ເວລາໃຊ້ຜ່ານດ່ານຊາຍແດນບໍ່ຫານ 3 ວັນຕັດລົງເປັນ 30 ນາທີ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ນັບແຕ່ວັນທີ 15 ພະຈິກປີກາຍນີ້ເຖິງທ້າຍເດືອນກຸມພາປີນີ້, ຈາກຕະຫຼາດປະຊາຊົນດ່ານຊາຍແດນໃໝ່ບໍຫານເປີດນໍາໃຊ້ເປັນຕົ້ນມາໄດ້ຂົນສົ່ງສິນຄ້າທັງໝົດ 452.8ພັນໂຕນ, ມີຍອດມູນຄ່າ1234ລ້ານຢວນ, ເວລາໃຊ້ຜ່ານດ່ານໄດ້ຈາກ 3 ວັນຕັດລົງເປັນປະມານ 30 ນາທີ.

ການຄ້າຊາຍແດນແມ່ນປະຊາຊົນຊາຍແດນຈັດກິດຈະກໍາແລກປ່ຽນສິນຄ້າທີ່ຈໍານວນຫຼືມູນຄ່າບໍ່ເກີນການກໍານົດໄວ້, ແມ່ນຢູ່ຕະຫຼາດ ແລະ ບ່ອນເປີດກວ້າງທີ່ກໍານົດໂດຍອົງການປົກຄອງອະນຸຍາດພາຍໃນ 20 ກິໂລແມັດຈາກຊາຍແດນທາງບົກຂອງປະເທດຂ້າພະເຈົ້າ. ການພັດທະນາການຄ້າຊາຍແດນຢູ່ບໍ່ຫານແມ່ນເລີ່ມຈາກເດືອນພຶກສະພາປີ 2001ເຊິ່ງອົງການປົກຄອງແຂວງຢູນນານອະນຸຍາດ ແລະ ສ້າງຕັ້ງຂຶ້ນຕະຫຼາດປະຊາຊົນຊາຍແດນ, ເດືອນພຶດສະພາປີ 2017 ບັນລຸການຄຸ້ມຄອງແບບສະໜາມ. ເດືອນພະຈິກປີ 2022 ຂະຫຍາຍຕົວ ແລະ ປ່ຽນສະຖານທີ່ເລີ່ມດໍາເນີນງານ, ພ້ອມກັນຊຸກຍູ້ການປະຕິຮູບດ້ານການຫັນປ່ຽນ ແລະ ຍົກລະດັບ, ເພື່ອຮັບປະກັນແມ່ນ“ຕະຫຼາດປະຊາຊົນຊາຍແດນຢ່າງແທ້ຈິງ, ການແລກປ່ຽນສິນຄ້າຢ່າງແທ້ຈິງ, ການຊໍາລະສະສາງຢ່າງແທ້ຈິງ ແລະ ໃບເກັບເງິນຢ່າງແທ້ຈິງ”, ໄດ້ບັນລຸສິນຄ້າ, ກອງທຶນ ແລະ ກະແສເງິນສົດເປັນເອກະພາບກັນ.

ວັນທີ15ເດືອນພະຈິກປີ2022, ໂຄງການສໍາຄັນແຫ່ງທໍາອິດທີ່ໄດ້ສ້າງສໍາເລັດນັບນະຄອນຄຸນໝິງມອບໝາຍຕາແສງບໍ່ຫານດໍາເນີນວຽກງານເປັນຕົ້ນມາ—ຕະຫຼາດປະຊາຊົນຊາຍແດນໃໝ່ຢູ່ດ່ານບໍ່ຫານເປີດນໍາໃຊ້ຢ່າງເປັນທາງການ,  ມື້ລະໄດ້ສໍາເລັດລົດບັນທຸໃຫຍ່ 500 ຄັນຜ່ານດ່ານ, ແມ່ນຫຼາຍກວ່າ 3 ເທົ່າຂອງຕະຫຼາດເກົ່າ.

