ເຮືອໄຟສ່ອງແສງລະຍິບລະຍັບ

ມາຈາກ:ຈຳປາເມືອງລາວ

OXT29049-copy-scaled

ງານບຸນປະເພນີອັນສວຍງາມຂອງແຂວງຫຼວງພະບາງໄດ້ຫວນກັບຄືນມາແລ້ວ

ພາຍຫຼັງ 2 ປີໃນການລະງັບບຸນເທດສະການຕ່າງໆ ອັນເນື່ອງຈາກການແພລະບາດຂອງພະຍາດ, ບຸນອອກພັນສາ ແລະ ບຸນໄຫຼເຮືອໄຟທີ່ຫຼວງພະບາງ ຈະຖືກຈັດຂຶ້ນຢ່າງເຕັມຮູບແບບໃນປີນີ້ ຫຼັງຈາກທີ່ໄດ້ເປີດຊາຍແດນຢ່າງເປັນທາງການໃນເດືອນພຶດສະພາທີ່ຜ່ານມາ. ງານບຸນອອກພັນສາປະວໍລະນາ ແມ່ນກົງກັບວັນທີ 10 ຕຸລາຂອງປີນີ້, ແລະ ບຸນໄຫຼເຮືອໄຟກໍຈະໄດ້ຈັດຂຶ້ນໃນຕອນແລງຂອງມື້ດັ່ງກ່າວ. ນີ້ແມ່ນງານບຸນທີ່ມີສະເໜ່ທີ່ສຸດໃນປະຕິທິນລາວ. ເຖິງແມ່ນວ່າຈະມີຫຼາຍໆ ງານບຸນປະເພນີໃນທົ່ວປະເທດລາວ, ແຕ່ນະຄອນຫຼວງເກົ່າທາງພາກເໜືອແຫ່ງນີ້ຈະໃຫ້ບັນຍາກາດອັນໜ້າປະທັບໃຈທີ່ສຸດ. ໄຟລະຍິບລະຍັບເປັນຈຳນວນຫຼວງຫຼາຍທີ່ຈັດວາງປະດັບປະດາຢ່າງງົດງາມຢູ່ທົ່ວທຸກຫົນແຫ່ງຕາມວັດວາອາຮາມ, ຕາມຖະໜົນຫົນທາງ, ແລະ ຕາມສະຖາປັດຕະຍະກຳທາງປະຫວັດສາດ ເຊິ່ງຍາກທີ່ຈະຫາບ່ອນໃດທຽບເທົ່າໄດ້. ສະນັ້ນ, ຖ້າຫາກນັກທ່ອງທ່ຽວທ່ານໃດທີ່ມີຈຸດປະສົງທີ່ຈະໄປຮ່ວມງານດັ່ງກ່າວນັ້ນ ທ່ານກໍ່ຢ່າລືມຖືກ້ອງຖ່າຍຮູບໄປພ້ອມເດີ້.

OXT28194-copy-1024x819

ການເຂົ້າພັນສາໃນໄລຍະ 3 ເດືອນນີ້ສະທ້ອນໃຫ້ເຫັນເຖິງຊ່ວງເວລາທີ່ພຣະພຸດທະເຈົ້າຂຶ້ນສູ່ສະຫວັນເພື່ອຢ້ຽມຢາມມານດາຂອງພຣະອົງ ແລະ ການກັບຄືນສູ່ໂລກຂອງພຣະອົງກໍເປັນອັນສິ້ນສຸດຂອງຊ່ວງເວລານີ້ ເຊິ່ງກົງກັບລະດູຝົນພໍດີ. ການພັກຜ່ອນໃນຊ່ວງລະດູຝົນ ແມ່ນໄລຍະເວລາເພື່ອຊຳລະຈິດໃຈ ແລະ ພຣະສົງຈະສຸມໃສ່ການສຶກສາທັມມະ ແລະ ການສິດສອນສໍາມະເນນໃຫມ່. ການອອກພັນສາຖືວ່າເປັນການສິ້ນສຸດໄລຍະເວລາທີ່ເຄັ່ງຄັດນີ້ ແລະ ກ້າວເຂົ້າສູ່ຄວາມມ່ວນຊື່ນລື່ນເລີງ ແລະ ເບີກບານ ທີ່ຈະໄດ້ກັບຄືນສູ່ການດຳເນີນຊີວິດປົກກະຕິ ແລະ ເປັນລະດູການແຫ່ງການແຕ່ງງານ. ໃນໄລຍະເຂົ້າພັນສາ, ການຈັດກິດຈະກໍາລື່ນເລີງຕ່າງໆທາງສັງຄົມເຊັ່ນ: ການຍ້າຍເຮືອນ, ຫຼື ການແຕ່ງງານ ຖືເປັນສິ່ງທີ່ບໍ່ສົມຄວນ ແລະ ອາດຈະນຳຄວາມໂຊກຮ້າຍມາໃຫ້ແກ່ເຈົ້າພາບ. ຜູ້ຄົນກໍຍັງພະຍາຍາມຫຼີກລ່ຽງ ແລະ ງົດການດື່ມສິ່ງມຶນເມົາ ຫຼື ງົດການບໍລິໂພກເນື້ອສັດ ເພື່ອດຳເນີນຕາມວິຖີຊີວິດນັກບວດຂອງພຣະສົງໃນຍາມເຂົ້າພັນສາ.

