ມາຈາກ:ສະບາຍດີ
ເມື່ອມໍ່ໆມານີ້, ກິດຈະກຳ "ສົນທະນາຮ່ວມເສັ້ນທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເມືອງອັດສະຈັນ(Magic City)ຊຽງໄຮຈັບມືກັບເມືອງບູຮານຫຼວງພະບາງ" ເຊິ່ງເປັນໜຶ່ງໃນກິດຈະກຳຂອງງານສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025 ໄດ້ໄຂຂຶ້ນຢູ່ນະຄອນ ຫຼວງພະບາງ ປະເທດລາວ. ກິດຈະກຳຄັ້ງນີ້ພາຍໃຕ້ຫົວຂໍ້ຫຼັກ "ເຊື່ອມໂຍງເສັ້ນທາງລົດໄຟ, ເຊື່ອມສານຈິດໃຈປະຊາຊົນ" ຜ່ານຈາກການສົນທະນາໃນຫຼາຍລະດັບ ແລະພຶດຕິກຳແຫ່ງການເຊື່ອມໂຍງດ້ານວັດທະນະທຳ ເພື່ອສະແດງໃຫ້ເຫັນການຮ່ວມມືຢ່າງເລິກເຊິ່ງ ແລະການເຊື່ອມສານຈິດໃຈປະຊາຊົນລະຫວ່າງສອງປະເທດຈີນ-ລາວ ພາຍໃຕ້ຂອບຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ".
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກິດຈະກຳ "ງານສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ຄັ້ງນີ້ຈະຜ່ານຈາກຮູບແບບ "ເສັ້ນທາງລົດໄຟ+" ເພື່ອສ້າງໂຄງການຕ່າງໆກ່ຽວກັບການແລກປ່ຽນລະຫວ່າງຊາວໜຸ່ມ. ລະຫວ່າງວັນທີ 2-3 ເມສານີ້ ໄດ້ຈັດງານວາງສະແດງສະຖາປັດຕະຍະກຳປະຫວັດສາດວັດທະນະທຳພາຍໃຕ້ຫົວຂໍ້ "ຮ່ອງຮອຍປະຫວັດສາດຕົວເມືອງ: ເມືອງອັດສະຈັນ ຊຽງໄຮຈັບມືກັບເມືອງບູຮານຫຼວງພະບາງ", ຜ່ານຈາກການວາງສະແດງຮູບພາບ ແລະວັດຖຸພັນເພື່ອສະແດງໃຫ້ເຫັນເຖິງສອງຕົວເມືອງຊຽງໄຮ - ຫຼວງພະບາງທີ່ອະນຸລັກຮັກສາແລະປະດິດສ້າງຕໍ່ສະຖາປັດຕະຍະກຳປະຫວັດສາດວັດທະນະທຳ. ລະຫວ່າງເດືອນກໍລະກົດ ຫາເດືອນສິງຫາປີນີ້, ຍັງຈະອີງໃສ່ໂຄງການເຊື່ອມສານຈິດໃຈປະຊາຊົນຂອງສະຖາບັນການສຶກສາຊັ້ນສູງສອງປະເທດ ເພື່ອດຳເນີນກິດຈະກຳທັດສະນະສຶກສາ "ຕາມຮອຍເສັ້ນທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ເພື່ອເຮັດໃຫ້ຊາວໜຸ່ມທັງຫຼາຍໄດ້ລົງສຳຫຼວດຄົ້ນຄວ້າຢູ່ພາກສະໜາມລຽບຕາມເສັ້ນທາງລົດໄຟລາວ-ຈີນຕື່ມອີກ.
2025"澜湄周"之"共话澜湄铁路暨魔都牵手古都"活动日前在老挝琅勃拉邦拉开帷幕。活动以"铁路互联,民心相通"为主题,通过多层次对话、文化交融实践,展示中老两国在"一带一路"倡议下的深度合作与民心相通。
据介绍,此次"澜湄周"活动通过"铁路+"模式,打造一系列面向青年的交流项目。4月2日至3日,举办"双城迹之魔都牵手古都"历史文化建筑展览,通过影像与实物,展现上海与琅勃拉邦两座城市对历史文化建筑的保护与创新。中老青年还将在本月下旬携手湄公河流域其他国家青年在线探讨开展铁路互联互通民间科普创意设计、故事寻访、青年对话等活动。7月至8月,还将依托两校民心相通品牌项目开展"寻访澜湄铁路"研学实践,让青年们深入铁路沿线开展田野调查。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
04/04
00:00
— ແບ່ງປັນ —