ມາຈາກ:ສະບາຍດີ
ໂຮງຫມໍແຂວງຫຼວງພະບາງ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 16 ສິງຫານີ້,ໂຄງການປັບປຸງ ແລະ ຍົກລະດັບໂຮງຫມໍຫຼວງພະບາງທີ່ຈີນຊ່ວຍເຫຼືອລາວໄດ້ເປີດນໍາໃຊ້ ແລະມອບໃຫ້ຝ່າຍລາວຢ່າງເປັນທາງການ.ໂຄງການດັ່ງກ່າວ ເປັນໂຄງການຄົບຊຸດ ລະດັບປະເທດ ເພື່ອຊ່ວຍເຫລືອຕ່າງປະເທດ ທີ່ກະຊວງການຄ້າ ມອບຫມາຍໃຫ້ແຂວງຢຸນນານ ຈັດຕັ້ງປະຕິບັດ,ໂດຍພະແນກການຄ້າແຂວງຢຸນນານເປັນຜູ້ຮັບຜິດຊອບຈັດຕັ້ງ ແລະ ຄຸ້ມຄອງ, ແມ່ນໝາກຜົນສຳຄັນຂອງການລົງເລິກການຮ່ວມມືມິດຕະພາບລະຫວ່າງຈີນ-ລາວ ແລະ ຊ່ວຍໃຫ້ການພັດທະນາວຽກງານສາທາລະນະສຸກຂອງລາວ.
"ການຍົກລະດັບໂຮງຫມໍໃນຄັ້ງນີ້,ທັງອຸປະກອນຮາດແວແລະຊອບແວໄດ້ຮັບການຍົກລະດັບ.ຕຽງນອນຂອງໂຮງຫມໍຈາກເດີມ150ຕຽງເພີ່ມຂຶ້ນເປັນ200ຕຽງ,ຫົວໜ່ວຍ ແລະ ເຂດແຄວ້ນຕ່າງໆເຊັ່ນ:ຫົວໜ່ວຍຜ່າຕັດບາດແຜ,ຫົວໜ່ວຍການປິ່ນປົວຫົວໃຈແລະຫ້ອງICU,ເຂດປອດພະຍາດເປັນຕົ້ນໄດ້ບັນລຸການເພີ່ມໃຫມ່,ປະຊາຊົນທ້ອງຖິ່ນຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ." ທ່ານ ດຣ ພູວະນາ ອານຸລັກຄໍາ ຜູ້ອໍານວຍການໂຮງໝໍແຂວງຫຼວງພະບາງ ກ່າວວ່າ:ດ້ວຍການປັບປຸງຄວາມສາມາດປິ່ນປົວທາງການແພດຂອງໂຮງໝໍ, ປະຊາຊົນທ້ອງຖິ່ນມີທາງເລືອກໃນການປິ່ນປົວທາງການແພດຫຼາຍຂຶ້ນ ແລະ ບໍ່ຈຳເປັນຕ້ອງເດີນທາງໄປນະຄອນຫລວງວຽງຈັນ ຫຼື ຕ່າງປະເທດເພື່ອປິ່ນປົວ,ຫຼຸດຜ່ອນພາລະທາງດ້ານການເງິນແລະຄວາມອິດເມື່ອຍໃນການເດີນທາງຢ່າງຫຼວງຫຼາຍ.
ທ່ານ ດຣ ພູວະນາ ອານຸລັກຄໍາ ເຊື່ອໝັ້ນວ່າດ້ວຍການຊຸກຍູ້ໂຄງການປັບປຸງ ແລະ ຍົກລະດັບນີ້,ການຮ່ວມມືດ້ານການແພດລະຫວ່າງໂຮງໝໍຫຼວງພະບາງກັບແຂວງຢຸນນານນັບມື້ນັບກ້າວໄປໜ້າ.ຈະຍົກສູງລະດັບເຕັກນິກດ້ານການແພດ ແລະ ຄວາມສາມາດດ້ານການພັດທະນາແບບຍືນຍົງຂອງແຂວງຫຼວງພະບາງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນຫຼາຍກວ່າເກົ່າ, ທັງຈະເຮັດໃຫ້ມິດຕະພາບຂອງປະຊາຊົນສອງຊາດລາວ-ຈີນເລິກເຊິ່ງກວ່າເກົ່າ.ທ່ານ ດຣ ພູວະນາ ອານຸລັກຄໍາກ່າວວ່າ:"ຂ້າພະເຈົ້າເຊື່ອຫມັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ,ການຮ່ວມມືດ້ານການແພດລະຫວ່າງສອງປະເທດລາວ-ຈີນຈະແຫນ້ນແຟ້ນກວ່າເກົ່າ ແລະ ມື້ອື່ນຂອງໂຮງຫມໍແຂວງຫຼວງພະບາງຈະສວຍງາມກວ່າເກົ່າ. "
老挝琅勃拉邦医院。
8月16日,中国援老挝琅勃拉邦医院升级改造项目正式启用并移交老方。该项目是商务部委托云南省实施的国家级援外成套项目,由云南省商务厅负责组织管理,是中老两国深化友好合作、助力老挝卫生事业发展的重要成果。
“这次医院升级改造,硬件、软件都得到升级。医院的病床从原来的150个增加到200个,创伤外科、心内科和ICU病房、病区等科室和区域实现新增,当地民众将大大受益。”琅勃拉邦医院院长普瓦那·阿努那康说,随着医院医疗救治能力提升,当地民众有了更多的就医选择,不必再长途跋涉前往首都万象或国外寻求治疗,大幅减轻了经济负担和旅途劳顿。
普瓦那·阿努那康认为,在这次升级改造项目的推动下,琅勃拉邦医院与云南省的医疗合作更进一步,将提高琅勃拉邦的医疗技术水平和可持续发展能力,惠及更多当地百姓,也将加深老中两国人民的友谊。普瓦那·阿努那康充满期待地说道:“我坚信,在双方的共同努力下,老中两国的医疗合作将更加紧密,琅勃拉邦医院的明天也会更加美好。”(云南日报 记者刘子语 杨春梅)
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen Lirong]
ເວທີປາໄສການຮ່ວມມືຈີນ-ອາຟຣິກາ|ໂຮງຮຽນປະຖົມໃນແຂວງຢຸນນານແຫ່ງນີ້ໄດ້ເປັນສັກຂີພິຍານມິດຕະພາບລະຫວ່າງສອງປະເທດ ຈີນ ກັບ ອີເຄວເຕຣຍກີເນ
ຊິນຮວາ2024-09-06
ພາຍຸໄຕ້ຝຸ່ນ "ຢາກິ" ມາແລ້ວ, ກະລຸນາຮັກສາຄວາມຮູ້ການຫຼີກລ່ຽງຄວາມສ່ຽງໂດຍເຕັກໂນໂລຊີສະຕູດິໂອVRນີ້!
ສະບາຍດີ2024-09-10
ສະຖານທີ່ຖ່າຍລະຄອນໂທລະພາບດັງ"ປຽນຊຸຍຫວານເຊີ້"ຢູ່ບ່ອນເຫຼົ່ານີ້ໃນແຂວງຢຸນນານ!
ສະບາຍດີ2024-09-06
ຄະນະແລກປ່ຽນຄວາມຮູ້ລຽບຕາມ"ຫນຶ່ງແລວຫນຶ່ງເສັ້ນທາງ"ຊາວຫນຸ່ມໄທໄດ້ຢ້ຽມຢາມແຂວງຢຸນນານ
ສະບາຍດີ2024-09-05
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved