ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ໂດຍໄດ້ຮັບການສະຫນັບສະຫນູນຈາກສະຖານທູດຈີນປະຈໍາໄທ,ຄະນະແລກປ່ຽນຄວາມຮູ້ລຽບຕາມ"ຫນຶ່ງແລວຫນຶ່ງເສັ້ນທາງ"ຊາວຫນຸ່ມໄທໄດ້ມາຢ້ຽມຢາມແຂວງຢຸນນານ. ຫົວຂໍ້ຂອງການຢ້ຽມຢາມຄັ້ງນີ້ແມ່ນ "ການເຊື່ອມຕໍ່ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ".ຄະນະແລກປ່ຽນໄດ້ລົງທັດສະນະສຶກສາຕາມເສັ້ນທາງລົດໄຟລາວ-ຈີນ ແລະ ໄດ້ສຳຜັດກັບບົດບາດສຳຄັນຂອງທາງລົດໄຟຈີນ-ລາວໃນການຊຸກຍູ້ການພັດທະນາພາກພື້ນ.
ສະມາຊິກຂອງຄະນະແລກປ່ຽນຄວາມຮູ້ທີ່ມາຈາກມະຫາວິທະຍາໄລ ແລະ ສະມາຄົມທຸລະກິດ ທີ່ມີຊື່ສຽງເຊັ່ນ:ມະຫາວິທະຍາໄລຈຸລາລົງກອນ(Chulalongkorn University), ມະຫາວິທະຍາໄລມະຮິດລ(Mahidol University), ສະມາຄົມນັກສຶກສາລາວ-ຈີນ ແລະ ສະພາການຄ້າຈີນປະຈໍາປະເທດໄທ.
ໃນໄລຍະຢູ່ແຂວງຢູນນານ,ຄະນະແລກປ່ຽນຄວາມຮູ້ຍັງໄດ້ເດີນທາງໄປຢ້ຽມຢາມກິ່ງແຂວງປົກຄອງຕົນເອງເຜົ່າໄຕລື້ ສິບສອງພັນນາ, ເພື່ອສໍາຫຼວດດ່ານທາງຫຼວງ ແລະ ດ່ານທາງລົດໄຟບໍ່ຫານ,ແລະ ໄດ້ເດີນທາງໄປປະເທດລາວ ໂດຍລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟລາວ-ຈີນເພື່ອສືບຕໍ່ທັດສະນະສຶກສາ.
ບັນດາສະມາຊິກຂອງຄະນະແລກປ່ຽນຄວາມຮູ້ສະແດງໃຫ້ເຫັນວ່າ,ສິ່ງທີ່ເຂົາເຈົ້າໄດ້ເຫັນ ແລະ ໄດ້ຍິນໃນການເດີນທາງຄັ້ງນີ້ແມ່ນໜ້າປະທັບໃຈ.ໃນອະນາຄົດຈະເສີມຂະຫຍາຍບົດບາດຂອງຊາວຫນຸ່ມໃຫ້ດີກວ່າເກົ່າ,ຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນໃນຫຼາຍຂົງເຂດລະຫວ່າງໄທ-ຈີນ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາໄທ-ຈີນໃຫ້ກ້າວຂຶ້ນສູ່ລະດັບໃຫມ່.
近日,在中国驻泰国使馆支持下,泰国青年“一带一路”交流团来滇访问。此访主题为“联通促繁荣”,交流团沿中老铁路沿线考察,亲身感受中老铁路对区域发展的重要促进作用。
交流团成员来自朱拉隆功大学、玛希隆大学、泰中同学会、泰国中华总商会等知名高校和商协会。
在滇期间,交流团还赴西双版纳傣族自治州参访,调研磨憨公路口岸和磨憨铁路口岸,并乘坐中老铁路国际旅客列车前往老挝继续考察。
交流团成员纷纷表示,此行所见所闻令人印象深刻,今后将更好发挥青年作用,助推泰中多领域交流互鉴,助力泰中命运共同体建设迈上新台阶。(云南日报 记者韩成圆)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
09/05
16:56
— ແບ່ງປັນ —