ກຸ່ມບໍລິສັດ ດາລາວົງ ນະຄອນຈົງກິ່ງ ເຊັນສັນຍາກັບກຸ່ມເສດຖະກິດການຄ້າປະເທດລາວ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ)ວັນທີ 16 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນໄດ້ໄຂຂຶ້ນ. ໃນວັນດຽວກັນ, ຢູ່ກອງປະຊຸມການເຊື່ອມຕໍ່ແລກປ່ຽນດ້ານການຮ່ວມມືເສດຖະກິດການຄ້າ ຈົງກິ່ງ “ນະຄອນແຫ່ງຄວາມສະເໜ່” ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19, ທ່ານເຟືອງຈ້ຽນເຟິງ, ປະທານກຸ່ມບໍລິສັດ ດາລາວົງ ນະຄອນຈົງກິ່ງ ໄດ້ຈັດພິທີລົງນາມດ້ານການປະຕິບັດການບໍລິການອຸດສາຫະກຳການຄ້າດິຈິຕອນຢູ່ລາວ ກັບກຸ່ມບໍລິສັດເສດຖະກິດການຄ້າປະເທດລາວ. ອີງຕາມເນື້ອໃນຂອງຂໍ້ຕົກລົງ, ສອງຝ່າຍຈະສ້າງຕັ້ງບໍລິສັດອີຄອມເມີຊ ເຕັກໂນໂລຍີ ລອງເຊັງ ຈຳກັດ ຢູ່ລາວ ແລະ ກໍ່ສ້າງສູນບໍລິການທ້ອງຖິ່ນຢູ່ລາວ, ພາຍໃນ 3 ປີຕໍ່ໜ້າ ຈະບັນລຸການນຳເຂົ້າ ແລະ ສົ່ງອອກການຄ້າຢ່າງໜ້ອຍ 500 ລ້ານໂດລາສະຫະລັດໂດຍຜ່ານຄວາມພະຍາຍາມຂອງທັງສອງຝ່າຍ ແລະບໍລິສັດຢູ່ລາວຈະຝຶກອົບຮົມບຸກຄະລາກອນດ້ານການຄ້າເອເລັກໂຕຣນິກຂ້າມແດນ 5,000 ຄົນທີ່ໜ້າສູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້ເຊັ່ນ: ປະເທດລາວ, ປະເທດອິນໂດເນເຊຍ, ປະເທດຫວຽດນາມ ແລະອື່ນໆ.

1129010210_16633791742141n

ພາກສະໜາມເຊັນສັນຍາ

ທ່ານເຟືອງຈ້ຽນເຟິງ, ປະທານກຸ່ມບໍລິສັດ ດາລາວົງ ນະຄອນຈົງກິ່ງເຊື່ອໝັ້ນວ່າ, ພາຍໃຕ້ຂອບ RCEP, ໄດ້ຮັບຜົນປະໂຫຍດຈາກການຄ້າແບບເສລີ ແລະ ແບບຄວາມສະດວກ, ວິສາຫະກິດການຜະລິດແລະວິສາຫະກິດຂະໜາດກາງແລະຂະໜາດນ້ອຍໄດ້ຮັບກາລະໂອກາດຢ່າງຫຼວງຫຼາຍ ຍ້ອນມີລັກສະນະຂະໜາດບໍ່ໃຫຍ່ແລະດຳເນີນທຸລະກິດແບບຄວາມຄ່ອງແຄ່ວ. ແຕ່ເມື່ອທຽບກັບບັນດາວິສາຫະກິດຂະໜາດໃຫຍ່ທີ່ມີປະສົບການອັນອຸດົມສົມບູນໃນການຄ້າຂ້າມຊາຍແດນ, ວິສາຫະກິດຂະໜາດນ້ອຍ ແລະ ກາງສາມາດເຂົ້າຮ່ວມການຄ້າຂ້າມຊາຍແດນຢ່າງສະດວກ, ແຕ່ຍັງໄດ້ສ້າງຄວາມຕ້ອງການໃໝ່ຫຼາຍຢ່າງ, ໂດຍສະເພາະແມ່ນພາຍໃຕ້ສະພາບການພັດທະນາຢ່າງວ່ອງໄວນີ້, ກຸ່ມບໍລິສັດ ດາລາວົງ ນະຄອນຈົງກິ່ງຈະສະໜອງການບໍລິການສະເພາະທີ່ສອດຄ່ອງກັບວິສາຫະກິດເຫຼົ່ານີ້ໂດຍບົນພື້ນຖານເສດຖະກິດດີຈີຕອນ ເພື່ອກາຍເປັນຜູ້ຊ່ວຍເຫຼືອທີ່ຂາດບໍ່ໄດ້ສໍາລັບພວກເຂົາໃນການເຂົ້າຮ່ວມການຄ້າຂ້າມຊາຍແດນ.

ທ່ານເຟືອງຈ້ຽນເຟິງກ່າວວ່າ, ກຸ່ມບໍລິສັດ ດາລາວົງ ນະຄອນຈົງກິ່ງໄດ້ເປີດກວ້າງຕະຫຼາດອາຊຽນຢ່າງຕັ້ງໜ້າເປັນເວລາ 5 ປີທີ່ຜ່ານມາ, ປະຈຸບັນ, ໄດ້ສ້າງຕັ້ງບໍລິສັດທ້ອງຖິ່ນຢູ່ປະເທດອິນໂດເນເຊຍ, ດຳເນີນທຸລະກິດລວມມີຊອບແວ OSell ພາສາອິນໂດເນເຊຍ, ຄັງສິນຄ້າຢູ່ຕ່າງປະເທດ, ການບໍລິການຈຳໜ່າຍທ້ອງຖິ່ນ, ແລະການຂາຍໂດຍກົງຈາກປະເທດຈີນ. ການລົງນາມຄັ້ງນີ້ຈະເປີດກວ້າງແລະລົງເລິກຕະຫຼາດອາຊຽນ.

9月16日,第十九届中国-东盟博览会和中国——东盟商务与投资峰会开幕。同日举行的第19届中国——东盟博览会“魅力之城”重庆经贸合作交流对接会上,重庆大龙网集团董事长冯剑峰与老挝经贸集团进行了数字贸易产业服务落地老挝签约仪式,根据协议内容,双方将在老挝设立龙城电商科技有限公司,建设老挝本土化服务中心,未来三年通过双方的努力,实现至少5亿美元的贸易进出口,并且落地公司三年内培养面向老挝、印尼、越南等东南亚市场的跨境电商本土化人才5000人。

1129010210_16633791742141n

签约现场

重庆大龙网集团董事长冯剑峰认为,在RCEP框架下,得益于贸易自由化、便利化的加强,传统的生产企业及中小企业由于体量小、经营灵活得到了很多机会,但相比大型企业在跨境贸易方面所拥有的丰富经验,这些中小企业在便捷参与跨境贸易的同时,也催生了很多新的需求,尤其是在数字经济快速发展的时代背景下,重庆大龙网集团基于数字贸易为这些企业量身定制的企业级服务成为他们参与跨境贸易不可或缺的帮手。

冯剑峰表示,重庆大龙网集团五年一直积极拓展东盟市场,目前在印尼已经建成了本地化公司,业务包括印尼语OSell软件、海外仓、本地配送服务、面向中国直采等业务。此次签约,将进一步做大做深东盟市场。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

10/08

17:18

ແບ່ງປັນ

ແປ
翻译