ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ລົດໄຟຂົນສົ່ງຜູ້ໂດຍສານຂ້າມຊາຍແດນ ປະເທດລາວເລັ່ງກະກຽມເພື່ອຕ້ອນຮັບນັກທ່ອງທ່ຽວຈີນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ທາງລົດໄຟລາວ-ຈີນຂ້າມສາຍພູສາຍນໍ້າ, ສາຍເໜືອຈາກນະຄອນຄຸນມິງ, ຜ່ານກິ່ງແຂວງຢູ້ຊີ ຜູເອີ ແລະ ສິບສອງພັນນາ, ສາຍໃຕ້ຮອດນະຄອນຫຼວງວຽງຈັນຂອງລາວ, ໄລຍະທາງໝົດສາຍເກີນພັນກິໂລແມັດ, ແມ່ນໂຄງການສັນຍາລັກການຮ່ວມສ້າງຫ“ໜຶ່ງແລວທາງໜຶ່ງເສັ້ນທາງ”ມີຄຸນນະພາບສູງ. ນັບແຕ່ທາງລົດໄຟລາວ-ຈີນເປີດນໍາໃຊ້ເປັນຕົ້ນມາ, ລົດໄຟລາວ-ຈີນ EMU ຂະບວນ"ລ້ານຊ້າງ"ແລະ "ຟູ້ເສີງ"ແລ່ນລົດມີຄວາມປອດໄຟ ສີຂຽວ ສະດວກ ແລະ ສະບາຍໃຈ, ໄດ້ຫຼຸດໄລຍະຫ່າງລະຫວ່າງຕົວເມືອງສັ້ນຢ່າງຍິ່ງ, ແລະ ຮັບຄວາມນິຍົມຈາກປະຊາຊົນສອງປະເທດ, ໄດ້ກາຍເປັນທາງເລືອກທຳອິດໃນການເດີນທາງ. ຈອນຮອດວັນທີ 31 ມັງກອນ ປີ 2023, ໄດ້ແລ່ນລົດໄຟຂົນສົ່ງຜູ້ໂດຍສານທັງໝົດ 20000 ແຖ້ວ, ຂົນສົ່ງຜູ້ໂດຍສານທັງໝົດ 10,3 ລ້ານຄົນເທື່ອ, ໄດ້ຮັບຜົນສໍາເລັດທີ່ເຫັນໄດ້ຢ່າງປະຈັກຕາ.

ທາງລົດໄຟລາວ-ຈີນແມ່ນຊ່ອງທາງຄໍາແຫ່ງເຊື່ອມຈີນ-ລາວສອງປະເທດ, ກໍ່ແມ່ນເສັ້ນທາງແຫ່ງການພັດທະນາ ຄວາມສຸກ ແລະ ມິດຕະພາບ. ນັບແຕ່ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ເດືອນທັນວາ ປີ 2021 ເປັນຕົ້ນມາ, ພະແນກທາງລົດໄຟປະສານງານການປ້ອງກັນພະຍາດໂຄວິດ-19 ແລະ ຈັດການຂົນສົ່ງ, ວິເຄະກົນໄກການເດີນທາງຂອງຜູ້ໂດຍສານ, ຈັດສັນຄວາມສາມາດການຂົນສົ່ງຕາມຄວາມຕ້ອງການ, ອຸດົມສົມບູນຜະລິດຕະພັນການຂົນສົ່ງຜູ້ໂດຍສານ, ປັບປຸງການບໍລິການໃນຕູ້ລົດ ແລະ ສະຖານີລົດ, ໄດ້ສະໜອງຄວາມຕ້ອງການເດີນທາງຂອງຜູ້ໂດຍສານຢ່າງດີ.

