ມາຈາກ:Tourismlaos
ປະເທດລາວມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ວິຖີຊີວິດ ແລະ ສິລະປະອັນອຸດົມສົມບູນ. 17 ແຂວງຂອງປະເທດມີຄວາມຍາວ 1,162 ກິໂລແມັດຈາກທິດເໜືອໄປຫາພາກໃຕ້, ມີ 68 ຊົນເຜົ່າແບ່ງເປັນຊົນເຜົ່າລາວລຸ່ມ ຊົນເຜົ່າລາວເທິງ ແລະ ຊົນເຜົ່າລາວສູງ, ເກືອບເຄິ່ງໜຶ່ງຂອງປະຊາກອນປະກອບດ້ວຍບັນດາຊົນເຜົ່າສ່ວນໜ້ອຍ.ບັນດາຊົນເຜົ່າເຫຼົ່ານີ້ມີ ຮີດຄອງປະເພນີ, ສາສະໜາ ແລະ ວິຖີຊີວິດທີ່ແຕກຕ່າງກັນ . ເຊັ່ນ: ຊາວເຜົ່າລາວດຳລົງຊີວິດຢູ່ໃນເຮືອນຊົງຕາມແຄມແມ່ນ້ຳ, ປະຕິບັດຕາມປະເພນີຂອງພຸດທະສາດສະໜາ ແລະ ວິນຍານ, ແລະການປູກເຂົ້າ. ເຖິງຢ່າງໃດກໍຕາມ, ຊາວເຜົ່າມົ້ງດຳລົງຊີວິດຢູ່ໃນເຮືອນພື້ນ, ການໄຫວ້ອາໄລບູຊາບັນພະບຸລຸດ, ແລະປູກເຂົ້າແຫ້ງ.
ເຖິງແມ່ນວ່າມີຄວາມແຕກຕ່າງກັນຫຼາຍຢ່າງລະຫວ່າງຊົນເຜົ່າ, ການຄ້າແລະການພົວພັນລະຫວ່າງຊຸມຊົນແມ່ນຢູ່ສະເຫມີໄປ. ຕົວຢ່າງ, ຊາວເຜົ່າຂະມຸມັກອາໄສຢູ່ໃກ້ກັບຊາວເຜົ່າໄທລື້, ເອົາກະຕ່າ ແລະ ເຄື່ອງໂລຫະເພື່ອແລກປ່ຽນເສື້ອຜ້າ.ບັດດາຊົນເຜົ່າມີສິລະປະພື້ນເມືອງທີ່ເປັນຫຼາຍຮູບແບບ, ໃນນັ້ນມີການທໍຜ້າໄໝ ແລະຜ້າຝ້າຍ, ຖັກແສ່ວ, ເຄື່ອງຕົບແຕ່ງ, ດົນຕີແລະອື່ນໆ. ວິທີທີ່ດີທີ່ສຸດສຳລັບການຮັບຮູ້ຄວາມຫຼາກຫຼາຍດ້ານວັດທະນະທໍາຂອງຊາວເຜົ່າຕ່າງໆແມ່ນການສັງເກດເບິ່ງເຄື່ອງຫັດຖະກໍາແລະສິລະປະເຫຼົ່ານີ້.
ຊົນເຜົ່າອາຄາ
ຊົນເຜົ່າອາຄາໄດ້ເຄື່ອນຍ້າຍຈາກຈີນເຂົ້າມາລາວ, ມຽນມາ, ໄທ ແລະຫວຽດນາມໃນ ໄລຍະ 200 ປີທີ່ຜ່ານມາ. ເຂົາເຈົ້າຍັງອາໃສຢູ່ພຽງແຕ່ພາກເໜືອຂອງລາວເທົ່ານັ້ນ, ຕົ້ນຕໍຢູ່ ແຂວງຜົ້ງສາລີ ແລະ ຫຼວງນ້ຳທາ . ເຜົ່າອາຄາ ເປັນຊື່ເອີ້ນຂອງກຸ່ມຍ່ອຍ ແລະ ເຜົ່າຕ່າງໆທີ່ແຕກຕ່າງກັນ, ເຊິ່ງໄດ້ຮັກສາເອກະລັກ ແລະ ວິຖີຊີວິດຂອງຕົນ. ໃນອະດີດພວກເຂົາເອີ້ນວ່າ Ko ຫຼື Iko, ແຕ່ຊື່ນີ້ມີຄວາມໝາຍທີ່ບໍ່ສຸພາບ. ການດຳລົງຊີວິດແບບດັ້ງເດີມຢູ່ໃນເຂດດິນໂນນ, ບາງຊຸມຊົນອາຄາຍັງດຳລົງຢູ່ຫ່າງໄກສອກຫຼີກຫຼາຍ.
ໝູ່ບ້ານອາຄາສາມາດຮັບຮູ້ງ່າຍດ້ວຍ ປະຕູບ້ານ ຂອງເຂົາເຈົ້າ ແລະ ໂອ້ນຊາຂະຫນາດໃຫຍ່ຂອງບ້ານ. ປະຕູດັ່ງກ່າວຖືວ່າເປັນເຄື່ອງໝາຍລະຫວ່າງມະນຸດກັບວິນຍານ, ແລະເຊື່ອໝັ້ນວ່າຈະປົກປ້ອງໝູ່ບ້ານຈາກສັດປ່າແລະ ພະຍາດ. ນັກທ່ອງທ່ຽວບໍ່ຄວນແຕະຕ້ອງມັນ. ໂອ້ນຊາບ້ານແມ່ນໃຊ້ໃນງານບຸນເກັບກ່ຽວໃນເດືອນສິງຫາ ຫຼື ເດືອນກັນຍາເຊິ່ງເປັນຊ່ວງເວລາແຫ່ງຄວາມມ່ວນຊື່ນ ແລະ ສະເຫຼີມສະຫຼອງ.
ແມ່ຍິງຊາວເຜົ່າອາຄາມີຊື່ສຽງໂດ່ງດັງດ້ວຍຜ້າຫົວເງິນທີ່ມີຮູບແບບ ແລະ ການອອກແບບທີ່ແຕກຕ່າງກັນ,ຂຶ້ນກັບກຸ່ມຊົນເຜົ່າອາຄາທີ່ແຕກຕ່າງກັນ ຜ້າຫົວກໍ່ມີຄວາມແຕກຕ່າງ, ຄົນDjepiaໃນຊົນເຜົ່າອາຄາໃສ່ຜ້າຫົວເປັນຮູບກຸບ, ຄົນPoulyໃນຊົນເຜົ່າອາຄາໃສ່ຜ້າຫົວເປັນຮູບມົນຫຼາຍກ່ວາ. ຊາວເຜົ່າອາຄາຍັງນຸ່ງເສື້ອຜ້າຝ້າຍທີ່ຍ້ອມເປັນສີຟ້າ( indigo-dyed cotton clothing), ປະດັບປະດາດ້ວຍເຄື່ອງຖັກແສ່ວ ແລະ ພວງໝາກປັດ.
(昆明信息港综合整理)老挝有着丰富多样的文化、生活方式和艺术。全国17个省从北到南绵延1162公里,共有68个民族,分为老龙族、老听族和老宋族,几乎一半的人口是少数民族。不同的民族有着不同的习俗、宗教和生活方式。例如,老泰族人一般住在河岸的高脚木屋中,信奉佛教和精神崇拜,种植水稻。然而,苗族一般居住在铺着茅草屋顶的木屋中,信奉祖先崇拜,种植旱稻。
尽管各族群之间存在诸多差异,但族群之间的贸易和互动一直很普遍。例如,卡姆族居住在泰勒族附近,他们用篮子和金属工具换取衣服布料。各民族有丰富多彩的传统艺术,包括丝织、棉织、刺绣、装饰品、音乐等。 欣赏各个部落文化多样性的最佳方式是观察这些手工艺品和他们的民族艺术。
阿卡族
在过去的 200 年里,阿卡人从中国迁徙到老挝、缅甸、泰国和越南。目前他们仍然只居住在老挝的北部,主要是丰沙里省和琅南塔省。阿卡族是由许多不同的子群体和氏族组成的族群,它们保持着自己的特色和生活方式。过去他们被称为 Ko 或 Iko,但现在这个名字有不礼貌的意思。他们通常生活在丘陵地带,部分阿卡族人仍居住在偏远地区。
阿卡族的村庄可以很容易地通过他们的村庄大门和大型秋千来辨认。村门被认为是人类和精神世界之间的标志,他们认为这扇门可以保护村庄免受野生动物和疾病的侵害,游客千万不要随意触碰村门。在八月或九月的丰收节期间使用秋千庆祝这个欢乐的时刻。
阿卡族妇女以其不同形状和设计的银色头饰而闻名,不同的阿卡族,头饰也不一样,Djepia人头戴锥形头饰,而Pouly人的头饰更圆润。阿卡人还穿着靛蓝染色的棉质衣服,上面装饰有刺绣、贴花和串珠。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
10/26
17:23
— ແບ່ງປັນ —