ເມືອງຈີ່ນຜິງລົງເລິກເຂົ້າໃນໝູ່ບ້ານຊາຍແດນເພື່ອດຳເນີນວຽກງານໂຄສະນາເຜີຍແຜ່ກົດໝາຍເພື່ອກໍ່ສ້າງເສັ້ນຊາຍແດນໃຫ້ເຂັ້ມແຂງ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 16 ເມສານີ້, ການເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຕາມຊາຍແດນຂອງເມືອງຈີ່ນຜິງ ໄດ້ເຂົ້າໃນບ້ານຜີງອັ່ນ ຕະແສງຈີ່ນເຫີ, ປະຊາຊົນເຂດຊາຍແດນ100ກວ່າຄົນໄດ້ເຂົ້າຮ່ວມກິດຈະກຳ.ທ່ານ ຢູຢູ້ລອງ  ເລຂາທິການກຳມະການພັກແຂວງໄດ້ເຂົ້າຮ່ວມກິດຈະກໍາແລະເປັນນັກໂຄສະນາ.

00304638373_75acf7e6

00304638374_59374ca4

ໃນກິດຈະກຳ, ທ່ານ ຢູຢູ້ລອງເວົ້າກັບປວງຊົນວ່າ ປະຈຸບັນ, ປະຊາຊົນຢູ່ເຂດຊາຍແດນຈຳນວນໜຶ່ງຍັງບໍ່ມີຈິດສຳນຶດກ່ຽວກັບປະເທດຊາດ, ດິນແດນຊາດ, ພົນລະເມືອງ, ການປ້ອງກັນປະເທດຊາດຢ່າງເຂັ້ມແຂງ. ເພື່ອຊອກຫາຜົນປະໂຫຍດສ່ວນຕົວ, ບໍ່ຄຳນຶງເຖິງຜົນປະໂຫຍດຂອງປະເທດຊາດ, ບໍ່ປະຕິບັດຕາມລະບຽບກົດໝາຍ, ເຮັດໃຫ້ເກີດຄວາມສ່ຽງການສົ່ງເຂົ້າຂອງການແຜ່ລະບາດເຊື້ອພະຍາດ, ສ້າງຄວາມສູນເສຍຢ່າງໃຫຍ່ຫຼວງໃຫ້ແກ່ຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງປະຊາຊົນພາຍໃນເມືອງ. ທຸກຄົນຄວນຍົກສູງຄວາມຮັບຮູ້ແລະຈິດສຳນຶດ, ສົມມະນາບຸນຄຸນພັກເຮົາ, ຮັບຟັງຄຳສັ່ງຂອງພັກ, ປະຕິບັດຕາມພັກ,ເຂົ້າຮ່ວມການເຄື່ອນໄຫວພິເສດ “ປັບປຸງດັດແປງໃຫຍ່” ກ່ຽວກັບການກະທຳຜິດກົດໝາຍຊາຍແດນພາຍໃນທົ່ວເມືອງຢ່າງຕັ້ງໜ້າ. ໂດຍຜ່ານການເຄື່ອນໄຫວພິເສດ “ປັບປຸງດັດແປງໃຫຍ່”, ໃຫ້ພວກອາດຊະຍາກອນຜິດກົດໝາຍຈຳນວນໜຶ່ງບໍ່ມີບ່ອນລີ້ຊ່ອນຢູ່ໃນບ້ານ ຫຼື ເມືອງ, ເລັ່ງກຳຈັດຄວາມສ່ຽງການສົ່ງເຂົ້າຂອງການແຜ່ລະບາດເຊື້ອພະຍາດຈາກຕ່າງປະເທດ, ສະກັດກັ້ນການກະທຳຜິດກົດໝາຍ ແລະ ອາດຊະຍາກຳຂ້າມຊາດຢ່າງເຂັ້ມງວດ, ເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນເຂດຊາຍແດນ.

00304638375_5b7c625d

00304638382_d067fd74

ໃນການໂຄສະນາອະທິບາຍ, ທ່ານໝຽວເຈີ້ຢິງໄດ້ອ້ອມເນື້ອໃນຂອງກ່ຽວກັບຄວາມອັນຕະລາຍຂອງການລັກລອບ, ອັນຕະລາຍຂອງອາດຊະຍາກຳຢາເສບຕິດ, ການປ້ອງກັນການກະທຳຜິດຂອງໄວໜຸ່ມ ແລະ ກົດໝາຍວ່າດ້ວຍການປ້ອງກັນໄວໜຸ່ມແລະອື່ນໆ,ນຳເອົາວິທີການອະທິບາຍກົດໝາຍດ້ວຍຄະດີໃຫ້ປະຊາຊົນຢູ່ເຂດຊາຍແດນຮັບຮູ້ເນື້ອໃນດັ່ງກ່າວ, ລະດົມປະຊາຊົນຢູ່ເຂດຊາຍແດນສ່ວນຫຼາຍເຂົ້າຮ່ວມວຽກງານຄຸ້ມຄອງຊາຍແດນຢ່າງຕັ້ງໜ້າ, ຊີ້ນຳປະຊາຊົນຢູ່ເຂດຊາຍແດນລາຍງານຕໍ່ອົງການສັນຕິບານໂດຍກົງເມື່ອມີການລັກລອບແລະການກຳທຳຜິດກົດໝາຍຢູ່ເຂດຊາຍແດນ, ກໍ່ສ້າງເສັ້ນຊາຍແດນໃຫ້ເຂັ້ມແຂງ, ຮັກສາສັນຕິພາບຂອງເຂດຊາຍແດນ.

4月16日,金平县走边关普法宣传活动走进金河镇平安寨村,百余名边民群众参加活动。县委书记余玉龙出席活动并作宣传动员。

00304638373_75acf7e6

00304638374_59374ca4

活动中,余玉龙向边民群众说,当前部分边民国家意识、国土意识、国民意识、国防意识不强,为了一点私利,不顾国家利益,不遵守法律法规,带来疫情输入风险,给全县人民的生命财产安全造成了巨大的损失。大家要进一步提高思想认识,感恩党、听党话、跟党走,积极参与到全县边境违法犯罪“大整治”专项行动中来,通过开展“大整治”专项行动,让少数违法犯罪分子在村内甚至县内无藏身之地,及时清除境外疫情输入风险隐患,严厉打击跨境违法犯罪活动,从而恢复边民正常生产生活秩序。

00304638375_5b7c625d

00304638382_d067fd74

宣讲中,缪志英围绕偷引带走私行为的危害、毒品犯罪的危害、预防未成年人犯罪和未成年人保护法等内容采取以案释法的方式向边民群众进行讲解,动员广大边境群众积极参与到管边控边行动中来,引导边民群众对发现的涉边违法犯罪和走私行为及时向公安机关举报,筑牢边境防线,共同维护边境安宁。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/19

14:36

ແບ່ງປັນ

ແປ
翻译