ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນຮ່ວມກັນສ້າງກົນໄກການຮັກສາສິດຜົນປະໂຫຍດໃນການຊົມໃຊ້ຂ້າມຊາຍແດນ

ມາຈາກ:ສະບາຍດີ

ຢ

ສະບາຍດີ ນັກຂ່າວໂລລາ)ເມື່ອບໍ່ດົນມານີ້, ສະມາຄົມຜູ້ບໍລິໂພກຄຸນມິງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນ້ຳທາ ສປປ ລາວໄດ້ຮ່ວມກັນລົງນາມ"ສັນຍາການຮ່ວມມືວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍັງດ້ານການອູປະໂພກ-ບໍລິໂພກຂ້າມຊາຍແດນ(ບົດບັນທຶກຄວາມເຂົ້າໃຈ)ຂອງເຂດການຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ", ໃນເວລາດຽວກັນ ໄດ້ຈັດຂຶ້ນກອງປະຊຸມຄັ້ງທໍາອິດຂອງກົນໄກການຮັກສາສິດຜົນປະໂຫຍດໃນການຊົມໃຊ້ຂ້າມຊາຍແດນ.

ໂດຍເປີດເສັ້ນທາງລົດໄຟລາວ-ຈີນ ແລະ ນະຄອນຄຸນມິງມອບໝາຍໃຫ້ເຂດບໍ່ຫານດຳເນີນວຽກງານໄດ້ສ້າງດ່ານສາກົນເມືອງບໍ່ຫານ,ການແລກປ່ຽນບຸກຄະລາກອນທັງສອງຝ່າຍ, ການຄ້າຊາຍແດນນັບມື້ນັບຂະຫຍັນຂັນເຄື່ອນ,ຂະຫນາດການບໍລິໂພກສືບຕໍ່ຂະຫຍາຍຕົວ,ໂຄງປະກອບໄດ້ປັບປຸງຢ່າງຕໍ່ເນື່ອງ,ບໍລິໂພກຂ້າມຊາຍແດນກາຍເປັນຄວາມນິຍົມປະຈຳວັນ.ໃນຂະນະດຽວກັນ, ຍ້ອນບໍ່ເຂົ້າໃຈລະບົບກົດຫມາຍ, ອົງການປົກປ້ອງສິດທິ, ຊ່ອງທາງການຮ້ອງທຸກຂອງຕ່າງປະເທດ,ໄດ້ເກີດຂໍ້ຂັດແຍ່ງສິດທິທີ່ຈາກພຶດຕິກໍາອູປະໂພກ-ບໍລິໂພກ,ເຊິ່ງຮຽກຮ້ອງພະແນກລັດຖະບານທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງປົກປ້ອງສິດທິອູປະໂພກ-ບໍລິໂພກເຂົ້າຮ່ວມແກ້ໄຂ ແລະ ອຳນວຍບໍລິການຕໍ່ໄປນີ້ ເຊັ່ນ: ລະບຽບກົດຫມາຍ, ນະໂຍບາຍ, ຊ່ອງທາງການສື່ສານ ແລະ ການບໍລິການອື່ນໆ.

ສັນຍາຮ່ວມມືດັ່ງກ່າວຊີ້ແຈງວ່າ, ສອງປະເທດລາວ-ຈີນຮ່ວມກັນຄົ້ນຄວ້າສ້າງກົນໄກການຮັກສາສິດຜົນປະໂຫຍດໃນການຊົມໃຊ້ຈາກ "ສາມສ້າງ ສາມລົງເລິກ"(ສ້າງເວທີ, ໜ່ວຍງານ, ກົນໄກ ແລະ ລົງເລິກການຮ່ວມມື, ອະນຸມັດເຊິ່ງກັນແລະກັນ, ການແລກປ່ຽນ),ເພື່ອແກ້ໄຂຄວາມແຕກຕ່າງກັນໃນຂະບວນການຮັກສາສິດຜົນປະໂຫຍດໃນການຊົມໃຊ້ລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ, ສືບຕໍ່ເພີ່ມທະວີການຮ່ວມມືປົກປັກຮັກສາຜູ້ບໍລິໂພກ ແລະ ການຮ່ວມມືປົກປ້ອງສິດ, ເພື່ອຮ່ວມກັນປົກປັກຮັກສາສະພາບແວດລ້ອມການບໍລິໂພກສອງຝ່າຍ.

ຢ

近日,昆明市消费者协会和老挝琅南塔省经济特区管委会共同签订《中国老挝磨憨—磨丁经济合作区跨境消费纠纷调解合作协议(谅解备忘录)》,并召开跨境消费维权机制第一次联席会议。

随着中老铁路开通、昆明托管磨憨建设国际口岸城市,双边人员往来、边境贸易日益频繁,消费规模不断扩大,结构不断升级,跨境消费成为热点常态,同时由于对境外的法律制度、维权机构、投诉渠道等不了解,也产生因消费行为引发的权益纠纷,需要政府相关部门、消费者权益保护组织参与解决,并为消费者提供法律法规、政策工具、沟通渠道等服务。

合作协议明确,中老双方从“三建立三深化”(建立平台、建立队伍、建立机制和深化协作、深化互认、深化交流)探索建立消费维权合作机制,有效解决双方消费维权程序差异,持续增强消保联动和维权合作,共同维护双边消费环境。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

07/10

09:23

ແບ່ງປັນ

ແປ
翻译