ກອງປະຊຸມສຳມະນາວັດທະນະທຳ ແລະ ການທ່ອງທ່ຽວຂອງນະຄອນຄຸນໝິງໄດ້ຈັດຂື້ນຢູ່ນະຄອນນານຊ່າງ

ມາຈາກ:ສະບາຍດີ

微信截图_20221114171410

ສະບາຍດີ ນັກຂ່າວສຸດໃຈ)ວັນທີ່ 13 ເດືອນພະຈິດ,  ກອງປະຊຸມສຳມະນາວັດທະນະທຳ ແລະ ການທ່ອງທ່ຽວຂອງນະຄອນຄຸນໝິງ ທີ່ມີຫົວຂໍ້ “ເມືອງທີ່ສວຍງາມເຊິ່ງເປັນປະຕູຂອງປະເທດຊາດ ເມືອງແຫ່ງລະດູການໄມ້ປົ່ງທີ່ມີຄວາມສະເໜ່” ໄດ້ຈັດຂື້ນຢູ່ນະຄອນນານຊ່າງ.

ກອງປະຊຸມສຳມະນາໄດ້ຈັດຂື້ນຫຼັກໂດຍພະແນກວັດທະນະທໍາແລະການທ່ອງທ່ຽວຄຸນໝິງແລະພາກສ່ວນປະຕິບັດຕົວຈິງແມ່ນສະມາຄົມຂະແໜງການອົງການທ່ອງທ່ຽວຄຸນໝິງ. ນະຄອນຄຸນໝິງໄດ້ແນະນຳຜະລິດຕະພັນວັດທະນະທຳ-ທ່ອງທ່ຽວຈຳນວນໜຶ່ງ ແລະ ເສັ້ນທາງທ່ອງທ່ຽວທີ່ມີຄຸນນະພາບສູງໃຫ້ແກ່ນັກທ່ອງທ່ຽວຈາກແຂວງຈ່ຽງຊີ, ບໍລິສັດການທ່ອງທ່ຽວ ຈິນອ້າຍ ແຂວງຢຸນນານ ຈຳກັດ, ບໍລິສັດການອົງການທ່ອງທ່ຽວສາກົນ ໝີແພດາ ຈຳກັດ ແລະ ບໍລິສັດການທ່ອງທ່ຽວຈິງເຊີງ ຈຳກັດໄດ້ເຊັນຂອບການຮ່ວມມືຍຸດທະສາດກັບບໍລິສັດອົງການທ່ອງທ່ຽວສາກົນ ການສຶກສາ-ການທ່ອງທ່ຽວ ແຂວງຈ່ຽງຊີ ຈຳກັດ, ບໍລິສັດອົງການທ່ອງທ່ຽວສາກົນ ຊູ່ນຊິ່ວ ແຂວງຈ່ຽງຊີ ແລະ ບໍລິສັດອົງການທ່ອງທ່ຽວອູຫູ ນະຄອນນານຊ່າງ ເຊີ່ງຈະດຳເນີນການຮ່ວມມືໃນດ້ານການແນະນຳຜະລີດຕະພັນ, ການສົ່ງລູກຄ້າເຊີ່ງກັນ ແລະ  ກັນແລະອື່ນໆ.

微信截图_20221114171419

ນະຄອນຄຸນໝິງ ແລະ ນະຄອນນານຊ່າງມີຊັບພະຍາກອນວັດທະນະທຳ ແລະ ການທ່ອງທ່ຽວທີ່ມີເອກະລັກຂອງຕົນເອງ, ຕາບຈູນເຊິ່ງກັນ ແລະ ກັນ ໃນດ້ານການເຕົ້າໂຮມ ແລະ ຜັນຂະຫຍາຍຊັບພະຍາກອນ ແລະ ຜະລິດຕະພັນ, ການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວມີຊ່ອງທາງການພັດທະນາຢ່າງກ້ວາງຂວາງ. ສອງນະຄອນຍັງຈະສົ່ງເສີມການຮ່ວມມືດ້ານການພັດທະນາການທ່ອງທ່ຽວແບບວັດທະນະທຳ, ການສົ່ງເສີມການລົງທຶນ, ການໂຄສະນາ ແລະ ການເຜີຍແຜ່, ການສົ່ງລູກຄ້າເຊີ່ງກັນ ແລະ ກັນ ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງໃນຂະແໜງການວັດທະນະທຳ ແລະ ການທ່ອງທ່ຽວ. ກອງປະຊຸມສຳມະນາຢູ່ແຂວງນານຊ່າງຄັ້ງນີ້ແມ່ນສະຖານີສຸດທ້າຍຂອງກອງປະຊຸມສຳມະນາວັດທະນະທຳ ແລະ ການທ່ອງທ່ຽວຂອງນະຄອນຄຸນໝິງ ທີ່ມີຫົວຂໍ້ “ເມືອງທີ່ສວຍງາມເຊິ່ງເປັນປະຕູຂອງປະເທດຊາດ ເມືອງແຫ່ງລະດູການໄມ້ປົ່ງທີ່ມີຄວາມສະເໜ່”, ນະຄອນຄຸນໝິງບໍ່ພຽງແຕ່ໄດ້ແນະນຳວິທີການທ່ອງທ່ຽວທີ່ມີຄຸນນະພາບສູງ ແລະ ຜະລິດຕະພັນໃໝ່ດ້ານການທ່ອງທ່ຽວວັດທະນະທຳເທົ່ານັ້ນ, ຍັງໄດ້ນຳເອົາອາຫານເບົາພິເສດມາຮອດພາກສະໜາມອີກດ້ວຍ. ໃຫ້ຜູ້ປະກອບອາຊີບໃນຂະແໜງການທ່ອງທ່ຽວໄດ້ປະສົບກັບທັງ "ລົດຊາດຂອງຄຸນໝິງ" ແລະສຳຜັດ "ວັດທະນະທຳຂອງຄຸນໝິງ".

