ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ເຂດສິບສອງພັນນາ ແລະ ແຂວງຜົ້ງສາລີ ສປປ ລາວໄດ້ເຊັນສັນຍາມິດຕະພາບ.
ເຂດປົກຄອງຕົນເອງຊົນເຜົ່າໄຕ ສິບສອງພັນນາ ຕັ້ງຢູ່ທາງທິດໃຕ້(ພາກໃຕ້)ຂອງແຂວງຢຸນນານ ສປ ຈີນ,ມີຊາຍແດນຕິດກັບແຂວງຜົ້ງສາລີ ສປປລາວ.ໃນວັນທີ 3 ມີນານີ້,ທ່ານ ຈູ່ເຈ່ຍເວ ເລຂາທິການຄະນະພັກກອມມູນິດຈິນເຂດສິບສອງພັນນາ ແລະ ທ່ານ ດ່າວເວີນ ເຈົ້າກິ່ງແຂວງພົບປະກັບຄະນະຜູ້ແທນຄະນະພັກ ແລະ ຄະນະອໍານາດການປົກຄອງທີ່ນໍາພາໂດຍທ່ານ ຄໍາຜອຍ ວັນນະສານ ເລຂາທິການຄະນະພັກປະຊາຊົນປະຕິວັດລາວແຂວງຜົ້ງສາລີ ແລະ ເຈົ້າແຂວງຜົ້ງສາລີ.
ທ່ານ ຈູ່ເຈ່ຍເວກ່າວວ່າ.ເຂດສິບສອງພັນນາ ຈະປະຕິບັດຄວາມເຫັນດີເຫັນພ້ອມຂອງການນຳສູງສຸດຂອງສອງພັກແລະປະເທດລາວ-ຈີນ,ການກໍ່ສ້າງປະຊາຊົນຄົມຮ່ວມຊາຕາກຳລາວ-ຈີນຢ່າງເລິກເຊິ່ງ,ການພົວພັນໃກ້ຊິດຕື່ມອີກລະຫວ່າງສອງຝ່າຍ,ເພີ່ມທະວີມິດຕະພາບ.ສືບຕໍ່ຜັນຂະຫຍາຍການຮ່ວມມືຕົວຈິງໃນຂົງເຂດການຜ່ານດ່ານ,ພັດທະນາອຸດສາຫະກຳ,ການທ່ອງທ່ຽວຂ້າມຊາຍແດນ,ແລກປ່ຽນວັດທະນະທຳ,ສຶກສາ ແລະ ກິລາ,ສາທາລະນະສຸກ ແລະ ການແພດ,ປົກປັກຮັກສາສິ່ງແວດລ້ອມນິເວດແລະອື່ນໆ,ເພື່ອບັນລຸໄດ້ຕາບຈູນທ່າແຮງກັນ ແລະ ການພັດທະນາຮ່ວມ.
ທ່ານ ຄໍາຜອຍ ວັນນະສານ ກ່າວວ່າ:ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດລາວ-ຈີນໄດ້ຍືນຍົງຄົງຕົວຕະຫຼອດໄປ,ແຂວງຜົ້ງສາລີ ແລະ ເຂດ ສິບສອງພັນນາ ແມ່ນສາຍພູແລະແມ່ນ້ຳຕິດຈອດກັນ ແລະ ມີວັດທະນະທຳອັນເປັນມູນເຊື້ອ,ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ,ຮັກແພງຮ່ວມກັນ ແລະ ມີສາຍພົວພົນໃກ້ຊິດໃນໄລຍະດົນ.ຫວັງວ່າທັງສອງຝ່າຍຈະເພີ່ມທະວີການແລກປ່ຽນ,ຂຸດຄົ້ນກໍາລັງບົ່ມຊ້ອນ,ແບ່ງປັນໂອກາດ ແລະ ຮ່ວມມືກັນເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆໃຫ້ບັນລຸຜົນສຳເລັດໃໝ່.
ຫຼັງຈາກຈັດປະຊຸມແລ້ວ, ເຂດ ສີບສອງພັນນາ ໄດ້ເຊັນສັນຍາມິດກັບແຂວງຜົ້ງສາລີ ສປປລາວ.
近日,西双版纳州与老挝丰沙里省签署友好协议书。
西双版纳傣族自治州位于中国云南省南部,与老挝丰沙里省接壤。3月3日,中共西双版纳州委书记朱家伟、州长刀文会见了老挝人民革命党丰沙里省委书记、省长坎佩·万纳桑率领的党政代表团一行。
朱家伟表示,西双版纳将全面贯彻落实中老两党两国最高领导人达成的共识,深化中老命运共同体建设,进一步密切双方往来、加深友谊,持续拓展在口岸通关、产业发展、跨境旅游、文化交流、教育体育、卫生医疗、生态环境保护等领域务实合作,实现优势互补、共同发展。
坎佩·万纳桑说,老中传统友谊历久弥新,丰沙里和西双版纳山水相连、文化同源,长期以来互相帮助、相亲相爱、关系密切。希望双方进一步加强交流,挖掘潜力、共享机遇,携手推动各领域合作取得新成效。
会见后,西双版纳州与老挝丰沙里省签署了友好协议书。(完)
ທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ເປັນເວລາ 15 ເດືອນ ປະລິມານສິນຄ້າຂ້າມແດນໄດ້ບັນລຸ 3,046 ລ້ານໂຕນ
ສະບາຍດີ2023-03-06
ນະຄອນຄຸນມິງວາງແຜນປະຕິບັດໂຄງການຂັ້ນນະຄອນທີ່ສໍາຄັນທັງໝົດ 900 ໂຄງການໃນປີນີ້
ສະບາຍດີ2023-02-27
ກອງປະຊຸມສົ່ງເສີມການກໍ່ສ້າງບ້ານສຸກສັນຊາຍແດນແບບທັນສະໄຫມຂອງແຂວງໄດ້ຈັດຂຶ້ນຢູ່ເມືອງບໍ່ຫານ
ສະບາຍດີ2023-03-03
ດ່ານພາສີຄຸນໝິງໄດ້ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງດ່ານສາກົນໃຫ້ດີ
ສະບາຍດີ2023-03-02
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
03/09
11:26
— ແບ່ງປັນ —