ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ສປຊ ຢ່າງເປັນທາງການ

ມາຈາກ:

ໂດຍອີງຕາມຍັດຕິຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ, ສປປ ລາວ ໄດ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການ ໃນວັນທີ 24 ພະຈິກ 2026. ໃນບົດຄວາມຮ່ວມທີ່ລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ກັບ ທ່ານ ບາໂຄດີ ຜູ້ປະສານງານສະຫະປະຊາຊາດປະຈຳ ສປປ ລາວ ທີ່ເຜີຍແຜ່ໃນວັນທີ 24 ພະຈິກ ລະບຸວ່າ ການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ແມ່ນຈຸດໝາຍສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຍັງໝາຍເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາອີກດ້ວຍ.

1795512016009_722

ໃນວັນທີ 19 ພະຈິກ 2026, ລັດຖະບານແຫ່ງ ສປປ ລາວ ໄດ້ຈັດ ກອງປະຊຸມທົບທວນການຈັດຕັ້ງປະຕິບັດມະຕິກອງປະຊຸມໂຕະມົນ ປະຈຳປີ 2026 (Round Table Implementation Meeting - RTIM) ຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ. ໂດຍເນັ້ນໃສ່ການປຶກສາຫາລືກ່ຽວກັບການພັດທະນາ, ການລະດົມທຶນ ແລະ ການຫັນເປັນໂຄງສ້າງເສດຖະກິດ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ. ກອງປະຊຸມໄດ້ສະເໜີໃຫ້ເພີ່ມທະວີການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຂະຫຍາຍຊ່ອງທາງການລະດົມທຶນ, ຊຸກຍູ້ການຫັນປ່ຽນໂຄງສ້າງເສດຖະກິດ, ຍົກສູງຄວາມຢືດຢຸ່ນຂອງເສດຖະກິດ ແລະ ຄວາມສາມາດໃນການພັດທະນາດ້ວຍຕົນເອງ.

 ອີງຕາມທິດທາງ ແລະ ວິໄສທັດການພັດທະນາທີ່ຕິດພັນກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026–2030) ຂອງ ສປປ ລາວ, ລັດຖະບານໄດ້ກຳນົດວິໄສທັດຮອດປີ 2035 ວ່າ ສປປ ລາວ ຈະກ້າວຂຶ້ນເປັນປະເທດທີ່ມີລາຍຮັບລະດັບປານກາງຂັ້ນສູງ (Upper-middle-income country).

ໃນວັນທີ 24 ພະຈິກ 2021, ໂດຍອີງຕາມຍັດຕິຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ, ສະບັບເລກທີ A/RES/76/8, ໃຫ້ ສປປ ລາວ ມີໄລຍະກະກຽມ 5 ປີ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການ ໃນວັນທີ 24 ພະຈິກ 2026


根据联合国大会有关决议,老挝于今年的11月24日正式退出最不发达国家行列。11月24日,老挝副总理兼外交部长通沙万和联合国驻老挝协调员巴霍迪尔在联合署名文章中表示,退出最不发达国家行列是老挝经济社会发展的重要里程碑,也标志着老挝进入新的发展阶段。

1795512016009_722

11月19日,老挝政府在首都万象举行2026年度圆桌执行会议,重点讨论退出最不发达国家行列后的发展、融资和经济转型等问题。会议提出,将加强宏观经济稳定,拓宽融资渠道,推动经济结构转型,提高经济韧性和自主发展能力。

根据老挝第十个国家经济社会发展五年规划,老挝提出到2035年迈入中高收入国家行列。

2021年11月24日,联合国大会通过第76/8号决议,决定给予老挝5年准备期,于2026年11月24日退出最不发达国家行列。


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

— 2026 —

11/24

21:32

— ແບ່ງປັນ —

ແປ
翻译