ຄຸນໝິງມີຊັບພະຍາກອນດ້ານການທ່ອງທ່ຽວວັດທະນະທຳອັນອຸດົມສົມບູນ ແລະ ມີສະພາບແວດລ້ອມແຫ່ງການລົງທຶນທີ່ດີເດັ່ນ, ມີຊ່ອງທາງການພັດທະນາໃນອະນາຄົດຢ່າງກ້ວາງຂວາງໃນດ້ານວັດທະນະທຳ ແລະ ການທ່ອງທ່ຽວ. ປີນີ້, ຕາແສງບໍຫານທີ່ມອບໝາຍນະຄອນຄຸນໝິງເປັນຜູ້ຄຸ້ມຄອງ ແລະ ຄຸນໝິງກາຍເປັນນະຄອນດຽວທີ່ມີ "ເສັ້ນຊາຍແດນ" ໃນປະເທດຈີນ ແລະ ທ່າແຮງດ້ານສະຖານທີ່ອັນເປີດກ້ວາງໄດ້ພົ້ນເດັ່ນຂຶ້ນຕື່ມອີກ. ປະຈຸບັນ, ນະຄອນຄຸນໝິງສຸມໃສ່ພັດທະນາຂະແໜງການສຸຂະພາບໃຫຍ່, ນະວັດຕະກຳດ້ານວັດທະນະທຳ ແລະ ການທ່ອງທ່ຽວໂດຍຕາມນະໂຍບາຍການກໍ່ສ້າງເມືອງທີ່ເປັນ “ເມືອງແຫ່ງລະດູການໄມ້ປົ່ງຂອງປະເທດຈີນ, ເມືອງທີ່ມີຊື່ສຽງໃນດ້ານປະຫວັດສາດ ແລະ ວັດທະນະທຳ, ເມືອງທີ່ມີຊື່ສຽງໃນດ້ານສຸຂະພາບໃຫຍ່ສາກົນ, ເມືອງໃຈກາງສາກົນແບບພາກພື້ນ ”, ເພື່ອພະຍາຍາມສ້າງແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໃນສາກົນ ແລະ ເມືອງຈຸດໝາຍສຳລັດສຸຂະພາບ ແລະ ຊີວິດການເປັນຢູ່.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ນະຄອນຄຸນໝິງໄດ້ປະຕິບັດວຽກງານການປ້ອງກັນພະຍາດໄດ້ດີເດັ່ນ, ຊຸກຍູ້ການຟື້ນຟູແລະພັດທະນາຂະແໜງການທ່ອງທ່ຽວວັດທະນະທຳຢ່າງວ່ອງໄວ, ບໍ່ພຽງແຕ່ອີງໃສ່ຊັບພະຍາກອນແຫຼ່ງທ່ອງທ່ຽວດ້ານວັດທະນະທຳທີ່ອຸດົມສົມບູນເທົ່ານັ້ນ, ຍັງໄດ້ພັດທະນາຜະລິດຕະພັນໃໝ່ກ່ຽວກັບທ່ອງທ່ຽວວັດທະນະທຳ ແລະ ຮູບແບບຂະແໜງການໃໝ່, ປະຕິບັດ "ເດີນອອກໄປ" "ນຳເຂົ້າມາ"ຢ່າງຕັ້ງໜ້າ, ໂຄສະນາເຜີຍແຜ່ການທ່ອງທ່ຽວຂອງນະຄອນຄຸນໝິງຢ່າງຮອບດ້ານ.

微信截图_20221114171410

昆明信息港讯(昆明日报 首席记者李思凡) 11月13日,“锦绣国门 魅力春城”昆明文化旅游推介会在江西南昌举行。

推介会由昆明市文化和旅游局主办,昆明市旅行社行业协会承办。昆明向江西游客推出一批文旅新产品、品质旅游线路,云南锦爱旅游集团有限公司、云南熊猫国际旅行社有限公司、云南景程旅游集团有限公司与江西教之旅国际旅行社有限公司、江西春秋国际旅行社有限公司、南昌五湖国际旅行社有限公司签署战略合作协议,将在产品互推、客源互送等方面展开合作。

微信截图_20221114171419

昆明、南昌两市文化旅游资源各具特色,在资源及产品的整合和推广方面具有较强互补性,文化旅游合作前景广阔。两市将进一步加强在文旅开发、招商引资、宣传推广、客源互送等领域的合作,共同促进文化旅游业高质量发展。南昌站是本次“锦绣国门 魅力春城”昆明文化旅游推介会的最后一站,昆明不仅推出一批品质旅游新玩法、文旅新产品,还将特色小吃带到推介会现场,让旅游从业者既体验“舌尖上的昆明”,又感受“文化昆明”。

昆明文旅资源丰富,投资环境好,文旅产业发展前景广阔。今年,昆明托管磨憨成为全国唯一一座有“边境线”的省会城市,开放区位优势更加凸显。目前,昆明正按照“中国春城、历史文化名城、国际大健康名城、区域性国际中心城市”的战略定位,着力发展大健康、大文创、大旅游产业,努力打造国际知名旅游目的地、健康生活目的地城市。

今年以来,昆明精准做好疫情防控工作,推动文旅产业加快恢复发展,不仅依托丰富的文化旅游资源,推出文旅新产品、新业态,还积极“走出去”“请进来”,全方位营销昆明旅游。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

11/14

17:16

ແບ່ງປັນ

ແປ
翻译