ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 18 ກຸມພານີ້ນັກຂ່າວໄດ້ຮຽນຮູ້ຈາກກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນມິງວ່າ, ມາຮອດປະຈຸບັນນີ້, ການກວດກາຄວາມປອດໄພຂອງຂະບວນລົດໄຟຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນໄດ້ທະລຸຫຼາຍກວ່າ 200.000 ຄັນ.
ສະຖານທີ່ກວດກາຂະບວນລົດໄຟມອບຮັບສາກົນບໍ່ຫານແມ່ນ“ຮ້ານ4S”ທີ່ກວດກາຂະບວນລົດໄຟຂົນສົ່ງສິນຄ້າດຽວໃນພາກຈີນຂອງທາງລົດໄຟລາວ-ຈີນ ເຊິ່ງຮັບຜິດຊອບວຽກງານການກວດກາຂະບວນລົດໄຟຂົນສົ່ງສິນຄ້າທີ່ໄປມາ ແລະ ກຳເນີນວຽກງານການມອບຮັບເຕັກນິກຂອງລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟລາວ-ຈີນ.
ນັບແຕ່ການເປີດບໍລິການຂອງທາງລົດໄຟລາວ-ຈີນເປັນຕົ້ນມາ, ໄດ້ດຳເນີນຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ເສັ້ນດ່ວນລ້ານຊ້າງ”ເປັນປະຈຳວັນ, ຂະບວນລົດໄຟທີ່ຂົນສົ່ງສິນຄ້າທັງໝົດທັງສາຍລະຫວ່າງ “ຈີນ-ລາວ-ໄທ” ໄດ້ເລີ່ມກໍ່ສ້າງຊ່ອງທາງໃໝ່ທີ່ແຊ່ເຢັນ, ຈໍານວນຂອງຂະບວນລົດໄຟຂົນສົ່ງສິນຄ້າສາກົນທີ່ຜ່ານດ່ານບໍ່ຫານໄດ້ເພີ່ມຂຶ້ນເທື່ອລະກ້າວ, ວຽກງານການກວດກາຂອງຮ້ານ 4S ກໍ່ເພີ່ມຂຶ້ນພ້ອມກັນ.
ກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນມີງ ຈຳກັດ ອີງຕາມການປ່ຽນແປງຂອງກະແສລົດຢູ່ພາກເໜືອຄຸນມິງ,ປັບປຸງລະບົບການດຳເນີນງານ, ເພີ່ມພະນັກງານຕາມສະພາບຕົວຈີງ, ເພີ່ມຈຳນວນຜູ້ກວດກາລົດໄຟແຕ່ 15 ຄົນເປັນ 26 ຄົນ. ສ້າງແບບແຜນຂະບວນການຮັບມືສະພາບສຸກເສີນ, ຍົກສູງປະສິດທິຜົນຂອງວຽກງານກວດກາຕື່ມອີກ, ຮັບປະກັນການຂົນສົ່ງສິນຄ້າຂ້າມຊາຍແດນທີ່ມີຄວາມປອດໄພ, ປະສິດທິຜົນ ແລະ ສະດວກສະບາຍ.
ມາຮອດປະຈຸບັນ, ພພນັກງານທີ່ກວດກາຂະບວນລົດໄຟຢູ່ສະຖານທີ່ກວດກາລົດໄຟບໍ່ຫານໄດ້ແກ້ໄຂຄວາມຜິດຕ່າງໆທັງໝົດ 8.271 ແຫ່ງ ເພື່ອຮັບປະກັນຂະບວນລົດໄຟຂົນສົ່ງສິນຄ້າສາກົນດຳເນີນງານທີ່ມີຄວາມປອດໄພ.
记者2月18日从中国铁路昆明局集团公司了解到,截至目前,中老铁路货车安全检修量突破20万辆次。
磨憨国际交接列检作业场是中老铁路国内段唯一的货车车辆检修“4S店”,主要负责来往货车的“体检”工作,办理中老铁路国际货物列车技术交接。
中老铁路开通以来,“澜湄快线”国际货物列车常态化开行、“中老泰”全程铁路运输往返班列搭建起冷链物流新通道,磨憨口岸国际货物列车通过量逐步增加,“4S店”的检修作业量也不断攀升。
中国铁路昆明局集团有限公司昆明北车辆段根据车流变化,优化调整作业班制,动态增补作业人员,检车员从最初的15人增加到26人。规范应急处置流程,进一步提升检修作业效率,确保中老铁路跨境货物运输安全高效畅通。
截至目前,磨憨列检作业场的检车员们共处理各类故障8271件,确保中老铁路国际货物列车安全运行。(云南日报 记者胡晓蓉)
ຈຳນວນການສົ່ງຜູ້ໂດຍສານດ້ວຍທາງລົດໄຟລາວ-ຈີນໃນມື້ດຽວໄດ້ບຸກທະລຸສະຖິຕິ
ສະບາຍດີ2023-01-31
68,000 ຄົນ/ເທື່ອ!ການຂົນສົ່ງຜູ້ໂດຍສານຂອງລົດໄຟລາວ-ຈີນພຸ້ງສູງເປັນປະຫວັດຕິການ
ສະບາຍດີ2023-01-28
ເປີດນໍາໃຊ້ຄົບ 13 ເດືອນ ທາງລົດໄຟລາວ-ຈີນຂົນສົ່ງສິນຄ້າໄດ້ເກີນ 22 ແສນໂຕນ
ສະບາຍດີ2023-01-11
ການຂົນສົ່ງຜູ້ໂດຍສານຄ່ອຍໆເພີ່ມຂຶ້ນ ຈຳນວນການຂົນສົ່ງຜູ້ໂດຍສານດ້ວຍທາງລົດໄຟລາວ-ຈີນໄດ້ບຸກທະລຸ 9 ລ້ານເທື່ອຄົນ
ສະບາຍດີ2023-01-06
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
02/21
16:23
— ແບ່ງປັນ —