ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ມາຮອດວັນທີ 3 ພຶດສະພານີ້, ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ເປັນເວລາ 5 ເດືອນ, ການສົ່ງອອກສິນຄ້າທັງໝົດ 2,9 ລ້ານໂຕນ, ປະລິມານການຂົນສົ່ງສິນຄ້າໃນເດືອນທີ່5 ບັນລຸເຖິງ 1,1 ລ້ານໂຕນ, ເພີ່ມຂຶ້ນ 5,5 ເທົ່າທຽບໃສ່ການເປີດນຳໃຊ້ໃນເດືອນທຳອິດເປັນ170,000 ໂຕນ, ໄດ້ສົ່ງຜູ້ໂດຍສານ 2.7 ລ້ານກວ່າຄົນ, ໃນນັ້ນພາກສ່ວນພາຍໃນປະເທດມີ 2.388 ລ້ານຄົນແລະ ພາກສ່ວນລາວ ມີ312,000 ຄົນ.
ຕາມການແນະນຳຂອວຜູ້ຮັບຜິດຊອບຈາກພາກສາກົນຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນກ່າວວ່າ, ນັບແຕ່ໄດ້ເປີດນຳໃຊ້ທາງລົດໄຟຈີນ-ລາວ, ບໍລິສັດສາກົນທາງລົດໄຟຈີນແລະກຸ່ມບໍລິສັດສຳນັກງານຄຸນໝິງຮ່ວມກັບບໍລິສັດທາງລົດໄຟລາວ-ຈີນ,ໄດ້ວິເຄາະທາງວິທະຍາສາດຄວາມຕ້ອງການຂອງການເດີນທາງຂອງຜູ້ໂດຍສານແລະການຂົນສົ່ງສິນຄ້າ, ແລະເພີ່ມທະວີການລົງທຶນທາງດ້ານຄວາມສາມາດການຂົນສົ່ງຢ່າງຕໍ່ເນື່ອງ, ວາງແຜນເປັນເອກະພາບໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ແລະ ປະສານງານການຂົນສົ່ງ, ຮັບປະກັນຂະບວນຟູ້ຊີ່ງ,ລົດໄຟ EMUຂະບວນລ້ານຊ້າງ ແລະ ລົດໄຟໂດຍສານດ້ວຍຄວາມໄວທຳມະດາດຳເນີນຢ່າງມີຄວາມປອດໄພແລະໝັ້ນທ່ຽງ.
ທີໜຶ່ງ, ຮູບແບບດ້ານການຈັດຕັ້ງຂົນສົ່ງສິນຄ້າໄດ້ຮັບການປະດິດສ້າງໃໝ່, ປະລິມານການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງແຂງແຮງ. ນັບແຕ່ໄດ້ເປີດນຳໃຊ້, ໂດຍສະເພາະແຕ່ເດືອນເມສາປີນີ້, ຈຳນວນສິນຄ້າຂອງການຄ້າ e-commerce ຂ້າມຊາຍແດນຂ້າມຊາດທີ່ຂົນສົ່ງໂດຍທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ, ນັບຕັ້ງແຕ່ການເປີດນຳໃຊ້ທາງລົດໄຟຈີນ-ລາວເປັນເວລາ 5 ເດືອນ, ປະລິມານການຂົນສົ່ງສິນຄ້າໄດ້ບັນລຸ 1,1 ລ້ານໂຕນ, ເພີ່ມຂຶ້ນ 5,5 ເທົ່າທຽບໃສ່ການເປີດນຳໃຊ້ໃນເດືອນທຳອິດເປັນ170,000 ໂຕນ, ການສົ່ງສິນຄ້າຂ້າມຊາດ ທັງໝົດ500,000 ໂຕນ, ໄດ້ກວມເອົາຫຼາຍກວ່າ 10 ປະເທດ ແລະ ພາກພື້ນເຊັ່ນ: ໄທ, ມຽນມາ, ລາວ, ມາເລເຊຍ, ກຳປູເຈຍ ແລະ ສິງກະໂປ,ປະເພດສິນຄ້າໄດ້ຂະຫຍາຍຈາກຢາງພາລາ ຝຸ່ນ ແລະ ສັບພະສິນຄ້າໃນຂັ້ນຕົ້ນ ມາເປັນສິນຄ້າເອເລັກໂຕຼນິກ ພະລັງງານແສງແດດ ລົດ ດອກໄມ້ 100 ກວ່າປະເພດ.
ທີສອງ, ຄວາມອາດສາມາດຂອງການສົ່ງຜູ້ໂດຍສານສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະການເລືອກໃນການເດີນທາງມີຄວາມຫຼາກຫຼາຍຫຼາຍຂຶ້ນ. ໂດຍອ້ອມຄວາມຕ້ອງການຂອງການເດີນທາງຂອງຊາວເມືອງສິບສອງພັນນາ ເມືອງພູເອີ ແລະສະຖານທີ່ອື່ນໆຕາມເສັ້ນທາງລົດໄຟພາກສ່ວນພາຍໃນປະເທດ, ກຸ່ມບໍລິສັດສໍານັກງານ ຄຸນໝິງ ລົດໄຟ ຂອງຈີນໄດ້ປະຕິບັດຢ່າງຖືກຕ້ອງແມ່ນຢຳ "ການປັບປຸງຕໍ່ມື້" ແລະເພີ່ມດຳເນີນຈໍານວນລົດໄຟ EMU. ປັດຈຸບັນ, ພາກສ່ວນລາວຂອງທາງລົດໄຟຈີນ-ລາວໄດ້ດຳເນີນລົດໄຟ EMU 6 ຂະບວນ ລົດໄຟໂດຍສານດ້ວຍຄວາມໄວທຳມະດາດຳ 2 ຂະບວນໃນແຕ່ລະມື້, ພາກສ່ວນພາຍໃນປະເທດມີລົດໄຟໂດຍສານສະເລ່ຍ 36 ຂະບານຕໍ່ມື້, ຈຳນວນລົດໄຟສູງສຸດເຖິງ 65 ຂະບານ.
ທີສາມ, ການຄຸ້ມຄອງດຳເນີນງານໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ປະສົບການດ້ານການບໍລິຂອງຜູ້ໂດຍສານແລະສິນຄ້າໄດ້ຮັບການປັບປຸງຢ່າງຕໍ່ເນື່ອວ. ນັບແຕ່ການເປີດນຳໃຊ້, ບໍລິສັດສາກົນທາງລົດໄຟຈີນແລະກຸ່ມບໍລິສັດສຳນັກງານຄຸນໝິງຮ່ວມກັບບໍລິສັດທາງລົດໄຟລາວ-ຈີນໄດ້ສົມທົບກັບລັດຖະບານທ້ອງຖິ່ນຢູ່ຕາມເສັ້ນທາງລົດໄຟ ເພີ່ມທະວີການປັບປຸງສິ່ງແວດລ້ອມຄວາມປອດໄພເພື່ອຮັບປະກັນຄວາມປອດໄພແລະຄວາມລົ່ງຂອງເສັ້ນທາງ; ປະຕິບັດມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງລັດຖະບານທ້ອງຖິ່ນຕາມເສັ້ນທາງລະຫວ່າງຈີນກັບລາວຢ່າງເຂັມງວດ, ປະຕິບັດວຽກງານຂົນສົ່ງຜູ້ໂດຍສານແລະການປ້ອງກັນແລະຄວບຄຸມການແຜ່ລະບາດຢູ່ດ່ານລົດໄຟໃຫ້ມີປະສິດທິຜົນ, ສ້າງສະພາບແວດລ້ອມການຂົນສົ່ງທີ່ເປັນລະບຽບ ມີຄວາມປອດໄພ ແລະ ສຸຂະພາບ.
截至5月3日,中老铁路开通运营满五个月,累计发送货物290万吨,第五个月货运量达110万吨,比第一个月17万吨增长5.5倍;发送旅客超270万人,其中国内段238.8万人、老挝段31.2万人。
据国铁集团国际部负责人介绍,中老铁路开通运营以来,中国铁路国际公司、昆明局集团公司会同老中铁路公司,科学分析旅客出行和货物运输需求,不断增加运力投入,统筹疫情防控和运输组织,保障复兴号、“澜沧号”动车组和普速旅客列车安全平稳运行。
一是货运组织模式进一步创新,货物运量强劲增长。开通以来,尤其是今年4月份以来,中老铁路承运的跨境电商货物不断增加。目前,中老铁路开通第五个月货运量达到110万吨,比第一个月的17万吨增长5.5倍;跨境货物累计发送超50万吨,已覆盖泰国、缅甸、老挝、马来西亚、柬埔寨、新加坡等10余个国家和地区,货物品类从开通初期的橡胶、化肥、百货扩展到电子、光伏、汽车、鲜花等100多种。
二是客运能力不断增加,出行选择更加多样。围绕国内段沿线西双版纳、普洱等地民众旅游、节日出行需求,中国铁路昆明局集团公司精准实施“一日一图”,动态增开动车组列车。目前,中老铁路老挝段每日开行动车组列车达到6列、普速旅客列车2列;国内段日均开行旅客列车达到36列,最高峰达到65列。
三是运营管理不断加强,客货服务体验持续改进。开通以来,中国铁路国际公司、昆明局集团公司会同老中铁路公司,联合沿线地方政府,加强安全环境整治,确保了线路安全畅通;严格落实中老两国沿线地方政府疫情防控措施,有力有效做好旅客运输和铁路口岸疫情防控工作,营造了健康平安有序的运输环境。
ສະຖານີໂພນໂຮງທາງລົດໄຟຈີນ-ລາວເປີດທຸລະກິດຂົນສົ່ງສິນຄ້າຢ່າງເປັນທາງການ
ສະບາຍດີ2022-04-27
ຊາວລາວຍົກຍ້າຍໄປຢູ່ ບ້ານອານຈູ ເຊິ່ງເປັນໂຄງການຍົກຍ້າຍສຳລັບເສັ້ນທາງລົດໄຟລາວ-ຈີນ
ສະບາຍດີ2022-04-25
ທາງລົດໄຟຈີນ-ລາວຊ່ວຍໃຫ້ໄມ້ລາວເຂົ້າຕະຫຼາດພາຍໃນປະເທດຈີນ
ສະບາຍດີ2022-04-22
“ຂະບວນລ້ານຊ້າງ” ທີ່ໄດ້ຍົກລະດັບ ໄປເຖິງປະເທດລາວ!ຕູ້ລົດມີການປ່ຽນແປງເຫຼົ່ານີ້!
ສະບາຍດີ2022-04-19
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
05/05
10:47
— ແບ່ງປັນ —