ແຜນການດໍາເນີນງານ 3 ປີຂອງທາງລົດໄຟລາວ-ຈີນໄດ້ພິມ ແລະ ປະຕິບັດຄົບຮອບ 1 ປີ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 13 ເດືອນກຸມພາ, ຫ້ອງງການຂອງທິມງານການປະສານງານດ້ານການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງແຂວງຢູນນານ(ຕໍ່ໄປເອີ້ນວ່າ“ຫ້ອງການ ຫຼານເໝີຍແຂວງ”)ໄດ້ຖະແຫຼງຂ່າວວ່າ, ໜຶ່ງປີຜ່ານມາ, ແຂວງຢູນນານໄດ້ຮັບຜົນງານຢ່າງດີໃນດ້ານການກໍ່ສ້າງຊ່ອງທາງ ສູນໃຈກາງການຄົມມະນາຄົມ ການພັດທະນາອຸດສາຫະກໍາ ແລະ ການບົ່ມສ້າງຜູ້ປະກອບໃນຕະຫຼາດໃນລຽບຕາມທາງລົດໄຟລາວ-ຈີນ.

ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າລ້ວນມີຄວາມຈະເລີນຮຸ່ງເຮືອງ

ວັນທີ 3 ເດືອນທັນວາ ປີ 2021, ທາງລົດໄຟລາວ-ຈີນເປີດນໍາໃຊ້ຢ່າງເປັນທາງການ. ເພື່ອສວຍກາລະໂອກາດຂອງທາງລົດໄຟເປີດການນໍາໃຊ້, ຄະນະພັກ ແລະ ອົງການປົກຄອງແຂວງໄດ້ພິມ ແລະ ປະຕິບັດ“ແຜການດໍາເນີນງານ3ປີກ່ຽວກັບຮັກສາ ແລະ ເປີດນໍາໃຊ້ທາງລົດໄຟລາວ-ຈີນໃຫ້ດີ ແລະ ພັດທະນາ ແລະ ກໍ່ສ້າງເຂດລຽບຕາມທາງລົດໄຟລາວ-ຈີນໃຫ້ດີດ້ວຍປະຕິບັດນໍ້າໃຈຄໍາປາໄສທີ່ສໍາຄັນຂອງທ່ານ ສີຈິ້ນຜິງ ເລຂາທີການໃຫຍ່”,ເພື່ອອອກແບບວາງແຜນການພັດທະນາ“ການຂົນສົ່ງສະດວກ, ສູນໃຈກາງການຄົມມະນາຄົມແຂ້ງແຮງ, ອຸດສາຫະກໍາຝົດຝຶ້ນ ແລະ ຕະຫຼາດຊີວິດຊີວາ”ໃຫ້ເຂດລຽບຕາມທາງລົດໄຟລາວ-ຈີນ, ສ້າງຕັ້ງຂຶ້ນຄະນະນຳຂອງແຜນການດໍາເນີນງານ 3 ປີຂອງທາງລົດໄຟລາວ-ຈີນ, ເພື່ອປະສານງານແລະຊຸກຍູ້ວຽກງານຕ່າງໆໃຫ້ພັດທະນາຮອບດ້ານ. ໜຶ່ງປີຜ່ານມາ, ທາງລົດໄຟໄດ້ຂົນສົ່ງສິນຄ້າທັງໝົດ14,504,700ໂຕນ, ຂົນສົ່ງສິນຄ້າຂ້າມຊາຍແດນທັງໝົດ 2,743,000ໂຕນ, ໃນນັ້ນ ສິນຄ້າສົ່ງອອກທັງໝົດ 644,470ໂຕນ, ສິນຄ້ານໍາເຂົ້າທັງໝົດ 2,098,300ໂຕນ; ຂົນສົ່ງຜູ້ໂດຍສານທັງໝົດ 10,457,100ເທື່ອຄົນ, ໃນນັ້ນ ຂົນສົ່ງຜູ້ໂດຍສານພາກສ່ວນພາຍໃນທັງໝົດ8,804,400ເທື່ອຄົນ, ຂົນສົ່ງຜູ້ໂດຍສານພາກສ່ວນຕ່າງປະເທດທັງໝົດ 1,652,700ເທື່ອຄົນ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າລ້ວນມີຄວາມຈະເລີນຮຸ່ງເຮືອງ.

ໃນດ້ານສະພາບການກໍ່ສ້າງຊ່ອງທາງ, ປີທີ່ຜ່ານມານີ້, ວຽກງານເບຶ້ອງຕົ້ນຂອງການປັບປຸງ ແລະ ຂະຫຍາຍຄວາມເຂັ້ມແຂງດ້ານໄຟຟ້າຂອງທາງລົດໄຟຄຸນມິງ-ຢູ້ຊີໄດ້ມີຄວາມຄືບໜ້າຢ່າງດີ, ໄດ້ຊ່ວຍຍົກສູງລະດັບການດໍາເນີນງານ.  ສະຖານທີ່ການຄຸ້ມຄອງພາສີຢູ່ສູນສະຖານີການຂົນສົ່ງຕູ້ຄອນທິງເນີເຂດວັງຈຽງຢີນະຄອນຄຸນມິງໄດ້ສ້າງສໍາເລັດ ແລະ ເປີດນໍາໃຊ້ແລ້ວ, ການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານຊາຍແດນກໍ່ເຂັ້ມແຮງຕຶ່ມອີກ. ສະໜາມປ່ຽນລົດຢູ່ພາກໃຕ້ຂອງວຽງຈັນໄດ້ສ້າງສໍາເລັດ ແລະ ເປີດນໍາໃຊ້, ເຊິ່ງເຊື່ອມຕໍ່ທາງລົດໄຟຈີນ-ລາວ-ໄທ. ໄດ້ສຶບຕໍ່ປະກາດນາໂຍບາຍທີ່ສະໜອງຄວາມສະດວກໃຫ້ສິນຄ້າຜ່ານດ່ານພາສີແບບປະສົມປະສານ ແລະ ຜູ້ໂດຍສານຜ່ານດ່ານບໍ່ມີຈໍາກັດ, ເວລາໃຊ້ຜ່ານດ່ານຊາຍແດນບໍ່ຫານໄດ້ຈາກ 40 ຊົ່ວໂມງລົງຮອດ 4-5 ຊົ່ວໂມງ, ປະສິດທິພາບການຜ່ານດ່ານເປັຍອັນດັບສູງໃນບັນດາດ່ານຊາຍແດນທາງບົກຂອງຈີນ.

ໃນດ້ານການກໍ່ສ້າງສູນໃຈກາງການຄົມມະນາຄົມ, ປີທີ່ຜ່ານມານີ້, ສູນໃຈກາງການຄົມມະນາຄົມຂົນສົ່ງສິນຄ້າຢູ່ດ່ານຊາຍແດນທາງບົກຄຸນມິງ-ບໍ່ຫານຖືກເລືອກເຂົ້າໃນລາຍຊື່ການກໍ່ສ້າງສູນໃຈກາງການຄົມມະນາຄົມລະດັບຊາດປີ 2022. ໄດ້ຍົກສູງລະດັບຂອງສູນໃຈກາງການຄົມມະນາຄົມຂົນສົ່ງສິນຄ້າລຽບຕາມເສັ້ນທາງລົດໄຟ, ສູມໃສ່ພັດທະນາການຂົນສົ່ງສິນຄ້າແຊ່ເຢັນ, ໄດ້ສົ່ງອອກຕູ້ຄອນທິງເນີທີ່ບັນຈຸສິນຄ້າພັກສົດເກີນ1000ຕູ້ຕາມທາງລົດໄຟລາວ-ຈີນ, ໄດ້ສໍາເລັດການຂົນສົ່ງສິນຄ້າແຊ່ເຢັນດ້ວຍຮ່ວມມືສາກົນ ທັງໝົດ14000ໂຕນ. ປະດິດສ້າງໃໝ່ ແລະ ພັດທະນາການຂົນສົ່ງຮ່ວມືຫຼາຍເວທີ, ໄດ້ເປີດນໍາໃຊ້ລົດໄຟຂົນສົ່ງສິນຄ້າລະຫວ່າງຊາດ “ຫຼານເໝີຍ Express” ຂອງທາງລົດໄຟຈີນ-ລາວ, ທັງໝົດໄດ້ແລ່ນລົດ260ແຖ້ວ, ຕັ້ງໜ້າສ້າງຍີ່ຫໍ້ການຂົນສົ່ງຮ່ວມມືຫຼາຍເວທີ.

ຊຸກຍູ້ການພັດທະນາເຂດລຽບຕາມຂຶ້ນລະດັບໃໝ່

ໃນດ້ານການບົ່ມສ້າງອຸດສາຫະກໍາ, ໃນປີທີ່ຜ່ານມານີ້, ການຮ່ວມມືດ້ານກະສິກໍາຂ້າມຊາຍແດນຂອງແຂວງຢູນນານສຶບຕໍ່ກ້າວໄປໜ້າ, ວຽກງານເບື້ອງຕົ້ນຂອງສວນການຮ່ວມມືກະສິກຳທັນສະໄໝຈີນ-ລາວຢູ່ວຽງຈັນ ແລະ ນາດູ່ໄດ້ດໍາເນີນຢ່າງດີ. ການດຶງດູນໍາເຂົ້າການລົງທຶນ ແລະ ວິສາຫະກິດດ້ານການທ່ອງທ່ຽວຂ້າມຊາຍແດນສືບຕໍ່ເພີ່ມຂຶ້ນ.ປີ 2022, 4 ກິ່ງແຂວງລຽບຕາມທາງລົດໄຟລາວ-ຈີນໄດ້ສຳເລັດການລົງທຶນດ້ານການທ່ອງທ່ຽວທັງໝົດ 23,657 ຕື້ຢວນ, ສະເລ່ຍເພີ່ມ 52% ຂຶ້ນໄປເມື່ອທຽບໃສ່ໄລຍະດຽວກັນປີກາຍ. ເລັ່ງໄວການກໍ່ສ້າງສວນອຸດສາຫະກໍາລຽບຕາມທາງລົດໄຟ, ເຂດພັດທະນາຮອບດ້ານ ໄຊເສດຖາວຽງຈັນຂອງລາວໄດ້ສໍາເລັດການລົງທຶນທັງໝົດ 949 ລ້ານໂດລາສະຫະລັດ, ໄດ້ດຶງດູດບໍລິສັດ120ຫົວໜ່ວຍທີ່ມາຈາກ 7 ປະເທດ ແລະ ເຂດແຄວ້ນເຂົ້າມາຕັ້ງສໍານັກງານ, ຊຸກຍູ້ສິນຄ້າພາຍໃນປະເທດສົ່ງອອກທັງໝົດ 405 ລ້ານໂດລາສະຫະລັດ; ເຂດເສດຖະກິດພິເສດບໍ່ເຕັນຂອງລາວ ໄດ້ເຊັ່ນສັນຍາກັບບໍລິສັດ 491 ຫົວໜ່ວຍເຂົ້າມາຕັ້ງສໍານັກງານ, ມູນຄ່າການລົງທຶນທັງໝົດ 981 ລ້ານໂດລາສະຫະລັດ, ຊຸກຍູ້ສິນຄ້າພາຍໃນປະເທດສົ່ງອອກທັງໝົດ 40,36 ລ້ານໂດລາສະຫະລັດ.

ຜູ້ຮັບຜິດຊອບກ່ຽວຂ້ອງຂອງຫ້ອງການ ຫຼານເໝີຍແຂວງໄດ້ສະແດງວ່າ, ປີ 2023ເປັນປີທີ່ສໍາຄັນສໍາລັບປະຕິບັດແຜນການດໍາເດີນງານ 3 ປີ ຂອງທາງລົດໄຟລາວ-ຈີນ, ເພື່ອໄດ້ຂະຫຍາຍບົດບາດຂອງແຜນການດໍາເນີນງານ 3 ປີໃນການຊຸກຍູ້ເຂດລຽບຕາມທາງລົດໄຟພັດທະນາຂຶ້ນລະດັບສູງ, ແຂວງຢູນນານຈະສຸມໃສ່ການພັດທະນາຮອບດ້ານ ແລະ ຕັດຂໍ້ບົກຜ່ອງ, ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຊ່ອງທາງເງິນຄໍາ, ບົ່ມສ້າງຍີ່ຫໍ້ຂອງທາງລົດໄຟທີ່ມີຊຶ່ສຽງ ແລະ ອິດທິຜົນຕໍ່ທົ່ວໂລກ. 


2月13日,云南省澜沧江—湄公河次区域经济合作协调小组办公室(以下简称“省澜湄办”)发布消息,一年来,云南在中老铁路沿线通道、物流枢纽设施、产业发展、市场主体培育等方面的建设取得了积极成效。

客货运呈双旺态势

2021年12月3日,中老铁路全线通车。为抢抓通车机遇,省委、省政府于2022年2月14日印发实施《贯彻落实习近平总书记重要讲话精神维护好运营好中老铁路开发好建设好中老铁路沿线三年行动计划》,为中老铁路沿线擘画“”的发展蓝图,成立中老铁路三年行动计划领导小组,统筹推动综合开发各项工作。一年多来,中老铁路累计运输货物1450.47万吨,跨境运输货物274.30万吨,其中出境货物64.47万吨,入境货物209.83万吨;累计发送旅客1045.71万人次,其中国内段发送旅客880.44万人次,国外段发送旅客165.27万人次,客货运呈双旺态势。

从通道建设情况看,这一年,昆玉铁路电气化扩能改造前期工作推进顺利,助力运营水平有效提升。昆明王家营集装箱中心站海关监管场所建成投入使用,磨憨铁路口岸进境水果指定监管场地顺利通过海关总署验收并投入使用,口岸基础设施建设进一步加强。中老铁路万象南换装场建成启用,有效衔接中老泰铁路。旅客“无感通关”、货物一体化申报等便利化政策有序出台,磨憨口岸通关时间从40小时缩减至4—5小时,通关效能在全国陆路口岸名列前茅。

在枢纽建设方面,这一年,昆明—磨憨陆港型(陆上边境口岸型)物流枢纽入围2022年国家物流枢纽建设名单,切实提升沿线物流枢纽水平。大力发展冷链物流,依托中老铁路出口生鲜货物超1000个标准集装箱,完成冷链国际联运1.4万吨。创新发展多式联运,成功开行中老铁路“澜湄快线”国际货运列车,已累计开行260列,积极打造多式联运品牌。

助推沿线综合开发上台阶

在产业培育方面,这一年,云南跨境农业合作不断务实推进,万象、纳堆等中老现代农业合作园区前期工作顺利推进。跨境旅游招商引资力度持续加大,2022年中老铁路沿线4州(市)旅游固投完成236.57亿元,同比均增长52%以上。沿线园区建设提速,老挝万象赛色塔综合开发区累计完成投资9.49亿美元,吸引来自7个国家和地区的120家企业入驻,累计带动国内货物出口4.05亿美元;老挝磨丁经济特区签约入园企业491家,累计投资额达9.81亿美元,带动国内货物出口额4036万美元。

省澜湄办相关负责人表示,2023年作为中老铁路三年行动计划的关键年,为充分发挥三年行动助推沿线综合开发上台阶的重要作用,云南将紧抓综合开发堵点痛,持续攻坚克难,切实打造“黄金线路”,培育具有美誉度和国际影响力的中老铁路品牌。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

02/16

17:49

ແບ່ງປັນ

ແປ
翻译