ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ມາຮອດວັນທີ 1 ມີນານີ້,ທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ເປັນເວລາ 15 ເດືອນ,ທີມງານກວດກາດ່ານທາງລົດໄຟຢູ່ດ່ານສາກົນຊາຍແດນ ບໍ່ຫານ ໄດ້ກວດກາລົດໄຟສາກົນລາວ-ຈີນທັງໝົດ 3,930 ຖ້ຽວ,ມີ 100,798 ຕູ້,ໃນນັ້ນມີລົດໄຟຂາອອກ 1,776 ຖ້ຽວ ມີ 51.504 ຄັນ ແລະ ລົດໄຟຂາເຂົ້າ 2,154 ຄັນ,ມີ49,294 ຄັນ.ການກວດກາ ແລະ ປ່ອຍຂົນສົ່ງສິນຄ້າຂ້າມຊາຍແດນໄດ້ສະສົມ3,046ລ້ານໂຕນ,ໃນນັ້ນສິນຄ້າຂາອອກ651,000ໂຕນແລະສິນຄ້າຂາເຂົ້າ2,395,000ໂຕນ.ແຕ່ຕົ້ນປີນີ້ເປັນຕົ້ນມາ,ທິມງານກວດກາລົດໄຟສາກົນລາວ-ຈີນໄດ້ກວດກາລົດໄຟສາກົນລາວ-ຈີນ 720 ຖ້ຽວ,ມີ 21,761 ຄັນ,ໃນນັ້ນມີລົດໄຟຂາອອກ 305 ຖ້ຽວ,ມີ 11,082 ຄັນ ແລະ ລົດໄຟຂາເຂົ້າ 415 ຖ້ຽວ,ມີ 10,679 ຄັນ.ການກວດກາ ແລະ ປ່ອຍສິນຄ້າຂ້ານຊາຍແດນທັງໝົດ 705,000 ໂຕນ,ໃນນັ້ນ,ມີສິນຄ້າຂາອອກ 101,000 ໂຕນ ແລະ ສິນຄ້າຂາເຂົ້າ 604,000 ໂຕນ, ສິນຄ້າຂາເຂົ້າເພີ່ມຂຶ້ນ 5 ເທົ່າເມື່ອທຽບໃສ່ປີກາຍ.
ນັບຕັ້ງແຕ່ທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້,ການຂົນສົ່ງມີຄວາມໝັ້ນຄົງ ແລະ ການຂົນສົ່ງສິນຄ້າສືບຕໍ່ຂະຫຍາຍຕົວ.ໃນປັດຈຸບັນນີ້, ໄດ້ແລ່ນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນຕາມທາງລົດໄຟລາວ-ຈີນຕາມລໍາດັບ,ເຊິ່ງກວມເອົາປະເທດລາວ,ໄທ,ມຽນມາ,ມາເລເຊຍ,ກຳປູເຈຍ,ຫວຽດນາມ,ບັງກະລາເທດ,ສິງກະໂປແລະປະເທດອື່ນໆທີ່ຕາມ"ໜຶ່ງແລວທາງໜຶ່ງເສັ້ນທາງ".ປະເພດສິນຄ້າໄດ້ຂະຫຍາຍຈາກ 10 ກວ່າປະເພດເຊັ່ນ:ຝຸ່ນ ແລະ ຫ້າງສັບພະສິນຄ້າແລະສິນຄ້າອື່ນໆໃນໄລຍະເບື້ອງຕົ້ນໄດ້ເປີດເປັນປະເພດສິນຄ້າເອເລັກໂຕຼນິກ,ພະລັງງານແສງແດດ ແລະ ໝາກໄມ້ຕ່ອງໂສ້ເຢັນ 1,200 ກວ່າປະເພດ,ບົດບາດຂອງຊ່ອງທາງທອງແຫ່ງນີ້ນັບມື້ນັບສຳຄັນ.ໃນໄລຍະເລີ່ມຕົ້ນເປີດນຳໃຊ້,ລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງປະເທດລາວ-ຈີນແລ່ນລົດໄຟໂດຍສະເລ່ຍ 2 ຖ້ຽວຕໍ່ມື້,ປັດຈຸບັນໄດ້ເພີ່ມຂຶ້ນເປັນ 12 ຖ້ຽວຕໍ່ມື້.ເວລາໃຊ້ກວດກາດ່ານຊາຍແດນໄດ້ຫຼຸດລົງຈາກ 30 ນາທີເປັນ 16 ນາທີຕໍ່ລົດໄຟຂະບວນໜຶ່ງ,ປະສິດທິຜົນການກວດກາດ່ານພາສີກໍ່ໄດ້ຮັບການປັບປຸງຢ່າງຫຼວງຫຼາຍ.
