ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 27 ມິຖຸນານີ້,"ບົດລາຍງານການຄາດຄະເນຕະຫຼາດທ່ອງທ່ຽວລະດູຮ້ອນປີ 2024"ໄດ້ເປີດເຜີຍໂດຍກຸ່ມ Ctrip ສະແດງໃຫ້ເຫັນວ່າ: ມີຜົນກະທົບຈາກນະໂຍບາຍທີ່ມີຜົນປະໂຫຍດ,ການທ່ອງທ່ຽວເຂົ້າ-ອອກເມືອງເພີ່ມຂຶ້ນຢ່າງວົງໄວໃນລະດູຮ້ອນປີນີ້, ໃບສັ່ງຈອງໂດຍລວມໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ໄລຍະດຽວກັນ ແລະ ໃບສັ່ງຈອງການທ່ອງທ່ຽວເຂົ້າເມືອງແຂວງຢຸນນານປະເທດຈີນໄດ້ເພີ່ມຂຶ້ນ 266% ເມື່ອທຽບໃສ່ໄລຍະດຽວກັນ.ນະຄອນຄຸນມິງເປັນອັນດັບໜຶ່ງໃນສິບເມືອງທີ່ນິຍົມທີ່ສຸດສຳລັບການທ່ອງທ່ຽວເຂົ້າເມືອງຈີນ,ດ້ວຍໃບສັ່ງຈອງທ່ອງທ່ຽວເຂົ້າເມືອງຈີນເພີ່ມຂຶ້ນ 234% ເມື່ອທຽບໃສ່ປີກາຍ.
ພາຍໃຕ້ຜົນກະທົບຈາກເງິນປັນຜົນດ້ານນະໂຍບາຍເຊັ່ນ: ການເລັ່ງຟື້ນຟູຕ່ອງໂສ້ການສະຫນອງ ແລະ ການເພີ່ມປະສິດທິພາບດ້ານວີຊາ, ການອໍານວຍຄວາມສະດວກໃນການຊໍາລະເງິນນອກປະເທດ ແລະ ການເພີ່ມປະສິດທິພາບດ້ານທີ່ພັກ,ນັບແຕ່ປີນີ້ເປັນຕົ້ນມາ,ຕະຫຼາດເຂົ້າ-ອອກເມືອງໄດ້ຂະຫຍາຍຕົວຢ່າງວ່ອງໄວ.ໂດຍສະເພາະແມ່ນນະໂຍບາຍຍົກເວັ້ນວີຊາໄດ້ກາຍເປັນມາດຕະການທີ່ເຂັ້ມແຂງຂອງຈີນໃນການຊຸກຍູ້ການທ່ອງທ່ຽວເຂົ້າເມືອງຈີນໃຫ້ຟື້ນຄືນ ແລະ "China Travel"ໄດ້ຮັບຄວາມນິຍົມຈາກຕ່າງປະເທດ. ບົດລາຍງານສະແດງໃຫ້ເຫັນວ່າ,ໃນພັກຮຽນລະດູຮ້ອນນີ້,ໃບສັ່ງຈອງການທ່ອງທ່ຽວເຂົ້າເມືອງໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ,ໂດຍລວມແລ້ວໃບສັ່ງຈອງເດີນທາງເຂົ້າເມືອງຂອງນັກທ່ອງທ່ຽວຈາກ14ປະເທດເຊັ່ນ:ຝຣັ່ງ,ອີຕາລີ,ເຢຍລະມັນ,ມາເລເຊຍ,ໄທແລະອື່ນໆທີ່ສາມາດເດີນທາງເຂົ້າເມືອງໂດຍບໍ່ຕ້ອງຂໍວີຊາໄດ້ເພີ່ມຂຶ້ນ1,5ເທົ່າເມື່ອທຽບໃສ່ປີຕໍ່ປີ.ຊຽງໄຮ້,ປັກກິ່ງ,ກວາງໂຈ,ຊຽງຕູ,ຊີອານ,ເຊີນເຈີ້ນ,ຊິງເຕົ່າ,ຫາງໂຈວ,ຈົງຊິງ,ແລະ ຄຸນມິງ ເປັນເມືອງທີ່ນິຍົມສໍາລັບການທ່ອງທ່ຽວຂາເຂົ້າໃນພັກຮຽນລະດູຮ້ອນນີ້.
昆明信息港讯 (昆明日报 记者李思凡) 6月27日,携程集团发布的《2024暑期旅游市场预测报告》显示,受政策红利影响,今年暑期,入出境旅游增长迅猛,整体订单同比增长1倍,云南入境游订单同比增长266%。昆明排名入境游热门城市前十,入境游订单同比增长234%。
在供应链加快恢复和签证优化、境外支付便利化及住宿优化等政策红利影响下,今年以来,入出境市场增长迅猛。尤其是免签政策成为中国促进入境游复苏的有力举措,并在海外形成“China Travel”热潮。报告显示,今年暑期,入境游订单同比增长1倍,可免签入境的法国、意大利、德国、马来西亚、泰国等14国游客的入境游订单整体同比增长1.5倍。上海、北京、广州、成都、西安、深圳、青岛、杭州、重庆、昆明是暑期入境游热门城市。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
07/08
17:49
— ແບ່ງປັນ —