ມາຈາກ:ຈຳປາເມືອງລາວ
ແຫຼ່ງທ່ອງທ່ຽວຂອງແຂວງຊຽງຂວາງເປັນຈຸນລະສານຂອງປະຫວັດສາດລາວ
ພາກຕາເວັນອອກສຽງເໜືອຂອງລາວເປັນທີ່ຕັ້ງຂອງພູພຽງຊຽງຂວາງ, ເປັນເຂດທີ່ສະແດງໃຫ້ເຫັນເຖິງ (ແລະ ມີຮ່ອງຮອຍຂອງ) ຄວາມທະເຍີທະຍານຂອງບັນດາກຸ່ມຄົນທີ່ໄດ້ເຄີຍຍຶດຄອງພື້ນທີ່ນີ້. ປະຫວັດສາດຢູ່ບ່ອນນີ້ໄດ້ມີການປະສົມປະສານກັນໂດຍລຽງລຳດັບຕາມຍຸກສະໄໝ ຕັ້ງແຕ່ສະໄໝບູຮານນະການ ຈົນມາເຖິງຍຸກສະໄໃໝ່; ເຫັນໄດ້ທັງຄວາມຈະເລີນຮຸ່ງເຮືອງ ແລະ ໂສກຄະນາດຕະກຳ.
ການຢ້ຽມຢາມພື້ນທີ່ນີ້ ປຽບສະເໝືອນການເດີນທາງຜ່ານຫຼາຍມິຕິການເວລາຂອງອະດີດ ນັບຕັ້ງແຕ່ຍຸກດຶກດຳບັນຈົນມາເຖິງຍຸກສະໄໝໃໝ່. ປະຫວັດສາດຂອງແຂວງຊຽງຂວາງກໍ່ແມ່ນປະຫວັດສາດຂອງປະເທດລາວ. ຄົນບູຮານ ເຊິ່ງບໍ່ຮູ້ວ່າແມ່ນກຸ່ມຄົນໃດ ໄດ້ສ້າງໄຫຫີນທີ່ໜ້າປະທັບໃຈ ໃນຕົ້ນປີ 1200 ກ່ອນ ຄ.ສ. ເຊິ່ງທາງອົງການ UNESCO ໄດ້ປະກາດເປັນມໍລະດົກໂລກເມື່ອບໍ່ດົນມານີ້. ປະຈຸບັນກໍ່ກໍາລັງດໍາເນີນການສຶກສາເພີ່ມເຕີມຢ່າງຕໍ່ເນື່ອງ ເພື່ອຄົ້ນຫາຄຳຕອບຂອງອາລະຍະທໍາອັນລຶກລັບນີ້. ຫຼາຍພັນປີຕໍ່ມາ, ກໍ່ໄດ້ມີຊາວເມືອງພວນເຂົ້າມາຈາກທາງພາກເໜືອ. ໂດຍໄດ້ນຳເອົາສາສະໜາພຸດເຂົ້າມາ, ພວກເຂົາໄດ້ສ້າງວັດວາອາຮາມ ແລະ ຫໍບູຊາທີ່ສວຍງາມຢູ່ອ້ອມຮອບບໍລິເວນນີ້.
ວັດເພຍວັດຖືກທຳລາຍໂດຍລະເບີດໃນຊຸມປີ1960 ແຕ່ພຣະພຸດທະຮູບໄດ້ລອດຈາກລະເບີດ ແລະ ປະດິດສະຖານ ຮອດປະຈຸບັນນີ້.
ພຣະພຸດທະຮູບໃຫຍ່ທີ່ຕັ້ງຢູ່ເທິງພູທີ່ແນມເຫັນວິວຂອງເມືອງໂພນສະຫວັນ.
ໄຫຫີນທີ່ມີອາຍຸຫຼາຍກວ່າ 2000 ປີ.
ທາດຝຸ່ນເປັນແຫຼ່ງທ່ອງທ່ຽວຫຼັກຂອງເມືອງຄູນ ເມືອງຫຼວງເກົ່າຂອງອະນາຈັກພວນ.
ຮ່ອງຮອຍຂຸມລະເບີດຢູ່ພູພຽງຊຽງຂວາງ.
ລະເບີດເກົ່າໄດ້ຖືກໃຊ້ໃນທາງອື່ນໆ ເຊັ່ນເຮັດຮົ້ວ.
ບ່ວງທີ່ເຮັດດ້ວຍເສັດເຫຼັກຈາກລະເບີດເກົ່າ.
ອະນຸສາວະລທີ່ຖໍ້າປິວນີ້ລຳລຶກເຖິງໂສກຄະນາດຕະກຳທີ່ຄົນລາວຫຼາຍຮ້ອຍຄົນເສຍຊີວິດຍ້ອນລະເບີດຂອງອາເມລິກາທີ່ຖືກໂຍນເຂົ້າປາກຖໍ້າ.
ຮຽບຮຽງໂດຍ ອຸໄລພອນ ເດກົງໄຊ
ຮູບໂດຍ ພູນຊັບ ເທບວົງສາ
川圹省旅游景点是老挝历史的缩影
(昆明信息港综合整理)老挝的东北部是川圹高原的所在地,这个地区留下的痕迹诉说着曾经占领该地的侵略者的野心与贪婪。这个地方的历史从古至今按时间顺序交织在了一起,看尽繁荣与悲壮。
从黑暗时代到新时代,游览这个地区就像穿越了过去时间的多个维度。川圹省的历史也是老挝的历史。一个不为人知的古老族群在公元前1200年初打造了一个令人印象深刻的石缸,它被联合国教科文组织列为世界遗产。目前正进一步研究石缸的秘密,以寻找这个神秘文明的答案。几千年后,芬族人从北方来到此地,引入佛教,在这个这里建造了美丽的寺庙和神社。
巴耶寺在 1960 年代的一次爆炸中被炸毁,但佛像在爆炸中幸存了下来一直保存到今天。
位于山上的大佛像俯瞰着丰沙湾的美景
有2000多年历史的石缸
沙塔是坤县的主要旅游景点,坤县是芬王朝的古城
川圹高原爆炸坑的遗留痕迹
旧弹壳用于制作栅栏和其他用途
用旧炸药制成的铁勺
洞穴纪念碑,为了纪念数百名老挝人因美国炸弹被投进洞口而丧生的悲剧
[ບັນນາທິການ:ສຸດໃຈ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ເມືອງວັງວຽງ "ເມືອງກຸ້ຍລິນ"ຂອງປະເທດລາວ
ສະບາຍດີ2022-09-20
ອ່າງນໍ້າງື່ມ
ສະບາຍດີ2022-09-09
ຕະຫຼາດຈໍາປາສັກ ງ່າຍດາຍແລະອຸດົມສົມບູນ
ສະບາຍດີ2022-08-25
ແຂວງຫົວພັນໃນມຸມທີ່ທ່ານບໍ່ເຄີຍເຫັນ
ຈຳປາເມືອງລາວ2022-07-14
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved