ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 19 ທັນວານີ້, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍຂອງຊີວະນາໆພັນຂອງອົງການສະຫະປະຊາຊາດຄັ້ງທີ 15 ຫຼື COP15 ໄລຍະທີ 2 ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບ “ຂອບແຫ່ງຄວາມຫຼາກຫຼາຍຂອງຊີວະນາໆພັນທົ່ວໂລກຄຸນມີງ-ມອນຕຣີໂອ”.ແຕ້ມແຜນຜັງໃໝ່ສໍາລັບການຄຸ້ມຄອງຊີວະນາໆພັນທົ່ວໂລກເຖິງປີ 2030 ແລະອະນາຄົດ.
ຫຼັງຈາກການເຈລະຈາແລະປຶກສາຫາລືຢູ່ ມອນຕຣີໂອ, ປະເທດການາດາເກືອບສອງອາທິດ, ພາຍໃຕ້ການນໍາພາແລະການສົ່ງເສີມຂອງຈີນທິ່ເປັນປະເທດປະທານຂອງກອງປະຊຸມໃຫຍ່, ບັນດາຝ່າຍພາຄີໄດ້ບັນລຸຄວາມເຫັນເປັນເອກະພາບກັນໃນຫົວຂໍ້ທີ່ສໍາຄັນເຊັ່ນ: ຈຸດປະສົງ "ຂອບ", ຂໍ້ມູນລໍາດັບດິຈິຕອນກ່ຽວກັບຊັບພະຍາກອນກຳມະພັນ (DSI).
ທ່ານ ຫວງເຣີນຈູ ປະທານ COP15 ແລະລັດຖະມົນຕີກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນກ່າວວ່າ, ພາຍຫຼັງ 4 ປີທີ່ຜ່ານມານີ້, ໃນທີ່ສຸດພວກຂ້າພະເຈົ້າໄດ້ມາຮອດຈຸດຈົບຂອງການເດີນທາງ. "ພວກຂ້າພະເຈົ້າມີເອກະສານຫຼາຍທີ່ສາມາດນໍາພາພວກເຮົາທຸກຄົນເຮັດວຽກຮ່ວມກັນເພື່ອກີດກັ້ນແລະຫັນປ່ຽນການສູນເສຍຊີວະນາໆພັນທົ່ວໂລກ, ເຮັດໃຫ້ຊີວະນາໆພັນໄປສູ່ເສັ້ນທາງການຟື້ນຟູ ແລະ ສ້າງຜົນປະໂຫຍດໃຫ້ມະນຸດ."
ນອກຈາກ "ຂອບແຫ່ງຄວາມຫຼາກຫຼາຍຂອງຊີວະນາໆພັນທົ່ວໂລກຄຸນມີງ-ມອນຕຣີໂອ" ແລະ ຂອບການຕິດຕາມກວດກາທີ່ກ່ຽວຂ້ອງ, ກອງປະຊຸມຍັງໄດ້ຮັບຮອງເອົາຂໍ້ຕົກລົງທີ່ກ່ຽວກັບການລະດົມຊັບພະຍາກອນ ແລະ ການຮ່ວມມືດ້ານວິຊາການ ແລະ ວິທະຍາສາດ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດຂອງມັນ, ຂໍ້ຕົກລົງກ່ຽວກັບລາຍງານການວາງແຜນການຕິດຕາມ ແລະ ກົນໄກການກວດກາ, ຂໍ້ຕົກລົງຂອງ DSI ແລະ ເອກະສານອື່ນໆ.
"‘ຂອບ’ນີ້ສະແດງໃຫ້ເຫັນວິໄສທັດຂອງການຢູ່ຮ່ວມກັນຢ່າງກົມກຽວກັບທໍາມະຊາດໃນປີ 2050, ລວມເອົາວິທີການປະຕິບັດ DSI ເປັນຄັ້ງປະຫວັດສາດ ແລະ ສ້າງຕັ້ງກອງທຶນ ‘ຂອບ’ ເປັນຄັ້ງປະຫວັດສາດ" . ທ່ານ ຫວງເຣີນຈູກ່າວວ່າ, "ສາມາດເວົ້າໄດ້ວ່າພວກເຮົາກໍາລັງປະຕິບັດມາດຕະການອັນສຽບຂາດເພື່ອບັນລຸວິໄສທັດ.”
ຫົວຂໍ້ຂອງ COP15 ແມ່ນ "ສີວິໄລດ້ານນິເວດ: ຮ່ວມກັນສ້າງປະຊາຄົມຊີວິດຂອງໂລກ", ກອງປະຊຸມ COP15 ແບ່ງເປັນ 2 ໄລຍະທີ ຄື: ກອງປະຊຸມໄລຍະທີ 1 ຈັດຂຶ້ນຢູ່ນະຄອນຄຸນໝິງປະເທດຈີນໃນເດືອນ ຕຸລາ 2021 ແລະ ກອງປະຊຸມ ໄລຍະທີ 2 ຈັດຂຶ້ນຢູ່ນະຄອນມອນຕຣີໂອປະເທດການາດາໃນວັນທີ 7 ທັນວານີ້.ໃນຖານະເປັນປະເທດປະທານກອງປະຊຸມ COP15, ຈີນໄດ້ຕັ້ງໜ້າປະສານງານກັບຝ່າຍຕ່າງໆ ເພື່ອບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບຂອບດັ່ງກ່າວ.
新华社加拿大蒙特利尔12月19日电 记者 黄垚 史霄萌 《生物多样性公约》第十五次缔约方大会(COP15)第二阶段会议19日通过“昆明—蒙特利尔全球生物多样性框架”(简称“框架”),为今后直至2030年乃至更长一段时间的全球生物多样性治理擘画新蓝图。
经过在加拿大蒙特利尔近两周的谈判磋商,在大会主席国中国的引领和推动下,各缔约方在“框架”目标、遗传资源数字序列信息(DSI)等关键议题上达成了一致。
COP15主席、中国生态环境部部长黄润秋表示,历经4年,我们终于来到了旅程的终点。“我们手上的一揽子文件能够指引我们所有人共同努力,共同遏制并扭转全球生物多样性丧失,让生物多样性走上恢复之路,并惠及全人类。”
会议除了“昆明—蒙特利尔全球生物多样性框架”和相关的监测框架,还通过了关于资源调动和技术科学合作及支持其执行的决定、关于规划监测报告和审查机制的决定、关于DSI的决定等一揽子文件。
“这个‘框架’描绘了2050年与自然和谐共生的愿景,历史性地将DSI落地路径纳入,历史性地决定设立‘框架’的基金。”黄润秋说,“可以说我们正在采取果断的行动逐步迈向愿景。”
COP15主题为“生态文明:共建地球生命共同体”,包含两个阶段会议。第一阶段会议2021年在中国昆明成功举行;第二阶段会议于今年12月7在蒙特利尔召开,中国继续作为主席国积极协调各方,就框架达成共识。
ແຂວງຢຸນນານໄດ້ຮັບທຶນສໍາລັບຊົນລະປະທານຫຼາຍກວ່າ 3 ຕື້ຢວນຈາກລັດຖະບານລ່ວງໜ້າ
ສະບາຍດີ2022-12-14
ກອງປະຊຸມ COP15 ໄລຍະທີ 2 ເຂດວາງສະແດງແຂວງຢຸນນານມີສິ່ງປະຈັກຕາຢ່າງຕໍ່ເນື່ອງ
ສະບາຍດີ2022-12-16
10 ຮູບພາບທີ່ສວຍງາມ, ພາທ່ານເຫັນບົດໃຫມ່ໃນການອະນຸລັກຊີວະນາໆພັນ
ສະບາຍດີ2022-12-19
ໂດຍອີງໃສ່ທາງລົດໄຟຈີນ-ລາວ ນະຄອນຄຸນໝິງໄດ້ມີຄວາມຄືບໜ້າໃໝ່ໃນການດຶງດູດການລົງທຶນ
ສະບາຍດີ2022-12-13
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
12/21
15:06
— ແບ່ງປັນ —