ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໄດ້ກຳເອົາກາລະໂອກາດພັດທະນາ ປັບປຸງພື້ນຖານໂຄງລ່າງຢ່າງຕໍ່ເນື່ອງ ການຄ້າຢູ່ດ່ານຊາຍແດນມີກ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ)ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໄດ້ກຳເອົາໂອກາດປະຫວັດສາດແຫ່ງການເປີດບໍລິການຂອງເສັ້ນທາງລົດໄຟລາວ-ຈີນ ແລະ ຕາແສງບໍ່ຫານກິ່ງແຂວງສິບສອງພັນນາທີ່ມອບໝາຍນະຄອນຄຸນໝິງເປັນຜູ້ຄຸ້ມຄອງ, ມັນໄດ້ປິ່ນອ້ອມເປົ້າໝາຍ“ໜຶ່ງປີໄດ້ເຫັນຜົນປະໂຫຍດ ສອງປີໄດ້ມີການບຸກລະທຸ ສາມປີໄດ້ມີການພັດທະນາອັນໃຫຍ່”ເພື່ອຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງຂອງຕົວເມືອງດ່ານຊາຍແດນສາກົນບໍ່ຫານ. ໃນປີ 2022, ປະລິມານການຄ້າຈະບັນລຸເຖິງ 5.6659 ລ້ານໂຕນ, ເພີ່ມຂຶ້ນ 50,36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ຍອດມູນຄ່າການຄ້າທັງໝົດຈະບັນລຸ 43.338 ຕື້ຢວນ, ເພີ່ມຂຶ້ນ 98,36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ທາງດ້ານການພັດທະນາອຸດສາຫະກໍາ, ໄດ້ກຳນົດໃນເບື້ອງຕົ້ນກ່ຽວກັບ "ແຜນການພັດທະນາອຸດສາຫະກໍາດ່ານສາກົນບໍ່ຫານ", "ແຜນການດຳເນີນງານສາມປີສໍາລັບການພັດທະນາອຸດສາຫະກໍາ" ແລະ "ສາລະບານຊຸກຍູ້ການພັດທະນາອຸດສາຫະກໍາ", ວາງແຜນສຸມໃສ່ການພັດທະນາສາມອຸດສາຫະກໍາທີ່ເປັນນຳພາ: ການຄ້າສາກົນ, ການປຸງແຕ່ງແລະການຜະລິດ, ແລະໂລຈິສຕິອັນທັນສະໄໝ. ໃຈກາງການຄົມມະນາຄົມການຂົນສົ່ງແຫ່ງຊາດ ດ່ານທາງບົກບໍ່ຫານ-ຄຸນມິງ(ດ່ານຊາຍແດນທາງບົກ)ຖືກບັນຈຸເຂົ້າໃນບັນຊີລາຍຊື່ການກໍ່ສ້າງໃຈກາງການຄົມມະນາຄົມການຂົນສົ່ງແຫ່ງຊາດໃນປີ 2022, ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໄດ້ຖືກເລືອກເປັນເຂດສາທິດການສົ່ງເສີມການຄ້າຂາເຂົ້າແຫ່ງຊາດ.

ໃນດ້ານການສົ່ງເສີມການລົງທຶນ, ໄດ້ເຊັນສັນຍາກັບວິສາຫະກິດສຳຄັນ 11 ຫົວໜ່ວຍເຊັ່ນ: ບໍລິສັດອຸດສາຫະກຳໂວນຟະລາມເຊ້ຍເມີນ, ບໍລິສັດທາດເຫຼັກຈີນ, ແລະ ບໍລິສັດHikvision, ມີວິສາຫະກິດ 24 ແຫ່ງລວມທັງບໍລິສັດຕ່ອງໂສ້ການສະໜອງສາກົນຄ້ວາທ່ອງໄດ້ລົງທະບຽນ, ແລະເພີ່ມຜູ້ປະກອບການໃນຕະຫຼາດລວມ 635 ຫົວໜ່ວຍ, ໃນນັ້ນມີວິສາຫະກິດ 161 ຫົວໜ່ວຍ. ໃນດ້ານການກໍ່ສ້າງພື້ນຖານໂຄງລ່າງ, ສ້າງຂຶ້ນກຸ່ມບໍລິສັດພັດທະນາ-ການລົງທຶນບໍ່ຫານຢຸນນານ ຈຳກັດ ເພື່ອຊຸກຍູ້ການພັດທະນາແລະກໍ່ສ້າງເຂດສວນ ແລະ 8 ໂຄງການລວມທັງໂຄງການສ້ອມແປງຕະຫຼາດປະຊາຊົນຊາຍແດນ ແລະ ການສະໜອງນໍ້າອັນສຸກເສີນຂອງບໍ່ຫານ, ແລະສະຖານທີ່ຄວບຄຸມທີ່ກໍານົດຢູ່ດ່ານພາສີລົດໄຟໄດ້ສ້າງສໍາເລັດ. ໃນຂະນະດຽວກັນ, ວາງແຜນດຳເນີນ 84 ໂຄງການທີ່ສຳຄັນກ່ຽວກັບການກໍ່ສ້າງແລະພັດທະນາຕົວເມືອງບໍ່ຫານໃນປີ 2023, ຍອດມູນຄ່າການລົງທຶນ 61.631 ຕື້ຢວນ ແລະ ວາງແຜນການລົງທຶນ 5.215 ຕື້ຢວນຕໍ່ປີ.

ໃນດ້ານການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການກໍ່ສ້າງສູນບໍລິການວຽກງານລັດຖະບານຂອງເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວໄດ້ສໍາເລັດແລ້ວ, ແລະໄດ້ຮັບພາລະໜ້າທີ່ບໍລິຫານ 28 ຂໍ້ ຊຸດທຳອິດຂັ້ນແຂວງທີ່ມອບໃຫ້, ໜ້າທີ່ວຽກງານຂອງລັດຖະບານ 218 ຂໍ້ໄດ້ຮັບການປະຕິບັດຢ່າງສໍາເລັດຜົນໃນສູນບໍລິການ. ການກໍ່ສ້າງດ່ານພາສີອັດສະລິຍະໄດ້ສຳເລັດໂດຍພື້ນຖານແລ້ວ, ຈຳນວນລົດທີເຂົ້າ-ອອກດ່ານພາສີໄດ້ເພີ່ມຂຶ້ນຈາກ 400 ຄັນເປັນ 600 ຄັນຕໍ່ມື້, ເວລາການຜ່ານດ່ານພາສີທາງລົດໄຟໄດ້ຫຼຸດລົງຈາກສະເລ່ຍ 40 ຊົ່ວໂມງໃນໄລຍະເບື້ອງຕົ້ນເຖິງ 5 ຊົ່ວໂມງໃນປັດຈຸບັນ. ເພີ່ມດຳເນີນລົດໄຟ EMU ທີມີຄຸນນະພາບສູງຈາກຄຸນມິງຫາບໍ່ຫານ, ແລະການໄປມາລະຫວ່າງຄຸນມິງຫາບໍ່ຫານພຽງແຕ່ໃຊ້ເວລາມື້ດຽວ. 

ປິ່ນອ້ອມການແກ້ໄຂຄວາມຮຽກຮ້ອງຕ້ອງການຂອງຮາກຖານ ແລະ ບັນລຸຄວາມປາດຖະໜາຂອງປະຊາຊົນບໍ່ຫານ, ປະຕິບັດ 52 ໂຄງການທີຕາບຈູນຈຸດອ່ອນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ທັງໝົດໄດ້ສໍາເລັດແລ້ວ. ເລີ່ມວຽກງານປັບປຸງສິ່ງແວດລ້ອມໃນຕົວເມືອງ ແລະ ຊົນນະບົດ, ສ້ອມແປງເສັ້ນທາງເທດສະບານຕາມຖະໜົນອາຊຽນ ແລະ ປັບປຸງອະນາໄມສິ່ງແວດລ້ອມ, ເພີ່ມແຖວສີຂຽວຢູ່ອ້ອມຮອບສະຖານີລົດໄຟ ແລະ ເສັ້ນທາງອາຊຽນ ແລະ ປະດັບປະດາເສັ້ນທາງອາຊຽນ, ພະຍາຍາມສ້າງສົມໜ້າໃໝ່ຂອງເມືອງດ່ານຊາຍແດນສາກົນ.

