"ເພື່ອນມິດທີ່ຍົກເວັ້ນວີຊາ"ຂອງຈີນຂະຫຍາຍຕົວ ຜູ້ໂດຍສານທີ່ຍົກເວັ້ນວີຊາໄປຄຸນມິງເພີ່ມຂຶ້ນ 1807% ເມື່ອທຽບໃສ່ປີກາຍ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ວັນທີ 5 ກໍລະກົດນີ້, ນັກຂ່າວໄດ້ຮັບຮູ້ຈາກສະຖານີກວດກາດ່ານຊາຍແດນຄຸນມີງວ່າ: ໃນເຄິ່ງປີທຳອິດຂອງປີນີ້, ສະໜາມບິນສາກົນຄຸນມິງຊາງຊຸຍ ມີນັກທ່ອງທ່ຽວຕ່າງປະເທດເຂົ້າ-ອອກເມືອງຄຸນມີງ ເຖິງ 390.000 ກວ່າເທີ່ອຄົນ, ໄດ້ເພີ່ມຂຶ້ນ 491% ເມື່ອທຽບໃສ່ປີກາຍ. ໃນນັ້ນ, ມີຜູ້ໂດຍສານທີ່ຍົກເວັ້ນວີຊາເຂົ້າເມືອງຄຸນມິງ ເຖິງ 120,000 ກວ່າເທື່ອຄົນ,ກວມເອົາ 30,68% ແລະ ໄດ້ເພີ່ມຂຶ້ນ 1807%  ທຽບໃສ່ປີກາຍ , ນັກທ່ອງທ່ຽວຕົ້ນຕໍແມ່ນມາຈາກມາເລເຊຍ, ໄທ, ສິງກະໂປ ແລະ ປະເທດອື່ນໆ.

ເພື່ອຊຸກຍູ້ການແລກປ່ຽນບຸກຄະລາກອນລະຫວ່າງປະເທດຈີນກັບຕ່າງປະເທດ, ເລີ່ມແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ, "ເພື່ອນມິດທີ່ຍົກເວັ້ນວີຊາ"ຂອງ ສປ ຈີນໄດ້ຂະຫຍາຍຂຶ້ນອີກ, ອອກນະໂຍບາຍຍົກເວັ້ນວີຊາຈະທົດລອງສຳລັບຜູ້ຖືໜັງສືຜ່ານແດນທຳມະດາຂອງຈີນຕໍ່ສາມປະເທດຄື: ນິວຊີແລນ, ອົດສະຕາລີ, ແລະໂປໂລຍ. ແຕ່ວັນທີ 1 ກໍລະກົດ 2024 ຫາ ວັນທີ 31 ທັນວາ 2025, ຜູ້ຖືໜັງສືຜ່ານແດນທຳມະດາຈາກ 3 ປະເທດຂ້າງເທິງນີ້ ເຂົ້າເມືອງຈີນເພື່ອເຮັດທຸລະກິດ, ການທ່ອງທ່ຽວ, ຢ້ຽມຢາມຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ແລະ ຜ່ານແດນບໍ່ເກີນ 15 ວັນ ສາມາດເຂົ້າເມືອງຈີນໄດ້ໂດຍບໍ່ຕ້ອງຂໍວີຊາ.

1

ຜູ້ໂດຍສານເຂົ້າແຖວເພື່ອຜ່ານດ່ານ

2

ຕຳຫຼວດຂອງດ່ານຊາຍແດນຄຸນມິງໄດ້ດຳເນີນການເຂົ້າເມືອງຈີນໂດຍຍົກເວັ້ນວີຊາໃຫ້ແກ່ຜູ້ໂດຍສານທີ່ຍົກເວັ້ນວີຊາ

ມາຮອດປະຈຸບັນນີ້, ສປ ຈີນ ກັບ 158 ປະເທດໄດ້ປະຕິບັດສັນຍາຍົກເວັ້ນວີຊາທີ່ເຊິ່ງກັນແລະກັນສຳລັບໜັງສືຜ່ານແດນແຕກຕ່າງກັນ, ແລະ ໄດ້ປະຕິບັດສັນຍາຍົກເວັ້ນວີຊາເຊິ່ງກັນແລະກັນຢ່າງຮອບດ້ານ ກັບ 24 ປະເທດ ລວມທັງ ໄທ, ສິງກະໂປ, Maldives ແລະ ສະຫະລັດອາຣັບເອມີເຣດ.ປະລິມານຍົກເວັ້ນວີຊາຂອງຈີນຕໍ່ຕ່າງປະເທດໄດ້ເພີ່ມຂຶ້ນ,ເລັ່ງໃຫ້ຈໍານວນນັກທ່ອງທ່ຽວເຂົ້າເມືອງຈີນເພີ່ມຂຶ້ນຢ່າງວົງໄວ, ແຂວງຢຸນນານໄດ້ກາຍເປັນຈຸດຫມາຍປາຍທາງຖືກນິຍົມຂອງນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງໄປ ສປ ຈີນ, ແລະ ຈໍານວນຖ້ຽວບິນລະຫວ່າງປະເທດຢູ່ສະໜາມບິນສາກົນຄຸນມິງຊາງຊຸຍກໍ່ໄດ້ເພີ່ມຂຶ້ນ.ປະຈຸບັນນີ້, ສະໜາມບິນສາກົນຄຸນມິງຊາງຊຸຍໄດ້ເປີດສາຍການບິນໂດຍສານສາກົນ (ພາກພື້ນ) 23  ຖ້ຽວ ແລະ ເສັ້ນທາງບິນໄປຍັງ 16 ປະເທດ, ໃນນັ້ນ ມີ 390 ກວ່າຖ້ຽວບິນໂດຍສານເຂົ້າ-ອອກເມືອງຈີນ ໃນແຕ່ລະອາທິດ.

7月5日,记者从昆明出入境边防检查站获悉,今年上半年,昆明长水国际机场入境外国人39万余人次,同比增长491%。其中通过免签入境12万余人次,占比30.68%,同比增长1807%,主要集中在马来西亚、泰国、新加坡等国。

为促进中外人员往来,7月1日起,中国免签的“朋友圈”再次扩容,对新西兰、澳大利亚、波兰3个国家持普通护照人员试行免签政策。2024年7月1日至2025年12月31日期间,上述3个国家持普通护照人员来华经商、旅游观光、探亲访友和过境不超过15天,可免签入境。

1

旅客排队办理出境手续

2

昆明边检站的民警为享受免签政策的旅客办理了免签入境

截至目前,中国已与158个国家缔结了涵盖不同护照的互免签证协定,同包括泰国、新加坡、马尔代夫、阿联酋在内的24个国家实现了全面互免签证。免签“朋友圈”扩容,加速着入境游人数火热上升,云南成为外籍旅客中国游的热门目的地,昆明长水国际机场的国际航班亦在加密。目前,昆明长水国际机场执飞国际(地区)客运航线共计23条,通航16个国家,每周出入境客运航班超390班次。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

07/15

09:48

ແບ່ງປັນ

ແປ
翻译