ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ນັກຂ່າວຕາມຂ່າວຈາກດ່ານພາສີຄຸນໝິງ,ນັບແຕ່ໄດ້ເປີດທາງລົດໄຟຈີນ-ລາວໃນວັນທີ 3 ທັນວາປີກາຍນີ້,ມາຮອດວັນທີ 25 ພຶດສະພາປີນີ້, ດ່ານພາສີຄຸນໝິງໄດ້ກວດກາແລະປ່ອຍສິນຄ້າສາກົນທາງລົດໄຟຈີນ-ລາວ 573.000 ໂຕນ, ເປັນມູນຄ່າກວ່າ 6 ຕື້ຢວນ.ໃນປັດຈຸບັນນີ້, ຮູບແບບ "ທາງລົດໄຟດ່ວນ" ຂອງລົດໄຟຂົນສົ່ງສິນຄ້າສາກົນທາງລົດໄຟຈີນ-ລາວໄດ້ບັນລຸການເຊື່ອມຕໍ່ສອງຝ່າຍ.
ດ່ານພາສີຄຸນໝິງໄດ້ແນະນຳວ່າ "ທາງລົດໄຟດ່ວນ" ໝາຍເຖິງຮູບແບບການເຂົ້າ ແລະອອກທາງລົດໄຟດ່ວນ.ໃນຕົ້ນເດືອນພຶດສະພາປີນີ້, ການດຳເນີນທຸລະກິດ"ທາງລົດໄຟດ່ວນ"ການນຳເຂົ້າທາງລົດໄຟຈີນ-ລາວຄັ້ງທຳອິດໄດ້ສຳເລັດຢ່າງຈົບງາມ.ວັນທີ 26 ພຶດສະພານີ້, ລົດໄຟຂົນສົ່ງສິນຄ້າສາກົນຈີນ-ລາວ "ທາງລົດໄຟດ່ວນ" ສາຍທຳອິດຂອງຈີນໄດ້ອອກຈາກນະຄອນຈົງກິ່ງແລະມາຮອດດ່ານສາກົນເມືຶອງຫ່ານແລ້ວ.ພາຍຫຼັງພະນັກງານຂອງດ່ານພາສີເມືອງລາຂອງດ່ານພາສີຄຸນໝິງໄດ້ຜ່ານຂັ້ນຕອນການອອກສິນຄ້າທີ່ກ່ຽວຂ້ອງຢ່າງວ່ອງໄວ, ຂະບວນລົດໄຟໄດ້ແລ່ນມາເຖິງນະຄອນຫຼວງວຽງຈັນປະເທດລາວຢ່າງສະດວກ.
ພາຍໃຕ້ຮູບແບບ "ທາງລົດໄຟດ່ວນ", ວິສາຫະກິດທີ່ມີເງື່ອນໄຂບໍ່ຈໍາເປັນຕ້ອງຜ່ານຂັ້ນຕອນການຍື່ນເພີ່ມເຕີມ.ພາສີກວດສອບ、ປ່ອຍ ແລະ ກວດກາແບບຟອມແຈ້ງພາສີຂໍ້ມູນເອເລັກໂຕຣນິກຜ່ານລະບົບທາງລົດໄຟ,ເພີ່ມຄວາມໄວຂອງການຈະລາຈອນທ່າເຮືອຢ່າງຫຼວງຫຼາຍແລະປະຫຍັດຄ່າໃຊ້ຈ່າຍ.
ລົດໄຟຂາອອກນີ້ຈາກເມືອງຈົງກິ່ງເປັນຕົວຢ່າງ.ສໍາເລັດການແຈ້ງພາສີແລະຂັ້ນຕອນການກວດກາຢູ່ດ່ານພາສີ ຈົງກິ່ງລ່ວງຫນ້າ,ພາຍຫຼັງມາຮອດດ່ານສາກົນ,ພະນັກງານພາສີຈັດການຂັ້ນຕອນທີ່ກ່ຽວຂ້ອງສາມາດຜ່ານດ່ານພາສີໄດ້ໄວ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມກວດກາ ແລະ ຄຸ້ມຄອງດ່ານສາກົນທາງລົດໄຟຂອງເມືອງລາໄດ້ແນະນໍາວ່າ;ໃນຕົ້ນເດືອນນີ້, ດ່ານພາສີຄຸນໝິງແລະດ່ານພາສີເມືອງເສີງຕູ່ໄດ້ຮ່ວມກັນປະຕິບັດວຽກງານນຳເຂົ້າ "ທາງລົດໄຟດ່ວນ" ອັນດັບທຳອິດຂອງທາງລົດໄຟຈີນ-ລາວ.ຮູບແບບນີ້ໄດ້ນຳມາເຊິ່ງຄວາມສະດວກດີໃຫ້ແກ່ວິສາຫະກິດ, ວິສາຫະກິດໄດ້ຍື່ນຄໍາຮ້ອງຂໍຫຼາຍຄັ້ງເພື່ອນໍາເຂົ້າທຸລະກິດ "ທາງລົດໄຟດ່ວນ".ເທື່ອນີ້, ດ່ານພາສີເມືອງລາແລະດ່ານພາສີເມືອງຈົງກິ່ງໄດ້ປະຕິບັດທຸລະກິດສົ່ງອອກ "ທາງລົດໄຟດ່ວນ" ຢ່າງສຳເລັດຜົນ ແລະ ຄວາມສາມາດການຂົນສົ່ງສິນຄ້າຂ້າມແດນຂອງທາງລົດໄຟຈີນ-ລາວກໍໄດ້ຮັບການປັບປຸງຕື່ມອີກ.
记者日前从昆明海关了解到,去年12月3日中老铁路开通以来,至今年5月25日,昆明海关累计监管验放中老铁路国际货运量达57.3万吨,货值超过60亿元人民币。目前,中老铁路国际货物列车“铁路快通”模式已实现双向贯通。
昆明海关介绍,“铁路快通”即铁路进出境快速通关模式。今年5月初,中老铁路首次进口“铁路快通”业务顺利完成。5月26日,全国首列中老铁路“铁路快通”模式出口国际货物列车从重庆出发抵达磨憨口岸,昆明海关所属勐腊海关关员为列车货物快速办理相关出境手续后,列车顺利驶向老挝万象。
在“铁路快通”模式下,符合条件的企业无需另行办理转关手续,海关通过铁路舱单系统对电子数据进行审核、放行、核销,大幅提升口岸通行速度,节约费用成本。
以此次从重庆出发的出境列车为例,提前在重庆海关办理完毕报关、查验手续,到达口岸后,海关工作人员办理舱单及运输工具出境手续即可快速通关。
勐腊海关铁路口岸监管科相关负责人介绍,本月初,昆明海关、成都海关通力合作,成功实施了中老铁路首次进口“铁路快通”业务。此模式为企业带来了极大便利,企业连续申请开展多次进口“铁路快通”业务。这次勐腊海关又与重庆海关顺利实施“铁路快通”出口业务,中老铁路跨境物流运能得到进一步提升。(云南日报 记者刘子语 通讯员付冬琴 相俊昆)
ການເດີນທາງຄັ້ງທໍາອິດຂອງທາງລົດໄຟຈີນ-ລາວຂາອອກສູ່ແລວທາງບົກ-ທະເລໃໝ່ໃນປະເທດຈີນເປີດແລ້ວ
ສະບາຍດີ2022-05-24
ລົດໄຟຂົນສົ່ງສິນຄ້າລະຫວ່າງນະຄອນ ຫວູຮັ້ນ - ແຂວງຫຼວງພະບາງ ເປີດບໍລິການເປັນຄັ້ງທຳອິດ
ສະບາຍດີ2022-05-18
ຫ້ອງຂາຍປີ້ຫຼວງພະບາງຂອງທາງລົດໄຟຈີນ-ລາວ ເປີດບໍລິການຈອງປີ້ລົດໄຟ
ສະບາຍດີ2022-05-12
ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 5 ເດືອນ ປະລິມານການຂົນສົ່ງເພີ່ມຂຶ້ນ 5,5 ເທົ່າ
ສະບາຍດີ2022-05-05
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
05/30
15:31
— ແບ່ງປັນ —