ດ່ານພາສີບໍ່ຫານໄດ້ບັນລຸການສົ່ງອອກໂດຍກົງເຊິ່ງເປັນຮູບແບບວິສາຫະກິດອີຄອມເມີຊສອດຄ່ອງກັບວິສາຫະກິດ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ)ຕາມຂ່າວສານຈາກເຂດການຮ່ວມມືເສດຖະກິດບໍ່ຫານ ສປ ຈີນ - ບໍ່ເຕັນ ສປປ ລາວໃຫ້ຮູ້ວ່າ, ບໍລິສັດການຄ້າອີຄອມເມີຊຂ້າມຊາຍແດນ ສິບສອງພັນນາ ຈຳກັດ ໄດ້ແຈ້ງສິນຄ້າສົ່ງອອກ(9710)ການຄ້າອີຄອມເມີຊຂ້າມຊາຍແດນ B2B ໂດຍກົງໃຫ້ດ່ານພາສີຄຸນໝິ, ແລ້ວກໍ່ຜ່ານດ່ານພາສີບໍ່ຫານ ແລະ ມາຮອດປະເທດລາວຢ່າງສຳເລັດຜົນ. ນີ້ແມ່ນວິສາຫະກິດບໍ່ຫານທີ່ນຳໃຊ້ຮູບແບບການຄ້າອີຄອມເມີຊຂ້າມຊາຍແດນເພື່ອແຈ້ງສິນຄ້າສົ່ງອອກເປັນຄັ້ງທຳອິດ, ເວລາການຜ່ານດ່ານພາສີຖືກຫຼຸດລົງຢ່າງຫຼວງຫຼາຍ,ພຽງໃຊ້ 6 ຊົ່ວໂມງ.

微信图片_20221116153542

ເວທີການຄ້າອີຄອມເມີຊຂ້າມຊາຍແດນຂອງເຂດການຮ່ວມມືເສດຖະກິດບໍ່ຫານ ສປ ຈີນ-ບໍ່ເຕັນ ສປປ ລາວໄດ້ເປີດນຳໃຊ້ຢ່າງເປັນທາງການ

ເພື່ອແກ້ໄຂບັນຫາທີ່ມີຄວາມຂັດແຍ່ງກັນຢ່າງເລິກເຊິ່ງແລະບັນຫາດ້ານຕົວແບບໂຄງປະກອບໃນການພັດທະນາການຄ້າອີຄອມເມີຊຂ້າມຊາຍແດນ, ສ້າງລະບົບຕ່ອງໂສ້ອຸດສາຫະກຳແລະລະບົບຕ່ອງໂສ້ນິເວດຂອງການຄ້າອີຄອມເມີຊຂ້າມຊາຍແດນຂອງຈີນຢ່າງຮອບດ້ານ, ສ້າງລະບົບການຄຸ້ມຄອງແລະກົດລະບຽບທີ່ນຳໜ້າ ແລະ ສອດຄ່ອງກັບການພັດທະນາການຄ້າອີຄອມເມີຊຂ້າມຊາຍແດນໃນທົ່ວໂລກ, ຈີນໄດ້ສ້າງຕັ້ງຂຶ້ນເຂດທົດລົງສັງລວມການຄ້າອີຄອມເມີຊຂ້າມຊາຍແດນໃນປີ 2015 ເພື່ອອຳນວຍການສະໜັບສະໜູນດ້ານນະໂຍບາຍໃຫ້ແກ່ການເກັບພາສີ, ການຜ່ານດ່ານພາສີ ແລະ ດ້ານອື່ນໆ. ມາຮອດປັດຈຸບັນນີ້, ມີເຂດທົດລົງສັງລວມການຄ້າອີຄອມເມີຊຂ້າມຊາຍແດນ 132 ແຫ່ງໃນທົ່ວປະເທດ. ໃນນັ້ນ, ແຂວງຢຸນນານມີ 3 ແຫ່ງ, ເຂດທົດລອງການຄ້າເອເລັກໂຕຼນິກຂ້າມຊາຍແດນຈີນ (ຄຸນໝິງ), ຈີນ (ເດິຫົງ), ແລະຈີນ (ຫົງເຮີ) ໄດ້ສ້າງຕັ້ງໃນປີ 2018, 2020, 2022 ຕາມລຳດັບ.

