ເປີດນໍາໃຊ້ຄົບ 13 ເດືອນ ທາງລົດໄຟລາວ-ຈີນຂົນສົ່ງສິນຄ້າໄດ້ເກີນ 22 ແສນໂຕນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າຍສະໜຸກ) ວັນທີ 9 ເດືອນມັງກອນ, ນັກຂ່າໄດ້ຮັບຮູ້ຈາກດ່ານພາສີຄຸນມິງ, ທາງລົດໄຟລາວ-ຈີນເປີດນໍາໃຊ້ 13 ເດືອນເປັນຕົ້ນມາ, ດ່ານພາສີຄຸນມິງໄດ້ກວດຮັບສິນຄ້າຂາເຂົ້າຂາອອກທັງໝົເກີນ 2,231,700 ໂຕນ, ຍອດມູນຄ່າເຖິງ 14, 566 ລ້ານຢວນ.

ຢູ່ດ່ານຊາຍແດນທາງລົດໄຟບໍ່ຫານ, ພະນັກງານຂອງດ່ານພາສີເມືອງລາທີ່ຂື້ນກັບກົມດ່ານພາສີຄຸນມິງພວມເຮັດເອກະສານອອກດ່ານກ່ຽວຂ້ອງໃຫ້ລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟລາວ-ຈີນທີ່ບັນທຸກສິນຄ້າ 206,2 ໂຕນ ເປັນມູນຄ່າ 7,224 ລ້ານຢວນ, ເຊິ່ງລວມມີເຄື່ອງໃຊ້ໄຟຟ້າໃນຄອບຄົວ, ຜ້າຫົ່ມ, ເຄື່ອງຄວບຄຸມເຄື່ອງຈັກ. ຕາມຮູບແບບ “ລົດໄຟຜ່ານດ່ານດ່ວນ”, ສິນຄ້າສົ່ງອອກໄດ້ສຳເລັດການແຈ້ງພາສີ ແລະ ກວດກາເອກກະສານຢູ່ດ່ານພາສີຂອງບ່ອນຕົ້ນອອກທາງລ່ວງໜ້າ, ພາຍຫຼັງລົດໄຟມາຮອດດ່ານຊາຍແດນທາງລົດໄຟບໍ່ຫານ, ໄດ້ສຳເລັດການກວດການ ແລະ ຜ່ານດ່ານຢ່າງໄວ.

ນັບແຕ່ທາງລົດໄຟເປີດນໍາໃຊ້ເປັນຕົ້ນມາ, ດ່ານພາສີຄຸນມິງຈັດຕັ້ງປະຕິບັດບັນດາມາດຕະການສໍາລັບຊຸກຍູ້ການຄ້າຕ່າງປະເທດມີຄວາມສະຖຽນລະພາບ ແລະ ໄດ້ຍົກສູງຄຸນນະພາບຢ່າງແຂັ້ມງວດ, ໄດ້ແຈ້ງອອກ 8 ມາດຕະການເພຶ່ອຊຸກຍູ້ຕາແສງບໍ່ຫານມອບໝາຍຄຸນມິງເປັນເຈົ້າການໃນການດໍາເນີນວຽກງານ ແລະ ຮ່ວມສ້າງຕົວເມືອງດ່ານຊາຍແດນສາກົນ, ປະຕິບັດການປະຕິຮູບຮູບແບບການດຳເນີນທຸລະກິດຢ່າງຕັ້ງໜ້າເຊັ່ນ: ຜ່ານດ່ານໃນທົ່ວປະເທດເປັນຮູບແບບດຽວ ແລະ ລົດໄຟຜ່ານດ່ານດ່ວນ", ສະໜັບສະໜູນຮູບແບບການຄ້າໃໝ່ຮັບການພັດທະນາຢ່າງວ່ອງໄວໂດຍອິງໄສທາງລົດໄຟລາວ-ຈີນ, ເຊັ່ນ: ການຄ້າເອເລັກໂຕຣນິກຂ້າມຊາຍແດນ ແລະ ການຈັດຊື້ຕະຫຼາດ, ຊຸກຍູ້ສະຖານທີ່ການກວາກາໝາກໄມ້ນໍາເຂົ້າໃນດ່ານຊາຍແດນທາງລົດໄຟບໍ່ຫານໄດ້ຜ່ານການກວດຮັບຈາກກົມໃຫຍ່ດ່ານພາສາ ແລະ ເປີດນໍາໃຊ້, ເພຶ່ອບັນລຸໝາກໄມນໍາເຂົ້າໄດ້ຂົນສົ່ງຕາມທາງລົດໄຟໝົດສາຍ. 

ນອກນີ້, ກົມພາສີ ແລະ ພາກສ່ວນກ່ຽວຂ້ອງທາງລົດໄຟ, ການຄ້າ, ການຂົນສົ່ງຮ່ວມປະສານງານ ແລະ ພະຍາຍາມ, ຊຸກຍູ້ຄວາມສາມາດການຂົນສົ່ງສິນຄ້າຂ້າມແດນຂອງທາງລົດໄຟຈີນ-ລາວໄດ້ຍົກສູງຢ່າງບໍ່ຢຸດຢັ້ງ. ເດືອນທັນວາປີ 2022, ດ່ານພາສີຄຸນມິງໄດ້ກວດຮັບສິນຄ້າຂາເຂົ້າຂາອອກທັງໝົດ 286 ພັນໂຕນເປັນມູນຄ່າ616ລ້ານຢວນ, ເພີ່ມຂຶ້ນ 6,04 ເທົ່າ ແລະ 6,2 ເທົ່າຕໍາລະດັບເມື່ອທຽບໃສ່ໄລຍະເດືອນທໍາທິດການເປີດນໍາໃຊ້. “ນັບແຕ່ທາງລົດໄຟລາວບ-ຈີນເປີດນໍາໃຊ້ເປັນຕົ້ນມາ, ປະເພດສິນຄ້າທີ່ນໍາເຂົ້າ ແລະ ສົ່ງອອກຂອງບໍລິສັດຂ້າພະເຈົ້າໄດ້ເພີ່ມຂຶ້ນຢ່າງຫຼາຍ, ຈໍານວນທຸລະກິດເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ຄວາມສາມາດການແຂ່ງຂັນຂອງຕະຫຼາດກໍ່ໄດ້ຮັບການປັບປຸງດີຂຶ້ນ.”ທ່ານຈຽງຊຽນໂຈ ຜູ້ຮັບຜິດຊອບຂອງບໍລິສັດໂລຈິດສຕິສາກົນ ເຈີ້ນຢອງສິບສອງພັນນາ ຈໍາກັດ.

ຕໍ່ໄປ, ດ່ານພາສີຈະລົງເລີກເຂົ້າໃຈ ແລະ ປະຕິບັດນໍ້າໃຈກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 20 ແລະ ກອງປະຊຸມການງານເສດຖະກິດສູນກາງຢ່າງຕໍ່ເນື່ອງ, ເນັ້ນຫນັກການຄຸ້ມຄອງ ແລະ ປັບປຸງການບໍລິການ, ລົງເລີກການຮ່ວມມຶສາກົບກັບດ່ານພາສີຂອງລາວ, ເພີ່ມການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງຈີນ-ລາວຕຶ່ມອີກ, ບໍລິການ ແລະ ຮ່ວມສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ພັດທະນາຢ່າງມີຄຸນນະພາບສູງ.


昆明信息港讯(昆明日报 全媒体记者缪亚平 通讯员付冬琴)记者1月9日从昆明海关获悉,中老铁路通车运营13个月以来,昆明海关监管验放中老铁路进出口货运量达223.17万吨,进出口货值达145.66亿元。

在磨憨铁路口岸,昆明海关所属勐腊海关工作人员正在对一列装载有重206.2吨、价值722.4万元的家电、布匹、动机管理控制器等货物的中老铁路国际货物列车办理舱单及运输工具出境手续。按照“铁路快通”模式,出口货物提前在始发地海关办理完毕报关、查验手续,列车抵达磨憨铁路口岸后,即可快速完成验放通关。

中老铁路通车运营以来,昆明海关严格落实促进外贸保稳提质各项举措,出台支持昆明市托管西双版纳州磨憨镇共同建设国际口岸城市的8条措施,积极实践“全国通关一体化”“铁路快通”等业务模式改革,支持跨境电商、市场采购等贸易新业态依托中老铁路快速发展,推动磨憨铁路口岸进境水果指定监管场地通过海关总署验收并投入使用,实现了进境水果全程铁路运输。

此外,海关与铁路、商务、交通运输等部门协同发力,促进中老铁路跨境物流运能持续提升。2022年12月单月,昆明海关监管验放中老铁路进出口货运量28.6万吨、货值6.16亿元,同比通车第一个月分别增长6.04倍、6.2倍。“中老铁路通车运营以来,公司经营的进出口商品种类实现了大幅增加,业务量同比增长了40%,市场竞争力得到明显提升力。”西双版纳正荣国际物流有限公司负责人张显舟说。

下一步,昆明海关将持续深入贯彻落实党的二十大精神和中央经济工作会议精神,强化监管优化服务,深化与老方海关国际合作,进一步密切中老经贸往来,服务共建“一带一路”高质量发展。 


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/11

13:53

ແບ່ງປັນ

ແປ
翻译