ກຳປູເຈຍ ສົ່ງອອກເຂົ້າໄປຈີນ ບັນລຸ 8,8 ໝື່ນໂຕນ

ມາຈາກ:ສະບາຍດີ

ອີງຕາມແຫລ່ງຂ່າວ ຂປລ, ເມື່ອບໍ່ດົນມານີ້, ທ່ານ ແວງສາຄອນ ລັດຖະມົນຕີ ກະຊວງ ກະສິກຳ ຂອງ ກຳປູເຈຍ ກ່າວວ່າ: ໃນໄລຍະເດືອນ ມັງກອນ-ເດືອນມີນາ ກຳປູເຈຍ ສົ່ງອອກເຂົ້າ ໄປຈີນ ລວມມີ 88646 ໂຕນ, ເພີ່ມຂຶ້ນ 3,8%  ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ. ຈີນ ເປັນ ຜູ້ຊື້ເຂົ້າ ຂະໜາດໃຫຍ່ທີ່ສຸດ ຂອງ ກຳປູເຈຍ, ກວມເອົາ 52% ຂອງ ປະລິມານ ການສົ່ງອອກເຂົ້າ ທັງໝົດ ຂອງປະເທດ; ຖັດມາແມ່ນ ສະຫະພາບເອີຣົບ (EU) ຊຶ່ງຊື້ເຂົ້າຈາກ ກຳປູເຈຍ ລວມ 47674 ໂຕນ ໃນໄລຍະດຽວກັນ. ໃນໄລຍະ 3 ເດືອນທຳອິດ ຂອງປີນີ້,  ກຳປູເຈຍ ສົ່ງອອກເຂົ້າໄປ 47 ປະເທດ ແລະ ພາກພື້ນ   ລວມມີ  170.539 ໂຕນ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ ແລະ ສ້າງລາຍຮັບເຖິງ 145.8 ລ້ານໂດລາ ສະຫະລັດ.

ກະສິກຳ ເປັນ 1 ໃນ 4 ເສົາຫລັກ ໃນການຊຸກຍູ້ ເສດຖະກິດ ຂອງກໍາປູເຈຍ. ນອກນັ້ນ,  ໃນໄຕມາດທຳອິດ, ກໍາປູເຈຍ ຍັງສົ່ງອອກ ຜະລິດຕະພັນ ກະສິກຳ ໄປຍັງ 57 ປະເທດ ແລະ ພາກພື້ນ  ລວມມີ 3,43 ລ້ານໂຕນ ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍນີ້ ແລະ ສ້າງລາຍຮັບ 1,26 ຕື້ໂດລາ ສະຫະລັດ, ໂດຍສະເພາະ ຜະລິດຕະພັນ ເຂົ້າ, ຢາພາລາ, ໝາກມ່ວງ ຫິມະພານ, ກ້ວຍ ແລະ ອື່ນໆ.

近日,柬埔寨农业部长文萨坤表示,1-3月,柬埔寨对华出口88646吨,同比增长3.8%。中国是柬埔寨最大的大米购买国家,占柬埔寨大米出口总量的52%;紧随其后的是欧盟(EU),同期从柬埔寨购买了47674吨大米。今年前三个月,柬埔寨向47个国家和地区出口170539吨,同比增长11%,与去年同期相比,实现收入1.458亿美元。

农业是柬埔寨经济的四大支柱之一,一季度柬埔寨向57个国家和地区出口农产品343万吨,同比增长11%,产生12.6亿美元的收入,主要出口产品是大米、药品、腰果、香蕉等。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/06

17:08

ແບ່ງປັນ

ແປ
翻译