ກອງປະຊຸມປຶກສາຫາລືສາກົນກ່ຽວກັບການປ້ອງກັນແລະຄວບຄຸມຊີວະສັດທຳລາຍຂ້າມຊາຍແດນໄດ້ຈັດຂື້ນຢູ່ຄຸນໝິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ)ວັນທີ 8 ພະຈິກນີ້, ສະຖາບັນວິທະຍາສາດກະສິກຳຈີນເປັນພາກສ່ວນຈັດຕັ້ງປະຕິບັດຫຼັກ ແລະ ຈັດຕັ້ງປະຕິບັດຫຼັກຕົວຈິງ, ມະຫາວິທະຍາໄລກະສິກຳຢຸນນານເປັນພາກສ່ວນຈັດຕັ້ງປະຕິບັດຮ່ວມກັນໄດ້ຈັດກອງປະຊຸມປຶກສາຫາລືສາກົນກ່ຽວກັບການປ້ອງກັນແລະຄວບຄຸມຊີວະສັດທຳລາຍຂ້າມຊາຍແດນໃນອາຊີຕາເວັນອອກສ່ຽງໃຕ້ ຢູ່ນະຄອນຄຸນໝິງ.

F60110B58BD42CB5F7C39F94E62_9EAB2A57_1DB92

ກອງປະຊຸມໄດ້ດຳເນີນການສົນທະນາແລກປ່ຽນທາງວິຊາການກ່ຽວກັບຮ່ວມກັນປ້ອງກັນແລະຄວບຄຸມສະຕູພືດຕົ້ນຕໍລະຫວ່າງປະເທດຈີນກັບບັນດາປະເທດ ໃກ້ຄຽງຢູ່ອາຊີຕາເວັນອອກສ່ຽງໃຕ້ເພື່ອຄົ້ນຄວ້າກົນໄກການຄຸ້ມຄອງແບບນະວັດຕະກຳ ແລະ ມາດຕະຖານດ້ານນະໂຍບາຍ. ໃນກອງປະຊຸມ, ທ່ານວູຂົງມິງ, ສະມາຊິກຄະນະພັກກະຊວງກະສິກຳ ແລະ ຊົນນະບົດ, ປະທານສະຖາບັນວິທະຍາສາດກະສິກຳຈີນກ່າວວ່າ, ສະຕູພືດແມ່ນປັດໄຈຕົ້ນຕໍທີ່ຈຳກັດການຜະລິດດ້ານກະສິກຳ, ແລະ.ການປ້ອງກັນ ແລະ ຄວບຄຸມຊີວະສັດທຳລາຍຂ້າມຊາຍແດນແມ່ນການທ້າທາຍອັນຂ້ຽວຂາດຂອງສັງຄົມສາກົນໃນປະຈຸບັນ.ຈີນແລະປະເທດອາຊີຕາເວັນອອກສ່ຽງໃຕ້ມີພູມສາດຕິດຈອດກັນ, ເງື່ອນໄຂດ້ານນິເວດ, ດິນຟ້າອາກາດ ແລະ ປະເພດພືດທີ່ປູກຝັງກໍຄ້າຍຄືກັນ, ການປະກົດຕົວແລະການປ້ອງກັນຊີວະສັດທຳລາຍມີຄວາມຄ້າຍຄືກັນ. ຈີນແລະປະເທດອາຊີຕາເວັນອອກສຽງໃຕ້ຄວນເພີ່ມທະວີການຮ່ວມມືເພື່ອຮ່ວມກັນປະເຊີນໜ້າກັບການຂົ່ມຂູ່ຈາກສັດຕູພືດຂ້າມແດນຕໍ່ຄວາມປອດໄພຂອງຊີວະສັດກະສິກຳ.

71406A389681948660E06EDBACA_504CC441_18B11

ໃນກອງປະຊຸມ, ທ່ານລຸ້ຢ້ຽນຫູ່ຍ, ຜູ້ອຳນວຍການຂອງສະຖາບັນອະນຸລັກພືດເຊິ່ງຂື້ນກັບສະຖາບັນວິທະຍາສາດກະສິກຳຈີນ, ແລະກົງສຸນ່ຂອງສະຖານກົງສຸນໃຫຍ ່ສປປ ລາວປະຈຳຢູ່ນະຄອນຄຸນໝິງໄດ້ເປີດຫ້ອງທົດລອງຮ່ວມກັນດ້ານການອະນຸລັກພືດລະຫ່ວາງລາວ-ຈີນ, ທ່ານ ຈູ່ຢຽວຢອງອະທິການບໍດີກິດຕິມະສັກຂອງມະຫາວິທະຍາໄລກະສິກຳຢຸນນານແລະ ທ່ານ ຈ່ຽງເພີ່ງ, ຜູ້ອຳນວຍການສູນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຂອງສູນກາງຊີວະວິທະຍາສາດທີ່ນຳໃຊ້ສາກົນ CABI, ໄດ້ເປີດຫ້ອງທົດລອງຮ່ວມກັນດ້ານການຄວບຄຸມຊີວະສັດທຳລາຍຂ້າມຊາຍແດນຂອງແຂວງຢຸນນານ-CABI. ປະທານຫຼີຢອງ ອະທິການບໍດີຂອງມະຫາວິທະຍາໄລກະສິກຳຢຸນນານແລະ ທ່ານ ຈ່ຽງເພີ່ງຮ່ວມກັນເຊັນແຜນການເຄື່ອນໄຫວກ່ຽວກັບການຄວບຄຸມສັດຕູພືດຂ້າມຊາຍແດນ.

昆明信息港讯 (昆明日报 记者杨艳萍) 11月8日,由中国农业科学院举办、中国农业科学院承办、云南农业大学协办的“中国—东南亚跨境有害生物联防联控国际研讨会”在昆明举行。

F60110B58BD42CB5F7C39F94E62_9EAB2A57_1DB92

会议围绕中国与东南亚邻国重大作物病虫害联防联控开展学术交流,探索创新性管理机制和政策措施。会上,农业农村部党组成员、中国农科院院长吴孔明院士表示,植物病虫害是制约农业生产的主要关键生物因子,跨境有害生物防控是当前国际社会共同面临的严峻挑战。中国与东南亚国家地理位置毗邻、生态气候条件与作物种植种类相似,有害生物的发生与防控有共性。中国与东南亚各国应该加强合作,共同面对跨境病虫害给农业生物安全带来的威胁。

71406A389681948660E06EDBACA_504CC441_18B11

会上,中国农业科学院植物保护研究所所长陆宴辉和老挝驻昆明总领事馆领事苏桑迪·高拉为老中植物保护联合实验室揭牌,云南农业大学名誉校长朱有勇院士和国际应用生物科学中心(CABI)东亚与东南亚中心主任张峰共同为云南-CABI跨境有害生物综合防控联合实验室揭牌,云南农业大学校长李永和与张峰共同签署跨境病虫害联防联控行动方案。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

11/11

11:11

ແບ່ງປັນ

ແປ
翻译