ບໍລິສັດການຄ້າອີຄອມເມີຊຂ້າມຊາຍແດນ ສິບສອງພັນນາ ຈຳກັດເປັນບໍລິສັດທີ່ຂື້ນກັບຄະນະກຳມະການຄຸ້ມຄອງເຂດຮ່ວມມື, ພາຍຫຼັງຕາແສງບໍ່ຫານທີ່ມອບໝາຍນະຄອນຄຸນໝິງເປັນຜູ້ຄຸ້ມຄອງໃນເດືອນພຶດສະພາປີນີ້, ພາຍໃຕ້ການສະໜັບສະໜູນດ້ານນະໂຍບາຍຈາກເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ແລະ ເຂດການຮ່ວມມື, ມັນໄດ້ຮັບຄຸນວຸດທິດຳເນີນວິສາຫະກິດໃນເຂດປອດພາສີສັງລວມຄຸນໝິງ, ຫຼັງຈາກໄດ້ຮັບຄຸນວຸດທິທັງຫມົດທີ່ສາມາດດຳເນີນການຄ້າອີຄອມເມີຊຂ້າມຊາຍແດນຈາກອະນຸມັດຂອງດ່ານພາສີຈື່ງສາມາດປະຕິບັດການບໍລິການ "9710" ໂດບລວມໃນຂົງເຂດບໍ່ຫານ ແລະ ທົ່ວແຂວງ.

ພາຍຫຼັງການຄົ້ນຄວ້າເກືອບ 2 ເດືອນ, ບໍລິສັດການຄ້າອີຄອມເມີຊຂ້າມຊາຍແດນ ສິບສອງພັນນາ ຈຳກັດໄດ້ສຳເລັດການສົ່ງອອກສິນຄ້າ ຮູບແບບ“9710” ເປັນຄັ້ງທຳອິດ ໂດຍຜ່ານເວທີການຄ້າອີຄອມເມີຊຂ້າມຊາຍແດນທີ່ພັດທະນາດ້ວຍຕົນເອງ. ໃນຂະນະດຽວກັນ, ອີງໃສ່ການເປີດນຳໃຊ້ຂອງ "ຊ່ອງທາງສີຂຽວ" ເຊິ່ງເປັນຊ່ອງທາງທີ່ລະບົບ “ສະຕິບັນຍາບໍ່ຫານ” ຂອງດ່ານພາສີບໍ່ຫານເປີດໃຫ້ແກ່ການຄ້າອີຄອມເມີຊຂ້າມຊາຍແດນ, ໃບສັ່ງຈອງທໍາອິດຂອງສິນຄ້າທີ່ມີຮູບແບບ "9710" ໄດ້ຜ່ານດ່ານພາສີຢ່າງສຳເລັດຜົນພຽງແຕ່ໃຊ້ເວລາ 6 ຊົ່ວໂມງ. ຕາມການຮັບຮູ້, ເວລາການຜ່ານດ່ານພາສີບໍ່ຫານພາຍໃນ 1-3 ວັນ.