ຕະຫຼາດປະຊາຊົນຊາຍແດນບໍ່ຫານນໍາເຂົ້າສິນຄ້າຕົ້ນຕໍແມ່ນໝາກໄມ້ ແລະ ຜະລິດຕະພັນກະສິກໍາເຊັ່ນ:ໝາກກ້ວຍຫອມ, ໝາກໂມ, ໝາກຖົ່ວດິນ ແລະ ຫມາກຫນອດ, ໃນນັ້ນໝາກກ້ວຍຫອມກວມປະມານ 85%, ສະນັ້ນມີຄວາມຮຽກຮ້ອງສູງສໍາລັບເວລາຜ່ານດ່ານ. ທ່ານ ຈຽວຢູເຈີ ຜູ້ຮັບຜິດຊອບຕະຫຼາດປະຊາຊົນຊາຍແດນວ່າ, ແຕ່ທ້າຍເດືອນພະຈິກຫາເດືອນເມສາຂອງປີຕໍ່ໄປແມ່ນໄລຍະສຸດຍອດຂອງການຄ້າສິນຄ້າ, ແຕ່ຕະຫຼາດເກົ່າມີຈຳກັດໃນຄວາມສາມາດຜ່ານດ່ານ ແລະ ຂົນສົ່ງສິນຄ້າ , ໃນເມື່ອກ່ອນຕ້ອງໃຊ້ເວລາ 2-3 ມື້ຈຶ່ງສຳເລັດການຜ່ານດ່ານຢ່າງສະເໝີ.ທ່ານ ເຈໂກເວີນເປັນຜູ້ຂັບລົດອາຊີບໃນທ້ອງຖິ່ນ, ລາວຫວນຄືນວ່າຄັ້ງໜຶ່ງລາວຂັບລົດບັນທຸກໝາກກ້ວຍຫອມຈາກປະເທດລາວມາຮອດດ່ານບໍ່ຫານ, ແຕ່ໃຊ້ເວລາສາມມື້ຈຶ່ງສໍາເລັດການຜ່ານດ່ານ, ເຊິ່ງເຮັດໃຫ້ໝາກກວ້ຍຫອມທັງໝົດຫັກຢູ່ເທິງລົດ.

ເມື່ອທຽບໃສ່ຕະຫຼາດເກົ່າ, ໃນຕະຫຼາດປະຊາຊົນຊາຍແດນໃໝ່, ດ່ານພາສີ ແລະ ປ່ອງບໍລິການບັນທຶກຂໍ້ມູນສິນຄ້າຢູ່ຫໍອັນດຽວກັນ, ແລະມີເຄື່ອງຈັກອັດສະລິຍະໃຊ້ແຈ້ງພາສີດ້ວຍຕົນເອງ 8 ໜ່ວຍ, ເຊິ່ງໄດ້ນຳໃຊ້ຮູບແບບການແຈ້ງພາສີດ້ວຍມອບໝາຍແບບໂຮມສູນ, ຄືປະຊາຊົນຊາຍແດນໄດ້ມອບໝາຍຜູ້ຕາງໜ້າຂອງສະຫະກອນແຈ້ງພາສີໃນສະໜາມໂດຍຜ່ານເອັບ“ປຽນຮູ້ທ່ອງ”, ປະຊາຊົນຊາຍແດນໃຊ້ໂທລະສັບຢູ່ເຮືອນໄດ້ສໍາເລັດການຊື້-ຂາຍສິນຄ້າທີ່ໃນຕະຫຼາດ, ໃນຂະນະທີ່ໄດ້ "ເດີນທາງຫນ້ອຍ", ຍັງໄດ້ສໍາເລັດການແຈ້ງພາສີນໍາເຂົ້າໃນເວລາປະມານ 30 ນາທີ .



昆明信息港讯(昆明日报 记者闵晓阳 殷雷)从去年11月15日到今年2月底,磨憨新边民互市场投运以来已完成货运量45.28万吨,实现货运值12.34亿元,通关时间更是从过去高峰期的3天缩短至30分钟左右。

边民互市贸易,是指边境地区边民在我国陆路边境线20公里以内、经政府批准的开放点或指定的集市上,在不超过规定的金额或数量范围内进行的商品交换活动。边民互市贸易在磨憨的发展从2001年5月获云南省政府批准设立卡口式的互市贸易点开始,2017年5月实现场所式管理。2022年11月扩容转场运行,同步推进转型升级改革,以确保“真边民、真交易、真结算、真发票”,做到货物流、资金流、现金流的一致。

2022年11月15日,昆明托管磨憨以来首个建成的重点项目——磨憨口岸新边民互市场正式运营,能满足每天500辆大货车的通关作业,是老互市场的3倍以上。

磨憨口岸边民互市进口商品多为香蕉、西瓜、鲜毛豆、鲜百香果等水果和农产品,其中香蕉占比接近85%,对通关时间要求非常高。边民互市场现场负责人乔于哲说,每年11月底至次年4月是货物贸易的高峰期,老市场通关、承载能力有限,过去经常出现两三天才能完成通关的情况。左国文是当地一名专职司机,他回忆说,曾经他拉着一车香蕉从老挝进来,光通关就用了3天,这也导致一些香蕉坏在了车上。

与老市场相比,新边民互市场海关和录单窗口在一个大厅,有8台智能自助申报终端机,采用委托集中申报模式,即边民通过“边互通”手机App,委托合作社代表现场代为办理海关申报手续,边民本人在家使用手机即可完成互市商品的选购和买卖,“少跑路”的同时,30分钟左右就可以完成进口报关手续。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/16

17:29

ແບ່ງປັນ

ແປ
翻译