ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ເວລາ 10:00 ໂມງ ວັນທີ 17 ເດືອນພຶດສະພາ ຕາມສຽງແກດັງໆຂອງລົດໄຟ, ລົດໄຟໝາຍເລກ 49596 ໄດ້ເລີ່ມໄປເດີນທາງຢ່າງຊ້າໆຈາກຖານຂົນສົ່ງ ຫວູຮັ້ນ ເຊີ້ກໍ ປະກອບມີ 30 ຕູ້ລົດ, ແລະບັນທຸກ ແອມໂມນຽມຊູນເຟດ (ammonium sulfate) ແລະວັດຖຸດິບຝຸ່ນອື່ນໆ 1,650 ໂຕນ. ຫຼັງຈາກແຈ້ງໃຫ້ດ່ານພາສີສະຖານີສູນກາງ ອູເຈ່ຍຊ່ານແລ້ວ ກໍ່ເດີນທາງໄປສູ່ສະຖານີລົດໄຟຫຼວງພະບາງ, ປະເທດລາວ.
ນີ້ແມ່ນລົດໄຟຂົນສົ່ງສິນຄ້າສາກົນລາວ-ຈີນຂະບວນທີ່ໜຶ່ງທີ່ເດີນທາງຈາກກົມເສັ້ນທາງລົດໄຟຫວູຮັ້ນນັບແຕ່ເປີດນຳໃຊ້ຂອງເສັ້ນທາງລົດໄຟລາວ-ຈີນ, ເປັນຊ່ອງທາງການຄ້າໃໝ່ລະຫວ່າງແຂວງຫູເປີຍກັບອາຊີຕາເວັນອອກສ່ຽງໃຕ້.
ມາຮອດປະຈຸບັນນີ້, ນະຄອນຫວູຮັ້ນໄດ້ສ້າງຊ່ອງທາງການຄ້າທາງຂ້າມຊາຍແດນ ໂດຍອາໄສແຕ່ 2 ທາງລົດໄຟທີ່ສຳຄັນ ແມ່ນຂະບານລົດໄຟຈີນ-ເອີລົບ ແລະ ຂະບວນລົດໄຟຂົນສົ່ງສິນຄ້າສາກົນຈີນ-ລາວ. ຂໍ້ມູນສະແດງໃຫ້ເຫັນວ່າ, ນັບແຕ່ເດືອນມັງກອນຫາເດືອນເມສາປີ 2022, ຂະບານລົດໄຟຂົນສົ່ງສິນຄ້າຈີນ-ເອີລົບ (ນະຄອນຫວູຮັ້ນ) ທັງໝົດມີ 60 ຂະບວນໄດ້ເປີດນຳໃຊ້, 64 ຂະບວນຮອດຈຸດໝາຍປາຍທາງ. ມາຮອດປັດຈຸບັນ, ສິນຄ້າຖືກບັນທຸກດ້ວຍລົດໄຟຂົນສົ່ງສິນຄ້າຈີນ-ເອີລົບ (ຫວູຮັ້ນ) ໄດ້ເດີນທາງໄປທົ່ວເອີລົບ, ອາຊີກາງແລະອາຊີຕາເວັນຕົກ.
ທາງລົດໄຟລາວ-ຈີນໄດ້ເລີ່ມດຳເນີນໃນວັນທີ 3 ທັນວາປີກາຍນີ້, ເສັ້ນທາງທັງໝົດໄດ້ນຳໃຊ້ມາດຕະຖານເຕັກນິກຂອງຈີນ.ຂະບວນລົດໄຟມາຮອດສະຖານີຫຼວງພະບາງຂອງທາງລົດໄຟລາວ-ຈີນທີ່ຕັ້ງຢູ່ພາກກາງຂອງທາງລົດໄຟລາວ-ຈີນ, ເປັນສະຖານີສຳລັບສົ່ງຜູ້ໂດຍສານແລະຂົນສົ່ງສິນຄ້າທີ່ສຳຄັນ, ກໍ່ເປັນສະຖານີທີ 4 ທີ່ເປີດທຸລະກິດບັນທຸກສິນຄ້າຂອງພາກລາວເສັ້ນທາງລົດໄຟລາວ-ຈີນ. ວັນທີ 8 ມີນາປີນີ້, ກົມທາງລົດໄຟນະຄອນຫວູ້ຮັ້ນເຄີຍທົດລອງ ສົ່ງສິນຄ້າໄປຍັງສະຖານີວັງຈ່າຢີງຕາເວັນຕົກນະຄອນຄຸນໝິງແຂວງຢຸນນານດ້ວນລົດໄຟຂະບວນໜຶ່ງ, ແລ້ວປ່ຽນເຖີງລົດໄຟຂົນສົ່ງສິນຄ້າສາກົນລາວ-ຈີນ.
ຕາມການຮັບຮູ້, ຂະບວນລົດໄຟຂົນສົ່ງສິນຄ້າ (ນະຄອນຫວູຮັ້ນ-ແຂວງຫຼວງພະບາງ) ຂອງເສັ້ນທາງລົດໄຟລາງ-ຈີນໃຊ້ເວລາ 7 ມື້ຫາ 10 ມື້ ເຊິ່ງຊ່ວຍປະຫຍັດເວລາການຂົນສົ່ງຫຼາຍກວ່າເຄິ່ງໜຶ່ງເມື່ອທຽບໃສ່ວິທີການຂົນສົ່ງທາງທະເລແບບດັ້ງເດີມ.
5月17日上午10时,伴随着一声汽笛长鸣,49596次列车从武汉滠口物流基地缓缓启动,编组30个车皮,满载1650吨硫酸铵等化肥原料,经由吴家山中心站报关后,驶向老挝琅勃拉邦火车站。
这是中老铁路开通以来,武汉铁路部门开出的首趟中老国际货运列车,标志着湖北与东南亚之间有了新的贸易通道。
至此,武汉形成中欧班列、中老国际货运班列两大铁路跨境贸易通道。数据显示,2022年1月至4月,中欧班列(武汉)累计开出60列,到达64列。截至目前,中欧班列(武汉)货物来往地已经遍达欧洲、中亚和西亚。
中老铁路去年12月3日开通运营,全线采用中国技术标准。此次列车到达的中老铁路琅勃拉邦站,位于中老铁路老挝段线路中部,是全线重点客货运车站,也是中老铁路老挝段第四个开通货运业务的车站。今年3月8日,武汉铁路部门曾试验开出过一个车皮的货物,运往云南省昆明市王家营西站,再搭乘中老国际货物列车。
据了解,中老铁路(武汉—琅勃拉邦)国际货运列车全程7天-10天,比传统海运方式节约一半以上运输时间。(湖北日报)
ຫ້ອງຂາຍປີ້ຫຼວງພະບາງຂອງທາງລົດໄຟຈີນ-ລາວ ເປີດບໍລິການຈອງປີ້ລົດໄຟ
ສະບາຍດີ2022-05-12
ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາ 5 ເດືອນ ປະລິມານການຂົນສົ່ງເພີ່ມຂຶ້ນ 5,5 ເທົ່າ
ສະບາຍດີ2022-05-05
ຂະບວນລົດໄຟພິເສດສຳລັບການຂົນສົ່ງໝາກໄມ້ສົດໂດຍຜ່ານ"ການຂົນສົ່ງຮ່ວມກັນທາງລົດໄຟສາທາລະນະ"ໄດ້ເປີດນຳໃຊ້ເປັນຄັ້ງທຳອິດ
ສະບາຍດີ2022-04-29
ສະຖານີໂພນໂຮງທາງລົດໄຟຈີນ-ລາວເປີດທຸລະກິດຂົນສົ່ງສິນຄ້າຢ່າງເປັນທາງການ
ສະບາຍດີ2022-04-27
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
05/18
10:29
— ແບ່ງປັນ —