ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທີ 28 ເດືອນກຸມພາ, ກອງປະຊຸມສົ່ງເສີມການກໍ່ສ້າງບ້ານສຸກສັນຊາຍແດນແບບທັນສະໄຫມຂອງແຂວງໄດ້ຈັດຂຶ້ນຢູ່ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ.
ກອງປະຊຸມຊີ້ອອກວ່າ, ປີກາຍທີ່ຜ່ານມາ, ບັນດາພາກສ່ວນຢູ່ທົ່ວແຂວງປະຕິບັດການຕັດສິນນະໂຍບາຍຂອງຄະນະພັກແຂວງ ແລະ ອົງການປົກຄອງແຂວງກ່ຽວກັບການກໍ່ສ້າງບ້ານສຸກສັນຊາຍແດນແບບທັນສະໄໝຢ່າງແຂ້ມງວດ, ສຸມໃສ່ບ້ານລຽບຊາຍແດນ 374 ບ້ານ, ເປົ້າໝາຍການກໍ່ສ້າງ 6 ຕົວ ແລະ ຊີ້ວັດການຊີ້ນໍາ19 ຕົວ, ຮັດແໜ້ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງການແກ້ໄຂບັນຫາ, ເຕົ້າໂຮມກຳລັງແຮງຂອງທຸກຝ່າຍ, ດໍາເນີນບັນດາວຽກງານປະຈຳປີ 2022 ຢ່າງສຳເລັດຜົນ. ມາຮອດປັດຈຸບັນນີ້, ຂັ້ນແຂວງໄດ້ປະສານງານ ແລະ ປ່ອຍທຶນການກໍ່ສ້າງ 13,63 ຕື້ຢວນ, ທັງໝົດ14.390 ໂຄງການທີ່ວາງແຜນປະຕິບັດໃນບັນດາເມືອງແລະນະຄອນຊາຍແດນໄດ້ເປີດສ້າງ 89.4% ແລະ ສໍາເລັດ59,7% , ຕົວຊີ້ວັດສໍາຄັນ 3 ຢ່າງ ຄື: ນໍ້າ, ໄຟຟ້າ, ເສັ້ນທາງໄດ້ສໍາເລັດຢ່າງຮອບດ້ານແລ້ວ.
ກອງປະຊຸມໄດ້ເນັ້ນໜັກວ່າ, ບັນດາພາກສ່ວນທ້ອງຖິ່ນຕ້ອງປະຕິບັດຕາມຫຼັກການ “ ສະແຫວງຫາຄວາມຈິງ, ໄວເທົ່າທີ່ຈະໄວໄດ້”,ຈັດຕັ້ງປະຕິບັດຕາມປະເພດ ແລະ ຊຸກຍູ້ການກໍ່ສ້າງບ້ານສຸກສັນຊາຍແດນແບບທັນສະໄໝຕາມລຳດັບ, ເພື່ອຮັບປະກັນໄດ້ສໍາເລັດຕົວຊີ້ວັດ19 ຕົວກ່ອນທ້າຍປີນີ້, ເພີ່ມຄວາມຮູ້ສຶກໄດ້ຜົນປະໂຫຍດ, ມີຄວາມສຸກ ແລະ ຄວາມປອດໄພຂອງປະຊາຊົນເຂດຊາຍແດນຢ່າງຕົວຈິງ.
2月28日,全省现代化边境幸福村建设磨憨现场推进会在中国老挝磨憨—磨丁经济合作区召开。
会议指出,去年以来,全省各地各部门坚决贯彻落实省委、省政府关于现代化边境幸福村建设的决策部署,聚焦374个沿边行政村和6项建设任务目标、19项指导性指标,压实攻坚责任,凝聚各方力量,顺利完成了2022年度工作任务。截至目前,省级已统筹下达建设资金136.3亿元,各边境县市总计划实施的14390个项目已开工89.4%、完工59.7%,水、电、路等三项重点指标全面完成。
会议强调,各地各部门要按照 “实事求是、能快则快”原则,分类实施、梯次推进现代化边境幸福村建设,确保在今年年底前完成19项指导性指标,切实增强边境群众的获得感、幸福感和安全感。(云南日报 记者戴振华)
ດ່ານພາສີຄຸນໝິງໄດ້ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງດ່ານສາກົນໃຫ້ດີ
ສະບາຍດີ2023-03-02
ແຂວງຢຸນນານເລັ່ງລັດການກໍ່ສ້າງເປັນສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ຂອງຈີນ
ສະບາຍດີ2023-03-01
ບໍ່ຫານຈະເປັນປະຕູເປີດທີ່ສຳຄັນຂອງເສັ້ນທາງລົດໄຟລາວ-ຈີນ
ສະບາຍດີ 2023-03-01
ຢູ່ໃນເຂດພັດທະນາເສດຖະກິດຄຸນໝິງໄດ້ຮັບໃຊ້ນັກລົງທຶນລາວຢ່າງຕັ້ງໜ້າແລະຊຸກຍູ້ການລົງທຶນຂອງຕ່າງປະເທດ
ສະບາຍດີ2023-02-27
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
03/03
17:47
— ແບ່ງປັນ —