ໃນໄລຍະທາງພາກຈີນ, ມຶ້ລະສະເລ່ຍແລ່ນລົດໄຟ 56 ແຖ້ວ, ມື້ລະແລ່ນລົດຫຼາຍສຸດ 70 ແຖ້ວໄດ້ຂົນສົ່ງຜູ້ໂດຍສານ 65,000 ຄົນເທື່ອ, ທັງໝົດໄດ້ຂົນສົ່ງຜູ້ໂດຍານ 8,7ລ້ານຄົນເທື່ອ, ການບໍລິການດ້ວຍຫຼາຍພາສາ ແລະ ປະຕິບັດລະບຽບປີ້ລົດແບບໃໝ່, ເຊັ່ນປີ້ລົດເປັ້ນຄັ້ງ ແລະ ປີລົດກໍານົດໄລຍະ, ໄດ້ເປີດບັນດາຜະລິດຕະພັນຂອງການຂົນສົ່ງຮ່ວມມືລົດໄຟ ແລະ ຍົມໃນ 11 ສະຖານີ, ເພື່ອປັບປຸງປະສົບການການເດີນທາງຂອງຜູ້ໂດຍສານຢ່າງບໍ່ຢຸດຢັ້ງ. ໃນໄລຍະທາງພາກລາວ, ມຶ້ລະສະເລ່ຍແລ່ນລົດໄຟ 8 ແຖ້ວ, ມື້ລະແລ່ນລົດຫຼາຍສຸດ 10 ແຖ້ວໄດ້ຂົນສົ່ງຜູ້ໂດຍສານ8,800 ຄົນເທື່ອ, ທັງໝົດໄດ້ຂົນສົ່ງຜູ້ໂດຍານ16ແສນຄົນເທື່ອ; ສະຖານີລົດໄຟທີ່ໄດ້ຈັດການທຸລະກິດຂົນສົ່ງຜູ້ໂດຍສານເພີ່ມຂຶ້ນຈາກ 7 ສະຖານີໃນໄລຍະຕົ້ນການເປີດນໍາໃຊ້ ຮອດ10 ສະຖານີໃນປະຈຸບັນ, ບັນລຸລົດໄຟ EMU ແລະ ລົດໄຟທໍາມະດາໄດ້ແລ່ນລົດດ້ວຍສາຍດຽດກັນ, ສ້າງຕັ້ງຫ້ອງຂາຍປີ້ລົດຂຶ້ນໃນຕົວເມືອງຫຼັກຂອງລາວ, ຂະຫຍາຍເວລາຂາຍປີ້ລົດ,  ໄດ້ອຳນວຍຄວາມສະດວກໃຫ້ແກ່ຄົນລາວໃນການເດີນທາງດ້ວຍລົດໄຟຢ່າງຫຼວງຫຼາຍ. 

ຕາມຂ່າວສານວ່າ, ປະຈຸບັນນີ້, ພາກສ່ວນກ່ຽວຂ້ອງຂອງລາວ-ຈີນສອງປະເທດພວມຄົ້ນຄວ້າປຶກສາຫາລື ແລະ ວາງແຜນ, ມີຄວາມຫວັງວ່າຈະເປີດນໍາໃຊ້ລົດໄຟລາວ-ຈີນຂົນສົ່ງຜູ້ໂດຍສານຂ້າມຊາຍແດນໃນປີນີ້, ເພີ່ມທະວີຍົກສູງຄຸນນະພາບຂອງທາງລົດໄຟລາວ-ຈີນຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ເພື່ອຕັ້ງໜ້າປະກອບສ່ວນເຂົ້າໃນການຮ່ວມສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ"ມີຄຸນນະພາບສູງ ແລະ ໃຫ້ຜົນປະໂຫຍດໃຫ້ແຫ່ປະຊາຊົນສອງປະເທດ.

ສະນັ້ນ, ໃນເລລາທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບຮອບໜຶ່ງປີໃນເດືອນທັນວາ ປີ 2022, ແຂວງຢຸນນານຈັດກິດຈະກຳ“MUST GO”ຊາວຊຶ່ດັງອິນເຕີເນັດຈີນ ແລ ະລາວທ່ຽວຊົມຕາມເສັ້ນທາງລົດໄຟຈີນ-ລາວ, (ບຣອກເກີ)logger ທີ່ມີຊື່ສຽງພາຍໃນ ແລະ ຕ່າງປະເທດປະສົບການ ແລະທ່ຽວຊົມເຂດລຽບຕາມທາງລົດໄຟລາວ-ຈີນ, ເຜີຍແຜ່ ແລະ ສົ່ງເສີມຊັບພະຍາກອນດ້ານວັດທະນາທໍາ ແລະ ທ່ອງທ່ຽວ ເຊັ່ນ: ທິວທັດທຳມະຊາດ, ມໍລະດົກໂລກ, ວັດທະນະທຳຄີດຄອງປະເພນີ, ອາຫານເອກະລັກ ແລະ ອື່່ນໆ, ເພີ່ມທະວີສະແດງປະຊາຊົນລາວ-ຈີນສອງປະເທດຈິດໃຈເຊຶ່ອມໂຍງກັນ ແລະ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.