ການຕັກບາດຖືເປັນສິຣິມຸງຄຸນຢ່າງຍິ່ງໃນຕອນເຊົ້າຂອງວັນສິນເພັງ, ເພື່ອລະນຶກເຖິງບັນພຣະບູລຸດ, ແລະ ສ້າງບຸນກຸສົນເພື່ອບັນລຸໝາກຜົນໃນອະນາຄົດຂ້າງໜ້າ. ບັນດາປວງຊົນຜູ້ທີ່ມີຈິດໃຈໃສສັດທາຈະນັ່ງລຽນກັນເປັນແຖວ ຕາມຖະໜົນຫົນທາງໃນຕົວເມືອງ ເພື່ອລໍຖ້າໃສ່ບາດດ້ວຍເຂົ້າໜຽວ ຫຼື ເຂົ້າຕົ້ມ,ເຂົ້າໜົມ ໃຫ້ແກ່ຂະບວນພຣະສົງທີ່ຫຼັ່ງໄຫຼມາບໍ່ຂາດສາຍ. ຕາມທໍາມະດາແລ້ວປະຊາຊົນກໍຈະໄຕ້ທຽນເພື່ອເປັນສັນຍາລັກຂອງຄວາມສະຫວ່າງສະໄຫວ ແລະ ຄວາມດີງາມດ້ວຍ.

ໃນຕອນກາງເວັນ, ຊາວບ້ານຫຼາຍຄົນຍັງໄດ້ປະດິດ ແລະ ຂາຍກະທົງທີ່ເຮັດດ້ວຍໃບຕອງກ້ວຍທີ່ປະດັບປະດາດອກໄມ້ສີສັນສົດໃສ ແລະ ທູບທຽນ. ຢ່າລືມອຸດໜູນຊ່ວຍຊາວບ້ານຈັກອັນໜຶ່ງແລ້ວໄປຮ່ວມລອຍກະທົງຢູ່ແຄມແມ່ນ້ຳໃນຕອນແລງດ້ວຍ.

OXT20695-copy-1024x683

ຈຸດເດັ່ນຂອງງານບຸນນີ້ແມ່ນ ຂະບວນແຫ່ເຮືອໄຟໃນຕອນຄ່ຳ ທີ່ຕັ້ງຂະບວນຈາກຫ້ອງການໄປສະນີລົງໄປຕາມຖະໜົນສາຍຫຼັກຈົນຮອດວັດຊຽງທອງ. ເຮືອຈຳລອງຖືກປະດັບປະດາຕົກແຕ່ງ ແລະ ປົກຫຸ້ມໄປດ້ວຍທຽນ ແລ້ວໃນຕອນທ້າຍຂອງຄໍ່າຄືນນັ້ນ, ພິທີກໍຈະຈົບລົງດ້ວຍການລ່ອງເຮືອໄຟເຫຼົ່ານັ້ນລົງແມ່ນໍ້າຂອງ ແລະ ປ່ອຍໃຫ້ໄຫຼໄປຕາມແມ່ນ້ຳ.

