ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ປີ 2023, ນະຄອນຄຸນມິງວາງແຜນປະຕິບັດໂຄງການສໍາຄັນລະດັບນະຄອນທັງໝົດ 900 ໂຄງການ, ຍອດມູນຄ່າການລົງທຶນ 1,280,396ລ້ານຢວນ.
ໃນໂຄງການສໍາຄັນລະດັບນະຄອນທັງໝົດ 900 ໂຄງການນັ້ນ, ໂຄງການສໍາຄັນທີ່ສຸດມີ110 ໂຄງການ, ຍອດມູນຄ່າການລົງທຶນ 577,686ລ້ານຢວນ. ໂຄງການລວມແປດຂົງເຂດ,ຄື: ກະສິກຳປ່າໄມ້ແລະຊົນລະປະທານ, ຄົມມະນາຄົມໂດຍລວມ, ພະລັງງານ, ການກໍ່ສ້າງຕົວເມືອງ, ການປົກປັກຮັກສາສິ່ງແວດລ້ອມນິເວດ, ອຸດສາຫະກຳ ແລະ ຂໍ້ມູນຂ່າວສານ, ການບໍລິການທຸລະກິດ, ແລະວຽກງານສະຫວັດດີການສັງຄົມ.
ໃນຂົງເຂດກະສິກຳປ່າໄມ້ແລະຊົນລະປະທານຈະປະຕິບັດ 76 ໂຄງການ, ໃນນັ້ນພວມກໍ່ສ້າງ32 ໂຄງການ, ເປີດສ້າງໃໝ່6ໂຄງການ, ໂຄງການເບື້ອງຕົ້ນມີ 6 ໂຄງການ . ໂຄງການທີ່ລົງທຶນຫຼາຍສຸດແມ່ນເຂດສາທິດການພັດທະນາການເຊື່ອມໂຍງອຸດສາຫະກຳຊົນນະບົດແຫ່ງຊາດເຂດ ຈີນນິງ, ຍອດມູນຄ່າການລົງທຶນ 6,4 ຕື້ຢວນ.ໃນນັ້ນມີ 7 ໂຄງການແມ່ນສຳຄັນທີ່ສຸດ, ລວມໂຄງການອ່າງນ້ຳ ຂອງແມ່ນໍ້າໂລພໍເຫີ ຢູ່ນະຄອນຄຸນມິງ, ໂຄງການບູລະນະສ້ອມແປງນິເວດປ່າໄມ້ເຂດດົງຊວນ, ແລະໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ເຄື່ອງປະກອບເປັນຊຸດຂອງເຂດອຸດສາຫະກຳດອກໄມ້ທັນສະໄໝເຂດຈີ້ນນິງ.
ໃນຂົງເຂດຄົມມະນາຄົມໂດຍລວມຈະປະຕິບັດ54 ໂຄງການ, ໃນນັ້ນພວມກໍ່ສ້າງມີ 24 ໂຄງການ, ເປີດສ້າງໃໝ່ມີ19ໂຄງການ, ໂຄງການເບື້ອງຕົ້ນມີ 11ໂຄງການ; ໃນຂົງເຂດພະລັງງານປະຕິບັດ 39 ໂຄງການ, ໃນນັ້ນພວມກໍ່ສ້າງມີ 21 ໂຄງການ, ເປີດສ້າງໃໝ່ມີ 15 ໂຄງການ, ໂຄງການເບຶ້ອງຕົ້ນມີ 3 ໂຄງການ; ໃນຂົງເຂດການກໍ່ສ້າງຕົວເມືອງປະຕິບັດ 85 ໂຄງການ, ໃນນັ້ນພວມກໍ່ສ້າງມີ 45 ໂຄງການ, ເປີດສ້າງໃໝ່ມີ 32 ໂຄງການ, ໂຄງການເບື້ອງຕົ້ນມີ 8 ໂຄງການ; ໃນຂົງເຂດການປົກປັກຮັກສາສິ່ງແວດລ້ອມນິເວດປະຕິບັດ 36 ໂຄງການ, ໃນນັ້ນພວມກໍ່ສ້າງມີ 15 ໂຄງການ, ເປີດສ້າງໃໝ່ມີ 15 ໂຄງການ, ໂຄງການເບຶ້ອງຕົ້ນມີ 6ໂຄງການ; ໃນຂົງເຂດອຸດສາຫະກຳ ແລະ ຂໍ້ມູນຂ່າວສານປະຕິບັດ 437 ໂຄງການ, ໃນນັ້ນພວມກໍ່ສ້າງມີ 212 ໂຄງການ, ເປີດສ້າງໃໝ່ມີ 169ໂຄງການ, ໂຄງການເບຶ້ອງຕົ້ນມີ 56ໂຄງການ; ໃນຂົງເຂດການບໍລິການທຸລະກິດປະຕິບັດ 47 ໂຄງການ, ໃນນັ້ນພວມກໍ່ສ້າງມີ 24 ໂຄງການ, ເປີດສ້າງໃໝ່ມີ 20 ໂຄງການ, ໂຄງການເບຶ້ອງຕົ້ນມີ 3 ໂຄງການ; ໃນຂົງເຂດວຽກງານສະຫວັດດີການສັງຄົມປະຕິບັດ 126 ໂຄງການ, ໃນນັ້ນພວມກໍ່ສ້າງມີ 71 ໂຄງການ, ເປີດສ້າງໃໝ່ມີ 48 ໂຄງການ, ໂຄງການເບຶ້ອງຕົ້ນມີ 7 ໂຄງການ.