微信图片_20221116153547

ດ່ານພາສີບໍ່ຫານລະດັບຊາດ

ດ້ວຍການຄ້າອີຄອມເມີຊຂ້າມຊາຍແດນ, ປະສິດທິພາບຂອງການຜ່ານດ່ານພາສີຖືກຍົງສູງຢ່າງຫຼວງຫຼາຍ ເຊິ່ງໄດ້ນໍາເອົາກາລະໂອກາດໃຫມ່ທາງການຄ້າກັບຕ່າງປະເທດໃຫ້ບໍ່ຫານ. ໃນປັດຈຸບັນ, ເວທີການຄ້າອີຄອມເມີຊຂ້າມຊາຍແດນຂອງເຂດການຮ່ວມມືເສດຖະກິດບໍ່ຫານ ສປ ຈີນ-ບໍ່ເຕັນ ສປປ ລາວໄດ້ເປີດນຳໃຊ້ແລ້ວ, ສາມາດສະໜອງການບໍລິການເຊື່ອມໂຍງໃຫ້ແກ່ວິສາຫະກິດທີ່ດໍາເນີນການຄ້າຂ້າມຊາຍແດນຜ່ານດ່ານພາສີບໍ່ຫານ. ຕໍ່ໄປ, ບໍລິສັດການຄ້າອີຄອມເມີຊຂ້າມຊາຍແດນ ສິບສອງພັນນາ ຈຳກັດ ຈະຕິດຕໍ່ກັບ ດ່ານພາສີ, ເງິນຕາຕ່າງປະເທດ ແລະພາກສ່ວນອື່ນໆຢ່າງຕັ້ງໜ້າ, ສືບຕໍ່ປັບປຸງການບໍລິການດ້ານການແຈ້ງສິນຄ້າອີຄອມເມີຊຂ້າມຊາຍແດນ ແລະ ຂະບວນການຜ່ານດ່ານພາສີ, ເພື່ອສົ່ງເສີມການພັດທະນາອັນຍິ່ງໃຫຍ່ດ້ານການຄ້າຂ້າມຊາຍແດນຂອງບໍ່ຫານ ແລະ ຊ່ວຍເຫຼືອກໍ່ສ້າງເມືງດ່ານພາສີສາກົນສາກົນ ບໍ່ຫານ.

据中国老挝磨憨—磨丁经济合作区(以下简称“合作区”)消息,西双版纳跨境电子商务有限公司向昆明直属海关申报跨境电商B2B直接出口(9710)货物,随后在磨憨口岸顺利通关并运抵老挝。这是磨憨企业首次采用跨境电商模式申报出口,通关时间大大缩短,仅6个小时。

微信图片_20221116153542

中国老挝磨憨—磨丁经济合作区跨境电商平台已正式上线

为破解跨境电商发展中的深层次矛盾和体制性难题,打造中国跨境电商完整的产业链和生态链,形成适应和引领全球跨境电商发展的管理制度和规则,中国于2015年设立首个跨境电商综合试验区,在税收、通关便利等方面给予政策支持。截至目前,全国共有跨境电商综合试验区132个。其中云南省有3个,中国(昆明)、中国(德宏)、中国(红河)跨境电商综合试验区分别于2018年、2020年、2022年获批设立。

西双版纳跨境电子商务有限公司为合作区管委会下属企业,今年5月昆明市托管磨憨镇后,在昆明经开区(自贸试验区昆明片区)与合作区的联动政策支持下,获得昆明综合保税区企业资质,随后经海关审批获得开展跨境电商的所有资质,能在磨憨以及全省范围内开展“9710”综合服务。

经过近两个月攻关,西双版纳跨境电子商务有限公司通过自主开发的跨境电商平台,完成首单“9710”模式货物顺利出口。同时,依托磨憨口岸“智汇磨憨”系统为跨境电商开通的“绿色通道”,首单“9710”模式货物仅花6小时就完成通关。据悉,一般情况下,磨憨口岸通关时间在1—3天。

微信图片_20221116153547

磨憨国家级口岸

有了跨境电商,通关效率大幅提升,这为磨憨对外贸易带来新商机。目前,中老磨憨—磨丁经济合作区跨境电商平台已上线,可为经由磨憨口岸开展跨境贸易企业提供全流程一体化服务。接下来,西双版纳跨境电子商务有限公司将积极与海关、外汇等主管部门对接,持续完善和优化跨境电商报关、通关流程和服务,推动磨憨跨境贸易大发展,助力磨憨国际口岸城市建设。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

11/14

00:00

ແບ່ງປັນ

ແປ
翻译