ອີກໜຶ່ງຈຸດທີ່ໜ້າສົນໃຈຂອງຂະບວນແຫ່ແມ່ນເຮືອລຳທີ່ບັນຈຸ ຫຼື ຈຳລອງເປັນຮູບພະຍານາກພົ່ນໄຟ ຫຼື ສ້າງເປັນຮູບສັດທີ່ມີການກະພືປີກຂຶ້ນລົງເປັນຈັງຫວະ. ແຕ່ລະວັດຈະໃຊ້ເວລາຫຼາຍອາທິດໃນການສ້າງເຮືອຂະຫນາດໃຫຍ່ ແລະ ໂຄມໄຟໄມ້ໄຜ່ ພ້ອມທັງເຈ້ຍສີທີ່ເຮັດເປັນຮູບພະຍານາກ ຫຼື ຮູບສັດໃນຕຳນານອື່ນໆ. ເຮືອຈຳລອງຖືກປະດັບປະດາຕົກແຕ່ງ ເພື່ອເຂົ້າຮ່ວມຂະບວນແຫ່ ຫຼື ບໍ່ກໍຈະເອົາໄປວາງສະແດງຢູ່ເດີ່ນວັດ. ແຕ່ລະວັດກໍຈະມີຫົວຄິດປະດິດສ້າງຕາມສິ່ງທີ່ຕົນມັກ, ວັດສີບຸນເຮືອງມັກຈະເຮັດແບບຈໍາລອງເຮືອບິນຂອງສາຍການບິນລາວ, ແລະ ໃນປີກາຍນີ້ ກໍມີວັດໜຶ່ງທີ່ໄດ້ປັບເຂົ້າກັບສະພາບການປະຈຸບັນ ໂດຍໄດ້ສ້າງໂຄມໄຟສີຂຽວເຈີດຈ້າເປັນຮູບໄວຣັສໂຄໂຣນາ.

ບຸນເຮືອໄຟແມ່ນເຕັມໄປດ້ວຍທັດສະນີຍະພາບ ແລະ ກິ່ນອາຍທີ່ອົບອຸ່ນ ແລະ ອົບອວນໄປດ້ວຍກິ່ນຫອມລະມຸນຂອງຂີ້ເຜິ້ງທີ່ກຳລັງລະລາຍ ແລະ ກິ່ນຄວັນອ່ອນໆ. ພ້ອມກັນນັ້ນກໍເຕັມໄປດ້ວຍແປວທຽນລະຍິບລະຍັບທີ່ສວຍສົດງົດງາມ, ປະຊາຊົນພາກັນນຸ່ງຊຸດພື້ນເມືອງ, ນັກຟ້ອນຈາກໂຮງລະຄອນກໍ່ທຳການສະແດງນິທານເລື່ອງພະລັກພະລາມໃນຊຸດຫະນຸມານ, ແລະ ບັນດານ້ອງນັກຮຽນໃສ່ເສື້ອຂາວກໍພາກັນເຂົ້າຮ່ວມຂະບວນແຫ່ໂຄມໄຟຢ່າງຟົດຟື້ນ.

OXT29180-copy-1024x683

ອີກກິດຈະກຳໜຶ່ງເຊິ່ງເປັນທີ່ນິຍົມຫຼາຍສຳລັບຄົນທ້ອງຖິ່ນກໍຄືການນຸ່ງຊຸດພື້ນເມືອງ ແລະ ຖ່າຍຮູບເຊວຟີກັບພາບພື້ນຫຼັງທີ່ເປັນແສງໄຟລະຍິບລະຍັບ, ຈຳນວນທຽນໄຂອັນອົບອຸ່ນທີ່ຫຼວງຫຼາຍພາຍມາກເຮັດໃຫ້ໄດ້ຮູບພາບທີ່ມີແສງສະຫວ່າງອ່ອນໆນວນຕາ. ຄົນທ້ອງຖິ່ນມັກໄປທ່ຽວຊົມວັດວາອາຮາມທີ່ມີຊື່ສຽງໂດ່ງດັງ ແລະ ມີການປະດັບປະດາທີ່ສວຍງາມ ເຊັ່ນ: ວັດຊຽງມ່ວນ ທີ່ປະດັບໂຄມໄຟເຕັມເດີ່ນວັດ, ວັດຈູມຄ້ອງ ເຊິ່ງອາດຈະມີໂຄມໄຟທີ່ຫຼາຍທີ່ສຸດໃນຕົວເມືອງ, ແລະ ພຣະທາດສີຂາວຂະໜາດໃຫຍ່ຢູ່ວັດວິຊຸນ ກໍມີຄວາມໜ້າຕື່ນຕາຕື່ນໃຈ ແລະ ມີບັນຍາກາດອັນອົບອຸ່ນ ດ້ວຍບັນດາໂຄມໄຟທີ່ຖືກໄຕ້ວາງໄວ້ໃນແຕ່ລະຊັ້ນ.

ຢູ່ບັນໄດເກົ່າຂອງວັດຊຽງທອງ, ປະຊາຊົນຈຳນວນຫຼວງຫຼາຍມາເຕົ້າໂຮມກັນເພື່ອເບິ່ງເຮືອໄຟທີ່ຖືກປ່ອຍລົງໃນແມ່ນ້ຳຂອງ ພ້ອມທັງລອຍກະທົງຂອງຕົນເອງ, ເປັນສັນຍາລັກຂອງການປົດປ່ອຍ ແລະ ປັດເປົ່າສິ່ງບໍ່ດີອອກສູ່ຄວາມມືດຂອງແມ່ນ້ຳ. ອະທິຖານຂໍໃນສິ່ງທີ່ດີ ແລະ ກໍຫວັງວ່າຈະໄດ້ກັບຄືນສູ່ງານບຸນປະເພນີທີ່ງົດງາມນີ້ອີກຄັ້ງໃນປີຕໍ່ໄປ.