ປີນີ້, ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວຈະເລັ່ງໃສ່ການວາງແຜນ, ປັບປຸງເຂດບົດບາດແລະການຈັດວາງອຸດສາຫະກຳຂອງຕົວເມືອງ, ເລັ່ງລັດກໍ່ສ້າງຕົວເມືອງດ່ານຊາຍແດນແບບທັນສະໄໝ ແລະ ສາກົນ. ສົມໃສ່ໃນບົດບາດໜ້າທີ່, ສຸມໃສ່ຊຸກຍູ້ການລົງທຶນອຸດສາຫະກຳ ແລະ ການກໍ່ສ້າງໂຄງການ, ບັນລຸການຫັນເສດຖະກິດຊ່ອງທາງມາເປັນເສດຖະກິດດ່ານພາສີເປັນເທື່ອລະກ້າວ. ປີ່ນອ້ອມປັດໄຈການຮັບປະກັນ, ເລັ່ງລັດກໍ່ສ້າງບັນດາໂຄງການສໍາຄັນເຊັ່ນ: ການຍົກລະດັບ ແລະ ສ້ອມແປງເສັ້ນທາງອາຊຽນ ແລະ ຂະຫຍາຍເນື້ອທີອ່າງເກັບນໍ້າຢານຖາງແລະອື່ນໆ, ເລັ່ງລັດການດຳເນີນວຽກງານເບື້ອງຕົ້ນຂອງໂຄງການສໍາຄັນເຊັ່ນ: ສ້ອມແປງການສະໜອງນໍ້າ, ໂຮງງານບໍາບັດນໍ້າເສຍແລະອື່ນໆ, ວາງແຜນປະຕິບັດຈະສ້າງໂຄງການສຳຄັນເຊັ່ນ: ສະຖານີລົດໄຟບໍ່ຫານສໍາລັບສາຍລົດໄຟໂລຈິສຕິພິເສດ ແລະ ສວນອຸດສາຫະກຳໂລຈິສຕິຂ້າມຊາຍແດນແລະໂຄງການອື່ນໆ, ປັບປຸງພື້ນຖານໂຄງລ່າງຂອງເມືອງບໍ່ຫານແລະດ່ານພາສີ, ປັບປຸງພື້ນຖານການພັດທະນາອຸດສາຫະກຳ.

中国老挝磨憨—磨丁经济合作区抢抓中老铁路开通运营和昆明全面托管磨憨的历史机遇,紧紧围绕“一年见成效、两年有突破、三年大发展”目标,全力推动磨憨国际口岸城市基础设施建设。2022年,实现贸易量566.59万吨,同比上升50.36%;贸易总额433.38亿元,同比上升98.36%。

产业发展方面,初步编制了《磨憨国际口岸产业发展规划》《产业发展三年行动计划》《产业发展鼓励目录》,拟重点发展国际商贸、加工制造、现代物流3个主导产业。昆明—磨憨陆港型(陆上边境口岸型)国家物流枢纽成功纳入2022年度国家物流枢纽建设名单,磨憨—磨丁经济合作区入选国家进口贸易促进创新示范区。

招商引资方面,完成与厦门钨业、中国铁塔、海康威视等11家重点企业签约,跨通国际供应链等24家企业已注册公司,累计新增市场主体635家,其中企业161户。基础设施建设方面,成立云南磨憨开发投资集团有限公司推进园区开发建设,磨憨边民互市场、磨憨供水应急改造工程、铁路口岸指定监管场地等8个项目竣工。同时,谋划2023年磨憨建设发展重大项目84个,总投资616.31亿元,年度计划投资52.15亿元。

营商环境提升方面,磨憨—磨丁经济合作区政务服务中心完成建设,顺利承接省级第一批下放的28项行政职权事项,218项政务服务事项顺利进驻服务中心承接办理。智慧口岸建设基本完成,出入公路口岸车辆由每天400辆增加到600辆,铁路口岸通关时间由运营初期的平均40小时压缩至5小时。增开昆明至磨憨高品质动车,昆明和磨憨之间实现当日往返。

围绕磨憨基层所需、民心所盼问题,实施52个民生补短板项目,目前已全部完工。启动城乡环境整治提升工作,完成东盟大道沿线市政道路修复及环境卫生整治、火车站广场周边及东盟大道增绿、东盟大道沿线亮化等工程,努力打造国际口岸城市新面貌。

今年,磨憨—磨丁经济合作区将加快规划编制,完善城市功能区和产业布局,加快打造现代化、国际化口岸城市。聚焦功能定位,重点抓产业招商、项目建设,逐步实现从通道经济向口岸经济转型。围绕要素保障,加快东盟大道提升改造、盐塘水库扩建等重点项目建设,提速供水改造、污水处理厂等重点项目前期工作,谋划物流铁路专用线磨憨站、跨境物流产业园等重点项目,不断完善磨憨城市和口岸基础设施,夯实产业发展基础。(云南日报 记者茶志福 余红)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

02/09

11:24

ແບ່ງປັນ

ແປ
翻译