຄົນເອົາໜ້າເຂົ້າໃກ້ດອກໂບຕັ໋ນ,ແລະຖ່າຍຮູບກັບດອກໂບຕັ໋ນ,ເພື່ອບັນທຶກຊ່ວງເວລາທີ່ງາມດີ.ຍັງໄດ້ເບິ່ງນັກຊ່າງຖ່າຍຮູບບາງຄົນເອົາກ້ອງຖ່າຍຮູບໃນມື,ເພື່ອຖ່າຍດອກໂບຕັ໋ນທີ່ສວຍງາມທີ່ສຸດໃນໃຈຂອງເຂົາເຈົ້າ.ພາຍຫຼັງການດູແລແລະຮັກສາຢ່າງລະມັດລະວັງຫຼາຍປີຜ່ານມາ,ດອກໂບຕັ໋ນໃນສວນສາທາລະນະ ວັດທານຫົວມີສີສັນສົດໃສແລະດອກໃຫຍ່,ຊ່ວງເວລານີ້ແມ່ນໄລຍະລະດູແຕກດອກ,ທ່ານໄດ້ມາສວນສາທາລະນະ ວັດທານຫົວແລະຊົມເບິ່ງດອກໂບຕັ໋ນ.

13.jpg14.jpg15.jpg

ຊິມເບິ່ງອາຫານສົດ 
ໃນກາງເດືອນເມສາ,ໝາກເຊີລີ້ຂອງຕາແສງຊີ້ຈູ້ເມືອງຟູ້ມີງຈໍານວນຫລາຍໄດ້ເຂົ້າສູ່ຕະຫຼາດ

16.png

ຕາມຂ່າວຈາກຕາແສງຊີ້ຈູ້ເມືອງຟູມີງວ່າ,ໃນຕາແສງມີໝາກເຊີລີ້4000ມູ້ຈະສຸກແລະເຂົ້າສູ່ຕະຫຼາດໃນກາງເດືອນເມສານີ້.ແຕ່ລະປີຮອດລະດູການນີ້,ງານບຸນເຊີລີ້ຂອງຕາແສງຊີ້ຈູ້ປະຈໍາປີຈະຈັດຂຶ້ນຕາມກໍານົດເວລາ,ແລະດຶງດູແຂກມາຈາກທົ່ວໂລກມາເຕົ້າໂຮມກັນຢູ່ຕາແສງຊີ້ຈູ້, ເພື່ອເພີດເພີນກັບຄວາມງາມທີ່ນໍາໂດຍເຊີລີ້ຂອງຕາແສງຊີ້ຈູ້ .

17.jpg

ຕາແສງຊີ້ຈູ້ເມືອງຟູ້ມີງມີດິນອຸດົມແລະອາກາດດີ, ໝາກເຊີລີ້ທີ່ປູກຢູ່ນີ້ມີໝາກດອກໃຫຍ່,ສີສົດໃສ,ນ້ຳຫວານຫຼາຍແລະລົດຊາດດີ.ມີປະຫວັດສາດການປູກໝາກເຊີລີ້30ປີ,ໃຫ້ຕາແສງຊີ້ຈູ້ກາຍເປັນ“ບ້ານເກີດຂອງເຊີລີ້”ທີ່ແທ້ງຈິງ. ລະດູໃບໄມ້ປົ່ງປີນີ້,ອາກາດອຸ່ນຫຼາຍກວ່າແລະໄລຍະແຕກດອກຈະຍາວກວ່າ,ຜົນຜະລິດຂອງເຊີລີ້ຄາດວ່າຈະຫຼາຍກວ່າປີຜ່ານມາ,ແລະໄລຍະການສຸກກໍ່ຈະຊັກຊ້າຍ້ອນອຸນຫະພູມ.ໃນກາງເດືອນເມສາ,ໝາກເຊີລີ້ຈໍານວນຫລາຍເລີ່ມປາກົດຢູ່ຕະຫຼາດ,ແລະເວລາດີທີ່ສຸດສໍາລັບການເກັບແມ່ນໃນທ້າຍເດືອນເມສາ,ແລະ ເກັບໄດ້ເຖິງກາງເດືອນພຶດສະພາ.

