ມາຈາກ:ສະບາຍດີ
ວັນທີ 17 ພະຈິກນີ້, ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ຈຳກັດແຈ້ງໃຫ້ຮູ້ວ່າ, ນັບແຕ່ຕົ້ນປີນີ້ມາຮອດວັນທີ 16 ພະຈິກ 2026, ຈຳນວນຂົນສົ່ງຜູ້ໂດຍສານຂ້າມຊາຍແດນຜ່ານເສັ້ນທາງລົດໄຟລາວ-ຈີນບັນລຸ 300,600 ເທື່ອຄົນ, ເຊິ່ງເປັນການທະລຸຫຼາຍກວ່າ 3 ແສນເທື່ອຄົນຕໍ່ປີເປັນຄັ້ງທຳອິດ.
ນັບແຕ່ຂະບວນລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟລາວ-ຈີນເປີດນຳໃຊ້ເມື່ອວັນທີ 13 ເມສາ 2023 ເປັນຕົ້ນມາ, ຂະບວນລົດໄຟໂດຍສານສາກົນຈາກນະຄອນຄຸນໝິງແຂວງຢຸນນານຈີນໄປຫານະຄອນຫຼວງວຽງຈັນຂອງລາວໄດ້ເພີ່ມຂຶ້ນຈາກ 2 ຖ້ຽວເປັນ 4 ຖ້ຽວ, ທີ່ນັ່ງໃນຕູ້ຂະບວນຂ້າມຊາດຂາດຽວເພີ່ມຂຶ້ນຈາກ 250 ທີ່ນັ່ງເປັນ 420 ທີ່ນັ່ງ, ເວລາຜ່ານດ່ານທາງລົດໄຟບໍ່ຫານໄດ້ຫຼຸດລົງເຫຼືອພຽງແຕ່ປະມານ 50 ນາທີ, “ອອກເດີນທາງຕອນເຊົ້າ ໄປເຖິງໃນຕອນແລງ” ລະຫວ່າງນະຄອນຄຸນໝິງກັບນະຄອນຫຼວງວຽງຈັນໄດ້ກາຍເປັນເລື່ອງປົກກະຕິ.
11月17日,从中国铁路昆明局集团有限公司获悉,截至11月16日,中老铁路今年以来累计发送跨境旅客达30.06万人次,历史首次突破30万人次大关。
自2023年4月13日中老铁路国际旅客列车开行以来,昆明至万象国际旅客列车由每日2列增至4列,单趟跨境席位从250个扩至420个,磨憨铁路口岸通关时间压缩至50分钟左右,昆明至万象间“朝发夕至”成为日常。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
11/20
14:49
— ແບ່ງປັນ —