ດ້ວຍປະເທດຈີນສືບຕໍ່ປັບປຸງນາໂຍບາຍປ້ອງກັນພະຍາດໂຄວິດ-19, ຟື້ນຟູໃຫ້ປະຊາກອນໄດ້ອອກດ່ານທ່ອງທ່ຽວຢ່າງເປັນລະບຽບຮຽບຮ້ອຍ, ລັດຖະບານລາວແລະຂະແໜງການທ່ອງທ່ຽວກໍ່ເລັ່ງປັບປຸງໂຄງລ່າງການທ່ອງທ່ຽວ ແລະ ຍົກສູງລະດັບການບໍລິການ,ກະກຽມເພື່ອຮັບນັກທ່ອງທ່ຽວຈີນຈຳນວນຫຼາຍເຂົ້າມາ.

ທ່ານນາງ ດາລານີ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ຮັບສຳພາດໃນສອງສາມມື້ຜ່ານມາກ່ອນໄດ້ສະແດງວ່າ, ລັດຖະບານລາວກັບອົງການທ່ອງທ່ຽວ ແລະ ໂຮງແຮມທ້ອງຖິ່ນກໍາລັງຮ່ວມປຶກສາຫາລືມາດຕະການການຕ້ອນຮັບກຸ່ມນັກທ່ອງທ່ຽວຈີນກັບຄືນລາວ.“ພວກເຮົາກັບວິສາຫະກິດຄົ້ນຄວ້າປຶກສາຫາລືປັບປຸງໂຄງລ່າງການທ່ອງທ່ຽວ ແລະ ອອກແບບໂຄງການທ່ອງທ່ຽວເປັນແນວໃນ, ເພື່ອດຶງດູນັກທ່ອງທ່ຽວຈີນຫຼາຍກວ່າເຂົ້າມາ”.

ລາວ "ວຽງຈັນທາມສ" ຫວ່າງມໍ່ໆນີ້ ໄດ້ອ້າງອີງຄາດຄະແນຂອງນັກຊ່ຽວຊານດ້ານການທ່ອງທ່ຽວວ່າ, ປີນີ້ນັກທ່ອງທ່ຽວຈີນຈໍານວນຫຼາຍຈະທ່ຽວຫຼິ້ນບັນດາປະເທດອາຊຽນ, ຄົນສ່ວນຫຼາຍເດີນທາງອາດຈະເລືອກທາງລົດໄຟລາວ-ຈີນທີ່ເຊື່ອມຈອດນະຄອນຄຸນມິງປະເທດຈີນ ແລະ ນະຄອນຫຼວງວຽງຈັນປະເທເລາວ.

ນັກທ່ອງທ່ຽວທ່ຽວຊົມປະຕູໄຊນະຄອນຫຼວງວຽງຈັນ

ນັກທ່ອງທ່ຽວ

ທ່ານ ຊົງເພັດ ຜູ້ອໍານວຍການໃຫຍ່ຂອງບໍລິສັດທ່ອງທ່ຽບນິເວດອະນຸລັກປ່າໄມ້ລາວພວມພິຈາລະນາເປັນແນວໃດປ່ຽນສິ່ງທ້າທາຍເປັນກາລະໂອກາດ, ສຸມໃສ່ພັດທະນາໂຄງການທ່ອງທ່ຽວທີ່ມີສິຂຽວ ແລະ ຍຶ້ນຍົງ. “ດຽວນີ້, ໂອກາດໄດ້ມາແລ້ວ, ພວກເຮົາຈະປ່ຽນສິ່ງທ້າທາຍເປັນກາລະໂອກາດ. ປະເທດລາວມີທ່າແຮງດ້ານພູມສາດ, ໜຶ່ງແມ່ນຕິດກັບປະເທດຈີນ, ຈີນແມ່ນຕະຫຼາດໃຫຍ່; ສອງແມ່ນມີທາງລົດໄຟທີ່ເຊື່ມຈອດນະຄອນຫຼວງວຽງຈັນ. ພວກເຮົາຕ້ອງກະກຽມຜະລິດຕະພັນ ແລະ ໂຄງລ່າງການທ່ອງທ່ຽວ, ບໍາລຸງບຸກຄະລະກອນດ້ານຂະແໜງການບໍລິການ.”