18.jpg

19.jpg

20.jpg

ເກັບໝາກເຊີລີ້ຢູ່ທີ່ນີ້,ບໍ່ພຽງແຕ່ໄດ້ຊີມໝາກເຊີລີ້ທີ່ມີເນື້ອຫຼາຍແກ່ນນ້ອຍແລະນ້ຳຫວານຫຼາຍເທົ່ານັ້ນ,ທ່ານຍັງໄດ້ຊີມອາຫານແຊບໆຢູ່ຮ້ານອາຫານແບບເຮືອນຢູ່ໃກ້ຄຽງເຊັ່ນ:ອາຫານຊາວບ້ານເຮັດເອງ,ຊີ້ນແກະອົບ,ແກງຊີ້ນງົວແລະອາຫານອື່ນໆ,ການເດີນທາງທ່ອງທ່ຽວຕ້ອງເສຍເວລາແບບນີ້ເດີ !

21.jpg

ທິວທັດຂອງຄຸນໝິງໃນລະດູໃບໄມ້ປົ່ງສວຍງາມຄືຮູ້ແຕ້ມ

ມີສີສັນສົດໃສ ແລະ ງາມຕາ

ຖ້ານທ່ານຈະມາຄຸນໝິງ

ບໍ່ຄວນພາດສະໜາມຫຼິ້ນດັ່ງກ່າວ

ສະນັ້ນ, ໃນເດືອນເມສາ

ຢ່າປ່ອຍໃຫ້ເວລາງາມດີນີ້ເສຍໄປ.


四月中旬来云南民族村“泼水”


“水,水,水水水。”泼水狂欢盛宴来了,不用到西双版纳也也能参加泼水节了。4月12日至16日,云南民族村将举办傣历新年泼水节,身着节日盛装的傣族姑娘和小伙,将敲响象脚鼓、跳起嘎光舞。届时,团结广场“变身”水上世界。不仅如此,傣族、德昂族、布朗族、阿昌族四个过节民族带给你别开生面的民俗体验,感受原汁原味的少数民族风情,体验一场关于水的文化之旅。


狂欢之余还可以“赶摆乡街”,各民族地道美食、特色风味汇成美食一条街,纳西族鸡豆凉粉、苗族花山鸡和火烧脑花、瑶族羊汤锅......每一口,都浓缩着当地少数民族的别样风情和文化。



如果说三月欣赏云南的花开,那四月就把时间是“湿身”

大家好,我是来自老挝万象的...,现在云南民族村参加2023年泼水节活动,这里会有些什么精彩节目,大家和我一起进去看看呗。


云南民族村泼水节,身着节日盛装的姑娘小伙,将敲响象脚鼓,跳起嘎光舞,在东门入口洒水祝福,欢迎游客到来。


云南民族村泼水节活动,把传统民俗与时尚元素相结合,有靓丽的巡游、水上走秀、时尚DJ泼水狂欢、傣族风情歌舞表演等多个项目。“除了我们今天看到的这些,在接下来的几天还会举行举行赛龙舟、放高升、点孔明灯等活动。”


之后随着欢快的节奏响起,大家可以尽情泼水祝福。水代表吉祥如意,互相泼水意味着把疾病灾难不顺统统洗掉,干干净净地进入新的一年,被水泼得越湿,被水泼得越多,代表你收到的祝福就越多。


狂欢之余还可以“赶摆乡街”,品尝云南各少数民族的地道美食,“这是苗族的花山鸡和火烧脑花,还有瑶族的羊汤锅”(可拍买东西吃东西的视频),每一口,都浓缩着当地少数民族的别样风情和文化。


享受泼水节的欢乐,开启一场非凡的激情狂欢之旅。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/30

17:55

ແບ່ງປັນ

ແປ
翻译