OXT20784-copy-1024x683

OXT27367_n-copy-1024x774

OXT29270-copy-1024x683

ຮຽບຮຽງໂດຍ ອຸໄລພອນ ເດກົງໄຊ
ຮູບໂດຍ Anita Preston / Evensong Film

OXT29049-copy-scaled

(昆明信息港综合整理)琅勃拉邦美丽的传统节日又回来了

在因疫情暂停各种节日庆祝2年后,今年5月边境正式开放后,琅勃拉邦的出夏节和彩灯节将如火如荼的举办。今年10月10日是出夏节,当天晚上会举行彩灯节,这是老历中最迷人的节日。虽然老挝各地有许多传统节日,但这座古老的北方城市会给人们带来最令人印象深刻的节日氛围。庙宇周围、街道沿线、历史建筑旁处处装饰着大量精美、闪烁的灯光,这在其他任何地方都很难找到。因此,如果您打算参加节日活动,请不要忘记随身携带相机。

OXT28194-copy-1024x819

三个月的结夏期,象征着佛陀升天探望母亲的时期,当他返回人间时代表这段时期结束了,此时恰逢雨季。雨季是休息的时期,也是是净化心灵的时候,僧侣们将专注于佛法学习和教导新沙弥。“解夏”标志着这段严酷时期的结束,人们重新迎来了欢喜、快乐的时光,回归到正常生活中,这段时期也是结婚季。结夏期间,组织搬家、结婚等各种社交活动被认为是不吉利的,可能会给主人带来厄运。人们还试图戒酒或戒肉,以模仿僧侣在结夏期过的苦行生活。

在斋戒日的早上布施是非常吉利的,为了纪念祖先,做善事以造福未来。信徒们会在城市的街道边坐成一排,等着为僧侣队伍献上糯米或糕点。像往常一样,人们会将蜡烛点燃,作为光明和善良的象征。

白天,许多当地人还制作和出售用香蕉叶制成的水灯,上面装饰着五颜六色的鲜花和蜡烛。买一个水灯加入当地人的行列,晚上和他们一起在河边放水灯许愿祈福吧。

OXT20695-copy-1024x683

这个节日的重头戏是晚上的彩灯船游行,从邮局出发,沿着通往香通寺的主干道前行。船身用蜡烛做装饰显得华丽多彩,最后,仪式将以船只顺着湄公河随波漂流拉下帷幕。

游行的另一个有趣的地方是,有许多形态各异的船只,如:有喷火的娜迦形象,或翅膀有节奏地上下摆动的动物形象的船。每座寺庙都会花费数周时间用竹子和彩色薄纸制作巨大的船,这些彩纸被用于制成娜迦形象或其他传说中的动物形象。被装饰的船用于参加游行或在寺庙庭院中展示。每座寺庙都有自己的创意,西本杭寺庙经常以老挝航空公司的飞机为原型,去年有一座寺庙顺应时势,制作了冠状病毒形状的绿灯笼。

彩灯节到处都是一幅温暖的景象,处处弥漫着姜蜜蜡融化的甜味和熏香的气味。灯火璀璨,人们身着传统服饰,剧院的舞者身着哈奴曼服饰演绎罗摩衍那的故事,身穿白衬衫的学生们也一同参加了花灯游行。

OXT29180-copy-1024x683

另一项深受当地人欢迎的活动是穿着传统服饰在闪烁的灯光背景下自拍,大量温暖的蜡烛使照片拍出迷人、柔和的光线。当地人喜欢参观著名且装饰精美的寺庙,例如在寺庙庭院中装饰着灯笼的清蒙寺,全市可能拥有最多灯笼的炅空寺,以及有巨大白色佛塔的瓦维寺也令人感到惊奇,每层都摆放着灯笼,气氛温馨。

在香通寺的老阶梯上,大量的人聚集在一起观看摆放在湄公河上随波漂流的彩灯船,并放走自己的水灯,水灯随着河水越漂越远,一切不好的东西也随之远去,祈祷一切顺利,期待明年再次回到这个美丽的传统节日。

OXT20784-copy-1024x683

OXT27367_n-copy-1024x774

OXT29270-copy-1024x683


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

10/10

16:53

ແບ່ງປັນ

ແປ
翻译