ມາຈາກ:CMG
ຕອນບ່າຍວັນທີ 21 ມີນາ ຕາມເວລາທ້ອງຖິ່ງ, ງານເສວະນາພາຍໃຕ້ຫົວຂໍ້"ຈີນໃນລະດູບານໃໝ່: ໂອກາດຂອງຈີນ ທົ່ວໂລກຊົມໃຊ້"ໂດຍວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ,ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ພ້ອມດ້ວຍບັນດາແຂກຮັບເຊີນ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມເກືອບ 400 ຄົນ.
ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ
ໃນໂອກາດນີ້, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ກ່າວຊົມເຊີຍກອງປະຊຸມສອງສະພາຂອງຈີນ ໄດ້ສຳເລັດຢ່າງຈົບງາມໃນຫວ່າງບໍ່ດົນມານີ້, ທ່ານກ່າວວ່າ, ກອງປະຊຸມສອງສະພາຂອງຈີນໄດ້ໃຫ້ເຫັນບັນຫາສໍາຄັນຫຼາຍດ້ານ ທີ່ບັນດາປະເທດໃນໂລກສາມາດຖອດຖອນບົດຮຽນດັ່ງກ່າວນໍາໃຊ້ເຂົ້າການພັດທະນາປະເທດຂອງຕົນ. ໜຶ່ງໃນນັ້ນ ສປປ ລາວ ກໍ່ຈະໄດ້ນໍາໃຊ້ບົດຮຽນດັ່ງກ່າວເຂົ້າໃນການສ້າງສາພັດທະນາປະເທດຊາດໂດຍສະເພາະ ຕໍ່ກັບບັນຫາທີ່ເຄັ່ງຮ້ອນ, ການນໍາໃຊ້ແນວທາງຂອງຈີນ ຢ່າງໜັກແໜ້ນໃນການແກ້ໄຂ, ຈະເປັນຊ່ອງທາງທີ່ດີທີ່ຂຽນປະຫວັດສາດໃໝ່ໃຫ້ກັບປະເທດພວມພັດທະນາໃນໂລກ ທີ່ພວມຊອກສະແຫວງຫາຄວາມເຂັ້ມແຂງຜ່ານຄວາມສາມັກຄີ.
ທ່ານ ເຊິ້ນຫາຍຊົ້ງ ປະທານ CMG ໄດ້ກ່າວຜ່ານວິດີໂອວ່າ: ໃນກອງະຊຸມສອງສະພາປີນີ້ ທ່ານປະທານສີຈິ້ນຜິງໄດ້ເນັ້ນວ່າ: ຕ້ອງເປີດປະຕູດ້ານລະບຽບການໃຫ້ກວ້າງອອກຕື່ມອີກ , ແລະ ເປີດກວ້າງຂົງເຂດການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ.
ທ່ານ ເຊິ້ນຫາຍຊົ້ງ ກ່າວວ່າ:ໃນຖານະເປັນກຸ່ມສື່ມວນຊົນທີ່ມີຂະໜາດໃຫຍ່ທີ່ສຸດ, ມີຮູບແບບສື່ຫຼາຍທີ່ສຸດ ແລະປົກຄຸມຂອບເຂດກວ້າງຂວາງທີ່ສຸດໃນໂລກ, ວິທະຍຸໂທລະພາບສູນກາງຈີນຍິນດີເສີມຂະຫຍາຍທ່າແຮງໃນດ້ານການເຜີຍແຜ່ໂຄສະນາ ແລະການປະດິດສ້າງດ້ານວິທະຍາສາດເຕັກນິກ ເພື່ອຮ່ວມກັບບັນດາເພື່ອນມິດໃນໂລກ ຊົມໃຊ້ໂອກາດພັດທະນາໃນການຫັນເປັນທັນສະໄໝຂອງຈີນ, ຮ່ວມກັບບັນດາເພື່ອນມິດໃນໂລກຊົມໃຊ້ໂອກາດປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງຈີນ, ຮ່ວມກັບບັນດາເພື່ອນມິດໃນໂລກຊົມໃຊ້ໂອກາດແລະຖອດຖອນບົດຮຽນວັດທະນະທຳຮ່ວມກັນລະຫວ່າງຈີນກັບປະເທດຕ່າງໆ.
ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ
ທ່ານນາງ ຟ່າງຫົງ ໄດ້ກ່າວອວຍພອນການສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ.ທ່ານ ຟາງຫົງ ກ່າວອີກວ່າ ຈີນຍິນດີຕ້ອນຮັບປະເທດຕ່າງໆ ແບ່ງປັນຜົນປະໂຫຍດຈາກການພັດທະນາຂອງຈີນ. ລາວເປັນສະຫາຍສັງຄົມນິຍົມ ແລະ ເປັນອ້າຍນ້ອງຂອງພວກເຮົາ, ທັງແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ. ຝ່າຍຈີນພ້ອມທີ່ຈະສົມທົບກັບຝ່າຍລາວເພື່ອຂະຫຍາຍການຮ່ວມມືທີ່ເປັນປະໂຫຍດ, ສ້າງຄວາມຄືບໜ້າໃນການພັດທະນາເສັ້ນທາງເສດຖະກິດຈີນ-ລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ລົດໄຟຈີນ-ລາວ, ເລັ່ງການພັດທະນາແບບຮອບດ້ານຕາມເສັ້ນທາງລົດໄຟ, ຂະຫຍາຍການຮ່ວມມືໃນດ້ານພະລັງງານ, ກະສິກຳ, ການທ່ອງທ່ຽວ, ການຮ່ວມມືດ້ານກົດໝາຍ ແລະການປະສານງານຫຼາຍຝ່າຍເພື່ອຮ່ວມກັນຮັກສາສະຖານະການສະຫງົບ ແລະການພັດທະນາຂອງພາກພື້ນ.
ໃນການສໍາມະນາຄັ້ງນີ້, ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນສໍາຄັນຂອງພັກ, ລັດ ແລະ ເອກະຊົນຂອງລາວໄດ້ຂຶ້ນກ່າວໃນຫຼາຍຫົວຂໍ້ເຊັ່ນ: ການຫັນເປັນທັນສະໄໝແບບຈີນ ແລະການພັດທະ ນາດ້ວຍຄຸນນະພາບສູງຂອງຈີນ, ສາຍພົວພັນລະຫວ່າງພັກກັບປະຊາຊົນ, ວຽກງານການຕ່າງປະເທດ, ການພັດທະນາເຕັກໂນໂລຊີ ກໍຄື AI ຂອງ ຈີນ, ການພົວພັນ ແລະການຮ່ວມມືຂອງແຂວງຫຼວງພະບາງ ແລະແຂວງຫຼວງນໍ້າທາກັບ ສປ ຈີນ, ນອກນັ້ນຍັງມີການຖາມຕອບລະຫວ່າງນັກເສວະນາ ແລະ ຜູ້ເຂົ້າຮ່ວມ.
当地时间3月21日,由中国中央广播电视总台主办的“春天里的中国:中国机遇 世界共享”全球对话会老挝专场在万象举行。中国驻老挝大使方虹与老挝人民革命党中央委员、老挝国家政治行政学院院长普冯·温坎等老挝政界、学界、媒体界400余位嘉宾出席活动。
老挝人民革命党中央委员、老挝国家政治行政学院院长普冯·温坎显
老挝人民革命党中央委员、老挝国家政治行政学院院长普冯·温坎显对近日圆满举行的中国两会表示祝贺。他表示,中国两会提出了许多可供世界各国借鉴并应用于本国发展的重要议题。老挝要将这些经验运用到国家建设中去,尤其是在面对困难时,学习借鉴中国方案是广大发展中国家谱写团结自强新篇章的有效途径。
中央广播电视总台台长慎海雄在视频致辞中表示,今年的中国两会上,习近平主席强调要稳步扩大制度型开放,不断拓展国际合作空间。
慎海雄说,作为当今世界体量规模最大、业务形态最多、覆盖范围最广的综合性国际传媒航母,中央广播电视总台愿发挥国际一流的融合传播和科技创新优势,与全球朋友共享中国式现代化发展机遇,共享新时代中国新科技创新机遇,共享中外文化交流互鉴机遇,为推动世界共同繁荣、构建人类命运共同体贡献力量,共创人类更加美好的未来。
中国驻老挝大使方虹
方虹向老挝人民革命党成立 70 周年致以祝贺。她表示中国愿同老方分享全面从严治党和治国理政经验,共享发展机遇,深化各领域合作,携手推进现代化建设。老挝是中国志同道合的社会主义兄弟,也是最为重要的合作伙伴。中方愿同老方进一步扩大互利共赢合作,大力推进中老经济走廊建设,携手发挥双方优势,加快推动中老铁路综合开发利用,持续拓展能源、农业、旅游、法治以及多边协作等诸多领域的合作,一同为维护地区和平与发展贡献力量。
研讨会上,来自老挝党、国家和民间组织的代表们登台发言。内容涵盖中国现代化高质量发展、党和人民群众的密切联系、外交工作、中国人工智能领域的发展动态,以及中国与老挝琅勃拉邦省、琅南塔省之间的友好关系及合作情况。此外,还开展了互动问答环节。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
03/26
16:13
— ແບ່ງປັນ —