ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ໂດຍແມ່ນກິດຈະກຳຫົວຂໍ້ແຂວງຢຸນນານຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5,ວັນທີ 5,ແຂວງຢຸນນານໄດ້ຈັດກອງປະຊຸມຊຸກຍູ້ການພັດທະນາແລະການຮ່ວມມືທາງລົດໄຟຈີນ-ລາວແລະກອງປະຊຸມການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງປະເທດຈີນ-ປະເທດລາວຄັ້ງທີ 2 ຢູ່ນະຄອນຊຽງໄຮ.
ການເປີດດຳເນີນເສັ້ນທາງລົດໄຟຈີນ-ລາວ ແລະ ການທົດລອງຂົນສົ່ງທາງທະເລ,ທາງດ່ວນແລະທາງລົດໄຟໃນຊ່ອງທາງໃໝ່ລະຫວ່າງປະເທດຈີນ-ປະເທດມຽນມາຢ່າງສຳເລັດຜົນ,ຜົນບັງຄັບໃຊ້ຂອງ RCEP.ຄວາມໄດ້ປຽບທາງດ້ານທ່າແຮງທີ່ຕັ້ງເຂດ ແລະ ເປີດປະຕູສູ່ພາຍນອກຂອງຢູນນານຕໍ່ກັບອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ມີຄວາມໂດດເດັ່ນກວ່າ,ທ່າແຮງການພັດທະນາໃນອະນາຄົດແລະພື້ນທີ່ຕະຫຼາດແມ່ນໃຫຍ່ຫຼວງ.
ຫົວຂໍ້ຂອງການເຄື່ອນໄຫວໃນວັນນີ້ແມ່ນ“ຕັ້ງໜ້າເຊື່ອມໂຍງເຂົ້າກັບຍຸດທະສາດແຫ່ງຊາດ ແລະ ເລັ່ງລັດກໍ່ສ້າງສູນກາງ”.ຄະນະຜູ້ແທນການຄ້າແຂວງຢຸນນານ ແລະ ຜູ້ຕາງໜ້າວິສາຫະກິດ 60 ແຫ່ງທີ່ມາຈາກ 13 ປະເທດແລະເຂດແຄວ້ນໄດ້ສຸມໃສ່ບັນດາຊ່ອງທາງໃຫຍ່ເພື່ອຊຸກຍູ້ການຂົນສົ່ງສິນຄ້າໃຫຍ່,ການຂົນສົ່ງໃຫຍ່ເພື່ອຊຸກຍູ້ການຄ້າໃຫຍ່,ການຄ້າໃຫຍ່ເພື່ອຊຸກຍູ້ອຸດສາຫະກໍາຂະຫນາດໃຫຍ່.ໄດ້ຈັດກອງປະຊຸມ ແລະ ປຶກສາຫາລືກ່ຽວກັບວິທີການໃຫ້ບົດບາດອັນເຕັມທີ່ຂອງອິດທິພົນ ແລະ ບົດບາດນຳພາຂອງທາງລົດໄຟຈີນ-ລາວ.
ໃນກອງປະຊຸມໄດ້ດຳເນີນພິທີລົງນາມໃນການຮ່ວມມືດ້ານການລົງທຶນ ແລະ ໂຄງການຈັດຊື້ສິນຄ້ານຳເຂົ້າ,ທັງໝົດ 16 ໂຄງການໄດ້ລົງນາມກັບທີ່.ໃນນັ້ນ,ມີ 11 ໂຄງການລົງທຶນດ້ວຍຍອດເງິນລົງທຶນປະມານ 23,5 ຕື້ຢວນ,ເພີ່ມຂຶ້ນ 14,08% ເມື່ອທຽບໃສ່ປີກາຍ,ສັນຍາການລົງທຶນກວມເອົາ 90%,ໂຄງການດັ່ງກ່າວກວມເອົາພະລັງງານໃໝ່,ຢາ,ເຕັກໂນໂລຊີຂໍ້ມູນຂ່າວສານ,ການພັດທະນາອຸດສາຫະກຳປ່າໄມ້,ກະສິກຳ ແລະ ການຂົນສົ່ງສະຫຼາດ,ເສດຖະກິດສຳນັກງານໃຫຍ່ ແລະ ຂົງເຂດອື່ນໆ.ໃນນັ້ນມີ 5 ໂຄງການຈັດຊື້ນຳເຂົ້າ, ຍອດມູນຄ່າຈັດຊື້ນຳເຂົ້າແມ່ນ 845 ລ້ານໂດລາ,ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ປີກາຍ,ຕົ້ນຕໍແມ່ນນໍາເຂົ້າຖົ່ວເຫລືອງ, ທອງແດງເຂັ້ມຂຸ້ນ,ທອງດຳ,green cokes,ທອງຄຳຂາວ,ຊີ້ນງົວຊີ້ນຄວາຍແລະສິນຄ້າອື່ນໆ.
ນອກຈາກນີ້,ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງປະເທດຈີນ-ລາວ,ເຂດເສດຖະກິດພິເສດບໍ່ເຕັນ ສປປ ລາວ ແລະ ເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງຈັນໄດ້ເປີດຕົວສົ່ງເສີມການລົງທຶນຮ່ວມກັນ.ເຂດອຸດສາຫະກຳ 3 ແຫ່ງໄດ້ສະເໜີໃຫ້ 80 ບໍລິສັດ ແລະ ພໍ່ຄ້າເກືອບ 100 ຄົນ ແລະ 10 ກວ່າບໍລິສັດໄດ້ບັນລຸຄວາມຕັ້ງໃຈຮ່ວມມືໃນຂົງເຂດອຸດສາຫະກຳປຸງແຕ່ງ ແລະ ການຜະລິດເບົາ,ກໍ່ສ້າງສາງຢູ່ຕ່າງປະເທດ,ການຄ້າການນຳເຂົ້າ ແລະ ສົ່ງອອກ,ການພັດທະນາໂຮງແຮມ ແລະ ກໍ່ສ້າງ,ພັດທະນາອຸດສາຫະກຳການທ່ອງທ່ຽວວັດທະນະທຳ ແລະ ກໍ່ສ້າງ.
新华网上海11月7日电(陈芷沁)作为第五届中国国际进口博览会云南省主题活动,5日,云南省在上海举办中老铁路沿线开发合作推介会暨第二届中国老挝磨憨—磨丁经济合作区联合招商对接会。
随着中老铁路的顺利开通、中缅新通道海公铁联运的成功试运、RCEP的生效,云南面向南亚东南亚的区位优势、开放优势更加凸显,未来发展潜力和市场空间巨大。
当天活动的主题是“主动融入国家战略,加快建设辐射中心”。云南省交易团与13个国家和地区的60家企业代表聚焦大通道带动大物流、大物流带动大贸易、大贸易带动大产业,就如何发挥中老铁路辐射带动作用展开会见洽谈。
会上进行了投资合作及进口商品采购项目签约仪式,共有16个项目进行现场签约。其中,投资类项目11个,总投资约235亿元人民币,同比增长14.08%,投资协议占90%,项目涵盖新能源、生物医药、信息技术、林产业综合开发、农业及智慧物流、总部经济等领域。进口采购类项目5个,进口采购金额8.45亿美元,同比增长1.2%,主要涉及大豆、铜精矿、粗铜、石油焦、非标铂、肉牛等商品进口。
此外,中国老挝磨憨—磨丁经济合作区、老挝磨丁经济特区以及老挝万象赛色塔综合开发区展开了联合招商对接。三家园区向80家企业、近100名客商进行推介展示,并与10余家企业在轻工业加工制造、境外仓建设、进出口贸易、酒店开发建设、文旅产业开发建设等领域达成合作意向。
ກອງປະຊຸມສຳມະນາວັດທະນະທຳ ແລະ ການທ່ອງທ່ຽວຂອງນະຄອນຄຸນໝິງໄດ້ຈັດຂື້ນຢູ່ນະຄອນນານຊ່າງ
ສະບາຍດີ2022-11-14
ກອງປະຊຸມແລກປ່ຽນບຸກຄະລະກອນສາກົນ ຢູນນານຄັ້ງທີ່6ຈະຈັດຂຶ້ນຢູ່ນະຄອນຄຸນໝິງໃນວັນທີ 12 ເດືອນ ພະຈິກນີ້
ສະບາຍດີ2022-11-11
ເສັ້ນທາງລົດໄຟຈີນ-ລາວຂົນສົ່ງສິນຄ້າໄດ້ເກີນ 10 ລ້ານໂຕນ
ສະບາຍດີ 2022-11-11
ກອງປະຊຸມປຶກສາຫາລືສາກົນກ່ຽວກັບການປ້ອງກັນແລະຄວບຄຸມຊີວະສັດທຳລາຍຂ້າມຊາຍແດນໄດ້ຈັດຂື້ນຢູ່ຄຸນໝິງ
ສະບາຍດີ2022-11-11
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
11/15
11:25
— ແບ່ງປັນ —