ປະຈຸບັນນີ້, ລັດຖະບານລາວເອົາຂະແໜງການທ່ອງທ່ຽວເປັນໂຄງການບູລິມະສິດໃນການຟື້ນຟູເສຖກິດ, ວາງແຜນປັບປຸງໂຄງລ່າງການທ່ອງທ່ຽວ, ເພື່ອໃຫ້ການທ່ອງທ່ຽວປະກອບສ່ວນເຂົ້າໃນການພັທນາເສຖກິດຫຼາຍຂຶ້ນ.


中老铁路纵贯山峦、跨越江河,北起昆明,经玉溪、普洱、西双版纳,南到老挝首都万象,全长一千多公里,是高质量共建“一带一路”的标志性工程。中老铁路开通以来,“复兴号”“澜沧号”动车组运行安全、绿色、快捷、舒适,大幅缩短了沿线城市间时空距离,受到两国民众青睐,成为出行首选。截至2023年1月31日,累计开行旅客列车20000列,发送旅客1030万人次,交出了亮眼成绩单。

中老铁路是连接中国和老挝的黄金线路,也是中老人民的发展路、幸福路、友谊路。自2021年12月3日全线开通运营以来,铁路部门统筹疫情防控和运输组织,科学分析旅客出行规律,精准投放运力,丰富客运产品供给,优化站车服务举措,较好地满足了旅客的出行需求。

国内段,日均开行客车56列,单日最高开行70列、发送旅客6.5万人次,累计发送旅客870万人次,实行多语种服务和记次票、定期票新型票制,在11个车站推出空铁联运产品,不断提升旅客的出行体验。老挝段,日均开行客车8列,单日最高开行10列,发送旅客8800人次,累计发送旅客160万人次;办理客运业务的车站由开通初期的7个增至目前的10个,实现动车组与普速列车共线运行,在老挝主要城市开设售票点,延长预售票时间,极大地方便了老挝人民乘坐火车出行。

据悉,目前中老两国有关部门正在磋商研究、制定计划,有望今年内开行中老铁路跨境旅客列车,进一步提升中老铁路客货运输品质,为高质量共建“一带一路”、造福中老两国民众作出积极贡献。

为此,2022年12月中老铁路开通一周年之际,云南开展了中老网络名人打卡中老铁路沿线“MUST GO”活动,国内外知名博主到中老铁路沿线体验采风,宣传推介沿途的自然风光、世界遗产、人文风情、特色美食等文旅资源,进一步体现中老民心相通、中老命运共同体建设。

随着中国不断优化疫情防控政策,有序恢复公民出境旅游,老挝政府和旅游业也正加紧改善旅游设施,提升服务水平,为预期中的大批中国游客到来做好准备。

老挝新闻、文化和旅游部旅游管理司司长达拉妮日前接受媒体采访时表示,老挝政府部门正与当地旅行社、宾馆等共商迎接中国旅游团重返老挝的措施。“我们和企业讨论如何改善旅游设施、设计旅游项目,以吸引更多中国游客到访。”

老挝《万象时报》日前援引旅游业专家的预测报道,今年大批中国游客将到访东盟国家,许多人会选择连接中国昆明和老挝首都万象的中老铁路出行。

游客在老挝首都万象凯旋门附近游览

游客

老挝森林保护生态旅游公司总裁宋佩正在考虑怎样将挑战变成机会,致力开发绿色可持续的旅游项目。“现在好机会都来了!我们要把挑战变成机会。老挝具有地理优势,一是与中国接壤,中国是个大市场;二是有连接老挝首都的铁路。我们要准备好旅游设施与产品,培养好服务业人才。”

目前,老挝政府将旅游业作为经济复苏优先项目,计划改善旅游设施等,让旅游业为经济发展做出更大贡献。(文旅头条 融媒体记者马寅瑞)


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

02/24

17:47

ແບ່ງປັນ

ແປ
翻译