ສະຖາບັນຂົງຈື ມຊ ຈັດງານສໍາມະນາ HSK (ລະດັບພາສາຈີນ) ສຶກສາທີ່ປະເທດຈີນ

ມາຈາກ:

640

ສະບາຍດີ ນັກຂ່າວຄຳປະເສີດ)ງານສຳມະນາHSK ແລະ ສຶກສາທີ່ປະເທດຈີນ (ສອບເສັງລະດັບພາສາຈີນ) ຄັ້ງທຳອິດໄດ້ຈັດຂຶ້ນໃນວັນທີ 12 ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.ມີຜູ້ຕາງຫນ້າຈາກ 19 ມະຫາວິທະຍາໄລທີ່ມີຊື່ສຽງໃນປະເທດຈີນ ແລະ ຄູອາຈານແລະນັກສຶກສາຈາກສະຖາບັນຂົງຈື້ຂອງມະຫາວິທະຍາໄລແຫ່ງຊາດລາວ 900 ກວ່າຄົນໄດ້ເຂົ້າຮ່ວມກິດຈະກໍາ. 

ງານສຳມະນາຄັ້ງນີ້ຈັດຂຶ້ນສະຫນັບສະຫນູນໂດຍສູນສອບເສັງພາສາຈີນສາກົນ ແລະ ເປັນເຈົ້າພາບຈັດໂດຍສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດລາວ.ທີ່ງານສຳມະນາ,ຜູ້ຕາງຫນ້າບັນດາມະຫາວິທະຍາໄລທີ່ເຂົ້າຮ່ວມໄດ້ແນະນໍາຢ່າງລະອຽດໃຫ້ແກ່ນັກສຶກສາກ່ຽວກັບສະພາບໂຮງຮຽນ,ການຕັ້ງວິຊາຊີບ,ການສະຫມັກທຶນການສຶກສາ,ເງື່ອນໄຂການລົງທະບຽນເຂົ້າຮຽນ,ການພັດທະນາອາຊີບ ແລະ ເລື່ອງອື່ນໆທີ່ກ່ຽວຂ້ອງເຖິງການໄປຮຽນຢູ່ຕ່າງປະເທດ ແລະ ວຽກເຮັດງານທຳ,ນັກສຶກສາຫຼາຍຄົນໄດ້ສະແດງຄວາມສົນໃຈທີ່ຈະໄປຮຽນຕ່າງປະເທດຢູ່ມະຫາວິທະຍາໄລທີ່ເຂົາເຈົ້າມັກ.

ຜູ້ຕາງຫນ້າຂອງສູນສອບເສັງພາສາຈີນສາກົນກ່າວໃນຄໍາປາໄສຂອງທ່ານວ່ານີ້ແມ່ນຄັ້ງທໍາອິດທີ່ານສຳມະນາHSK ແລະ ສຶກສາທີ່ປະເທດຈີນໃນປະເທດຈີນໄດ້ຈັດຂຶ້ນຢູ່ລາວ,ຈຸດປະສົງໃນການຈັດງານຄັ້ງນີ້ສ້າງເວທີປາໄສທີ່ມີປະສິດທິຜົນໃຫ້ແກ່ການສຶກສາ ແລະ ການແລກປ່ຽນພາສາ ແລະ ວັດທະນະທຳລະຫວ່າງຈີນ-ລາວ,ເປີດໂອກາດໃຫ້ນັກຮຽນພາສາຈີນລາວຫຼາຍກວ່າເກົ່າໃຫ້ໄດ້ຮຽນພາສາຈີນເປັນຢ່າງດີ ແລະ ໄປຮຽນຢູ່ຈີນ,ສ້າງຂົວຕໍ່ການຮ່ວມມືມິດຕະພາບລະຫວ່າງຈີນ-ລາວ. 

640

老挝首届HSK(汉语水平考试)留学中国交流会12日在老挝国立大学孔子学院举办,来自中国19所知名高校代表及老挝国立大学孔子学院师生共900余人参加活动。

本次活动由汉考国际主办、老挝国立大学孔子学院承办。交流会上,参展高校代表向学生们详细介绍学校情况、专业设置、奖学金申请、入学条件、职业发展等各项留学就业事宜,许多学生向心仪高校表达了留学意向。

汉考国际代表在致辞中表示,这是HSK留学中国交流会首次在老挝举办,旨在为中老教育和语言文化交流搭建有效平台,为更多老挝中文学习者提供学好中文、到中国留学的机会,搭建中老友好合作的桥梁。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen Lirong]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

10/15

14:51

ແບ່ງປັນ

ແປ
翻译