ດ້ວຍການປະຕິບັດນະໂຍບາຍ "ການຄຸ້ມຄອງລະດັບ ຂ ຕໍ່ພະຍາດປະເພດ ຂ" ແລ້ວ,ລົດໄຟໂດຍສານຂ້າມແດນຂອງທາງລົດໄຟຈີນ-ລາວຈະເລີ່ມແລ່ນໃນເວລາເໝາະສົມ.ຕໍ່ໄປ,ທີມງານກວດກາດ່ານທາງລົດໄຟຢູ່ສະຖານີກວດກາຊາຍແດນ ບໍ່ຫານ ຈະເພີ່ມທະວີການຊ້ອມຮົບຈຳລອງການເຮັດວຽກ,ປັບປຸງແຜນການ ແລະ ແຜນການກຽມພ້ອມລ່ວງໜ້າ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນລາວ-ຈີນ.
截至3月1日,中老铁路开通运营15个月,磨憨边检站铁路口岸执勤队共查验中老国际班列3930列次100798车,出境列车1776列次51504车,入境列车2154列次49294车,累计验放跨境货物304.6万吨,其中出口货物65.1万吨,进口货物239.5万吨。今年以来,该队共查验中老国际班列720列次21761车,出境列车305列次11082车,入境列车415列次10679车,累计验放跨境货物70.5万吨,其中出口货物10.1万吨,进口货物60.4万吨,进口货物同比增长5倍。
自中老铁路开通运营以来,运输安全稳定,货物运输持续兴旺。目前,我国已有25个省份先后开行了中老铁路跨境货运列车,覆盖老挝、泰国、缅甸、马来西亚、柬埔寨、越南、孟加拉国、新加坡等“一带一路”国家,货物品类由开通初期的化肥、百货等10多种扩展至电子、光伏、冷链水果等1200多种,黄金大通道作用日益显著。开通初期,中老铁路跨境货物列车日均开行2列,现在已经增加到日均开行12列,边检查验时间由每列30分钟缩短至每列16分钟,通关效率显著提高。
随着“乙类乙管”政策的实施,中老铁路跨境旅客列车将适时开行。下一步,磨憨边检站铁路口岸执勤队将加强勤务模拟演练,完善方案预案,为高质量共建“一带一路”、造福中老两国民众作出积极贡献。(云南网 记者杨之辉 通讯员钟九生)
ເມືອງມອງຊີ ດອກຄາຍສິບພັນເຮັກຕາເບີກບານເປັນສີບົວ ລະດູໃບໄມ້ບົ່ງເຂົ້າມາອີກເທື່ອ
ສະບາຍດີ2023-03-03
ກອງປະຊຸມສົ່ງເສີມການກໍ່ສ້າງບ້ານສຸກສັນຊາຍແດນແບບທັນສະໄຫມຂອງແຂວງໄດ້ຈັດຂຶ້ນຢູ່ເມືອງບໍ່ຫານ
ສະບາຍດີ2023-03-03
ດ່ານພາສີຄຸນໝິງໄດ້ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງດ່ານສາກົນໃຫ້ດີ
ສະບາຍດີ2023-03-02
ແຂວງຢຸນນານເລັ່ງລັດການກໍ່ສ້າງເປັນສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ຂອງຈີນ
ສະບາຍດີ2023-03-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
03/06
17:44
— ແບ່ງປັນ —