ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ດ່ານສາກົນ ເມືອງຄຳ ຕັ້ງຢູ່ເບື້ອງຈີນຂອງຫຼັກໝາຍຊາຍແດນເລກທີ 7 ຢູ່ ຕະແສງ ຄຳພິນ,ເມືອງປົກຄອນຕົນເອງ ຈຽງເຊີນ,ນະຄອນ ພູເຮີ,ແຂວງຢຸນນານ,ເປັນໜຶ່ງໃນເສັ້ນທາງເຊື່ອມຕໍ່ທາງບົກຂອງແຂວງຢຸນນານກັບລາວແລະອາຊີຕາເວັນອອກສ່ຽງໃຕ້,ຍັງເປັນເຂດຊາຍແດນທີ່ສໍາຄັນຂອງ ນະຄອນ ພູເຮີທີ່ເປີດປະຕູສູ່ພາຍນອກ.
ປະຊາຊົນທີ່ອາໄສຢູ່ເຂດຊາຍແດນເຂົ້າຮ່ວມ“ຕະຫຼາດການຄ້າຢູ່ເຂດຊາຍແດນ”ໄດ້ເພີດເພີນກັບຜົນປະໂຫຍດຂອງການຂະຫຍາຍຕົວເປີດປະຕູສູ່ພາຍນອກ,ຊຸດຍູ້ຮູບແບບ “ສາຂາພັກ+ສະຫະກອນ+ວິສາຫະກິດ+ປະຊາຊົນທີ່ອາໄສຢູ່ເຂດຊາຍແດນ”.ໂດຍເອົາສາຂາພັກຂັ້ນຮາກຖານເປັນຫົວໜ່ວຍສ້າງຕັ້ງສະຫະກອນຕະຫຼາດປະຊາຊົນຊາຍແດນ ແລະ ເຂົ້າຮ່ວມຕະຫຼາດປະຊາຊົນຊາຍແດນ,ບັນລຸການແບ່ງປັນລາຍໄດ້ຂອງປະຊາຊົນຊາຍແດນ,ສົ່ງເສີມການຈ້າງງານຂອງປະຊາຊົນຊາຍແດນ.ຕາມສະຖິຕິ,ໃນປີ 2022,ໄດ້ເຂົ້າຮ່ວມຕະຫຼາດການຄ້າຢູ່ເຂດຊາຍແດນທັງໝົດມີ 30,000 ກວ່າໃບຢູ່ດ່ານສາກົນ ເມືອງຄຳ ແລະ ໄດ້ລາຍຮັບໂດຍກົງຂອງຊາວດ່ານຊາຍແດນທີ່ເຂົ້າຮ່ວມຕະຫຼາດການຄ້າຢູ່ເຂດຊາຍແດນມີ 900,000 ຢວນ.
ມາຮອດປະຈຸບັນນີ້,ດ່ານສາກົນ ເມືອງຄຳ ໄດ້ບັນລຸຫຼາຍ“ຄັ້ງທຳອິດ”.ການນຳເຂົ້າຜະລິດຕະພັນແຮ່ທາດແອນທຣາໄຊ ແລະ ສັງກະສີ,ການນຳເຂົ້າໝາກເຜັດສົດ,ຖົ່ວ ແລະ ສິນຄ້າອື່ນໆຈາກຕ່າງປະເທດເປັນຄັ້ງທຳອິດ;ໄດ້ນຳເຂົ້າໝາກງາ,ຜັກ ແລະ ໝາກຖົ່ວສົດຂອງລາວທີ່ຜ່ານວິທີຕະຫຼາດການຄ້າຢູ່ເຂດຊາຍແດນເປັນຄັ້ງທຳອິດ;ດ່ານພາສີ ເມືອງຄຳ ຈັດຂຶ້ນທະບຽນສວນໝາກໄມ້ສົ່ງອອກຕ່າງປະເທດ ແລະ ຂຶ້ນທະບຽນໂຮງງານຫຸ້ມຫໍ່ໝາກໄມ້ສົ່ງອອກຕ່າງປະເທດເປັນຄັ້ງທຳອິດ,ໄດ້ອອກໃບຢັ້ງຢືນຕົ້ນກຳເນີດຄັ້ງທຳອິດ.ໄດ້ບັນລຸການສົ່ງອອກໝາກກ້ຽງຂອງເມືອງ ຈຽງເຊີນ ໄປຫາປະເທດລາວເປັນຄັ້ງທຳອິດ.ໃນປີ 2022,ການຂົນສົ່ງສິນຄ້າຈະບັນລຸ 206,400 ໂຕນ,ເຊິ່ງເປັນຄັ້ງທຳອິດທີ່ຄິດໄລ່ໃນແຕ່ລະປີໄດ້ເກີນ 200,000 ໂຕນ ນັບຕັ້ງແຕ່ການເປີດດ່ານສາກົນ ເມືອງຄຳ.
勐康口岸位于云南省普洱市江城哈尼族彝族自治县康平镇中老7号界碑中方一侧,是云南省通往老挝及东南亚的陆路通道之一、普洱市对外开放的重要前沿。
边民们参与“边民互市”享受扩大开放红利,推行“党支部+合作社+企业+边民”模式,以基层支部为单位组建边民互市合作社参与边民互市,实现边民收益共享,带动边民创业就业。据统计,2022年勐康口岸边民互市累计30000余票,边民参与互市贸易直接收益90余万元。
截至目前,勐康口岸现已实现多个“首次”,首次进口无烟煤和锌矿产品;首次通过一般贸易方式进口鲜辣椒、杂豆等第三国产品;首次通过边民互市贸易方式进口老挝芝麻、南瓜、鲜菜豆;勐康海关首次办理出口水果果园注册备案和出口水果包装厂注册登记,签发首份原产地证书,并实现江城沃柑首次出口至老挝;2022年货物流量达20.64万吨,是勐康口岸开关以来,年度计算首次突破20万吨。
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໄດ້ກຳເອົາກາລະໂອກາດພັດທະນາ ປັບປຸງພື້ນຖານໂຄງລ່າງຢ່າງຕໍ່ເນື່ອງ ການຄ້າຢູ່ດ່ານຊາຍແດນມີກ
ສະບາຍດີ2023-02-09
ດ່ານພາສີນະຄອນຄຸນມິງຊ່ວຍໃຫ້ວິສາຫະກິດການຄ້າຕ່າງປະເທດໄດ້ຮັບຜົນປະໂຫຍດຂອງນະໂຍບາຍRCEP
ສະບາຍດີ2023-01-30
ດ່ານສາກົນຊາຍແດນ ຢວນລີ ແຂວງຢຸນນານໄດ້ຟື້ນຟູການຂົນສົ່ງສິນຄ້າສາກົນຢ່າງເຕັມສ່ວນ
ສະບາຍດີ2023-01-31
ນະຄອນຄຸນມິງໄດ້ຈັດສັນງົບປະມານ 40 ລ້ານຢວນ ເພື່ອສົ່ງເສີມກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ
ສະບາຍດີ2023-01-20
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved