ເທດສະການຮູບເງົາດີເດັ່ນຂອງ ສປ ຈີນເຂົ້າສູ່ ສປປ ລາວ

ມາຈາກ:CRI

48cccfc69d458fb6e505d78e7623142

(ສະບາຍດີ ນັກຂ່າວ ໂລລາ)ວັນທີ 5 ພະຈິກນີ້, ພິທີສາຍຮູບເງົາຮອບປະຖົມມະເລີກຂອງເທດສະການຮູບເງົາດີເດັ່ນ ລາວ-ຈີນ 2024 ທີ່ຮ່ວມຈັດຂຶ້ນໂດຍ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈຳລາວ, ກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈໍາກັດ ໄດ້ຈັດຂຶ້ນຢູ່ຫໍວັດທະນະທຳແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ.

ທ່ານ  ສິນລະວົງ ຄຸດໄພທູດ ປະທານສູນກາງແນວລາວສ້າງຊາດ, ທ່ານນາງ ຟ່າງຮົງ ເອກອັກຄະລັດຖະທູດຈີນປະຈຳລາວ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງທະບວງກົມຂອງລາວ, ບຸກຄົນໃນວົງການຕ່າງໆຂອງລາວ, ຜູ້ຕາງໜ້າຂອງບໍລິສັດຈີນປະຈຳລາວ ແລະ ຊາວເຊື້ອສາຍຈີນທັງໝົດເກືອບ 800 ຄົນໄດ້ເຂົ້າຮ່ວມພິທີໄຂ, ທັງໄດ້ຮ່ວມຊົມຮູບເງົາເລື່ອງ “ສິງໜຸ່ມໄວໄຟ” ທີ່ແປ ແລະ ພາກເປັນພາສາລາວ.

1c72b7a76b043e8164e0af3d8f1ce6e

ທ່ານນາງ ຟ່າງຮົງ ໄດ້ຕີລາຄາສູງຕໍ່ເທດສະການຮູບເງົາດີເດັ່ນລາວ-ຈີນທີ່ໄດ້ປະກອບສ່ວນເຂົ້າໃນການແລກປ່ຽນວັດທະນະທຳລາວ-ຈີນໃນຫຼາຍປີຜ່ານມາ ໂດຍກ່າວວ່າ: ຮູບເງົາແມ່ນສິລະປະແຫ່ງແສງ ແລະ ເງົາ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນ ແລະ ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ລະຫວ່າງອະລິຍະທຳທີ່ແຕກຕ່າງກັນ. ການແລກປ່ຽນດ້ານຮູບເງົາ ເປັນພາກສ່ວນໜຶ່ງຂອງການເພີ່ມທະວີການແລກປ່ຽນດ້ານວັດທະນະທຳລະຫວ່າງ ລາວ-ຈີນ. ຫວັງວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳທີ່ມີ “ເທດສະການຮູບເງົາດີເດັ່ນ” ເປັນຕົວແທນນັ້ນ ຈະສາມາດເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນໃນດ້ານວັດທະນະທຳ ພ້ອມທັງສ້າງບັນຍາກາດດ້ານວັດທະນະທຳທີ່ດີໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ.

36acc5bb82d6ed8766f775b9be2a101

ທ່ານ ວັນສີ ກົ່ວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ກ່າວວ່າ: ເທດສະການຄັ້ງນີ້ເປັນຂີດໝາຍອັນສໍາຄັນຂອງສາຍພົວພັນມິດຕະພາບ ລາວ-ຈີນ ທີ່ມີການຮ່ວມມື ແລະ ຊ່ວຍເຫຼືອກັນມາຍາວນານ ແລະ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ. ຜ່ານການຮ່ວມມືອັນດີລະຫວ່າງ ວິທະຍຸໂທລະພາບສູນກາງຈີນ (CMG) ແລະ ກົມຮູບເງົາ ລາວ ຕະຫຼອດ 7 ປີທີ່ຜ່ານມາ, ພວກເຮົາໄດ້ນໍາເອົາຮູບເງົາດີເດັ່ນຂອງຈີນຫຼາກຫຼາຍປະເພດ ທັງເລື່ອງຕະຫຼົກ, ກັງຟູ, ກາຕູນ ແລະ ສາລະຄະດີ ໄປສູ່ປະຊາຊົນລາວໃນທົ່ວທຸກພາກຂອງປະເທດ. ທຸກເລື່ອງລ້ວນໄດ້ຮັບການແປເປັນພາສາລາວຢ່າງປະນີດ, ສ້າງຄວາມມ່ວນຊື່ນ ແລະ ເປີດໂລກະທັດໃຫ້ຜູ້ຊົມ. ນີ້ເປັນຂົວຕໍ່ທາງຈິດໃຈອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ. ປີ 2024 ນີ້ ເປັນປີເລີ່ມຕົ້ນຂອງແຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028). ຂ້າພະເຈົ້າເຊື່ອໝັ້ນວ່າ ເທດສະການຄັ້ງນີ້ຈະເປັນຈຸດເດັ່ນພິເສດຂອງປີ.

ນັບແຕ່ວັນທີ 6 ພະຈິກ 2024 ເປັນຕົ້ນໄປ, "ເທດສະການຮູບເງົາດີເດັ່ນລາວ-ຈີນ"ຈະນໍາເອົາຮູບເງົາຈີນເລື່ອງເດັ່ນເລື່ອງດັງຫຼາກຫຼາຍສີສັນທີ່ພາກສຽງເປັນພາສາລາວໄປລາດຕະເວນສາຍຢູ່ທົ່ວປະເທດລາວ, ຈະສົ່ງກິດຈະກຳວັດທະນະທຳໄປແຫ່ງຕ່າງໆໃນທົ່ວປະເທດລາວ,  ເຮັດໃຫ້ປະຊາຊົນລາວຫຼາຍກວ່າເກົ່າສາມາດສຳຜັດໄດ້ກັບມົນສະເໜ່ຂອງຮູບເງົາຢູ່ໜ້າເຮືອນ.

3c2b9f1f585a7012efe12412017398a

5c75ab3e408b94275ba4c78ea32479a

6a2b640f656fbb726e0feb78a00ad94

356afb9c54e0c4b1f27d680fb25b741


48cccfc69d458fb6e505d78e7623142

2024年11月5日,由中央广播电视总台万象调频台、老挝新闻文化旅游部电影局、中国南方电网有限责任公司共同主办的2024年“露天电影院——中老优秀电影巡映”首映式在老挝国家文化宫举办。

老挝人民革命党中央政治局委员、建国阵线中央委员会主席辛拉冯·库派吞,中国驻老挝大使方虹以及老挝政府、中资企业、社会各界代表及在老华侨华人等近800人参加了首映式,观看老挝语译配的中国电影《雄狮少年》。

1c72b7a76b043e8164e0af3d8f1ce6e

中国驻老挝大使方虹高度评价了露天电影院活动为中老文化交流作出的贡献。她表示,电影是光与影的艺术,深受人民群众喜爱,在推动不同文明交流互鉴中发挥着重要作用。电影交流是中老加强人文合作的一个缩影,希望以“露天电影院”为代表的文化交流主题活动能进一步增进两国人民友谊与相互了解,促进文化交流互鉴,为中老命运共同体建设营造良好人文氛围。

36acc5bb82d6ed8766f775b9be2a101

老挝新闻文化旅游部副部长万西·国穆表示,“露天电影院——中老优秀电影巡映”活动展现了老中传统友谊和友好合作、守望相助的双边关系。多年来,中国中央广播电视总台和老挝电影局为老挝全国百姓带来了喜剧片、功夫片、动画片、纪录片等内容丰富的中国优秀影片。题材多元、译制精良的中国影片搭建起促进老中两国民相亲、心相通的桥梁,让老挝观众了解更广阔的世界。2024年是落实构建中老命运共同体新一轮行动计划的开局之年,我相信“露天电影院——中老优秀电影巡映”活动将成为今年两国合作的又一亮点。

2024年11月6日起,“露天电影院”活动将携多部老挝语译配的中国影片陆续在老挝全国公益放映,让更多老挝民众可以在家门口感受到中国电影的魅力。

3c2b9f1f585a7012efe12412017398a

5c75ab3e408b94275ba4c78ea32479a

6a2b640f656fbb726e0feb78a00ad94

356afb9c54e0c4b1f27d680fb25b741

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:wen liron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

11/20

10:54

ແບ່ງປັນ

ແປ
翻译