ນອກຈາກນີ້, ແຕ່ລະເມືອງ (ເຂດ) ໄດ້ແນະນໍາໂຄງການສໍາຄັນຂັ້ນເມືອງທັງໝົດ 34 ໂຄງການ, ໃນນັ້ນ ມີ 1 ໂຄງການໄດ້ສ້າງສໍາເລັດ ແລະ ດໍາເນີນງານແລ້ວ, ມີ 2 ໂຄງການກໍາລັງກໍ່ສ້າງ, ເປີດສ້າງໃໝ່ 18 ໂຄງການ ແລະ ມີໂຄງການເບື້ອງຕົ້ນ13 ໂຄງການ.
ຜູ້ຮັບຜິດຊອບກ່ຽວຂ້ອງຂອງຄະນະກໍາມະການພັດທະນາ ແລະ ປະຕິຮູບນະຄອນຄຸນມິງສະແດງວ່າ, ຕໍ່ໄປຈະສຶບຕໍ່ປັບປຸງກົນໄກປະສານງານ ແລະ ຊຸກຍູ້ປະຕິບັດໂຄງການສໍາຄັນ, ສຸມໃສ່ຂັນຕອນທີ່ສໍາຄັນ, ເຊັ່ນ: ການວາງແຜນ, ເຊັນສັນຍາ,ເປີດສ້າງໃໝ່,ການພະລິດ ແລະ ເພີ່ມການລົງທຶນ,ລົງເລິກການບໍລິການດ້ານການເງິນ, ສ້າງຄວາມສະດວກໃຫ້ຊ່ອງທາງຕິດຕໍ່ປະສານງານລະຫວ່າງບັນດາຫົວໜ່ວຍໂຄງການກັບອົງການການເງິນ, ເລັ່ງລັດຄວາມຄືບໜ້າການປະຕິບັດໂຄງການທີ່ສໍາຄັນ, ຊຸກຍູ້ຈໍານວນວິສະວະກໍາ ຈໍານວນຜົນສໍາເລັດ ແລະ ຈໍານວນການລົງທຶນຂອງໂຄງການເພີ່ມຂຶ້ນພ້ອມກັນ.
昆明信息港讯(昆明日报 首席记者廖兴阳)近日,记者从市发展改革委获悉,2023年,昆明市计划实施市级重点项目900个,总投资12803.96亿元。
900个市级重点项目中,重中之重项目110个,总投资5776.86亿元。项目建设主要涉及农林水利、综合交通、能源、城市建设、生态环保、工业和信息化、商贸服务、社会事业8个领域。
农林水利领域将实施项目76个,其中在建项目32个、新开工项目38个、前期项目6个。单项投资最高的是晋宁区国家农村产业融合发展示范园,总投资64亿元。重中之重项目有7项,包括昆明市罗泊河水库工程、东川区林业生态修复项目、晋宁区现代花卉产业园配套基础设施建设项目等。
综合交通领域将实施项目54个,其中在建项目24个、新开工项目19个、前期项目11个;能源领域实施项目39个,其中在建项目21个、新开工项目15个、前期项目3个;城市建设领域实施项目85个,其中在建项目45个、新开工项目32个、前期项目8个;生态环保领域实施项目36个,其中在建项目15个、新开工项目15个、前期项目6个;工业和信息化领域实施项目437个,其中在建项目212个、新开工项目169个、前期项目56个;商贸服务领域实施项目47个,其中在建项目24个、新开工项目20个、前期项目3个;社会事业领域实施项目126个,其中在建项目71个、新开工项目48个、前期项目7个。
此外,各县(市)区共推荐县区级重点项目34个,其中已建成运营项目1个、在建项目2个、新开工项目18个、前期项目13个。
市发展改革委相关负责人表示,下一步将进一步完善重大项目协调机制和推进机制,紧盯谋划、签约、开工、投产、增资等关键环节,深化融资对接服务,畅通项目单位与金融机构沟通渠道,加快重大项目实施进度,推动项目工程量、实物量、投资量“三量齐升”。
ກອງປະຊຸມສົ່ງເສີມການກໍ່ສ້າງບ້ານສຸກສັນຊາຍແດນແບບທັນສະໄຫມຂອງແຂວງໄດ້ຈັດຂຶ້ນຢູ່ເມືອງບໍ່ຫານ
ສະບາຍດີ2023-03-03
ດ່ານພາສີຄຸນໝິງໄດ້ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງດ່ານສາກົນໃຫ້ດີ
ສະບາຍດີ2023-03-02
ແຂວງຢຸນນານເລັ່ງລັດການກໍ່ສ້າງເປັນສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ຂອງຈີນ
ສະບາຍດີ2023-03-01
ບໍ່ຫານຈະເປັນປະຕູເປີດທີ່ສຳຄັນຂອງເສັ້ນທາງລົດໄຟລາວ-ຈີນ
ສະບາຍດີ 2023-03-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
02/27
17:39
— ແບ່ງປັນ —