ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ສວນສາທາລະນະປ່າໄມ້ພູເຂົາຄວາຍແຫ່ງຊາດຫ່າງຈາກໃຈກາງນະຄອນຫຼວງວຽງຈັນ ປະມານ 2 ຊົ່ວໂມງ.ສວນສາທາລະນະແມ່ນປະມານມີ 1,000 ແມັດຈາກລະດັບນໍ້າທະເລ,ທິວທັດທໍາມະຊາດທີ່ສວຍງາມ ແລະ ບັນຍາກາດທີ່ງຽບສະຫງົບສຸກໄດ້ສະແດງໃຫ້ເຫັນວ່າເປັນເມືອງສະຫວັນທີ່ສົດຊື່ນ ແລະ ສະບາຍໃຈ.
ອ່າງນໍ້າມັງ ເຊື່ອມຕໍ່ກັບສວນສາທາລະນະປ່າໄມ້ພູເຂົາຄວາຍແຫ່ງຊາດພູເປັນທະເລສາບປ່າໄມ້ປົກກະຕິ.ເບິ່ງຈາກທາງໄກ,ມີສາຍພູສາຍນໍ້າຕິດຈອດກັນ,ທິວທັດສວຍງາມ,ນໍ້າສີຟ້າພູສີຂຽວ,ສະທ້ອນໃຫ້ເຫັນເຖິງຄຸນລັກສະນະຂອງພູດອຍ ແລະ ປ່າໄມ້ຂອງປະເທດລາວຢ່າງເຕັມທີ່.
ໃນສວນສາທາລະນະມີພູສູງຫຼາຍ,ອາກາດແມ່ນເຢັນສະບາຍຕະຫຼອດປີ ແລະ ປ່າຕຶບດົງໜາ.ເນື່ອງຈາກການປົກປ້ອງອະນຸລັກທໍາມະຊາດທີ່ເຂັ້ມແຂງ,ສວນສາທາລະນະໄດ້ກາຍເປັນບ້ານຂອງ ສັດປ່າ ແລະ ພືດ.
ສວນສາທາລະນະແຫ່ງຊາດພູເຂົາຄວາຍຍັງເປັນອຸທິຍານຂອງຜູ້ທີ່ມັກຫຼິ້ນກາງແຈ້ງຫຼາຍ, ບ່ອນທີ່ທ່ານສາມາດຍ່າງປ່າ,ຂີ່ເຮືອ,ຫຼິ້ນກິລາທີ່ທ້າທາຍ,ປິກນິກ,ຕັ້ງແຄ້ມແລະຈັດກິດຈະກໍາກາງແຈ້ງອື່ນໆ.
ເມື່ອຕົກກາງຄືນມາ,ຊອກຫາບ່ອນຫວ່າງເພື່ອຕັ້ງແຄ້ມ,ຈູດໄຟ,ນັ່ງດື່ມເຫຼົ້າ ແລະ ລົມກັບ ໝູ່ເພື່ອນ.ພ້ອມກັນນັ້ນ,ຍັງສາມາດເບິ່ງຂຶ້ນເພື່ອຊົມວິວທີ່ສວຍງາມໃນຕອນກາງຄືນ.
ຕອນກາງຄືນ,ນັ່ງຢູ່ເທິງພື້ນ,ແນມເບິ່ງທ້ອງຟ້າທີ່ເຕັມໄປດ້ວຍດວງດາວ, ຟັງສຽງຮ້ອງຂອງແມງໄມ້ ແລະ ນົກ, ຮູ້ສຶກເຖິງຄວາມງາມຂອງທຳມະຊາດໃນປະເທດລາວ.
牛角山国家森林公园,离万象市中心约有两个小时的路程。公园海拔约1000多米,绮丽的大自然风光,宁静的气氛向世人呈现出一个清新惬意的人间仙境。
南蒙湖与牛角山国家森林公园山湖相间,是一处典型的林间湖泊,远远看去,山缠着水,水绕着山,钟灵毓秀,水碧山青,充分体现了老挝山林国家的特色。
园区内高峰耸立,终年天气凉爽,绿树成荫。由于自然保护给力,整个园区也成了动植物的乐园。
牛角山国家森林公园还是众多户外爱好者的天堂,可以开展徒步,漂流,极限运动,野餐、露营等户外活动。
夜幕降临,找一处空地安营扎寨,点起篝火,与好友围坐在一起喝酒畅谈。同时也可以抬头观赏美丽的夜景。
夜深了,席地而坐,仰望满天繁星,听着耳边的虫鸣鸟叫,感受老挝大自然的美。
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ສະບາຍດີຫຼວງພະບາງ-ເມືອງບູຮານໃນໂລກ
ສະບາຍດີ2023-02-09
ແຂວງຫຼວງພະບາງໃນເດືອນມັງກອນ ແສງຕາເວັນທີ່ສ່ອງໃສ່ນ້ຳຂອງແມ່ນ້ຳກາຍເປັນສີທອງ.
ສະບາຍດີ2023-02-01
ປີ້ງລາວທີ່ນິຍົມກິນໃນລາວ
ສະບາຍດີ2023-01-08
ພົບປະເກາະສວຍງາມທີ່ສຸດຢູ່ລາວ——ສີ່ພັນດອນແຂວງຈໍາປາສັກ
2022-12-30
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved