3 ແຂວງພາກໃຕ້ ແລກປ່ຽນບົດຮຽນກ່ຽວກັບການຜະລິດກະສິກຳ

ມາຈາກ:Pasaxon Daily Newspaper

img176866325920220406_074216

ໃນລະຫວ່າງວັນທີ 4-5 ເມສາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ກົມພັດທະນາຊົນນະບົດ ແລະ ສະຫະກອນ ຮ່ວມກັບ ອົງການສະຫະພັນສະຫະກອນ ແລະ ໄຮໄຟເຊີນ ແຫ່ງເຢຍລະມັນ ໄດ້ຈັດກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນວຽກງານກຸ່ມການຜະລິດກະສິກຳ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນສົ່ງ ລຳມະຍົດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ, ທ່ານ ສົມບູນ ວົງເພັດ ຮອງຫົວໜ້າພະແນກສົ່ງເສີມສະຫະກອນ ກົມພັດທະນາຊົນນະບົດ ແລະ ສະຫະກອນ, ຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້, ຕາງໜ້າກຸ່ມຜະລິດກະສິກຳ ແລະ ຂະແໜງການກ່ຽວຂ້ອງ 3 ແຂວງພາກໃຕ້ຄື: ແຂວງເຊກອງ, ສາລະວັນ ແລະ ແຂວງອັດຕະປືເຂົ້າຮ່ວມ.

ທ່ານ ບຸນສົ່ງ ລຳມະຍົດ ໄດ້ກ່າວຕ້ອນຮັບ ແລະ ກ່າວເປີດກອງປະຊຸມວ່າ: ການຈັດກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນຂອງກຸ່ມການຜະລິດກະສິກຳ 3 ແຂວງຄັ້ງນີ້ ເພື່ອເປັນການຍົກສູງ ແລະ ເສີມຂະຫຍາຍໃຫ້ບັນດາກຸ່ມການຜະລິດກະສິກຳໃນ 3 ແຂວງໃຫ້ມີຄວາມຮູ້ ແລະ ເຂົ້າໃຈຕໍ່ຄວາມສຳຄັນຂອງວຽກງານຂະບວນການສ້າງຕັ້ງເປັນສະຫະກອນໃນອະນາຄົດ ຊຶ່ງກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນດ້ວຍກັນໃນການສ້າງຄວາມເຂົ້າໃຈຕໍ່ວຽກງານດັ່ງກ່າວ. ພ້ອມທັງນຳສະເໜີກ່ຽວກັບການພັດທະນາ ແລະ ແຜນທິດທາງໃນການສົ່ງເສີມບັນດາກຸ່ມ ແລະສະຫະກອນ  ຊຶ່ງປັດຈຸບັນລັດຖະບານ ກໍໄດ້ປະກາດໃຊ້ຢ່າງເປັນທາງການສຳລັບດຳລັດ ວ່າດ້ວຍ ກຸ່ມ ແລະ ສະຫະກອນ ສະບັບເລກທີ 606/ລບ, ລົງວັນທີ 26 ພະຈິກ 2020 ທີ່ເປັນດຳລັດສະເພາະໄດ້ເວົ້າເຖິງອົງການຈັດຕັ້ງຂອງຊາວກະສິກອນລາວໃນຂອບເຂດທົ່ວປະເທດ, ໂດຍມີຈຸດປະສົງໃຫ້ມີການຈັດຕັ້ງຮ່ວມຕົວກັນ, ໃນການຈັດຕັ້ງເປັນກຸ່ມ ຫຼື ເປັນສະຫະກອນການຜະລິດກະສິກຳດ້ວຍຫຼາຍຮູບແບບ  ເພື່ອຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ບຸນສົ່ງ ລຳມະຍົດ ໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນອີງຕາມການປະເມີນຜົນຂອງການຈັດຕັ້ງປະຕິບັດວຽກງານຂອງກຸ່ມເປົ້າໝາຍ ແລະ ສະຫະກອນ ໃນໄລຍະຜ່ານມາເຫັນວ່າ: ຊາວກະສິກອນສ່ວນຫຼາຍມີຄວາມຕື່ນຕົວ, ເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳ ກໍຄືຕໍ່ອຸດົມການຂອງສະຫະກອນ ທີ່ເປັນລະບົບກົນໄກໜຶ່ງທີ່ສາມາດຊ່ວຍໃຫ້ເຂົາເຈົ້າໄດ້ຮັບຄວາມຍຸຕິທຳໃນການຜະລິດກະສິກຳ ແລະ ມີຄວາມຍືນຍົງທຽບເທົ່າກັບພາກສ່ວນເສດຖະກິດອຶ່ນໆໄດ້ໃນສັງຄົມ. (ຂ່າວ-ພາບ: ບູ້ສຸວັນ)

img176866325920220406_074216

 昆明信息港-萨拜迪 记者李悦 据老挝人民报报道,2022年4月4日至5日,在色贡省办公厅,农村发展合作处与德国合作社联邦组织开展农业生产团体工作经验交流研讨会,本次会议由色贡省农林局副局长本宋·琅玛尤主持,农村发展合作处合作促进局副局长宋本·翁培,农林局代表,农业生产团体代表以及老挝南部三省:色贡省、沙拉湾省和阿速坡省相关部门代表参会。

本宋·琅玛尤致欢迎词和会议开场词说到:“组织本次三省农业生产团体经验交流研讨会,旨在提高和加强三个省农业生产团体对未来建立合作社重要性的认识和理解,会议还介绍了合作社、团体的发展和计划方向,政府在 2020 年 11 月 26 日正式颁布了第 606 号有关团体合作社的法令,该法令是针对全国范围内的老挝农民组织的特殊法令,旨在团结各组织以成团成合作社的方式,多形式进行农业生产活动,帮助改善老挝各族人民的生活,实现逐步脱贫。“

本宋·琅玛尤补充道:“迄今为止,从对目标群体和合作社以往的工作进展评价来看,大多数农民都自觉实施,跟随合作社的领导,相信合作机制能够帮助他们公平并长久的从事农业生产活动。”

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/06

11:14

ແບ່ງປັນ

ແປ
翻译