ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ວັນທີ 12 ຕຸລານີ້, ແຂວງຢຸນນານໄດ້ຈັດເວທີປຶກສາຫາລືການພັດທະນາອຸດສາຫະກຳໝາກນາວ (Citrus × limon 'Rosso') ຄັ້ງທຳອິດ.
ເວທີປຶກສາຫາລືໄດ້ປີ່ນອ້ອມລາຍງານ 4 ຫົວຂໍ້ກ່ຽວກັບສະພາບການພັດທະນາ, ເຕັກໂນໂລຢີທີ່ສຳຄັນໃນການປູກຝັງ, ລະບົບຕ່ອງໂສ້ການສະໜອງຕະຫຼາດແລະແຜນການພັດທະນາຂອງອຸດສາຫະກຳໝາກນາວຂອງແຂວງຢຸນນານ. ຜູ້ຊ່ຽວຊານທີ່ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບເຕັກໂນໂລຢີທີ່ສໍາຄັນໃນການພັດທະນາອຸດສາຫະກໍາໝາກນາວເຊັ່ນ: ການເພາະປູກ ແລະປັບປຸງແກ່ນແນວພັນທີ່ດີ, ການປູກແບບມາດຕະຖານ, ການຄຸ້ມຄອງແບບອັເສະລິຍະ, ການເລືອກຫມາກໄມ້ໂດຍແບ່ງລະດັບ, ເຕັກໂນໂລຢີການຮັກສາສົດ ແລະ ການວາງແຜນໃນພາກພື້ນ. ເວທີປຶກສາຫາລືດັ່ງກ່າວໄດ້ສະເໜີອອກ "ແຜນການຮ່ອມພູໝາກນາວໃນອະນາຄົດ" ເພື່ອສ້າງຮ່ອມພູໝາກນາວໃຫຍ່ທີ່ສຸດໃນປະເທດຈີນໂດຍເອົາຮ່ອມແມ່ນ້ຳແຫ້ງແລະຮ້ອນຂອງແຂວງຢຸນນານເປັນແກ່ນຫຼັກ ເຊີ່ງເປັນພື້ນຖານການປູກຝັງແບບມາດຕະຖານທີ່ມີເນື່ອທີ່ປະມານ 7000 ເຮັດຕາ, ແລະສ້າງລະບົບຕ່ອງໂສ້ອຸດສາຫະກຳໝາກນາວທີ່ມີມູນຄ່າ 10 ພັນລ້ານ. ຜູ້ຊ່ຽວຊານສະເໜີໃຫ້ສ້າງຕັ້ງຄະນະກຳມະການໝາກນາວອັນວິຊາສະເພາະ ເພື່ອດຳເນີນການປະດິດສ້າງໃໝ່ເຕັກໂນໂລຢີດ້ານກະສິກຳ, ການວາງແຜນອຸດສາຫະກຳໝາກນາວແລະສ້າງມາດຕະຖານໃໝ່ສຳລັບການປູກຝັງຢູ່ຖານທີ່ຕັ້ງ, ແລະສ້າງລະບົບຕ່ອງໂສ້ອຸດສາຫະກຳໝາກນາວທີ່ມີມາດຕະຖານສູງ ແລະ ຄຸນນະພາບສູງ.
ປັດຈຸບັນ, ເນື້ອທີ່ການປູກໝາກນາວຂອງແຂວງຢຸນນານມີປະມານ 2000 ເຮັດຕາ, ສ່ວນໃຫຍ່ແຈກຢາຍຢູ່ເມືອງຢູຊີ, ກິ່ງແຂວງ ດາຫຼີ, ກິ່ງແຂວງຫອງເຫີແລະກິ່ງແຂວງອື່ນໆ (ເມືອງ).
10月12日,云南省第一届香水柠檬产业发展论坛在昆明举行。
论坛围绕云南柠檬产业发展现状、种植关键技术、市场供应链体系与发展规划设置了4个主题报告。与会专家就香水柠檬产业发展中的良种繁育、标准化种植、智能化管理、选果分级、保鲜技术与区域规划等产业关键技术展开了讨论。论坛提出“山地未来柠檬谷计划”,以云南干热河谷为核心构建我国最大的香水柠檬谷,即10万亩标准化种植基地,打造高度专业的百亿级香水柠檬全产业链。专家建议成立香水柠檬专业委员会,开展农业科技集成创新,制定香水柠檬产业规划与基地种植新标准,高标准高质量构建香水柠檬全产业链。
目前,我省香水柠檬种植面积约有3万亩,主要分布在玉溪、大理、红河等州(市)。(云南日报记者 段建鑫)
ແຂວງຢຸນນານໄດ້ຈັດເວທີປຶກສາຫາລືການພັດທະນາອຸດສາຫະກຳໝາກນາວ (Citrus × limon 'Rosso') ຄັ້ງທຳອິດ
ສະບາຍດີ2022-10-14
ໂຮງງານອັດສະລິຍະ 5G ທີ່ຢູ່ໃນພູດອຍ
ສະບາຍດີ2022-10-10
ຕາແສງເວີ່ຍຊີ້ນແຂວງຢຸນນານ: ຫມາກກີວີມີກິ່ນຫອມໂຮຍ
ສະບາຍດີ2022-10-08
ກຸ່ມບໍລິສັດ ດາລາວົງ ນະຄອນຈົງກິ່ງ ເຊັນສັນຍາກັບກຸ່ມເສດຖະກິດການຄ້າປະເທດລາວ
ສະບາຍດີ2022-10-08
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
10/14
11:03
— ແບ່ງປັນ —